ຄົນລາວທີ່ຈະເດີນທາງໄປປະເທດຍີ່ປຸ່ນດ້ວຍຈຸດປະສົງທຸລະກິດແລະອື່ນໆ ເງື່ອນໄຂການຂໍວີຊາເຂົ້າ-ອອກໄດ້ຫລາຍເທື່ອ ໄດ້ຖືກຜ່ອນຜັນລົງ
令和元年8月1日
ຄໍາແນະນໍາໃນການຍື່ນຂໍວີຊາໄລຍະສັ້ນເພື່ອເຂົ້າ-ອອກປະເທດຍີ່ປຸ່ນໄດ້ຫລາຍເທື່ອສໍາຫລັບພົນລະເມືອງລາວ(ຈຸດປະສົງທາງທຸລະກິດ/ບຸກຄົນດ້ານວັດທະນາທໍາ-ປັນຍາຊົນແລະອື່ນໆ)
ຄໍາແນະນໍາສໍາຫລັບຜູ້ທີ່ຖືສັນຊາດລາວມີຈຸດປະສົງໄປວຽກທຸລະກິດ ຫລື ບຸກຄົນດ້ານວັດທະນາທໍາ-ປັນຍາຊົນແລະອື່ນໆທີ່ມີເງື່ອນໄຂຕາມທາງລຸ່ມນີ້ ສາມາດຍື່ນຂໍວີຊາໄລຍະສັ້ນເພື່ອເຂົ້າ-ອອກປະເທດຍີ່ປຸ່ນໄດ້ຫລາຍເທື່ອ(ໄລຍະພັກເຊົາ: 15 ມື້, 30 ມື້, 90 ມື້, ອາຍຸວີຊາ: 1 ປີ, 3 ປີ, ຫລື 5 ປີ), (ບ່ອນທີ່ຂີດກ້ອງໄວນັ້ນແມ່ນບ່ອນທີມີການປ່ຽນແປງໃຫມ່ໃນເທື່ອນີ້). ສ່ວນວີຊາໄລະສັ້ນຈະບໍ່ອານຸຍາດໃຫ້ເຄື່ອນໄຫວດ້ານທຸລະກິດທີ່ມີລາຍໄດ້ຕອບແທນ ຫລື ເຄື່ອນໄຫວທີ່ໄດ້ຮັບລາງວັນຕອບແທນໃນປະເທດຍີ່ປຸ່ນ. ສໍາລັບວີຊາເຂົ້າ-ອອກໄດ້ຫລາຍເທື່ອນີ້ ການເຂົ້າໄປປະເທດຍີ່ປຸ່ນໃນຄັ້ງທໍາອິດຕ້ອງແມ່ນດ້ວຍຈຸດປະສົງທາງທຸລະກິດ ຫລື ບຸກຄົນດ້ານວັດທະນາທໍາ-ປັນຍາຊົນແລະອື່ນໆເທົ່ານັ້ນຈຶ່ງສາມາດຍື່ນຂໍໄດ້, ຖ້າການເຄື່ອນໄຫວນັ້ນກ່ຽວພັນກັບອາຊີບດັ່ງກ່າວ. ສ່ວນການເຂົ້າໄປປະເທດຍີ່ປຸ່ນໃນຄັ້ງທີສອງຕໍ່ໄປຈະດ້ວຍຈຸດປະສົງທ່ອງທ່ຽວ ຫລື ຍ້ຽມຍາມພີ່ນ້ອງ-ຄົນຮູ້ຈັກ ກໍສາມາດນໍາໃຊ້ວີຊາເຂົ້າ-ອອກຫລາຍນີ້ໄດ້ເຊັ່ນກັນ.
* ຜູ່ທີ່ສາມາດຍື່ນຂໍໄດ້
1 ຜູ້ທີ່ມີຈຸດປະສົງທາງທຸລະກິດ
ຜູ້ທີ່ຖືກກັບຂໍ້ໃດຫນຶ່ງທາງລຸ່ມຕໍ່ໄປນີ້ ລວມທັງຄູ່ສົມລົດ/ລູກ
2 ບຸກຄົນດ້ານວັດທະນາທໍາ-ປັນຍາຊົນອື່ນໆ

* ເອກະສານຈໍາເປັນ
ໃນການພິຈາລະນາຄໍາຮ້ອງຂໍວີຊານັ້ນ ຖ້າມີຄວາມຈໍາເປັນ ສະຖານທູດອາດຈະຮ້ອງຂໍເອກະສານອື່ນເພີ້ມຕື່ມທີ່ນອກເຫນືອຈາກເອກະສານຂ້າງລຸ່ມນີ້
1 ຜູ້ທີ່ມີຈຸດປະສົງທາງທຸລະກິດ.
(ເຂົ້າຮ່ວມປະຊຸມ, ຕິດຕໍ່ວຽກ, ປຶກສາຫາລື, ເຊັນສັນຍາ, ບໍລິການຫລັງການຂາຍ, ໂຄສະນາປະຊາສໍາພັນ, ສໍາຫລວດຂໍ້ມູນການຕະຫລາດແລະອື່ນໆ)
- ຫນັງສືຜ່ານແດນ
- ໃບຄໍາຮ້ອງຂໍວີຊາ(ຕິດຮູບພ້ອມ)
- ໃບຢັ້ງຢືນບ່ອນເຮັດວຽກ(ທີ່ລະບຸຕໍາແຫນ່ງ, ເງີນເດືອນ, ໄລຍະເວລາໃນການເຮັດວຽກ)
- ເອກະສານທີ່ສາມາດຢືນຢັນໄດ້ວ່າຜູ້ຍື່ນຂໍວີຊາມີເງື່ອນໄຂຖືກກັບຂໍ້ໃດນຶ່ງຕາມຂໍ້1 (1) ຫາ (6)ທາງ
ເທີງນັ້ນ
※ສໍາລັບຜູ້ທີ່ມີເງື່ອນໄຂຖືກກັບຂໍ້1 (6)ຕາມທາງເທີງນັ້ນແມ່ນເອົາຫນັງສືຜ່ານແດນຫົວປະຈຸບັນ
ຫລື ຫົວເກົ່າທີ່ມີວີຊາໄລຍະສັ້ນ ແລະ ກາຈໍ້າເຂົ້າຍີ່ປຸ່ນທີ່ຜ່ານມາຢືນຢັນ
- ເອກະສານອະທິບາຍເຖິງຈຸດປະສົງຂອງການເດີນທາງເຂົ້າໄປປະເທດຢີ່ປຸ່ນຫລາຍເທື່ອ(ຫນັງສື
ແຕ່ງຕັ້ງໄປວຽກຈາກຫ້ອງການບ່ອນສັງກັດຢູ່ແລະອື່ນໆ)
- (ຄູ່ສົມລົດ/ລູກ)ເອກະສານທີ່ຢືນຢັນເຖິງສາຍພົວພັນຄອບຄົວ
※ກໍລະນີຍື່ນຂໍວີຊາຄົນລະເທື່ອກັບຜູ້ຂໍວີຊາກ່ອນໃຫ້ເອົາຄອບປີ້ວີຊາເຂົ້າ-ອອກຫລາຍເທື່ອຂອງຜູ້ຂໍ
ວີຊາກ່ອນມາພ້ອມ
2 ບຸກຄົນດ້ານວັດທະນາທໍາ-ປັນຍາຊົນອື່ນໆ
(ແລກປ່ຽນທາງດ້ານວັດທະນະທໍາ, ດ້ານການປົກຄອງທ້ອງຖີ່ນ, ດ້ານກິລາ, ດ້ານວີຊາ
ການ, ເຂົ້າຮ່ວມກອງປະຊຸມ)
- ຫນັງສືຜ່ານແດນ
- ໃບຄໍາຮ້ອງຂໍວີຊາ(ຕິດຮູບພ້ອມ)
- ເອກະສານທີ່ສາມາດຢືນຢັນໄດ້ວ່າຜູ້ຍື່ນຂໍວີຊາມີເງື່ອນໄຂຖືກກັບຂໍ້ໃດນຶ່ງຕາມຂໍ້ 2 (1) ຫາ
(6)ທາງເທີງນັ້ນ(ໃບຢັ້ງຢືນບ່ອນເຮັດວຽກທີ່ລະບຸຕໍາແຫນ່ງ, ເງີນເດືອນ, ໄລຍະເວລາໃນການເຮັດ
ວຽກ)
- ເອກະສານອະທິບາຍເຖິງຈຸດປະສົງຂອງການເດີນທາງເຂົ້າໄປປະເທດຢີ່ປຸ່ນຫລາຍເທື່ອ

ວີຊາກ່ອນພ້ອມ
※ຜົນຂອງການພິຈາລະນາວີຊາ ໃນບາງກໍລະນີອາດຈະອອກວີຊາເຂົ້າ-ອອກໄດ້ເທື່ອດຽວໃຫ້ກໍເປັນໄດ້

- ພະນັກງານຖາວອນຂອງບໍລິສັດ ລັດວິສາຫະກິດຂອງລາວ
- ພະນັກງານຖາວອນຂອງບໍລິສັດ ມະຫາຊົນທີ່ຈົດທະບຽນໃນຕະຫລາດຫລັກຊັບ(ລວມທັງຢູ່ປະເທດທີສາມ-ພາກພື້ນ)
- ພະນັກງານຖາວອນຂອງບໍລິສັດຍີ່ປຸ່ນ ທີ່ເປັນສະມາຊິກສະພາອຸດສະຫະກໍາ ແລະ ການຄ້າຍີປຸ່ນທີ່ຕັ້ງຢູ່ນະຄອນຫລວງວຽງຈັນ(ລວມທັງສະໂມສອນອຸດສະຫະກໍາ ແລະ ການຄ້າຍີປຸ່ນຕ່າງໆໃນແຕ່ລະເມືອງ) ແລະ ມີຖານບໍລິຫານ ຫລື ບ່ອນຕິດຕໍ່ປະສານງານຢູ່ປະເທດຍີ່ປຸ່ນ
- ພະນັກງານຖາວອນຂອງສາຂາ, ບໍລິສັດລູກ, ບໍລິສັດທີ່ຮ່ວມທືນຂອງບໍລິສັດມະຫາຊົນ(ລວມທັງຢູ່ຍີ່ປຸ່ນ ແລະ ປະເທດທີສາມ-ພາກພື້ນ)
- ພະນັກງານຖາວອນຂອງບໍລິສັດທີ່ມີການຄ້າຂາຍເປັນປະຈໍາກັບບໍລິສັດມະຫາຊົນຂອງຍີ່ປຸ່ນ
- ຜູ້ທີ່ມີອາຊີບແລະມີວີຊາທຸລະກິດ ເຊີ່ງພາຍໃນຫນຶ່ງປີທີ່ຜ່ານມາເຄີຍໄປຍີປຸ່ນຫລາຍກ່ວາສາມເທື່ອຂື້ນໄປ
2 ບຸກຄົນດ້ານວັດທະນາທໍາ-ປັນຍາຊົນອື່ນໆ
ຜູ້ທີ່ຖືກກັບຂໍ້ໃດຫນຶ່ງທາງລຸ່ມຕໍ່ໄປນີ້ ລວມທັງຄູ່ສົມລົດ/ລູກ
- ນັກສິນລະປິນດ້ານວິຈິດສິນ, ວັນນະຄະດີ, ບົດເພງ, ການສະແດງ, ການເຕັ້ນລໍາແລະອື່ນໆ ຫລື ນັກຄົ້ນຄ້ວາດ້ານວິທະຍາສາດວັດທະນະທໍາຂອງມະນຸດ(ອັກສອນສາດ, ນິຕິສາດ, ເສດຖະສາດແລະອື່ນໆ), ດ້ານວິທະຍາສາດທໍາມະຊາດ(ຟິສິກວິທະຍາ, ວິສະວະກໍາ, ແພດສາດແລະອື່ນໆ)ເຊິ່ງມີຜົນງານເປັນທີ່ຍ່ອມຮັບຢ່າງສູງ
- ທະນາຍຄວາມ, ນັກບັນຊີ, ນັກກົດຫມາຍ, ຜູ້ພິພາກສາ, ທ່ານຫມໍທີ່ມີໃບຍັ້ງຍືນປະກອບອາຊີບລະດັບຊາດ-ສາກົນ, ເຊີ່ງປະຈຸບັນກໍາລັງປະກອບອາຊີບດັ່ງກ່າວຢູ່
- ນັກກິລາທີ່ມີຜົນງານເປັນທີ່ຍອມຮັບຢ່າງສູງ
- ຜູ້ທີ່ມີຕໍາແຫນ່ງເປັນອາຈານສອນຂອງມະຫາວິທະຍາໄລຂື້ນໄປ(ສະເພາະຜູ້ທີ່ເຮັດວຽກປະຈໍາ)
- ຜູ້ທີ່ມີຕໍາແຫນ່ງຂັ້ນຫົວຫນ້າພະແນກຂອງສະຖາບັນຄົ້ນຄ້ວາແຫ່ງຊາດ, ລວມທັງຫໍພິພິຕະພັນ, ຫໍສະມຸດແຫ່ງຊາດ
- ສະມາຊິກສະພາແຫ່ງຊາດ, ລັດຖະກອນຂັ້ນສູນກາງ, ສະມາຊິກສະພາທ້ອງຖິ່ນ, ລັດຖະກອນຂັ້ນທ້ອງຖິ່ນ