ເອກະສານຈໍາເປັນໃນການຍື່ນຂໍວີຊາໄລຍະສັ້ນ(ເພື່ອໄປຢ້ຽມຢາມພີ່ນ້ອງ)

1.ຈຸດປະສົງຂອງການເດີນທາງ

ໄປ​ຢ້ຽມຢາມ​ພີ່​ນ້ອງ-ພີ່ນ້ອງ​ທາງ​ສົມລົດ​ແມ່ນ​ຮອດ​ພີ່ນ້ອງຊັ້ນ 3

2.ເອກະສານຈໍາເປັນ

[ສິ່ງທີ່ຜູ້ຍື່ນຂໍວີຊາຕ້ອງຕຽມ]

(1) ຫນັງສືຜ່ານແດນ
ມີຫນ້າເຈ້ຍເພື່ອຈໍ້າວີຊາ 2 ຫນ້າຂື້ນໄປ. ຖ້າມີຫນັງສືຜ່ານແດນຫົວເກົ່າໃຫ້ຍື່ນພ້ອມ.

(2) ຟອມຂໍວີຊາ 1 ໃບ
ເອົາຢູ່ສະຖານທູດ ຫລື ພີມເອົາຈາກເວບໄຊຂອງສະຖານທູດ

(3) ຮູບຖ່າຍ 1 ໃບ
ຖ່າຍພາຍໃນ 6 ເດືອນ, ຂະຫນາດ 4,5 ຊມ x 4,5 ຊມ, ຮູບສີ ຫລື ຂາວດໍາ ບໍ່ມີພາບດ້ານຫລັງ ແລະ ແຈ້ງດີ.

(4) ໃບຈອງປີ້ຍົນໄປກັບ/ໃບຢັ້ງຢືນ

(5) ໃບຢັ້ງຢືນສາຍພົວພັນກັບພີ່ນ້ອງຢູ່ຍີ່ປຸ່ນ
ໃບຢັ້ງຢືນການເກີດ, ໃບຢັ້ງຢືນການແຕ່ງດອງ, ປື້ມສໍາມະໂນຄົວ,ໃບຢັ້ງຢືນທີ່ຢູ່ ແລະ ອື່ນໆ (ທີ່ລັດຖະບານລາວອອກໃຫ້).

(6)ເອກະສານຢັ້ງຢືນຮັບປະກັນຄ່າໄຊ້ຈ່າຍ (ກໍລະນີຜູ້ຂໍວີຊາຮັບປະກັນຄ່າໄຊ້ຈ່າຍເອງ),ໃບຢັ້ງຢືນລາຍຮັບອອກໃຫ້ໂດຍອົງການຂອງລັດ ຫລື ບັນຊີເງີນຝາກອື່ນໆ
(7)ສຳມະໂນຄົວລາວ

[ສິ່ງທີ່ຝ່າຍຍີ່ປຸ່ນຕ້ອງຕຽມ]

(1) ໃບແຈ້ງເຫດຜົນຂອງການເຊີນ
ສາມາດດາວໂລດເອົາຈາກເວບໄຊຂອງສະຖານທູດໄດ້

(2) ໃບຮັບປະກັນ
ສາມາດດາວໂລດເອົາຈາກເວບໄຊຂອງສະຖານທູດໄດ້

(3) ຕາຕະລາງການເຄື່ອນໄຫວ
ສາມາດດາວໂລດເອົາຈາກເວບໄຊຂອງສະຖານທູດໄດ້

(4) ໃບຢັ້ງຢືນສາຍພົວພັນກັບພີ່ນ້ອງຢູ່ຍີ່ປຸ່ນ (ກໍລະນີຜູ້ເຊີນ ຫລື ຄູ່ສົມລົດເປັນຄົນຍີ່ປຸ່ນ)
ໃບຢັ້ງຢືນສໍາມະໂນຄົວ ທີ່ເຈົ້າເມືອງອອກໃຫ້

(5) ເອກະສານຂອງຜູ້ຮັບປະກັນອັນໃດອັນຫນຶ່ງລຸ່ມນີ້ (ກໍລະນີຜູ້ເຊີນຮັບປະກັນຄ່າໄຊ້ຈ່າຍ)
-ໃບຢັ້ງຢືນລາຍຮັບປະຈໍາປີ
-ໃບຢັ້ງຢືນເງີນຝາກ
-ໃບແຈ້ງເສຍພາສີ
-ໃບຢັ້ງຢືນເສຍພາສີ

(6) ໃບຢັ້ງຢືນທີ່ຢູ່ (ທີ່ຂຽນສາຍພົວພັນຄົນໃນຄອບຄົວທຸກຄົນ)
(ຂໍ້ຄວນລະວັງ) ໃນກໍລະນີຜູ້ເຊີນ ຫລື ຜູ້ຮັບປະກັນເປັນຄົນຕ່າງປະເທດໃຫ້ຄອບປີ້ບັດພັກເຊົາ(ໃບລົງທະບຽນຄົນຕ່າງດ້າວ) ແລະ ຄອບປີ້ພາສປອດ (ຫນ້າທີ່ມີເອກະລັກບຸກຄົນລວມທັງຫນ້າທີ່ມີກາຈໍ້າຕ່າງໆ) ແທນໃບຢັ້ງຢືນທີ່ຢູ່.
(7)ຄອບປີ້ພາສປອດ (ຫນ້າທີ່ມີເອກະລັກບຸກຄົນລວມທັງຫນ້າທີ່ມີກາຈໍ້າຕ່າງໆ)
(ໃນກໍລະນີຜູ້ເຊີນ ຫລື ຜູ້ຮັບປະກັນເປັນຄົນຕ່າງປະເທດ)