ຄໍາແນະນໍາໃນການຂໍວິຊາໄລຍະສັ້ນ (ເຂົ້າ-ອອກເທື່ອດຽວ • ຫລາຍເທື່ອ) ໃຫ້ແກ່ຄູ່ສົມລົດແລະລູກຂອງຄົນຍີ່ປຸ່ນທີ່ເປັນຄົນຕ່າງປະເທດ
2017/12/6
1. ຜູ້ທີ່ມີສິດຂໍໄດ້
(1) ຄູ່ສົມລົດແລະລູກຂອງຄົນຍີ່ປຸ່ນທີ່ຖືສັນຊາດຕ່າງປະເທດ, ເຊີ່ງຄົນຍີ່ປຸ່ນຕ້ອງດໍາລົງຊີວິດ ຫລື ເຮັດວຽກໄລຍະຍາວຢູ່ປະເທດລາວຢ່າງຖືກຕ້ອງຕາມກົດຫມາຍ( ບໍ່ລວມຜູ້ທີ່ບໍ່ມີວີຊາ ຫລື ຜູ້ທີ່ດໍາລົງຊີວິດບໍ່ຄົບ 6 ເດືອນເຕັມ ) ແລະມີການຈົດທະບຽນແຕ່ງງານກັບຄູ່ສົມລົດທີ່ຖືສັນຊາດຕ່າງປະເທດນັ້ນຢ່າງຖືກຕ້ອງຕາມກົດຫມາຍລວມທັງລູກຂອງຄົນຍີ່ປຸ່ນດັ່ງກ່າວ ແລະ ດໍາລົງຊີວິດຢູ່ຮ່ວມກັນກັບຄົນຍີ່ປຸ່ນ.
(2) ຜູ້ທີ່ຢາກໄດ້ວີຊາເຂົ້າ-ອອກໄດ້ຫລາຍເທື່ອ( ໄລຍະພັກເຊົາຢູ່ຍີ່ປຸ່ນ 90 ມື້, ອາຍຸວີຊາຕາມກົດລະບຽບຍື່ນຂໍຄັ້ງແລກຈະໄດ້ 1 ປີ, ສ່ວນຄັ້ງທີ່ 2 ຕໍ່ໄປຈະໄດ້ 3 ປີ ) ຕ້ອງຖືກກັບເງື່ອນໄຂຂ້າງເທິງບວກກັບເງື່ອນໄຂຕໍ່ໄປນີ້:
○ເອກະສານທີ່ສາມາດຢືນຢັນໄດ້ວ່າເຄີຍເດີນທາງໄປຍີ່ປຸ່ນ 1 ເທື່ອຂື້ນໄປ
○ເອກະສານທີ່ສາມາດຢືນຢັນໄດ້ວ່າໄດ້ແຕ່ງງານກັບຄົນຍີ່ປຸ່ນດັ່ງກ່າວກາຍ 1 ປີ( ສະເພາະຄູ່ສົມລົດ )
(ຂໍ້ຄວນລະວັງ) ໃນກໍລະນີມີເງື່ອນໄຂບໍ່ຄົບຖ້ວນຕາມເງື່ອນໄຂຂ້າງເທິງນັ້ນແມ່ນຂໍໃຫ້ກຽມເອກະສານຕາມເງື່ອນໄຂໄປຢ້ຽມຢາມພີ່ນ້ອງຕາມເດີມ.

2. ເອກະສານຈໍາເປັນ
< ເອກະສານທີ່ຜູ້ຂໍວີຊາຕ້ອງກຽມ>
(1) ຫນັງສືຜ່ານແດນ ( ວັນຫມົດອາຍຸຕ້ອງເຫລືອກາຍ 3 ເດືອນ ແລະ ມີຫນ້າເຈ້ຍຈໍ້າວີຊາເຫລືອ 2 ຫນ້າຂື້ນໄປ. ກໍລະນີມີຫນັງສືຜ່ານແດນຫົວເກົ່າໃຫ້ຍື່ນເຂົ້າມາພ້ອມກັນ. )
(2) ຟອມຂໍວີຊາ 1 ຊຸດ (ສາມາດຂຽນດ້ວຍມື ຫຼື ພິມເອົາໄດ້)
(3) ຮູບຖ່າຍ 1 ໃບ ( ຂະຫນາດ4.5 ຊມ X 4.5 ຊມ ຖ່າຍພາຍໃນ 6 ເດືອນ, ສີ ຫລື ຂາວດໍາກໍ່ໄດ້, ບໍ່ມີພາບດ້ານຫລັງ ແລະ ແຈ້ງດີ )
(4) ເອກະສານຢັ້ງຢືນທີ່ຢູ່ປະຈຸບັນ ( ດໍາລົງຊີວິດນໍາກັນ )
ໃບຢັ້ງຢືນທີ່ຢູ່ອອກໃຫ້ໂດຍນາຍບ້ານແລະອື່ນໆ( ກໍລະນີຄົນຍີ່ປຸ່ນທີ່ໄດ້ຍື່ນໃບລົງທະບຽນທີ່ຢູ່ແລະໄດ້ຂຽນສະມາຊິກໃນຄອບຄົວນໍາສະຖານທູດແລ້ວແມ່ນບໍໍ່ຈໍາເປັນເອົາ )
(5) (ສະເພາະຜູ້ທີ່ຍື່ນຂໍວີຊາເຂົ້າ-ອອກໄດ້ຫລາຍເທື່ອ) ໃບແຈ້ງເຫດຜົນຂໍວີຊາເຂົ້າ-ອອກໄດ້ຫລາຍເທື່ອ
< ເອກະສານທີ່ຄູ່ສົມລົດຄົນຍີ່ປຸ່ນ/ພໍ່ແມ່ຄົນຍີ່ປຸ່ນ ຕ້ອງກຽມ >
(6) ກ໋ອບປີ້ຫນັງສືຜ່ານແດນ( ຫນ້າທີ່ມີອັກຄະລັກ ແລະ ຫນ້າທີ່ມີວີຊາລາວ )
(7) ເອກະສານທີ່ຢັ້ງຢືນເຖິງການດໍາລົງຊີວິດ ຫລື ເຮັດວຽກໄລຍະຍາວຢູ່ປະເທດລາວຢ່າງຖືກຕ້ອງຕາມກົດຫມາຍ( ບັດອານຸຍາດພັກເຊົາ, ບັດອານຸຍາດເຮັດວຽກ )
(8) ເອກະສານຢັ້ງຢືນເຖີງສາຍພົວພັນຄອບຄົວ
○ກໍລະນີຄູ່ສົມລົດຄົນຕ່າງປະເທດ ຍື່ນຂໍວີຊາເຂົ້າ-ອອກໄດ້ຫລາຍເທື່ອ ແມ່ນເອົາສໍາມະໂນຄົວຍີ່ປຸ່ນທີ່ອອກໃຫ້ບໍ່ກາຍ 3 ເດືອນ
○ກໍລະນີຄູ່ສົມລົດຄົນຕ່າງປະເທດ ຍື່ນຂໍວີຊາເຂົ້າ-ອອກເທື່ອດຽວ ແມ່ນເອົາໃບຢັ້ງຢືນແຕ່ງດອງທີ່ລັດຖະບານຕ່າງປະເທດອອກໃຫ້ແທນ
○ກໍລະນີລູກຂອງຄົນຍີ່ປຸ່ນ ຍື່ນຂໍວີຊາເຂົ້າ-ອອກໄດ້ຫລາຍເທື່ອ ແມ່ນເອົາໃບຢັ້ງຢືນການເກີດທີ່ລັດຖະບານຕ່າງປະເທດອອກໃຫ້ແທນ
< ເອກະສານທີ່ຜູ້ຫາເງີນລ້ຽງຄອບຄົວເປັນຫລັກ( ຜູ້ຍື່ນຂໍວີຊາ ຫລື ຄູ່ສົມລົດຄົນຍີ່ປຸ່ນ/ພໍ່ແມ່ຄົນຍີ່ປຸ່ນ ) ຕ້ອງກຽມ >
(9) ໃບຢັ້ງຍືນບ່ອນເຮັດວຽກ
(10) ປື້ມບັນຊີເງິນຝາກ ຫຼື ໃບຢັ້ງຢືນຍອດເງິນໃນບັນຊີຈາກທະນາຄານ ( ໃນກໍລະນີໃບຢັ້ງຢືນບ່ອນເຮັດວຽກໄດ້ຂຽນເງິນເດືອນ ຫລື ຂຽນລາຍຮັບຕໍ່ປີໃສ່ແລ້ວແມ່ນບໍ່ເອົາ )
※ ກໍລະນີຄົນອື່ນມາຍື່ນແທນ(ນອກຈາກຄົນໃນສໍາມະໂນຄົວ)ຈະຕ້ອງມີໃບມອບສິດທີ່ມີລາຍເຊັນເຈົ້າໂຕຕິດຄັດມາພ້ອມ(ສໍາລັບຜູ້ທີ່ມີອາຍຸບໍ່ເຖີງກະສຽງ 18 ປີຜູ້ປົກຄອງສາມາດຂຽນແທນໄດ້).

3. ຂໍ້ຄວນລະວັງ
(1) ໄລຍະເວລາໃນການອອກວີຊາແມ່ນ 5 ມື້ລັດຖະການ, ແຕ່ບາງກໍລະນີອາດຈະໃຊ້ເວລາຫລາຍກ່ວານັ້ນແມ່ນຂື້ນຢູ່ກັບເງືອນໄຂຂອງແຕ່ລະຄົນ.
(2) ສະຖານທູດຈະບໍ່ຮັບເອກະສານໃນກໍລະນີເອກະສານຂໍວີຊາບໍ່ສົມບູນ ແລະ ບໍ່ຄົບຖ້ວນ.
(3) ບາງກໍລະນີີສະຖານທູດຈະຂໍເອກະສານເພີ່ມແລະຈະມີການສໍາພາດ.
(4) ເອກະສານທຸກຢ່າງຕ້ອງບໍ່ກາຍ 3 ເດືອນນັບແຕ່ວັນທີທີ່ອອກໃຫ້.
(5) ເອກະສານທີ່ເປັນພາສາລາວຕ້ອງໄດ້ແປພາສາຍີ່ປຸ່ນ ຫລື ພາສາອັງກິດຕິດຄັດພ້ອມ.

ສອບຖາມເພີ່ມເຕີມ: ພະແນກກົງສູນສະຖານທູດຍີ່ປຸ່ນປະຈໍາລາວ
ເບີໂທລະສັບ: (021)414400-3
ເບີໂທລະສັບ: (021)414400-3