| Japanese | Enlgish

ຫນ້າທຳອິດ>ພະແນກກົງສຸນ>ຄຳແນະນຳໂດຍສັງເຂບຂອງລະບຽບການໃຫມ່ໃນການເຂົ້າປະເທດຍີ່ປຸ່ນ: ຈຳເປັນຕ້ອງໃຫ້ຂໍ້ມູນສ່ວນຕົວ


ສິງຫາ 2007
ຫ້ອງການກວດຄົນເຂົ້າເມືອງ, ກະຊວງຍຸດຕິທຳ

ຄຳແນະນຳໂດຍສັງເຂບຂອງລະບຽບການໃຫມ່ໃນການເຂົ້າປະເທດຍີ່ປຸ່ນ: ຈຳເປັນຕ້ອງໃຫ້ຂໍ້ມູນສ່ວນຕົວ

1. ຄຳແນະນຳ

ການປັບປຸງດັດແກ້ບາງພາກສ່ວນຂອງ “ກົດຫມາຍວ່າດ້ວຍຄົນເຂົ້າເມືອງ ແລະ ຮັບຮູ້ຜູ້ອົບພະຍົບ” ເຊິ່ງໄດ້ຖືກຮັບຮອງເອົາໃນວັນທີ 24 ພຶດສະພາ 2006 ແລະ ຈະມີຜົນບັງຄັບໃຊ້ ຢ່າງຊ້າໃນວັນທີ 20 ພະຈິກ 2007.

ການປັບປຸງກົດຫມາຍດັ່ງກ່າວ ແມ່ນມີຈຸດປະສົງເພື່ອປ້ອງກັນການກໍ່ການຮ້າຍ, ຈາກສິ່ງດັ່ງກ່າວ, ພວກເຮົາຈະໄດ້ປະຕິບັດມາດຕະການປ້ອງກັນ ໂດຍອິງໃສ່ຂໍ້ມູນສ່ວນຕົວຂອງຄົນຕ່າງດ້າວ ທີ່ບ່ອນກວດກາຄົນເຂົ້າເມືອງ.

ພາຍໃຕ້ມາດຕະການໃຫມ່ ຂັ້ນທຳອິດຄົນຕ່າງດ້າວຕ້ອງໄດ້ພີມລາຍນີ້ວມື ແລະ ຖ່າຍຮູບໃບຫນ້າກ່ອນ ຕໍ່ມາເຈົ້າຫນ້າທີ່ກວດຄົນເຂົ້າເມືອງຈະທຳການກວດສອບເອກະສານການເຂົ້າປະເທດ.

ກໍລະນີຄົນຕ່າງດ້າວ, ທີ່ຖືກໃຫ້ຂໍ້ມູນສ່ວນຕົວຕາມກົດຫມາຍໃຫມ່ ທີ່ຕ້ອງພີມລາຍນີ້ວມື ແລະຖ່າຍຮູບໃບຫນ້າ, ປະຕິເສດບໍ່ໃຫ້ຄວາມຮ່ວມມື ຄົນຜູ້ນັ້ນຈະບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນດິນແດນຍີ່ປຸ່ນ ເຂົາຈະຖືກສັ່ງໃຫ້ອອກນອກປະເທດ.

2. ບຸກຄົນທີ່ກ່ຽວຂ້ອງ

ທຸກຄົນຕ່າງດ້າວ ທີ່ຕ້ອງການຢາກເຂົ້າມາຍັງປະເທດຍີ່ປຸ່ນລ້ວນແລ້ວແຕ່ກ່ຽວຂ້ອງກັບກົດຫມາຍສະບັບປັບປຸງໃຫມ່, ແຕ່ມີການຍົກເວັ້ນດັ່ງນີ້:

(1) ຜູ້ດຳລົງຊີວິດຢູ່ຍີ່ປຸ່ນຖາວອນໃນຖານະພິເສດ
(2) ຄົນທີ່ມີອາຍຸບໍ່ຮອດ 16 ປີເຕັມ
(3) ຜູ້ທີ່ມາປະຕິບັດຫນ້າທີ່ໃນຖານະ ການທູດ ຫລື ລັດຖະການ
(4) ຜູ້ທີ່ຖືກເຊີນຈາກຫົວຫນ້າອົງການຈັດຕັ້ງຂອງລັດ
(5) ຜູ້ທີ່ຖືກບັນຍັດໄວ້ໃນຄຳສັ່ງຂອງກະຊວງຍຸດຕິທຳ ໃນຖານະທຽບເທົ້າກັບຂໍ້ (3) ຫລື (4)

3. ລະບຽບການໃຫມ່ການກວດກາຄົນເຂົ້າເມືອງ

ຜູ້ຮ້ອງຂໍເຂົ້າເມືອງ ຈະຕ້ອງປະຕິບັດຕາມລະບຽບດັ່ງຕໍ່ໄປນີ້:

(1) ຜູ້ຕ້ອງການຢາກເຂົ້າປະເທດຍີ່ປຸ່ນຕ້ອງຍື່ນຫນັງສືຜ່ານແດນ ຕໍ່ເຈົ້າຫນ້າທີ່ກວດຄົນເຂົ້າເມືອງ
arrow Immigration Procedures

(2) ເຈົ້າຫນ້າທີ່ກວດຄົນເຂົ້າເມືອງຈະອະທິບາຍລະບຽບໃຫ້ຊາບ ເຊິ່ງເຮົາຕ້ອງໄດ້ປະຕິບັດຕາມ, ເພິ່ນຈະບອກໃຫ້ເອົານີ້ວຊີ້ທັງ ສອງເບື້ອງແປະ ໃສ່ເຄື່ອງອ່ານລາຍພີມນີ້ວມື. ຂໍ້ມູນເຄື່ອງພີມນີ້ວມື ຈະອ່ານ ແລະກັບຮັກສາໄວ້ທີ່ເຄື່ອງແມ່ເຫລັກໄຟຟ້າ.
arrow Immigration Procedures

(3) ຕໍ່ມາກໍຈະຖືກຖ່າຍຮູບໃບຫນ້າໄວ້ ເຊິ່ງກ້ອງຈະຕິດຢູ້ເທິງກັບ ເຄື່ອງພີມນີ້ວມື.
arrow Immigration Procedures

(4) ຫລັງຈາກນັ້ນ ເຈົ້າຫນ້າທີ່ກວດຄົນເຂົ້າເມືອງຈະສຳພາດສັ້ນໆ.



(5) ໃນເມື່ອສຳເລັດລະບຽບການດັ່ງກ່າວແລ້ວ ຜູ້ທີ່ຈະເຂົ້າຍີ່ປຸ່ນ ກໍຈະໄດ້ຮັບຫນັງສືຜ່ານແດນຄືນຈາກເຈົ້າຫນ້າທີ່.




ຄຳຖາມ ແລະ ຄຳຕອບ

ຖາມ: ເປັນຫຍັງການພີມລາຍນີ້ວມື ແລະ ຖ່າຍຮູບໃບຫນ້າຂອງຄົນຕ່າງດ້າວ ຖືວ່າເປັນສິ່ງບັງຄັບ?
ຕອບ: ລະບຽບການນີ້ ຈະເຮັດໃຫ້ຫ້ອງການກວດຄົນເຂົ້າເມືອງແຫ່ງຊາດ ຮູ້ຈັກຜູ້ຄົນທີ່ໃຊ້ຫນັງສືຜ່ານແດນປອມ ເຊັ່ນດຽວກັນກັບຜູ້ທີ່ອາດຈະເປັນໄພອັນຕະລາຍ ເຊັ່ນພວກກໍ່ການຮ້າຍ. ມາດຕະການດັ່ງກ່າວສາມາດໃຫ້ພວກເຮົາປ້ອງກັນການກໍ່ການຮ້າຍໄດ້.



ຖາມ: ມັນມີມາດຕະການສຳລັບຄົນຜູ້ທີ່ບໍ່ສາມາດພີມລາຍນີ້ວມື ຫລື ຖ່າຍຮູບໃບຫນ້າ ຫລືບໍ່?
ຕອບ: ຖ້າວ່າບຸກຄົນທີ່ບໍ່ຢູ່ໃນຖານະພີມລາຍນີ້ວມືໄດ້ ຍ້ອນນີ້ວດັ່ງກ່າວຂາດ ຫລື ຍ້ອນສາເຫດອື່ນ, ດຳລັດກະຊວງຍຸດຕິທຳໄດ້ກຳນົດລະດັບນີ້ວມືໄວ້ເພື່ອໃຊ້ພີມ. ຖ້າທ່ານຫາກຢູ່ໃນກໍລະນີດັ່ງກ່າວ ກະລຸນາແຈ້ງໃຫ້ທາງເຈົ້າຫນ້າທີ່ກວດຄົນເຂົ້າເມືອງຊາບ ແລະ ປະຕິບັດຕາມຄຳແນະນຳຂອງເພິ່ນ.



ຖາມ: ມີມາດຕະການໃດແດ່ ສຳລັບຄົນທີ່ປະຕິເສດການພີມລາຍນີ້ວມື ແລະ ຫລື ຖ່າຍຮູບໃບຫນ້າ?
ຕອບ: ເຈົ້າຫນ້າທີ່ກວດກາ ຈະພິຈາລະນາດ້ວຍຄວາມຮອບຄອບ ວ່າຄົນຕ່າງດ້າວຜູ້ນັ້ນ ແມ່ນຄົນທີ່ຖືກຍົກເວັ້ນຫລືບໍ່. ຖ້າຄົນຕ່າງດ້າວທີ່ບໍ່ຢູ່ໃນກໍລະນີຍົກເວັ້ນ ແຕ່ຜູ້ກ່ຽວປະຕິເສດຕໍ່ລະບຽບການ ຜູ້ກ່ຽວຈະບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າປະເທດຍີ່ປຸ່ນ ແລະ ຈະຖືກສັ່ງໃຫ້ອອກນອກປະເທດ.



ຖາມ: ຂໍ້ມູນຫລັກຖານສະແດງຕົວທີ່ທຳຂຶ້ນໃນເວລາກວດກາເຂົ້າເມືອງ ຈະຖືກເກັບຮັກສາໄວ້ຄືແນວໃດ?
ຕອບ: ພວກເຮົາຖືວ່າຂໍ້ມູນຫລັກຖານສະແດງຕົວ (ພີມລາຍນີ້ວມື ແລະ ຖ່າຍຮູບໃບຫນ້າ) ແມ່ນເປັນຂໍ້ມູນສຳຄັນທີ່ຈະເກັບຮັກສາໄວ້. ພວກເຮົາຈະປະຕິບັດຢ່າງຮອບຄອບ ໂດຍສອດຄ່ອງກັບ “ກົດຫມາຍວ່າດ້ວຍການປ້ອງກັນຮັກສາຂໍ້ມູນສ່ວນບຸກຄົນ ເຊິ່ງໄດ້ຮັບຈາກການປົກຄອງ”. ພວກເຮົາມີລະບົບຮັກສາຄວາມປອດໄພອັນຫລາກຫລາຍ ສາມາດຮັບປະກັນການປົກປັກຮັກສາຂໍ້ມູນດັ່ງກ່າວ.



ພົວພັນ: ພະແນກສັງລວມ ຫ້ອງການຄົນເຂົ້າເມືອງ ກະຊວງຍຸດຕິທຳ
ທີ່ຢູ່: 1-1-1, ກາສຸມິງາຊາກິ, ຊີໂດຢະ-ກຶ, ໂຕກຽວ 100-8977
ໂທຣ. 03-3580-4111 ອິນເຕິເນັດ: http://www.moj.go.jp/




ກັບຄືນຂື້ນເທີງ

(c) ສະຖານເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປລາວ