ສໍາລັບຜູ້ທີ່ມີແຜນໄປທ່ຽວເກາະໂອກີນາວາ

ສໍາລັບຜູ້ທີ່ມີແຜນໄປທ່ຽວເກາະໂອກີນາວາ

​ເພື່ອ​ເປັນ​ການ​ສົ່ງ​ເສີມ​ການທ່ອງທ່ຽວ​ເກາະ​ໂອ​ກີ​ນາວາ, ສະຖານທູດ​ຂໍ​ແຈ້ງ​​ໃຫ້​ທ່ານ​ທີ່​ມີ​ຈຸດປະສົງ​ໄປ​ທ່ຽວ​ເກາະ​ໂອ​ກີ​ນາວາ​ຊາບ​ວ່າ ບໍ່​ວ່າ​ທ່ານ​ຈະ​ຍື່ນ​ຂໍ​ວີ​ຊາ​ດ້ວຍ​ຕົນ​ເອງ ຫລື ຍື່ນ​ຜ່ານ​ບໍ່​ລິ​ສັດ​ທ່ອງ​ທ່ຽວ​ກໍ​ຕາມ, ຖ້າ​ຜົນ​ຂອງ​ການ​ພິຈາລະນາ​ອອກ​ມາ​ວ່າ ທ່ານ​ໄດ້​ວີ​ຊາ​ໄລຍະ​ສັ້ນ​, ​ເຂົ້າອອກ​ໄດ້​ເທື່ອ​ດຽວ. ທ່ານ​ຈະ​ໄດ້​ຮັບ​ການ​ຍົກ​ເວັ້ນຄ່າ​ທໍານຽມ​ວີ​ຊາ, ດັ່ງນັ້ນ ຢູ່​ບ່ອນ​ຈຸດປະສົງ​ຂອງ​ການ​ເດີນທາງ​ໃນ​ຟອມຂໍ​ວີ​ຊານັ້ນ ​ທ່ານ​ຕ້ອງ​ຂຽນ​ໄປ​ທ່ອງ​ທ່ຽວ​ເກາະ​ໂອ​ກີ​ນາວາ​​​ໃສ່. ນອກ​ຈາກ​ນັ້ນທ່ານ​ຕ້ອງ​ຍື່ນ​ປີ້​ຍົນ​ເຂົ້າ​ເກາະ​ໂອ​ກີ​ນາວາ, ບັດ​ຜ່ານ​ປະຕູ​ບ່ອນ​ທ່ອງ​ທ່ຽວ​ຂອງເກາະ​ໂອ​ກີ​ນາວາ ​ແລະ ອື່ນໆ. ນະ​ໂຍບາຍ​ນີ້​ບໍ່​ໄດ້​ປ່ຽນ​ແປງຂັ້ນຕອນ​ການ​ຂໍ​ວີ​ຊາ​ທີ​ເຄີຍ​ປະຕິບັດ​ມາ​ແຕ່​ເກົ່າ. ກະລຸນ​ນາສອບ​ຖາມ​ລາຍ​ລະອຽດ​ກ່ຽວ​ກັບ​ນະ​ໂຍບາຍ​ນີ້ນໍາ​ພະ​ແນ​ກກົງ​ສູນ