ຄໍາແນະນໍາໃນການຂໍວິຊາໄລຍະສັນເພື່ອໄປທ່ອງທ່ຽວ
2018/1/24
1. ເອກະສານຈໍາເປັນ
(1) ຫນັງສືຜ່ານແດນ
(ມີຫນ້າເຈ້ຍຈໍ້າວີຊາເຫລືອ 2 ຫນ້າຂື້ນໄປ. ກໍລະນີມີຫນັງສືຜ່ານແດນຫົວເກົ່າໃຫ້ຍື່ນເຂົ້າມາພ້ອມກັນ.)
(2) ຟອມຂໍວີຊາ 1 ຊຸດ
(ສາມາດຂຽນດ້ວຍມື ຫຼື ພິມເອົາໄດ້)
(3) ຮູບຖ່າຍ 1 ໃບ
(ຂະຫນາດ 4.5 ຊມ X 3.5 ຊມ ຖ່າຍພາຍໃນ 6 ເດືອນ, ສີ ຫລື ຂາວດໍາກໍ່ໄດ້, ບໍ່ມີພາບດ້ານຫລັງ ແລະ ແຈ້ງດີ)
(4) ໃບຢັ້ງຢືນການຈອງປີ້ຍົນ ຫລື ຈອງປີ້ເຮືອ
(ບໍ່ຈໍາເປັນຕ້ອງຊື້ກ່ອນ)
(5) ເອກະສານຢັ້ງຢືນຄວາມສາມາດຮັບຜິດຊອບຄ່າໃຊ້ຈ່າຍ(ເບິ່ງຂໍ້ຄວນລະວັງຂ້າງລຸ່ມ)
(ປື້ມບັນຊີ ຫຼື ສະເຕດເມັ້ນບັນຊີເງິນຝາກ(ປະຢັດ) ທີ່ອັບເດດລ່າສຸດແລະຍ້ອນຫຼັງ6ເດືອນ. ແຕ່ຖ້າຍື່ນເອກະສານທີ່ອອກຊື່ຜູ້ອຸປະຖໍາຈະຕ້ອງໄດ້ຍື່ນເອກະສານທີຢັ້ງຢືນເຖິງສາຍພົວພັນກັບຜູ້ອຸປະຖໍາພ້ອມ.)
(6) ຕາຕະລາງເຄື່ອນໄຫວຢູ່ຍີ່ປຸ່ນ
(ຂຽນແຜນການເຄື່ອນໄຫວ, ບ່ອນພັກ (ລວມທັງທີ່ຢູ່ • ເບີໂທລະສັບບ່ອນພັກ)ໃຫ້ຈະແຈ້ງ)
(7) ກໍລະນີຍື່ນພ້ອມກັນກັບຄອບຄົວ • ພີ່ນ້ອງແມ່ນເອົາປື້ມສໍາມະໂນຄົວລາວ (ກໍລະນີບໍ່ສາມາດຢືນຢັນສາຍພົວພັນຄອບຄົວໄດ້ຈຶ່ງເອົາໃບຢັ້ງຢືນຈາກນາຍບ້ານ)
※ ກໍລະນີຄົນອື່ນມາຍື່ນແທນ(ນອກຈາກຄົນໃນສໍາມະໂນຄົວ)ຈະຕ້ອງມີໃບມອບສິດທີ່ມີລາຍເຊັນເຈົ້າໂຕຕິດຄັດມາພ້ອມ(ສໍາລັບຜູ້ທີ່ມີອາຍຸບໍ່ເຖີງກະສຽງ 18 ປີຜູ້ປົກຄອງສາມາດຂຽນແທນໄດ້).
[ຂໍ້ຄວນລະວັງ] ຜູ້ທີ່ເຮັດວຽກຢູ່ບໍລິສັດມະຫາຊົນທີ່ຈົດທະບຽນໃນຕະຫລາດຫຸ້ນຂອງລາວ, ລັດວິສະຫະກິດ, ສາຂາຂອງບໍລິສັດມະຫາຊົນທີ່ຈົດທະບຽນໃນຕະຫລາດຫຸ້ນຂອງຍີ່ປຸ່ນແມ່ນເອົາໃບຢັ້ງຢືນບ່ອນເຮັດວຽກ, ລັດຖະກອນລາວແມ່ນເອົາບັດພະນັກງານແທນຂໍ້ (5). ສໍາຫລັບຜູ້ທີ່ຂໍວີຊາເຂົ້າ-ອອກໄດ້ຫລາຍເທື່ອຕ້ອງໄດ້ລະບຸລາຍຮັບຕໍ່ປີ ຫລື ລາຍຮັບຕໍ່ເດືອນໃສ່ລົງໃນໃບຢັ້ງຢືນບ່ອນເຮັດວຽກພ້ອມ.

2. ຂໍ້ຄວນເອົາໃຈໃສ່
(1) ໄລຍະເວລາໃນການອອກວີຊາແມ່ນ 3-5 ມື້ລັດຖະການ, ແຕ່ບາງກໍລະນີອາດຈະໃຊ້ເວລາຫລາຍກ່ວານັ້ນແມ່ນຂື້ນຢູ່ກັບເງືອນໄຂຂອງແຕ່ລະຄົນ.
(2) ສະຖານທູດຈະບໍ່ຮັບເອກະສານໃນກໍລະນີເອກະສານຂໍວີຊາບໍ່ສົມບູນ ແລະ ບໍ່ຄົບຖ້ວນ.
(3) ບາງກໍລະນີີສະຖານທູດຈະຂໍເອກະສານເພີ່ມ ແລະ ຈະມີການສໍາພາດ.
(4) ເອກະສານທຸກຢ່າງຕ້ອງບໍ່ກາຍ 3 ເດືອນນັບແຕ່ວັນທີທີ່ອອກໃຫ້. ເອກະສານແຕ່ລະໃບບໍ່ໃຫ້ໜີບກະລັບເຟີ້.
(5) ເອກະສານທີ່ເປັນພາສາລາວຕ້ອງໄດ້ແປພາສາຍີ່ປຸ່ນ ຫລື ພາສາອັງກິດຕິດຄັດພ້ອມ.
(6) ສະຖານທູດຂໍແນະນໍາວ່າ ບໍ່ຄວນຊື້ປີ້ຍົນກ່ອນຈະໄດ້ວີຊ່າ ເພາະໃນກໍລະນີຖືກປະຕິເສດການອອກວີຊ່າ ຫຼື ການພິຈາລະນາວີຊ່ານັ້ນໃຊ້ເວລາດົນເຮັດໃຫ້ບໍ່ສາມາດເດີນທາງຕາມແຜນໄດ້. ທາງສະຖານທູດຈະບໍ່ຮັບຜິດຊອບຕໍ່ຄ່າເສຍຫາຍທີ່ເກີດຂື້ນ.
(7) ກໍລະນີຖືກປະຕິເສດ ທາງສະຖານທູດຈະບໍ່ແຈ້ງລາຍລະອຽດເຖິງສາຍເຫດ ຫຼື ເຫດຜົນທີ່ປະຕິເສດ. ເມື່ອຜົນຂອງການຂໍວີຊ່າແມ່ນປະຕິເສດແລ້ວຈະບໍ່ສາມາດປ່ຽນແປງ ຫຼື ແກ້ໄຂໄດ້ອີກ ແລະ ຈະບໍ່ມີສິດຢື່ນຂໍວີຊ່າໄດ້ອີກ ຈົນກວ່າຈະຄົບ 6 ເດືອນ. ເອກະສານທີ່ົຍື່ນເຂົ້າມາເພື່ອຂໍວີຊ່າຈະບໍ່ສົ່ງຄືນ ຍົກເວັ້ນເອກະສານສໍາຄັນເຊັ່ນ: ພາສປອດ, ສໍາມະໂນຄົວ, ໃບແຕ່ງດອງ ແລະ ອື່ນໆ ທີ່ທາງສະຖານທູດພິຈາລະນາແລ້ວວ່າຈໍາເປັນຕ້ອງສົ່ງຄືນເທົ່ານັ້ນ.

ສອບຖາມເພີ່ມເຕີມ: ພະແນກກົງສູນສະຖານທູດຍີ່ປຸ່ນປະຈໍາລາວ
ເບີໂທລະສັບ: (021)414400-3
ເບີໂທລະສັບ: (021)414400-3