ຄົນລາວທີ່ດໍາລົງຊີວິດຢູ່ປະເທດລາວ

令和元年8月1日

ເລີ້ມອອກວີຊາໄລຍະສັ້ນເພື່ອເຂົ້າ-ອອກໄດ້ຫລາຍເທື່ອ

ປະຊາຊົນລາວຜູ້ທີ່ຖືຫນັງສືຜ່ານແດນທົ່ວໄປ ແລະ ມີເງື່ອນໄຂຄົບຖ້ວນຕາມລະບຽບການທີ່ໄດ້ບັນຍັດໄວ້ ດັ່ງລຸ່ມນີ້:

(1) ຈຸດປະສົງຂອງການເດີນທາງ
ທຸກໆການເຄື່ອນໄຫວທີ່ກົງກັບສະຖານະຂອງການພັກເຊົາໄລະຍະສັ້ນພາຍໃນກໍານົດບໍ່ກາຍ 15 ວັນ

(2) ຜູ້ທີ່ຈະໄດ້ຮັບການອອກວີຊາເຂົ້າ-ອອກຫລາຍເທື່ອ.
ປະຊາຊົນລາວທີ່ດໍາລົງຊີວິດຢູ່ໃນປະເທດລາວ, ຖືຫນັງສືຜ່ານແດນທົ່ວໄປຊະນິດທີ່ເຄື່ອງຈັກສາມາດອ່ານຂໍ້ມູນໄດ້ຕາມມາດຕະຖານທີ່ ICAO ວາງອອກ ຫລື ຖືຫນັງສືຜ່ານແດນທົ່ວໄປຊະນິດທີ່ມີແຜ່ນເອເລັກໂທຣນິກ IC, ຍິ່ງໄປກ່ວານັ້ນ ເປັນຜູ້ທີ່ຕ້ອງການວີຊາເຂົ້າ-ອອກຫລາຍເທື່ອລວມທັງກົງກັບເງື່ອນໄຂດັ່ງຕໍ່ໄປນີ້:
 
   (A)ຜູ້ທີ່ເຄີຍເດີນທາງໄປປະເທດຢີ່ປຸ່ນເພື່ອພັກເຊົາໄລຍະສັ້ນ ຕັ້ງແຕ່2ເທື່ອຂື້ນໄປ ໃນໄລຍະສາມປີທີ່ຜ່ານມາ ແລະ ລະຫວ່າງນັ້ນ ບໍ່ເຄີຍລະເມີດລະບຽບກົດຫມາຍຕ່າງໆຂອງປະເທດຢີ່ປຸ່ນມາກ່ອນ, ລວມທັງຖືກພິຈາລະນາວ່າຈະບໍ່ສ້າງບັນຫາໃດໆເມື່ອໄດ້ເຂົ້າໄປພັກເຊົາຢູ່ປະເທດຢີ່ປຸ່ນ ແລະ ມີຄວາມສາມາດຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆທີ່ອາດຈະເກີດຂື້ນ.

[ເອກະສານຈໍາເປັນ]

  • ໃບຄໍາຮ້ອງຂໍວີຊາ(ຕິດຮູບພ້ອມ)
  • ຫນັງສືຜ່ານແດນ(ຫນັງສືຜ່ານແດນທົ່ວໄປຊະນິດທີ່ເຄື່ອງຈັກສາມາດອ່ານຂໍ້ມູນໄດ້ຕາມມາດຕະຖານທີ່ ICAO ວາງອອກ ຫລື ຊະນິດທີ່ມີແຜ່ນເອເລັກໂທຣນິກ IC)
  • ເອກະສານທີ່ສາມາດຢືນຢັນໄດ້ວ່າເຄີຍເດີນທາງໄປປະເທດຢີ່ປຸ່ນເພື່ອພັກເຊົາໄລຍະສັ້ນ 2ເທື່ອຂື້ນໄປ ໃນໄລຍະສາມປີທີ່ຜ່ານມາ(ຫນັງສືຜ່ານແດນຫົວປະຈຸບັນ ຫລື ຫນັງສືຜ່ານແດນຫົວເກົ່າ)
  • ປື້ມບັນຊີເງິນຝາກປະຢັດ ເຄື່ອນໄຫວອັບເດດລ່າສຸດ ແລະ ຍ້ອນຫຼັງ6ເດືອນ (ທີ່ອອກຊື່ຕົນເອງ)
  • ໃບຢັ້ງຢືນບ່ອນເຮັດວຽກ
  • ເອກະສານທີ່ສາມາດຢືນຢັນເຖິງການດໍາລົງຊີວິດຢູ່ໃນປະເທດລາວ
  • ໃບແຈ້ງເຫດຜົນ ອະທິບາຍເຖິງຈຸດປະສົງຂອງການເດີນທາງເຂົ້າໄປປະເທດຢີ່ປຸ່ນຫລາຍເທື່ອ
  • ປື້ມສໍາມະໂນຄົວລາວ

*ໃນການພິຈາລະນາຄໍາຮ້ອງນັ້ນ ຖ້າມີຄວາມຈໍາເປັນ ສະຖານທູດອາດຈະຮ້ອງຂໍເອກະສານອື່ນເພີ້ມຕື່ມທີ່ນອກເຫນືອຈາກເອກະສານຂ້າງເທິງນັ້ນ.

   (B)ຜູ້ທີ່ມີຫນ້າທີ່ການງານ, ມີຄວາມສາມາດທາງດ້ານເສດຖະກິດທີ່ພຽງພໍ ລວມທັງຄູ່ສົມລົດ ແລະ ລູກ.

[ເອກະສານຈໍາເປັນ]

  • ໃບຄໍາຮ້ອງຂໍວີຊາ(ຕິດຮູບພ້ອມ)
  • ຫນັງສືຜ່ານແດນ(ຫນັງສືຜ່ານແດນທົ່ວໄປຊະນິດທີ່ເຄື່ອງຈັກສາມາດອ່ານຂໍ້ມູນໄດ້ຕາມມາດຕະຖານທີ່ ICAO ວາງອອກ ຫລື ຊະນິດທີ່ມີແຜ່ນເອເລັກໂທຣນິກ IC)
  • ປື້ມບັນຊີເງິນຝາກປະຢັດ ເຄື່ອນໄຫວອັບເດດລ່າສຸດ ແລະ ຍ້ອນຫຼັງ1ປີ (ທີ່ອອກຊື່ຕົນເອງ)
  • ໃບຢັ້ງຢືນບ່ອນເຮັດວຽກ(ທີ່ມີລາຍລະອຽດລາຍຮັບເງິນເດືອນ ຫຼື ລາຍຮັບຕໍ່ປີ) ຫຼື ເອກະສານຢັ້ງຢືນອື່ນໆທີ່ແຈ້ງລາຍຮັບຕໍ່ປີ