ການຍົກເວັ້ນເອກະສານຢັ້ງຢືນຮັບປະກັນຄ່າໃຊ້ຈ່າຍ
2017/8/1
ຜູ້ທີ່ຖືກກັບເງື່ອນໄຂໃດຫນື່ງທາງລຸ່ມນີ້ ເມື່ອຢື່ນຂໍວີຊາໄລຍະສັ້ນ( ເຂົ້າ-ອອກເທື່ອດຽວ※ )ຈະໄດ້ຮັບການຍົກເວັ້ນເອກະສານຢັ້ງຢືນຮັບປະກັນຄ່າໃຊ້ຈ່າຍ(ເຊັ່ນ: ໃບເຄື່ອນໄຫວບັນຊີເງີນຝາກຈາກທະນາຄານ ຫລື ປື້ມບັນຊີເງີນຝາກ ).
( ແຕ່ຕ້ອງໄດ້ຍື່ນໃບຢັ້ງຢືນບ່ອນເຮັດວຽກ (ສໍາຫລັບລັດຖະກອນແມ່ນເອົາບັດພະນັກງານ), ສ່ວນຄູ່ສົມລົດແລະລູກຂອງຜູ້ທີ່ຖືກກັບເງື່ອນໄຂນັ້ນແມ່ນເອົາໃບຢັ້ງຢືນບ່ອນເຮັດວຽກຂອງຜູ້ທີ່ຖືກກັບເງື່ອນໄຂນັ້ນແລະເອກະສານທີ່ຢັ້ງຢືນສາຍພົວພັນ )

- ຜູ້ທີ່ເຮັດວຽກຢູ່ບໍລິສັດ ມະຫາຊົນທີ່ຈົດທະບຽນໃນຕະຫລາດຫຸ້ນຂອງລາວ
- ຜູ້ທີ່ເຮັດວຽກຢູ່ບໍລິສັດ ລັດວິສະຫະກິດຂອງລາວ
- ຜູ້ທີ່ເຮັດວຽກຢູ່ສາຂາ, ບໍລິສັດລູກ ຫລື ຮ່ວມທຶນກັບບໍລິສັດ ມະຫາຊົນທີ່ຈົດທະບຽນໃນຕະຫລາດຫຸ້ນຂອງຍີ່ປຸ່ນ
- ລັດຖະກອນລາວ
- ສໍາລັບຜູ້ທີ່ຂໍວີຊາເຂົ້າ-ອອກໄດ້ຫລາຍເທື່ອຕ້ອງໄດ້ລະບຸລາຍຮັບຕໍ່ປີ ຫລື ລາຍຮັບຕໍ່ເດືອນໃສ່ລົງໃນໃບຢັ້ງຢືນບ່ອນເຮັດວຽກພ້ອມ.