ເງື່ອນໄຂໃນການຮັບຮອງເປັນອົງກອນຍື່ນຂໍວີຊາແທນ

2018/1/25
ບໍລິສັດທ່ອງທ່ຽວທີ່ຖືກຮັບຮອງເປັນອົງກອນຍື່ນຂໍວີຊາແທນຈາກສະຖານທູດຍີ່ປຸ່ນປະຈໍາ ສ.ປ.ປ.ລາວ, ເມື່ອຍື່ນຂໍວີຊາແທນລູກທົວຈະໄດ້ນັບການຍົກເວັ້ນເອກະສານຂໍ້(4) ໃບມອບສິດຂອງຜູ້ຂໍວີຊາແຕ່ລະຄົນ ແລະ ຂໍ້(8) ໃບຢັ້ງຢືນທາງການກ່ຽວກັບສາຍພົວພັນພີ່ນ້ອງຂອງແຕ່ລະຄົນ.

[ເງື່ອນໄຂ]

1. ເປັນບໍລິສັດທ່ອງທ່ຽວທີ່ໄດ້ຮັບການຮັບຮອງຕາມລະບຽບກົດຫມາຍຂອງລາວ. [ເອກະສານຢືນຢັນ: ໃບຈົດທະບຽນທຸລະກິດຂອງລາວ]
2. ເປັນບໍລີສັດທີ່ມີທີ່ຕັ້ງໃນປະເທດລາວ ແລະ ມີຄວາມຫນ້າເຊື່ອຖືສູງ. [ເອກະສານຢືນຢັນ: ແຜ່ນພັບຂອງບໍລິສັດທີ່ມີທີ່ຢູ່ • ເບີໂທຕິດຕໍ່ຢູ່ໃນປະເທດລາວ]
3. ເປັນບໍລິສັດທີ່ມີບະບົບຄຸ້ມຄອງກ່ຽວກັບຂໍ້ມູນສ່ວນໂຕຂອງລູກຄ້າຢ່າງເມາະສົມ. [ເອກະສານຢືນຢັນ: ໃບປະຕິຍານທີ່ຂຽນວ່າຈະຮັກສາເງື່ອນໄຂ 6 ຂໍ້ຂ້າງລຸ່ມນີ້]
   (1) ຈະບໍ່ເປີດເຜີຍຂໍ້ມູນສ່ວນໂຕຂອງລູກຄ້າຕໍ່ບຸກຄົນທີສາມ ແລະ ຈະບໍ່ນໍາໃຊ້ໄປໃນຈຸດປະສົງອື່ນ.
   (2) ຈະບໍ່ສົ່ງມອບວຽກຍື່ນຂໍວີຊາແທນໃຫ້ຕໍ່ບໍລິສັດອື່ນ.
   (3) ຈະຈໍາກັດການເຮັດຊໍ້າຂໍ້ມູນສ່ວນໂຕຂອງລູກຄ້າໃຫ້ຫນ້ອຍທີ່ສຸດ.
   (4) ໃນກໍລະນີເກີດເຫດການຂໍ້ມູນສ່ວນໂຕຂອງລູກຄ້າຫົ່ວໄຫລແລະອື່ນໆ, ບໍລິສັດຕ້ອງຟ້າວກວດສອບແລ້ວລາຍງານສະຖານທູດໂດຍດ່ວນ.ກໍລະນີເປັນຄວາມຕັ້ງໃຈ • ຜິດພາດຂອງພະນັກງານບໍລິສັດຕ້ອງເປັນຜູ້ຮັບຜິດຊອບ.
   (5) ຈະເກັບຮັກສາຂໍ້ມູນສ່ວນໂຕຂອງລູກຄ້າໄວ້ສະເພາະຊ່ວງໄລຍະເວລາຂໍວີຊາເທົ່ານັ້ນ, ຈະບໍ່ເກັບຮັກສາແບບຕໍ່ເນື່ອງ • ທ້ອນໄວ້, ເມື່ອບໍ່ມີຄວາມຈໍາເປັນແລ້ວຈະຟ້າວທໍາລາຍຖີ້ມ. ຈະມີລະບົບຄຸ້ມຄອງເພື່ອປ້ອງກັນການຫົ່ວໄຫລຂໍ້ມູນສ່ວນໂຕຂອງລູກຄ້າໃນຊ່ວງໄລຍະເກັບຮັກສາເອກະສານຢ່າງເຫມາະສົມ.
   (6) ໃນກໍລະນີລະເມີດເງື່ອນໄຂຂ້າງເທີງນີ້, ໃນກໍລະນີເຮັດຂໍ້ມູນຫົ່ວໄຫລດ້ວຍຄວາມຕັ້ງໃຈ • ຜິດພາດກໍຕາມ,ຈະເຫັນດີໃຫ້ສະຖານທູດຢຸດຕິ • ຍົກເລີກການຮັບຮອງການຍື່ນຂໍວີຊາແທນ.
4. ຈະຕ້ອງແຈ້ງລາຄາຄ່າຍື່ນຂໍວີຊາແທນຕໍ່ສາທາລະນະ, ຍິ່ງໄປກ່ວານັ້ນລາຄ່າດັ່ງກ່າວຕ້ອງເປັນທີ່ຍອມຮັບຂອງສັງຄົມລາວ ແລະ ບໍ່ແພງຈົນເກີນໄປ[ເອກະສານຢືນຢັນ: ເອກະສານໂຄສະນາລາຄາແພກເກດທ່ອງທ່ງວຕໍ່ສາທາລະນະທີ່ມີລາຄາຄ່າຍື່ນຂໍວີຊາແທນລວມຢູ່ນໍາ]
5. ຈະປະຕິບັດຕາມຄໍາສັ່ງຂອງສະຖານທູດກ່ຽວກັບວຽກງານການຍື່ນຂໍວີຊາແທນລູກຄ່າ. [ເອກະສານຢືນຢັນ: ໃບປະຕິຍານທີ່ມີເນື້ອໃນດັ່ງກ່າວ]

ຖ້າຜ່ານເງື່ອນໄຂຂ້າງເທີງນີ້ແລ້ວ, ບໍລິສັດທ່ອງທ່ຽວທີ່ມີຈຸດປະສົງຢາກຍື່ນຂໍການຮັບຮອງເປັນອົງກອນຍື່ນຂໍວີຊາແທນລູກຄ່າໄດ້, ໃຫ້ຕຽມເອກະສານໃນ [ ] ໃຫ້ພ້ອມແລ້ວເຂົ້າມາປຶກສານໍາພະແນກວີຊາສະຖານທູດຍີ່ປຸ່ນ.