ເອກະສານຈໍາເປັນໃນການຍື່ນຂໍວີຊາໄລຍະສັ້ນ(ເພື່ອໄປຢ້ຽມຢາມຄົນຮູ້​ຈັກ-​ທ່ອງ​ທ່ຽວ)

1.ຈຸດປະສົງຂອງການເດີນທາງ

ໄປຢ້ຽມຢາມຄົນຮູ້​ຈັກ, ​ໄປ​ທ່ອງ​ທ່ຽວ

2.ເອກະສານຈໍາເປັນ

[ສິ່ງທີ່ຜູ້ຍື່ນຂໍວີຊາຕ້ອງຕຽມ]

(1) ຫນັງສືຜ່ານແດນ
ມີຫນ້າເຈ້ຍເພື່ອຈໍ້າວີຊາ 2 ຫນ້າຂື້ນໄປ. ຖ້າມີຫນັງສືຜ່ານແດນຫົວເກົ່າໃຫ້ຍື່ນພ້ອມ

(2) ຟອມຂໍວີຊາ 1 ໃບ
ເອົາຢູ່ສະຖານທູດ ຫລື ພີມເອົາຈາກເວບໄຊຂອງສະຖານທູດ

(3) ຮູບຖ່າຍ 1 ໃບ
ຖ່າຍພາຍໃນ 6 ເດືອນ, ຂະຫນາດ 4,5 ຊມ x 4,5 ຊມ, ຮູບສີ ຫລື ຂາວດໍາ ບໍ່ມີພາບດ້ານຫລັງ ແລະ ແຈ້ງດີ

(4) ໃບຈອງປີ້ຍົນໄປກັບ/ໃບຢັ້ງຢືນ

(5)​ ເອກະສານຢັ້ງຢືນການ​ຮູ້ຈັກ (ກໍລະນີ​ໄປຢ້ຽມຢາມຄົນຮູ້​ຈັກ)
ຮູບ​ຖ່າຍ, ຈົດຫມາຍ, ອີ​ເມ​ວ, ​ໃບ​ບັນທຶກ​ໂທ​ທາງ​ໄກ ​ແລະ ອື່ນໆ.
(6) ເອກະສານຢັ້ງຢືນຮັບປະກັນຄ່າໄຊ້ຈ່າຍ (ກໍລະນີຜູ້ຂໍວີຊາຮັບປະກັນຄ່າໄຊ້ຈ່າຍເອງ)
ໃບຢັ້ງຢືນລາຍຮັບອອກໃຫ້ໂດຍອົງການຂອງລັດ ຫລື ບັນຊີເງີນຝາກອື່ນໆ
(7)ສຳມະໂນຄົວລາວ

[ສິ່ງທີ່ຝ່າຍຍີ່ປຸ່ນຕ້ອງຕຽມ]

(1) ໃບແຈ້ງເຫດຜົນຂອງການເຊີນ
ສາມາດດາວໂລດເອົາຈາກເວບໄຊຂອງສະຖານທູດໄດ້

(2) ໃບຮັບປະກັນ
ສາມາດດາວໂລດເອົາຈາກເວບໄຊຂອງສະຖານທູດໄດ້

(3) ຕາຕະລາງການເຄື່ອນໄຫວ
ສາມາດດາວໂລດເອົາຈາກເວບໄຊຂອງສະຖານທູດໄດ້

(4) ເອກະສານຂອງຜູ້ຮັບປະກັນອັນໃດອັນຫນຶ່ງລຸ່ມນີ້ (ກໍລະນີຜູ້ເຊີນຮັບປະກັນຄ່າໄຊ້ຈ່າຍ) -ໃບຢັ້ງຢືນລາຍຮັບປະຈໍາປີ
-ໃບຢັ້ງຢືນເງີນຝາກ
-ໃບແຈ້ງເສຍພາສີ
-ໃບຢັ້ງຢືນເສຍພາສີ

(5) ໃບຢັ້ງຢືນທີ່ຢູ່ຂອງ​ຜູ້​ຮັບປະກັນ (ທີ່ຂຽນສາຍພົວພັນຄົນໃນຄອບຄົວທຸກຄົນ)
(ຂໍ້ຄວນລະວັງ) ໃນກໍລະນີຜູ້ເຊີນ ຫລື ຜູ້ຮັບປະກັນເປັນຄົນຕ່າງປະເທດໃຫ້ຄອບປີ້ບັດພັກເຊົາ(ໃບລົງທະບຽນຄົນຕ່າງດ້າວ) ແລະ ຄອບປີ້ພາສປອດ (ຫນ້າທີ່ມີເອກະລັກບຸກຄົນລວມທັງຫນ້າທີ່ມີກາຈໍ້າຕ່າງໆ) ແທນໃບຢັ້ງຢືນທີ່ຢູ່.
(6)ຄອບປີ້ພາສປອດ (ຫນ້າທີ່ມີເອກະລັກບຸກຄົນລວມທັງຫນ້າທີ່ມີກາຈໍ້າຕ່າງໆ)
(ໃນກໍລະນີຜູ້ເຊີນ ຫລື ຜູ້ຮັບປະກັນເປັນຄົນຕ່າງປະເທດ)