ຂໍ້​ຄວນ​ລະວັງ​ໃນ​ການ​ຍື່ນຂໍ​ວີ​ຊາ​ຍີ່ປຸ່ນ​ຂອງ​ຄົນ​ລາວ

ຄົນ​ລາວ​ຈໍາ​ເປັນ​ຕ້ອງ​ຂໍ​ວີ​ຊາຍີ່ປຸ່ນ​ກ່ອນ​ຈຶ່ງ​ຈະ​ເຂົ້າປະ​ເທດ​ຍີ່ປຸ່ນ​ໄດ້. ສະນັ້ນ, ຕໍ່​ໄປ​ນີ້​ຈະ​ຂໍ​​ແນະ​ນໍາ ຂໍ້​ຄວນ​ລະວັງ​ໃນ​ການ​ຍື່ນຂໍ​ວີ​ຊາ​ຍີ່ປຸ່ນ​ຂອງ​ຄົນ​ລາວ

1.ປະກອບ​ເອກະສານ​ຕາມ​ແຕ່ລະ​ຈຸດປະສົງ​ຂອງ​ການ​​ເດີນທາງ

ຕໍ່​ໄປ​ນີ້​ຈະ​ຂໍ​ແນະ​ນໍາ​ເອກະສານ​ທີ່​ຈໍາ​ເປັນ​ໃນ​ການ​ຍື່ນຂໍ​ວີ​ຊາ​ໄລຍະ​ສັນ(​ເພື່ອ​ໄປ​ຢ້ຽມຢາມ​ພີ່ນ້ອງ, ຢ້ຽມຢາມ​ຄົນຮູ້​ຈັກ​-ທ່ອງ​ທ່ຽວ, ​ໄປ​ວຽກ​ທຸລະ​ກິດ​ໄລຍະ​ສັ້ນ​ແລະ​ອື່ນໆ​ພາຍ​ໃນ​ໄລຍະ​ເວລາ 90 ມື້)ທີ່​ມີ​ຈໍານວນ​ການ​ຍື່ນ​ຂໍ​ຫລາຍ​ໃນ​ລາວ ສໍາລັບ​ການ​ຍື່ນ​​ເອກະສານ​ຂໍ​ວີ​ຊານ​ອກ​ເຫນືອ​ຈາກ​ວີ​ຊາ​ໄລຍະ​ສັ້ນ​ແລ້ວ,​ໃຫ້​ເບິ່ງ​ຢູ່​ບ່ອນ​ນີ້ (​Click), ​ແລ້ວ​ສອບ​ຖາມ​ຂໍ້​ມູນ​ເພີ້​ມຕື່ມ​ນໍາ​ປ່ອງ​ວີ​ຊາ ສະຖານທູດ​ຍີ່ປຸ່ນ

(1) ຢ້ຽມຢາມ​ພີ່ນ້ອງ (​ Click )
​​ກໍລະນີ​ໄປ​ຢ້ຽມຢາມ​ພີ່​ນ້ອງ-ພີ່ນ້ອງ​ທາງ​ສົມລົດ​ແມ່ນ​ຮອດ​ພີ່ນ້ອງຊັ້ນ 3

(2)ຢ້ຽມຢາມ​ຄົນຮູ້​ຈັກ​-ທ່ອງ​ທ່ຽວ ( ​Click )
ກໍລະນີ​ໄປຢ້ຽມຢາມ​ຄົນຮູ້​ຈັກ​ ຫລື ຫມູ່​ເພືອນ, ​ໄປທ່ອງ​ທ່ຽວ

(3)ໄປ​ວຽກ​ທຸລະ​ກິດ​ໄລຍະ​ສັ້ນ​ແລະ​ອື່ນໆ (​​ ​Click )
ກໍລະນີ​ໄປ​ຮ່ວມ​ກອງ​ປະຊຸມ, ​ໄປ​ວຽກ​ທຸລະ​ກິດ​ອື່ນໆ

2.ເລີ້ມອອກວີຊາໄລຍະສັ້ນເພື່ອເຂົ້າ-ອອກໄດ້ຫລາຍເທື່ອ

ເລີ້ມຕັ້ງແຕ່ວັນທີ 18/11/2013 ເປັນຕົ້ນໄປ, ສະຖານທູດຢີ່ປຸ່ນຈະອອກວີຊາໄລຍະສັ້ນເພື່ອເຂົ້າ-ອອກປະເທດຢີ່ປຸ່ນໄດ້ຫລາຍເທື່ອໃຫ່ແກ່ປະຊາຊົນລາວຜູ້ທີ່ຖືຫນັງສືຜ່ານແດນທົ່ວໄປ ແລະ ມີເງື່ອນໄຂຄົບຖ້ວນຕາມລະບຽບການທີ່ໄດ້ບັນຍັດໄວ້.

(1) ຈຸດປະສົງຂອງການເດີນທາງ
ທຸກໆການເຄື່ອນໄຫວທີ່ກົງກັບສະຖານະຂອງການພັກເຊົາໄລະຍະສັ້ນພາຍໃນກໍານົດບໍ່ກາຍ 15 ວັນ

(2) ຜູ້ທີ່ຈະໄດ້ຮັບການອອກວີຊາເຂົ້າ-ອອກຫລາຍເທື່ອ.
ປະຊາຊົນລາວທີ່ດໍາລົງຊີວິດຢູ່ໃນປະເທດລາວ, ຖືຫນັງສືຜ່ານແດນທົ່ວໄປຊະນິດທີ່ເຄື່ອງຈັກສາມາດອ່ານຂໍ້ມູນໄດ້ຕາມມາດຕະຖານທີ່ ICAO ວາງອອກ ຫລື ຖືຫນັງສືຜ່ານແດນທົ່ວໄປຊະນິດທີ່ມີແຜ່ນເອເລັກໂທຣນິກ IC, ຍິ່ງໄປກ່ວານັ້ນ ເປັນຜູ້ທີ່ຕ້ອງການວີຊາເຂົ້າ-ອອກຫລາຍເທື່ອລວມທັງກົງກັບເງື່ອນໄຂດັ່ງຕໍ່ໄປນີ້:

    (a)ເຄີຍເດີນທາງໄປປະເທດຢີ່ປຸ່ນເພື່ອພັກເຊົາໄລຍະສັ້ນຫລາຍໆເທື່ອໃນໄລຍະສາມປີທີ່ຜ່ານມາ ແລະ ລະຫວ່າງນັ້ນບໍ່ເຄີຍລະເມີດລະບຽບກົດຫມາຍຕ່າງໆຂອງປະເທດຢີ່ປຸ່ນມາກ່ອນ, ລວມທັງຖືກພິຈາລະນາວ່າຈະບໍ່ສ້າງບັນຫາໃດໆເມື່ອໄດ້ເຂົ້າໄປພັກເຊົາຢູ່ປະເທດຢີ່ປຸ່ນ ແລະ ມີຄວາມສາມາດຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆທີ່ອາດຈະເກີດຂື້ນ.

    [ເອກະສານຈໍາເປັນ]

  • ໃບຄໍາຮ້ອງຂໍວີຊາ(ຕິດຮູບພ້ອມ)
  • ຫນັງສືຜ່ານແດນ(ຫນັງສືຜ່ານແດນທົ່ວໄປຊະນິດທີ່ເຄື່ອງຈັກສາມາດອ່ານຂໍ້ມູນໄດ້ຕາມມາດຕະຖານທີ່ ICAO ວາງອອກ ຫລື ຊະນິດທີ່ມີແຜ່ນເອເລັກໂທຣນິກ IC)
  • ເອກະສານທີ່ສາມາດຢືນຢັນໄດ້ວ່າເຄີຍເດີນທາງໄປປະເທດຢີ່ປຸ່ນເພື່ອພັກເຊົາໄລຍະສັ້ນຫລາຍໆເທື່ອໃນໄລຍະສາມປີທີ່ຜ່ານມາ(ຫນັງສືຜ່ານແດນຫົວປະຈຸບັນ ຫລື ຫນັງສືຜ່ານແດນຫົວເກົ່າ)
  • ປື້ມບັນຊີເງິນຝາກ ຫລື ບັນຊີຊີ້ແຈງການເຄື່ອນໄຫວເງິນຝາກ
  • ໃບຢັ້ງຢືນບ່ອນເຮັດວຽກ
  • ເອກະສານທີ່ສາມາດຢືນຢັນເຖິງການດໍາລົງຊີວິດຢູ່ໃນປະເທດລາວ
  • ເອກສານອະທິບາຍເຖິງຈຸດປະສົງຂອງການເດີນທາງເຂົ້າໄປປະເທດຢີ່ປຸ່ນຫລາຍເທື່ອ
  • ປື້ມສໍາມະໂນຄົວລາວ
  • *ໃນການພິຈາລະນາຄໍາຮ້ອງນັ້ນ ຖ້າມີຄວາມຈໍາເປັນ ສະຖານທູດອາດຈະຮ້ອງຂໍເອກະສານອື່ນເພີ້ມຕື່ມທີ່ນອກເຫນືອຈາກເອກະສານຂ້າງເທິງນັ້ນ.

    (b)ທີ່ມີຫນ້າທີ່ການງານ, ມີຄວາມສາມາດທາງດ້ານເສດຖະກິດທີ່ພຽງພໍ ລວມທັງຄູ່ສົມລົດ ແລະ ລູກ.

    [ເອກະສານຈໍາເປັນ]

  • ໃບຄໍາຮ້ອງຂໍວີຊາ(ຕິດຮູບພ້ອມ)
  • ຫນັງສືຜ່ານແດນ(ຫນັງສືຜ່ານແດນທົ່ວໄປຊະນິດທີ່ເຄື່ອງຈັກສາມາດອ່ານຂໍ້ມູນໄດ້ຕາມມາດຕະຖານທີ່ ICAO ວາງອອກ ຫລື ຊະນິດທີ່ມີແຜ່ນເອເລັກໂທຣນິກ IC)
  • ປື້ມບັນຊີເງິນຝາກ ຫລື ບັນຊີຊີ້ແຈງການເຄື່ອນໄຫວເງິນຝາກ(ທີ່ມີບັນທຶກເປັນເວລາ 1 ປີ)
  • ໃບຢັ້ງຢືນບ່ອນເຮັດວຽກ
  • ເອກະສານທີ່ສາມາດຢືນຢັນເຖິງການດໍາລົງຊີວິດຢູ່ໃນປະເທດລາວ
  • ເອກສານອະທິບາຍເຖິງຈຸດປະສົງຂອງການເດີນທາງເຂົ້າໄປປະເທດຢີ່ປຸ່ນຫລາຍເທື່ອ
  • ປື້ມສໍາມະໂນຄົວລາວ
  • *ໃນການພິຈາລະນາຄໍາຮ້ອງນັ້ນ ຖ້າມີຄວາມຈໍາເປັນ ສະຖານທູດອາດຈະຮ້ອງຂໍເອກະສານອື່ນເພີ້ມຕື່ມທີ່ນອກເຫນືອຈາກເອກະສານຂ້າງເທິງນັ້ນ.

3.ການ​ດາວ​ໂລດ​ເອົາ​ເອກະສານ​ຍື່ນ​ຂໍ​ວີ​ຊາ

  • ຟອມຂໍ​ວີ​ຊາ  Download PDF , ຕົວຢ່າງການຂຽນຟອມ  Download PDF
  • ໃບຮັບ​ປະກັນ ລະບົບ  Download PDF
  • ໃບແຈ້ງເຫດຜົນເຂົ້າຍີ່ປຸ່ນ ລະບົບ  Download PDF
  • ຕາຕະລາງການເຄື່ອນໄຫວ ລະບົບ  Download MS WORD , ລະບົບ  Download PDF

4.ຂໍ້ຄວນລະວັງ

  1. ຕາມປົກະຕິ ຫລັງຈາກຍື່ນຂໍວີຊາແລ້ວ, ຖ້າບໍ່ມີບັນຫາຫຍັງ ແມ່ນຈະໄດ້ວີຊາໃນ 5 ມື້(ບໍ່ລວມມື້ພັກ). ແຕ່ໃນບາງກໍລະນີໂດຍອິງຕາມຈຸດປະສົງຂອງການເດີນທາງ ຫລື ເງື່ອນໄຂຂອງແຕ່ລະຄົນ ນອກຈາກຈະຂໍເອກະສານເພີ້ມຕື່ມແລ້ວ, ຍັງຈະມີການສໍາພາດ ຫລື ສົງຂໍຄໍາເຫັນຈາກກະຊວງການຕ່າງປະເທດຍີ່ປຸ່ນ​ເຊິ່ງຈະໃຊ້ເວລາໃນການພິຈາລະນາຫລາຍກ່ວາ 5 ມື້, ຍ້ອນເຫດນັ້ນການ ພິຈາລະນາອາດຈະແລ້ວບໍ່ທັນວັນທີ່ອອກເດີນທາງ, ດັ່ງນັ້ນຈຶ່ງຂໍໃຫ້ທ່ານມາຍື່ນຂໍວີຊາກ່ອນລ່ວງຫນ້າຫລາຍໆມື້.
  2. ສະຖານທູດຈະບໍ່ຮັບເອກະສານໃນກໍລະນີ ເອກະສານຂໍວີຊາບໍ່ສົມບູນ ແລະ ບໍ່ຄົບຖ້ວນ
  3. ເອກະສານທີ່ຈະຍື່ນຂໍວີຊາຕ້ອງບໍ່ກາຍ 3 ເດືອນ ນັບແຕ່ວັນທີທີ່ອອກໃຫ້

5.ວີຊາ/ການເຂົ້າ-ອອກປະເທດຍີ່ປຸ່ນ/ຂ່າວສານກ່ຽວກັບການດໍາລົງຊີວິດຢູ່ຍີ່ປຸ່ນ

  1. MOFAກ່ຽວກັບວີຊາປະເພດໃໝ ວີຊາເພື່ອການປິ່ນປົວ-ພະຍາບານ
  2. ສໍາລັບຜູ້ທີ່ມີແຜນໄປທ່ຽວເກາະໂອກີນາວາ
  3. ສໍາລັບຜູ້ທີ່ຈະເດີນທາງໄປຢ້ຽມຢາມແຂວງມິຢາງິ,ແຂວງຟຸກຸຊິມະ ແລະ ແຂວງອິວະເຕະ 
  4. ສໍາລັບນັກສືກສາມະຫາວິທະຍາໄລຂອງບັນດາປະເທດອາຊຽນທີ່ຍື່ນຂໍວີຊາໄລຍະສັ້ນເພື່ອໄປທ່ອງທ່ຽວ-ຢ້ຽມຢາມພີ່ນ້ອງແລະອື່ນໆ
  5. ກ່ຽວກັບພາບລວມຂອງການກວດຄົນເຂົ້າເມືອງຍີ່ປຸ່ນແບບໃຫມ່ 
  6. ສໍາລັບຜູ້ທີ່ມີແຜນຈະເລີ້ມດໍາລົງຊີວິດຢູ່ຍີ່ປຸ່ນ

6.ສອບຖາມລາຍລະອຽດເພີ້ມຕື່ມ

ພະແນກກົງສູນ, ສະຖານທູດຍີ່ປຸ່ນປະຈໍາລາວ
ໂທລະສັບ: +865-21-41-4400~3
Email:  eojvte@etllao.com