|
|
|
ຫນ້າທຳອິດ>ການສຶກສາ ແລະ ວັດທະນະທຳ>ທຶນການສຶກສາລັດຖະບານຍີ່ປຸ່ນ ທຶນການສຶກສາລັດຖະບານຍີ່ປຸ່ນ (Monbukagakusho:MEXT) ສຳລັບປະເທດລາວ | |||||||
MEXT (ກະຊວງສຶກສາທິການ, ວັດທະນະທຳ, ກິລາ, ວິທະຍາສາດ ແລະ ເຕັກໂນໂລຊີ, ລັດຖະບານຍີ່ປຸ່ນ) ແລະ ສະຖານທູດຍີ່ປຸ່ນ ທີ່ ສປປ ລາວ ໄດ້ໃຫ້ທຶນການສຶກສາແກ່ນັກສຶກ ສາລາວຜູ້ທີ່ມີຈຸດປະສົງຢາກໄປຮຽນທີ່ ມະຫາວິທະຍາໄລ/ວິທະຍາໄລວິຊາຊີບຊັ້ນສູງ/ວິທະ ຍາໄລວິຊາຊີບຊັ້ນກາງ). ທັງຫມົດມີ 7 ໂຄງການ ດັ່ງຕໍ່ໄປນີ້:
1. ນັກສຶກສາຄົ້ນຄວ້າ / 2. ນັກສຶກສາປຣິນຍາຕີ / 3. ນັກສຶກສາ ວິທະຍາໄລເຕັກໂນໂລຢີ / 4. ນັກສຶກສາ ວິທະຍາໄລວິຊາຊີບ / 5. ໂຄງການຍີ່ປຸ່ນສຶກສາ / 6. ໂຄງການພັດທະນາຄູ (Teacher-Training Students) / 7. ໂຄງການຜູ້ນຳຫນຸ່ມ (YLP) / 8. ທຶນການສຶກສາຊາວຫນຸ່ມອາຊີ (AYF)
1. ນັກສຶກສາຄົ້ນຄວ້າ (Research Students)ສະຖານທູດຍີ່ປຸ່ນຈະນຳສະເຫນີນັກສຶກສາລາວທີ່ຜ່ານການຂັດເລືອກ ເພື່ອເຂົ້າຮຽນໃນມະຫາວິທະຍາໄລຍີ່ປຸ່ນ ເປັນນັກສຶກສາຄົ້ນຄວ້າ. ຜູ້ສະຫມັກ 2010 ທຸກຄົນຕ້ອງເປັນສັນຊາດລາວ, ແລະເກີດໃນວັນທີ ຫຼື ຫຼັງວັນທີ 2 ເມສາ 1975. ກຳນົດເວລາຂອງທືນ ແມ່ນ 2 ປີ ຫລື 1 ປີ 6 ເດືອນ, ຄືເລີ່ມແຕ່ເດືອນເມສາ 2010 ໄປ ໃນນີ້ນັບລວມທັງ 6 ເດືອນ ໃນການຮຽນພາສາຍີ່ປຸ່ນ.
2. ນັກສຶກສາປຣິນຍາຕີ (Undergraduate Students)ສະຖານທູດຍີ່ປຸ່ນຈະນຳສະເຫນີນັກສຶກສາທີ່ຜ່ານການຂັດເລືອກ ເພື່ອເຂົ້າຮຽນໃນມະຫາວິທະຍາໄລຍີ່ປຸ່ນ ເປັນນັກສຶກສາປຣິນຍາຕີ. ຜູ້ສະຫມັກທຸກຄົນຕ້ອງເປັນສັນຊາດລາວ, ແລະເກີດໃນລະຫວ່າງວັນທີ 2 ເມສາ 1988 ຫາວັນທີ 1 ເມສາ 1993. ກຳນົດເວລາຂອງທືນ ແມ່ນ 5 ປີ ຄືເລີ່ມແຕ່ເດືອນເມສາ 2010 ໄປ ໃນນີ້ນັບລວມທັງ 1 ປີ ໃນການຮຽນພາສາຍີ່ປຸ່ນ ແລະ ວິຊາອື່ນໆ. ໃບປະກາດສະນີຍະບັດປຣິນຍາຕີ ຈະຖືກມອບໃຫ້ ຫລັງຮຽນຈົບວິຊາດັ່ງກ່າວທີ່ມະຫາວິທະຍາໄລ. ການຮັບເອົານັກສຶກສາ ຈະໄດ້ດຳເນີນການ ຜ່ານສະຖານທູດຍີ່ປຸ່ນ ໂດຍອິງຕາມການນຳສະເຫນີ ຂອງເຈົ້າຫນ້າທີ່ກ່ຽວຂ້ອງຂອງສະຖານທູດ.
3. ນັກສຶກສາ ວິທະຍາໄລເຕັກໂນໂລຢີ (College of Technology Students)ສະຖານທູດຍີ່ປຸ່ນຈະນຳສະເຫນີນັກສຶກສາທີ່ຜ່ານການຂັດເລືອກ ເພື່ອເຂົ້າຮຽນໃນວິທະຍາໄລເຕັກໂນໂລຢີຍີ່ປຸ່ນ. ຜູ້ສະຫມັກ 2010 ທຸກຄົນຕ້ອງເປັນສັນຊາດລາວ, ແລະເກີດໃນລະຫວ່າງວັນທີ 2 ເມສາ 1988 ຫາວັນທີ 1 ເມສາ 1993. ກຳນົດເວລາຂອງທືນແມ່ນ 4 ປີ ຄືເລີ່ມແຕ່ເດືອນເມສາ 2010 ໄປ ໃນນີ້ນັບລວມທັງ 1 ປີ ໃນການຮຽນພາສາຍີ່ປຸ່ນ ແລະ ວິຊາອື່ນໆ. ຜູ້ທີ່ເລືອກວິຊາ ວິສະວະກຳແຫ່ງທະເລ (maritime engineering) ກຳກົດ ເວລາຂອງທືນແມ່ນ 4 ປີ ເຄິ່ງ. ຜູ້ຮັບທຶນຈະໄດ້ຮັບໃບປະກາດສະນີຍະບັດ ກໍຕໍ່ເມື່ອ ໄດ້ຮຽນຈົບວິຊາທີ່ຕົນເລືອກຮຽນທີ່ວິທະຍາໄລເຕັກໂນໂລຢີ ແລະ ຈະໄດ້ຮັບຊັ້ນທຽບເທົ່າ ຮອງປຣິນຍາຕີ. ການຮັບເອົານັກສຶກສາ ຈະໄດ້ດຳເນີນການຜ່ານສະຖານທູດຍີ່ປຸ່ນ ໂດຍອິງຕາມການນຳສະເຫນີ ຂອງເຈົ້າຫນ້າທີ່ກ່ຽວຂ້ອງຂອງສະຖານທູດ.
4. ນັກສຶກສາ ວິທະຍາໄລວິຊາຊີບ (Professional Training College Students)ສະຖານທູດຍີ່ປຸ່ນຈະນຳສະເຫນີນັກສຶກສາທີ່ຜ່ານການຂັດເລືອກ ເພື່ອເຂົ້າຮຽນໃນວິທະຍາໄລຝຶກວິຊາຊີບຍີ່ປຸ່ນ . ຜູ້ສະຫມັກ 2009 ທຸກຄົນຕ້ອງເປັນສັນຊາດລາວ, ແລະເກີດໃນລະຫວ່າງວັນທີ 2 ເມສາ 1987 ຫາວັນທີ 1 ເມສາ 1992. ກຳນົດເວລາຂອງທືນແມ່ນ 3 ປີ ຄືເລີ່ມແຕ່ເດືອນເມສາ 2009 ໄປ ໃນນີ້ນັບລວມທັງ 1 ປີ ໃນການຮຽນພາສາຍີ່ປຸ່ນ ແລະ ວິຊາອື່ນໆ. ຜູ້ຮັບທືນຈະໄດ້ເຂົ້າຮຽນໃນຂັ້ນວິຊາຊີບຊັ້ນກາງຂອງ ວິທະຍາໄລວິຊາຊີບ ແລະ ຈະລົງເລິກດ້ານວິຊາສະເພາະຂອງຕົນເປັນເວລາ 2 ປີ. ຜູ້ຮັບທຶນ ຈະໄດ້ຮັບໃບ ປະກາດສະນີຍະບັດ ກໍຕໍ່ເມື່ອໄດ້ຮຽນຈົບວິຊາທີ່ຕົນເລືອກຮຽນທີ່ ວິທະຍາໄລວິຊາຊີບ. ການຮັບເອົານັກສຶກສາ ຈະໄດ້ດຳເນີນການຜ່ານສະຖານທູດຍີ່ປຸ່ນ ໂດຍອິງຕາມການນຳສະເຫນີ ຂອງເຈົ້າຫນ້າທີ່ກ່ຽວຂ້ອງຂອງສະຖານທູດ.
5. ໂຄງການຍີ່ປຸ່ນສຶກສາ (Japanese Studies Students)ໂຄງການນີ້ ຈະໃຫ້ທືນແກ່ນັກສຶກສາລາວ ໃນການຮຽນພາສາຍີ່ປຸ່ນດ້ວຍລະບົບເລັ່ງລັດ ທີ່ມະຫາວິທະຍາໄລຍີ່ປຸ່ນ ແລະ ທັງເປັນການເຮັດໃຫ້ເຂົາເຈົ້າຮູ້ກ່ຽວກັບຍີ່ປຸ່ນ ແລະ ວັດທະ ນະທຳຍີ່ປຸ່ນໃຫ້ຫລາຍຂຶ້ນ. ຜູ້ສະຫມັກ 2009 ທຸກຄົນຕ້ອງເປັນສັນຊາດລາວ, ໃນລະຫວ່າງວັນທີ 2 ເມສາ 1979 ຫາວັນທີ 1 ເມສາ 1991 ແລະ ຕ້ອງເປັນນັກສຶກສາຂັ້ນປຣິນຍາຕີໃນຄະນະ ຫລື ໂຮງຮຽນທີ່ສອນພາສາຍີ່ປຸ່ນ ຫລື ວັດທະນະທຳຍີ່ປຸ່ນ ເປັນສ່ວນໃຫຍ່ ຫລືນ້ອຍ ທີ່ມະຫາວິ ທະຍາໄລຂອງລາວ ໃນຂະນະທີ່ຜູ້ກ່ຽວໄປ ແລະ ກັບຈາກຍີ່ປຸ່ນ. ເງີນທືນການສຶກສາຈະຈ່າຍໃຫ້ແຕ່ລະຄົນທີ່ໄດ້ຮັບທຶນ ສຳລັບສະເພາະໄລຍະເວລາທີ່ຮຽນ 1 ປີ ເທົ່ານັ້ນ ຄືເລີ່ມແຕ່ເດືອນຕຸລາ 2009 (ຫລື ເລີ່ມແຕ່ເດືອນທີ່ເຂົ້າຮຽນ). ການຮັບເອົານັກສຶກສາ ຈະໄດ້ດຳເນີນການຜ່ານສະຖານທູດຍີ່ປຸ່ນ ໂດຍອິງຕາມການນຳສະເຫນີ ຂອງເຈົ້າຫນ້າທີ່ກ່ຽວຂ້ອງຂອງສະຖານທູດ.
6. ໂຄງການພັດທະນາຄູ (Teacher-Training Students)ໂຄງການດັ່ງກ່າວ ຈະໄດ້ໃຫ້ທຶນແກ່ຄູອາຈານໄປຍົກລະດັບດ້ານວິຊາສະເພາະ ທີ່ມະຫາວິທະຍາໄລຍີ່ປຸ່ນ. ກະຊວງສຶກສາທິການລາວເປັນຜູ້ສະເຫນີ ລາຍຊື່ຜູ້ສະຫມັກມາຍັງສະຖານທູດຍີ່ປຸ່ນ ເພື່ອທຳການສອບເສງຄັດເລືອກ. ຜູ້ສະຫມັກ 2009 ອາຍຸຕ້ອງເກີດໃນວັນທີ ຫຼື ຫຼັງວັນທີ 2 ເມສາ 1975. ຕ້ອງຮຽນຈົບຈາກມະຫາວິທະຍາໄລ ຫລື ວິທະຍາໄລສ້າງຄູ. ຕ້ອງເປັນອາຈານສອນຢູ່ໂຮງຮຽນປະຖົມ ຫລື ມັດທະຍົມສົມບູນ, ຫລື ເປັນພະນັກງານວິຊາການ ຢູ່ສະຖາບັນຝຶກອົບຮົບຄູ ທີ່ມີປີການຢ່າງນ້ອຍ 5 ປີ. ກຳຫນົດເວລາທືນການສຶກສາແມ່ນ 1 ປີ ເຄິ່ງ ຄືເລີ່ມແຕ່ ເດືອນຕຸລາ 2009 ເປັນຕົ້ນໄປ ໃນນັ້ນນັບລວມທັງການຮຽນພາສາຍີ່ປຸ່ນ 6 ເດືອນ. ຜູ້ໄດ້ຮັບທຶນ ຈະຖືເປັນດັ່ງນັກສຶກສາບໍ່ມີປຣິນຍາ (non-degree student) ແລະ ຈະໄດ້ຮັບໃບປະກາດ ສະນີຍະບັດຫລັງຈາກຮຽນຈົບວິຊາທີ່ຕົນຮຽນ ທີ່ມະຫາວິທະຍາໄລຍີ່ປຸ່ນ. ການຮັບເອົານັກສຶກສາ ຈະໄດ້ດຳເນີນການຜ່ານສະຖານທູດຍີ່ປຸ່ນ ໂດຍອິງຕາມການນຳສະເຫນີ ຂອງເຈົ້າຫນ້າທີ່ກ່ຽວຂ້ອງຂອງສະຖານທູດ. 7. ໂຄງການຜູ້ນຳຫນຸ່ມ (YLP)ໂຄງການຜູ້ນຳຫນຸ່ມ (YLP) ແມ່ນໂຄງການທຶນການສຶກສາລັດຖະບານຍີ່ປຸ່ນ (MEXT) ເຊິ່ງໄດ້ເລີ່ມປະຕິບັດມາແຕ່ປີ 2001. ໂຄງການດັ່ງກ່າວແມ່ນມີຈຸດມຸ້ງຫມາຍໃຫ້ພະນັກງານລັດ ແລະ ນັກທຸລະກິດຜູ້ຫນຸ່ມນ້ອຍ ໄດ້ເຂົ້າສຶກສາໃນຂັ້ນປຣິນຍາໂທ ໃນ 1 ຂອງບັນດາມະຫາວິ ທະຍາໄລ 5 ແຫ່ງຂອງຍີ່ປຸ່ນທີ່ກຳຫນົດໄວ້ແລ້ວ. ແຕ່ລະມະຫາວິທະຍາໄລ ແມ່ນຮັບຜິດຊອບ ໃນການສອນວິຊານັ້ນໆ ເປັນພາສາອັງກິດ ດັ່ງລາຍຊື່ຂ້າງລຸ່ມນີ້:ຜູ້ສະຫມັກຕ້ອງເປັນສັນຊາດລາວ ອາຍຸຕ້ຳກວ່າ 40 ປີ ( ອາຍຸຕ່ຳກວ່າ 35 ປີ ສຳລັບ ວິຊາບໍລິຫານທຸລະກິດ). ຜູ້ສະຫມັກຕ້ອງຈົບຂັ້ນມະຫາວິທະຍາໄລ ດ້ວຍຂະແນນການຮຽນອັນດີເລີດ. ຕ້ອງມີປະສົບການເຮັດວຽກໃນລາວຢ່າງນ້ອຍ 3-5 ປີ. ຕ້ອງມີຄະແນນ TOEFL(paper-based) ຕ່ຳສຸດ 550 ຫລື ຄະແນນ 213 ຂອງ TOEFL-CBT. (ສຳລັບວິຊາບໍລິຫານທຸລະກິດຄະແນນ TOEFL ແມ່ນ 600 - TOEFL-CBT ແມ່ນ 250). ການຮັບເອົານັກສຶກສາ ຈະໄດ້ດຳເນີນການຜ່ານສະຖານທູດຍີ່ປຸ່ນ ໂດຍອິງຕາມການນຳສະເຫນີ ຂອງເຈົ້າຫນ້າທີ່ກ່ຽວຂ້ອງຂອງສະຖານທູດ. ການຄັດເລືອກເບື້ອງຕົ້ນແມ່ນ ຜ່ານການພິຈາລະນາຈາກຄຳຮ້ອງ, ການສອບສຳພາດ, ເນື້ອໃນໂຄງການສຶກສາ (essay)ແລະ ອື່ນໆ. ຄະນະກຳມະການ YLP ເຊິ່ງຈັດຕັ້ງຂຶ້ນໂດຍກະຊວງສຶກສາທິການຍີ່ປຸ່ນ ຈະເປັນຜູ້ຕັດສິນຄັດເລືອກຜູ້ສະຫມັກສອບເສງ ໃນຂັ້ນທີສອງ ແລະ ຂັ້ນສຸດທ້າຍ. ຫມາຍເຫດ: ສະຖານທູດຍີ່ປຸ່ນ ຂໍຄວາມຮ່ວມມືໄປຍັງພາກສ່ວນກ່ຽວຂ້ອງກັບແຕ່ລະຂະແຫນງວິຊາຕ່າງໆ ເພື່ອສະຫນີຜູ້ສະຫມັກເຂົ້າມາສອບເສງເອົາທືນ ດັ່ງລຸ່ມນີ້ :
8. ທຶນການສຶກສາຊາວຫນຸ່ມອາຊີ (AYF)ປະກາດ ທຶນການສຶກສາຊາວຫນຸ່ມອາຊີ 2010 ແບບຟອມຄຳຮ້ອງ ແລະ ເອກະສານແນະນຳ ແມ່ນມາຮັບເອົາໄດ້ທີ່ສະຖານທູດຍີ່ປຸ່ນ ທີ່ນະ ຄອນຫລວງວຽງຈັນ ແຕ່ວັນຈັນ ຫາ ວັນສຸກ ແຕ່ 9 ໂມງ 00 ຫາ 17 ໂມງ 00. ສຳຫລັບພະນັກງານທີ່ສັງກັດລັດ ໃຫ້ຍື່ນຄຳຮ້ອງຜ່ານທາງກົມສຶກສາຊັ້ນສູງ ກະຊວງສຶກສາທິການ ບໍ່ໃຫ້ກາຍ 17 ໂມງ 00 ຂອງວັນທີ 30 ຕຸລາ 2009. ສຳຫລັບຜູ້ສະຫມັກທີ່ບໍ່ສັງກັດພາກສ່ວນລັດ ໃຫ້ຍື່ນຄຳຮ້ອງນຳສະຖານທູດຍີ່ປຸ່ນ ບໍ່ໃຫ້ກາຍ ຂໍ້ມູນເພີ່ມເຕີມ ກະລຸນາເຂົ້າເບິ່ງ website “Asia-SEED” ຫລືຈະຕິດຕໍ່ໂດຍກົງ ນຳພະແນກສຶກສາ ວັດທະນະທຳ ສະຖານທູດຍີ່ປຸ່ນ ໂທ: (021) 41 4400-3
Asia SEED: Asian Youth Fellowship (AYF) (c) ສະຖານເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ |