ຄໍາແນະນໍາໃນການຂໍວິຊາຜ່ານ(ແທຣນຊິດ)

2018/1/24

1. ເອກະສານຈໍາເປັນ

(1) ຫນັງສືຜ່ານແດນ
     (ມີຫນ້າເຈ້ຍຈໍ້າວີຊາເຫລືອ 2 ຫນ້າຂື້ນໄປ. ກໍລະນີມີຫນັງສືຜ່ານແດນຫົວເກົ່າໃຫ້ຍື່ນເຂົ້າມາພ້ອມກັນ.)
(2) ຟອມຂໍວີຊາ 1 ສະບັບ
     (ສາມາດຂຽນດ້ວຍມື ຫຼື ພິມເອົາໄດ້)
(3) ຮູບຖ່າຍ 1 ໃບ
     (ຂະຫນາດ 4.5 ຊມ X 3.5 ຊມ ຖ່າຍພາຍໃນ 6 ເດືອນ, ສີ ຫລື ຂາວດໍາກໍ່ໄດ້, ບໍ່ມີພາບດ້ານຫລັງ ແລະ ແຈ້ງດີ)
(4) ປີ້ຍົນ (ຊື້ປີ້ຍົນທີມີການເດີນທາງຜ່ານຍີ່ປຸ່ນ)
(5) ວີຊາ ຫລື ເອກະສານຢັ້ງຢືນການອານຸຍາດເຂົ້າເມືອງຂອງປະເທດທີ່ຈະເດີນທາງໄປ

※ ກໍລະນີຄົນອື່ນມາຍື່ນແທນ(ນອກຈາກຄົນໃນສໍາມະໂນຄົວ)ຈະຕ້ອງມີໃບມອບສິດທີ່ມີລາຍເຊັນເຈົ້າໂຕຕິດຄັດມາພ້ອມ(ສໍາລັບຜູ້ທີ່ມີອາຍຸບໍ່ເຖີງກະສຽງ 18 ປີຜູ້ປົກຄອງສາມາດຂຽນແທນໄດ້).
 

2. ຂໍ້ຄວນເອົາໃຈໃສ່

(1) ຕາມປົກະຕິ ຫລັງຈາກຍື່ນຂໍວີຊາແລ້ວ, ຖ້າຫາກບໍ່ມີບັນຫາ ຫຼື ຂໍ້ສົງໄສໃນການອອກວິຊ່າ ແມ່ນຈະໃຊ້ເວລາປະມານ 3-5 ມື້(ບໍ່ລວມມື້ພັກ). ແຕ່ໃນບາງກໍລະນີໂດຍອິງຕາມຈຸດປະສົງຂອງການເດີນທາງ ຫລື ເງື່ອນໄຂຂອງແຕ່ລະຄົນ ນອກຈາກຈະຂໍເອກະສານເພີ້ມຕື່ມແລ້ວ, ຍັງຈະມີການສໍາພາດ ຫລື ສົງຂໍຄໍາເຫັນຈາກກະຊວງການຕ່າງປະເທດຍີ່ປຸ່ນ​ເຊິ່ງຈະໃຊ້ເວລາໃນການພິຈາລະນາຫລາຍກ່ວາ 5 ມື້, ຍ້ອນເຫດນັ້ນການ ພິຈາລະນາອາດຈະແລ້ວບໍ່ທັນວັນທີ່ອອກເດີນທາງ, ດັ່ງນັ້ນ ຈຶ່ງຂໍໃຫ້ທ່ານມາຍື່ນຂໍວີຊາລ່ວງຫນ້າຫລາຍໆມື້ (ແຕ່ບໍ່ກາຍ 3 ເດືອນ) ກ່ອນອອກເດີນທາງ.
(2) ສະຖານທູດຈະບໍ່ຮັບເອກະສານໃນກໍລະນີເອກະສານຂໍວີຊາບໍ່ສົມບູນ ແລະ ບໍ່ຄົບຖ້ວນ.
(3) ບາງກໍລະນີີສະຖານທູດຈະຂໍເອກະສານເພີ່ມ ແລະ ຈະມີການສໍາພາດ.
(4) ເອກະສານທຸກຢ່າງຕ້ອງບໍ່ກາຍ 3 ເດືອນນັບແຕ່ວັນທີທີ່ອອກໃຫ້. ເອກະສານແຕ່ລະໃບບໍ່ໃຫ້ໜີບກະລັບເຟີ້.
(5) ເອກະສານທີ່ເປັນພາສາລາວຕ້ອງໄດ້ແປພາສາຍີ່ປຸ່ນ ຫລື ພາສາອັງກິດຕິດຄັດພ້ອມ.
(6) ໃບຈອງປີ້ຍົນທີ່ມີລາຍລະອຽດຖ້ຽວບິນຄົບຖ້ວນແມ່ນພຽງພໍສໍາລັບຂໍໍວີຊ່າ ແລະສະຖານທູດຂໍແນະນໍາວ່າ ບໍ່ຄວນຊື້ປີ້ຍົນກ່ອນຈະໄດ້ວີຊ່າ ເພາະໃນກໍລະນີຖືກປະຕິເສດການອອກວີຊ່າ ຫຼື ການພິຈາລະນາວີຊ່ານັ້ນໃຊ້ເວລາດົນເຮັດໃຫ້ບໍ່ສາມາດເດີນທາງຕາມແຜນໄດ້. ທາງສະຖານທູດຈະບໍ່ຮັບຜິດຊອບຕໍ່ຄ່າເສຍຫາຍທີ່ເກີດຂື້ນ.
(7) ກໍລະນີຖືກປະຕິເສດ ທາງສະຖານທູດຈະບໍ່ແຈ້ງລາຍລະອຽດເຖິງສາຍເຫດ ຫຼື ເຫດຜົນທີ່ປະຕິເສດ. ເມື່ອຜົນຂອງການຂໍວີຊ່າແມ່ນປະຕິເສດແລ້ວຈະບໍ່ສາມາດປ່ຽນແປງ ຫຼື ແກ້ໄຂໄດ້ອີກ ແລະ ຈະບໍ່ມີສິດຢື່ນຂໍວີຊ່າໄດ້ອີກ ຈົນກວ່າຈະຄົບ 6 ເດືອນ. ເອກະສານທີ່ົຍື່ນເຂົ້າມາເພື່ອຂໍວີຊ່າຈະບໍ່ສົ່ງຄືນ ຍົກເວັ້ນເອກະສານສໍາຄັນເຊັ່ນ: ພາສປອດ, ສໍາມະໂນຄົວ, ໃບແຕ່ງດອງ ແລະ ອື່ນໆ ທີ່ທາງສະຖານທູດພິຈາລະນາແລ້ວວ່າຈໍາເປັນຕ້ອງສົ່ງຄືນເທົ່ານັ້ນ.
ສອບຖາມເພີ່ມເຕີມ: ພະແນກກົງສູນສະຖານທູດຍີ່ປຸ່ນປະຈໍາລາວ
ເບີໂທລະສັບ: (021)414400-3