ລາວ ແລະ ຂ້ອຍ「ラオスと私」ຢູລີເອະ ກາມີກາວາຈິ上川路ゆり絵

2020/5/11
ທີ່ງານລ້ຽງສະຫຼອງວັນຄ້າຍວັນເກີດຂອງເຈົ້າຈັກກະພັດປີ2020 2020年天皇誕生日レセプションにて
ການເຕົ້າໂຮມອະດີດນັກສຶກສາລາວຈາກຍີ່ປຸ່ນຂອງ ASEAN, ທີ່ກອງປະຊຸມASCOJA ASEANの元留学生が集う,ASCOJAの会議にて
ຂ້ອຍມາປະເທດລາວຄັ້ງທໍາອິດແມ່ນທ້າຍເດືອນ 7 ປີ 2016 ໃນຊ່ວງກາງລະດູຮ້ອນພໍດີ, ແລະ ມາຮອດ ປະຈຸບັນກໍເກືອບຈະ 4 ປີແລ້ວ. ເປົ້າໝາຍຂອງຂ້ອຍແມ່ນຢາກຮຽນຮູ້ ແລະ ມ່ວນຊື່ນໃນການດໍາລົງຊີວິດ ຢູ່ປະເທດລາວຜ່ານປະສາດສໍາຜັດທັງ 5 ຂອງຂ້ອຍ ແລະ ພ້ອມກັນນັ້ນ ກໍຢາກປະກອບສ່ວນເຂົ້າໃນ ການສົ່ງເສີມສາຍພົວພັນອັນດີງາມລະຫວ່າງຍີ່ປຸ່ນ ແລະ ລາວ. ຫຼັງຈາກທີ່ຂ້ອຍຈົບການຝຶກອົບຮົມພາສາ ລາວເປັນເວລາ 2 ປີ ທີ່ມະຫາວິທະຍາໄລແຫ່ງຊາດແລ້ວ ຂ້ອຍກໍໄດ້ເຂົ້າມາເຮັດວຽກຢູ່ ສະຖານທູດ ຍີ່ປຸ່ນປະຈໍາ ສປປ ລາວ.
 
ກ່ອນເຂົ້າເຮັດວຽກທີ່ກະຊວງການຕ່າງປະເທດຍີ່ປຸ່ນ, ຂ້ອຍທັງບໍ່ເຄີຍເຫັນ ແລະ ໄດ້ຍິນພາສາລາວເລີຍ, ຄັ້ງທໍາອິດທີ່ຂ້ອຍໄດ້ເຫັນພາສາລາວຂ້ອຍຄິດວ່າ “ເປັນໂຕມົນໆກົມໆ, ຄືມາໜ້າຮັກແທ້”. ການທີ່ຂ້ອຍໄດ້ ໃຊ້ຊີວິດ ແລະ ຮຽນພາສາໄປພ້ອມກັນນັ້ນ ໄດ້ເຮັດໃຫ້ຂ້ອຍມີໂອກາດຮຽນພາສາລາວທີ່ກ່ຽວພັນກັບສັງຄົມ ແລະ ວັດທະນະທໍານໍາອີກດ້ວຍ. ນອກຈາກນີ້, ອາຈານຂອງຂ້ອຍກໍບໍ່ແມ່ນມີພຽງແຕ່ຜູ້ຢູ່ໃນມະຫາໄລ, ແຕ່ຍັງລວມໄປເຖິງລຸງປ້າອາວອາຄົນລາວທີ່ມັກເວົ້າລົມກັບຄົນຕ່າງປະເທດທີ່ບໍ່ເຄີຍຮູ້ຈັກຢູ່ໃນລົດເມ ກໍລ້ວນແລ້ວແຕ່ແມ່ນຜູ້ສິດສອນພາສາລາວຂອງຂ້ອຍ. ມີຄໍາສຸພາສິດໜຶ່ງຂອງຍີ່ປຸ່ນເວົ້າວ່າ “ການຮຽນ ພາສາ, ແມ່ນຕ້ອງພ້ອມທີ່ຈະຕັກນໍ້າດ້ວຍກະດົ້ງ” ເຊິ່ງເປັນການປຽບທຽບເຖິງຄວາມຍາກຫຼາຍໃນການ ຮຽນພາສາໃດຫນຶ່ງ. ເຖິງວ່າພາສາລາວຂອງຂ້ອຍຈະຍັງບໍ່ເກັ່ງກໍຕາມ, ແຕ່ຂ້ອຍກໍຢາກຈະສືບຕໍ່ອຸທິດ ໂຕເອງເພື່ອຮຽນຮູ້ພາສາລາວໃນປະເທດລາວ.
 
ໃນ 2 ປີທໍາອິດ, ຂ້ອຍໄດ້ໄປເລາະທ່ຽວຢາມເກືອບທຸກແຂວງທົ່ວປະເທດທາງລົດ. ຄັ້ງທໍາອິດທີ່ຂ້ອຍໄດ້ ໄປພັກຢູ່ເຮືອນໝູ່ທີ່ຢູ່ຊົນນະບົດ, ຂ້ອຍຍັງຈື່ໄດ້ທິວທັດທີ່ງົດງາມທີ່ຢູ່ຕໍ່ໜ້າເຮືອນຂອງລາວ. ຂ້ອຍປະທັບໃຈ ຕໍ່ພະລັງໃນການດໍາລົງຊີວິດຢູ່ບ່ອນທີ່ບໍ່ມີສິ່ງອໍານວຍຄວາມສະດວກຫຍັງຫຼາຍ, ດ້ວຍວິຖີການເປັນຢູ່ ລຽບງ່າຍໄປຕາມແບບທໍາມະຊາດ. ອາຫານລາວທີ່ໃຊ້ສ່ວນປະກອບຈາກຄວາມອຸດົມສົມບູນຂອງທໍາມະ ຊາດ. ວຽກງານສີມືທີ່ຕ້ອງໃຊ້ເວລາ ແລະ ຄວາມອົດທົນ, ຜູ້ຄົນທີ່ມັກຄວາມງຽບສະຫງົບ ດັ່ງການໄຫຼຂອງແມ່ນໍ້າຂອງ, ຄົນຍີ່ປຸ່ນທີ່ມາປະເທດລາວຫຼາຍຄົນກໍມີຄວາມຮູ້ສຶກຄືກັນກັບຂ້ອຍ ວ່າ ຄິດຮອດສະໄໝອະດີດຂອງຍີ່ປຸ່ນ.
 
ການເຮັດວຽກຢູ່ສະຖານທູດຍີ່ປຸ່ນນີ້, ຂ້ອຍພະຍາຍາມເຮັດວຽກຢ່າງໜັກ ທັງເອົາໃຈໃສ່ຄໍານຶງເຖີງການ ປົກປັກຮັກສາທໍາມະຊາດ ສິ່ງແວດລ້ອມ ແລະ ທິວທັດອັນງົດງາມຂອງປະເທດລາວ. ຈົນມາຮອດປະຈຸບັນ ກໍຍັງມີຄໍາຖາມຕົນເອງຕະຫຼອດມາວ່າ ຈະເຮັດແນວໃດ, ຍີ່ປຸ່ນຈະສາມາດໃຫ້ການຮ່ວມມືແບບໃດໄດ້ ໃນທ່າມກາງສະພາບການພັດທະນາຢ່າງວ່ອງໄວຂອງປະເທດລາວ.
 
ເສັ້ນທາງນັກການທູດຂອງຂ້ອຍແມ່ນຫາກໍເລີ່ມຕົ້ນ, ແຕ່ຂ້ອຍກໍດີໃຈທີ່ໄດ້ເລີ່ມຕົ້ນໃນປະເທດທີ່ສວຍງາມ ແຫ່ງນີ້. ຕໍ່ຈາກນີ້ໄປກໍເຊັ່ນດຽວກັນ, ຂ້ອຍຢາກຈະສືບຕໍ່ເຮັດວຽກທີ່ພົວພັນກັບປະເທດລາວ ດ້ວຍຄວາມຮັກ ທີ່ເຕັມປ່ຽມ.
 
ຂ້ອຍຂໍອວຍພອນໃຫ້ສາຍພົວພັນຍີ່ປຸ່ນ-ລາວ ຈົ່ງໝັ້ນຍືນຕະຫຼອດໄປ
ເດືອນເມສາ 2020
  

ຢູລີເອະ ກາມີກາວາຈິ
ເຮັດວຽກຢູ່ສະຖານທູດຍີ່ປຸ່ນ 2ປີ
ສິ່ງທີ່ຂ້ອຍມັກແມ່ນການສະສົມຜ້າແພຂອງບັນດາຊົນເຜົ່າໃນທົ່ວປະເທດ
ອາຫານລາວທີ່ມັກທີ່ສຸດແມ່ນເອາະຫລາມ
ຕອນຝຶກອົບພາສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ラオス国立大学での語学研修
ຕອນໄປທ່ຽວກັບບັນດາຜູ້ຮ່ວມງານຂອງກະຊວງການຕ່າງປະເທດໃນຊ່ວງອອກພັນສາ ラオス外務省のカウンターパートらと過ごしたオークパンサー
2016年7月の終わり、暑季の真っただ中に、はじめてラオスの地を踏んでから、早4年が経とうとしています。五感でラオスを感じ、楽しむ。そして、良好な日ラオス関係の更なる発展の一助になれたら、という思いを持って赴任し、ラオス国立大学での2年間の語学研修を終え、現在は日本大使館で勤務しています。
 
外務省に入るまで文字を見たことも音を聞いたこともなかった私が抱いたラオス語の第一印象は、「丸っこくて、可愛い。」ラオスで生活しながら言語を学ぶことで、ラオス語を、それを生み出した社会と文化との関係で学ぶことができました。大学の授業のみならず、バスの中で見ず知らずの外国人に話しかけてくれるおしゃべり好きのおばちゃんたちも、私の先生でした。「言語学習には、ざるで水を汲む覚悟が要る」といいます。私のラオス語力はまだまだですが、生身のラオス語に触れられるこの環境で、引き続き精進していきたいと思います。
 
ラオスに赴任したはじめの2年間で、ラオスのほぼ全県を、可能な限り陸路で見てまわりました。はじめて友人の田舎でホームステイをさせてもらった際、目の前に広がる光景にときめきを抱いたことを今でも覚えています。何もないところで、生活する力。自然のリズムを意識しながら営む、無理のないライフスタイル。山の恵みをふんだんに使ったラオス料理。手間暇かけて作る、あったかい手仕事。メコンの流れのように穏やかな人々。ラオスに来た多くの日本人は、私と同じように、どこか懐かしさを感じるようです。
 
大使館業務では、こういったラオスの美しい光景を頭の片隅に置いて仕事に取り組むことを心がけています。著しい発展を遂げる中で、日本にどんな協力が求められるのか、問い続ける日々です。
 
私の外交官人生はまだ始まったばかりですが、この美しい国でスタートできたことを幸せに思います。これからも愛をもって、ラオスと関わりたいと思います。
 
日ラオス関係の末永い発展を願って。
2020年4月
 
 
上川路ゆり絵
在ラオス日本大使館勤務2年目。
趣味は各地方や少数民族の布収集。
好きなラオス 料理はオラーム。