ບັນດາທ່ານທີ່ຈະເດີນທາງໄປຢ້ຽມຢາມ ແຂວງມິຢາກິ, ຟຸກຸຊິມະ ແລະ ອິວາເຕະ

2017/5/29
     ເພື່ອເປັນການປະກອບສ່ວນເຂົ້່າໃນການຊ່ວຍເຫຼືອຟື້ນຟູເຂດທີ່ຖືກໄພວິບັດທາງພາກຕາດວັນອອກຂອງປະເທດຍີ່ປຸ່ນ. ສໍາລັບຄົນຕ່າງປະເທດທີ່ຈະເດີນທາງໄປຢ້ຽມຢາມເຂດໃດໜຶ່ງຂອງ ແຂວງມິຢາກິ, ແຂວງຟຸກຸຊິມະ ຫຼື ແຂວງອີວາເຕະ.
      ຖ້າມີເງື່ອນໄຂຄົບຖ້ວນດັ່ງລຸ່ມນີ້ ຈະໄດ້ຮັບການຍົກເວັ້ນຄ່າທໍານຽມວິຊ່າ. ສ່ວນລາຍລະອຽດເພີ່ມເຕີມ ຂໍໃຫ້ສອບຖາມນໍາພະແນກກົງສູນ ສະຖານທູດຍີ່ປຸ່ນ.

     1. ເງື່ອນໄຂໃນການຖືກຍົກເວັ້ນຄ່າທໍານຽມວີຊ່າ

         (1). ຜູ້ທີ່ຖືກຍົກເວັ້ນຄ່າທໍານຽມວີຊ່າ
              ກ. ກໍລະນີຍື່ນຊໍວີຊ່າທີ່ບໍ່ແມ່ນວີຊ່າໄລຍະສັ້ນ
                   ຜູ້ທີ່ຈະໄປດໍາລົງຊີວິດ, ໄປເຮັດວຽກ ຫຼື ໄປສຶກສາຮໍ່າຮຽນຢູ່ເຂດດັ່ງກ່າວ
              ຂ. ກໍລະນີຍື່ນຂໍວິຊ່າໄລຍະສັ້ນ
                   ຜູ້ທີ່ຈະໄປຢ້ຽມຢາມເຂດດັ່ງກ່າວ
              *ຂໍ້ຄວນລະວັງ: ເຂດດັ່ງກ່າວຫມາຍເຖິງ 3ເຂດ ຄື: ແຂວງມິຢາກິ, ແຂວງຟຸກຸຊິມະ ຫຼື ແຂວງອີວາເຕະ

         (2).  ວີຊ່າທີ່ຖືກຍົກເວັ້ນ
               ວີຊ່າທີ່ຍື່ນຂໍຕັ້ງແຕ່ ວັນທີ 15 ພະຈິກ 2011 ຫາ ວັນທີ 31 ມີນາ 2026

     2. ເອກະສານທີ່ຈໍາເປັນ
         ນອກຈາກເອກະສານທີ່ຈໍາເປັນສໍາລັບການຍື່ນຂໍວີຊ່າທົ່ວໄປແລ້ວ ກະລຸນາຍື່ນເອກະສານດັ່ງລຸ່ມນີ້:

        (1). ກໍລະນີຍື່ນຊໍວີຊ່າທີ່ບໍ່ແມ່ນວີຊ່າໄລຍະສັ້ນ
              ເອກະສານທີ່ສາມາດຢັ້ງຢືນເຖິງການຢູ່ເຂດດັ່ງກ່າວ ເຊັ່ນ: ເອກະສານຈາກບ່ອນພັກອາໄສ, ບ່ອນເຮັດວຽກ ຫຼື ຈາກບ່ອນຮຽນ

        (2). ກໍລະນີຍື່ນຂໍວິຊ່າໄລຍະສັ້ນ
            - ຕາຕະລາງເຄື່ອນໄຫວ (ແຜນການເຄື່ອນໄຫວ)
            - ເອກະສານທີ່ສະແດງເຖິງການໄປຢ້ຽມຢາມເຂດດັ່ງກ່າວ ອັນໃດອັນໜື່ງເຊັ່ນ: ໃບຈອງໂຮງແຮມ, ໃບຈອງປີ້ຍົນ, ໃບຈອງປີ້ເຮືອ, ໃບຈອງປີ້ລົດໄຟ, ໃບຈອງທົວ, ປີ້ ຫຼື ໃບຈອງປີ້ເຂົ້າງານຕ່າງໆ, ບັດເຊີນເຂົ້າຮ່ວມກອງປະຊຸມ ທີ່ຈັດຂື້ນຢູ່ເຂດດັ່ງກ່າວ ແລະ ອື່ນໆ
           * ຂໍ້ຄວນລະວັງ: ຫາກທ່ານບໍ່ຢື່ນເອກະສານຂ້າງເທິງນີ້ເພື່ອເປັນຫຼັກຖານ ແລະ ໃນກໍລະນີສະຖານທູດບໍ່ສາມາດກວດສອບການໄປຢ້ຽມຢາມເຂດດັ່ງກ່າວຂອງທ່ານໄດ້ນັ້ນ ທ່ານຈະບໍ່ໄດ້ຮັບການຍົກເວັ້ນຄ່າທໍານຽມວີຊ່າ.