ເອກະສານຈໍາເປັນໃນການຍື່ນຂໍວີຊາໄລຍະສັ້ນ(ເພື່ອໄປວຽກ​ທຸລະ​ກິດ ​ແລະ ອື່ນໆ)

1.ຈຸດປະສົງຂອງການເດີນທາງ

ຮ່ວມ​ກອງ​ປະຊຸມ, ວຽກ​ທຸລະ​ກິດ (ຕິດ​ຕໍ່​ວຽກ​ງານ, ຕິດ​ຕໍ່​ທຸລະ​ກິດ, ​ເຊັນສັນຍາ, ບໍລິການ​ຫລັງ​ການ​ຂາຍ, ​ໂຄສະນາ, ຊອກ​ຕະຫລາດ)

2.ເອກະສານຈໍາເປັນ

[ສິ່ງທີ່ຜູ້ຍື່ນຂໍວີຊາຕ້ອງຕຽມ]

(1) ຫນັງສືຜ່ານແດນ
ມີຫນ້າເຈ້ຍເພື່ອຈໍ້າວີຊາ 2 ຫນ້າຂື້ນໄປ. ຖ້າມີຫນັງສືຜ່ານແດນຫົວເກົ່າໃຫ້ຍື່ນພ້ອມ

(2) ຟອມຂໍວີຊາ 1 ໃບ
ເອົາຢູ່ສະຖານທູດ ຫລື ພີມເອົາຈາກເວບໄຊຂອງສະຖານທູດ

(3) ຮູບຖ່າຍ 1 ໃບ
ຖ່າຍພາຍໃນ 6 ເດືອນ, ຂະຫນາດ 4,5 ຊມ x 4,5 ຊມ, ຮູບສີ ຫລື ຂາວດໍາ ບໍ່ມີພາບດ້ານຫລັງ ແລະ ແຈ້ງດີ

(4) ໃບຈອງປີ້ຍົນໄປກັບ/ໃບຢັ້ງຢືນ

(5) ໃບຢັ້ງຢືນ​ບ່ອນ​ເຮັດ​ການ

(6) ເອກະສານຢັ້ງຢືນຮັບປະກັນຄ່າໄຊ້ຈ່າຍ (ກໍລະນີຝ່າຍ​ຜູ້ຂໍວີຊາຮັບປະກັນຄ່າໄຊ້ຈ່າຍ)ໃບ​ແຕ່ງຕັ້ງຈາກ​ບ່ອນ​ທີ່​ສັງ​ກັດ ​ແລະ ອື່ນໆ

[ສິ່ງທີ່ຝ່າຍຍີ່ປຸ່ນຕ້ອງຕຽມ]

(1) ໃບແຈ້ງເຫດຜົນຂອງການເຊີນ
ສາມາດດາວໂລດເອົາຈາກເວບໄຊຂອງສະຖານທູດໄດ້

(2) ໃບຮັບປະກັນ
ສາມາດດາວໂລດເອົາຈາກເວບໄຊຂອງສະຖານທູດໄດ້

(3) ຕາຕະລາງການເຄື່ອນໄຫວ
ສາມາດດາວໂລດເອົາຈາກເວບໄຊຂອງສະຖານທູດໄດ້

(4)ເອກະສານຂອງຜູ້ຮັບປະກັນອັນໃດອັນຫນຶ່ງລຸ່ມນີ້
-ໃບແຈ້ງເຫດຜົນຂອງການເຊີນ
-ໃບສັນຍາ​ລະຫວ່າງ​ບໍລິສັດ
-ເອກະສານ​ກ່ຽວ​ກັບ​ກອງ​ປະຊຸມ
-ເອກະສານ​ຊື້​ຂາຍ​ສີນ​ຄ້າ

(5) ໃບ​ຈົດ​ທະບຽນ​ຂອງ​ອົງການ ຫລື ບໍລິສັດ/​ໃບຢັ້ງຢືນສະມາຄົມ
ກໍລະນີ​​ທຸລະ​ກິດ​ຂະຫນາດ​ໃຫຍ່​ແມ່ນ​ເອົາ​ຄອບ​ປີ້ໃບ​ລາຍ​ງານຜົນ​ປະກອບ​ການ​ແທນໃບ​ຈົດ​ທະບຽນ​ຂອງ​ອົງການ ຫລື ບໍລິສັດ/​ໃບຢັ້ງຢືນສະມາຄົມກໍ່​ໄດ້.

ກໍລະນີ​ເຊີນ​ສ່ວນ​ຕົວ​ແມ່ນ​ເອົາ​ໃບຢັ້ງຢືນ​ບ່ອນ​ເຮັດ​ວຽກ​ແທນໃບ​ຈົດ​ທະບຽນ​ຂອງ​ອົງການ/ ບໍລິສັດ.