ຍີ່ປຸ່ນ ແລະ ຂ້ອຍ「日本と私」 ພັນປະກິດ ອ່ອນພັນດາລາ オンパンダラ・パンパキット
2020/5/13

ດ້ວຍໂອກາດທີ່ໄດ້ໄປຮຽນຕໍ່ການສຶກສາຊັ້ນສູງຢູ່ຍີ່ປຸ່ນ, ເປັນເວລາ 22 ປີເຊິ່ງກວມເອົາເກີນເຄິ່ງໜຶ່ງຂອງຊີວິດຕົນເອງກໍໄດ້ພົວພັນຢ່າງເລິກເຊິ່ງກັບປະເທດຍີ່ປຸ່ນ. ນັບຈາກນີ້, ກໍເຊື່ອໝັ້ນວ່າຈະສຶບຕໍ່ພົວພັນໄປອີກຍາວຢ່າງແນ່ນອນ. “ຍີ່ປຸ່ນ” ບໍ່ເປັນພຽງແຕ່ດ້ານການສຶກສາ, ຄົງບໍ່ແມ່ນການເວົ້າຍ້ອງຍໍເກີນໄປວ່າທຸກໆດ້ານຂອງຊີວິດຕົນເອງໄດ້ຖືກກໍ່ສ້າງ, ຫຼໍ່ຫຼອມ ແລະ ເຕີບໂຕມາດ້ວຍການຜູກພັນຢ່າງສະໜິດແໜ້ນກັບຍີ່ປຸ່ນ, ຈົນພາໃຫ້ຄິດວ່າຈະສະຫຼຸບຫຍໍ້ສັ້ນໆແນວໃດດີເພາະວ່າມີຄວາມຊົງຈໍາ ຫຼວງຫຼາຍ.
ຢູ່ມະຫາວິທະຍາໄລແຫ່ງຊາດລາວ, ຂ້ອຍເອງໄດ້ຮັບຜິດຊອບສອນວິຊາວິທີວິທະຍາຂັ້ນສູງ, ການເງິນພາກລັດ, ບໍລິຫານ ໂຄງການ ແລະອື່ນໆໃນຫຼັກສູດປະລິນຍາໂທເປັນຕົ້ນຕໍ, ເຊິ່ງໄດ້ຊີ້ນໍາບົດວິທະຍານິພົນເປັນຈໍານວນຫຼວງຫຼາຍ. ແຕກຕ່າງຈາກປະ ສົບການສອນຢູ່ມະຫາວິທະຍາໄລຢູ່ຍີ່ປຸ່ນ, ອາຈານສອນຢູ່ລາວຕ້ອງໄດ້ປັບຕົວຕາມສະພາບການຕ່າງໆທີ່ບໍ່ຕາຍຕົວ ຫຼືວ່າ ເປັນ ລະບຽບແບບຍີ່ປຸ່ນ. ສະພາບແວດລ້ອມແລະງົບປະມານການຄົ້ນຄວ້າກໍໜ້ອຍຫຼາຍເມື່ອທຽບກັບຕອນເຄີຍຢູ່ຍີ່ປຸ່ນ, ແຕ່ວ່າ ຢູ່ລາວ ກໍຖືສໍາຄັນວ່າຕ້ອງເກັ່ງຮອບດ້ານ ບໍ່ແມ່ນສະເພາະດ້ານ. ພ້ອມນັ້ນ, ນັກສຶກສາປະລິນຍາໂທຢູ່ລາວສ່ວນຫຼາຍແມ່ນພະນັກງານ-ນັກ ທຸລະກິດ ໂດຍສະເພາະລັດຖະກອນແມ່ນກວມອັດຕາສ່ວນສູງ, ບໍ່ແມ່ນນັກສຶກສາຈົບປະລິນຍາຕີແລ້ວຮຽນຕໍ່ເລີຍ, ສະນັ້ນ ພວກ ເຂົາເຈົ້າຈຶ່ງມີຄວາມຮູ້ ແລະ ປະສົບການທີ່ກວ້າງຂວາງຈາກຫຼາກຫຼາຍຂະແໜງການທີ່ເຕັມໄປດ້ວຍສີສັນແຫ່ງການຮຽນຮູ້ ແລະ ດູດ ຊືມ ພ້ອມທັງສະສົມເກັບກ່ຽວຍາດເອົາມາໄວ້ໄດ້ຢ່າງໄວວາ. ຍ້ອນພື້ນຖານເຄືອຂ່າຍທີ່ໃຫຍ່ໂຕນີ້, ຂ້ອຍເອງຈຶ່ງສາມາດດໍາເນີນການ ຄົ້ນຄວ້າກ່ຽວກັບການພັດທະນາຂອງປະເທດລາວໄດ້ຢ່າງຮອບດ້ານ.
ນອກນັ້ນ, ຂ້ອຍເອງກໍເນັ້ນຄວາມພະຍາຍາມ ແລະ ຫົວຄິດປະດິດສ້າງໃນແຕ່ລະວັນເປັນສິ່ງສໍາຄັນໃນການເຮັດວຽກ, ໂດຍມີ “ກຽດສັກສີຄວາມເປັນມືອາຊີບ”, “ເຄົາລົບນັບຖືແລະການໃຫ້ກຽດ”, “ຄວາມຮັບຜິດຊອບ” ເຊິ່ງບໍ່ມີຫຍັງປ່ຽນແປງໄປ ຈາກສະໄໝຕອນເປັນນັກຄົ້ນຄວ້າຢູ່ຍີ່ປຸ່ນ ດ້ວຍມານະຈິດອັນແຮງກ້າ ເພື່ອປະຕິຮູບດ້ານແນວຄິດໃຫ້ຍາດໄດ້ຜົນງານການຄົ້ນຄວ້າ ທາງວິຊາການທີ່ເປັນທີ່ຍອມຮັບແລະສົ່ງຜົນກະທົບບວກຕໍ່ກັບນັກສຶກສາ, ຄູອາຈານ-ນັກຄົ້ນຄວ້າ ແລະ ສັງຄົມ. ໃນຖານະນັກຄົ້ນ ຄວ້າດ້ານເສດຖະສາດຜູ້ໜຶ່ງທີ່ໄດ້ຮັບໃຊ້ໃກ້ຊິດກັບລັດຖະບານ, ການຮັກສາແຮງບັນດານໃຈໃນລະດັບສູງຢູ່ສະເໝີເປັນສິ່ງທີ່ຍາກ ແຕ່ຄຸ້ມຄ່າທີ່ສຸດ ເພາະວ່າມີໂອກາດດີໆທີ່ຈະໄດ້ປະກອບສ່ວນສະທ້ອນຜົນການຄົ້ນຄວ້າໄປສູ່ການສະເໜີແນະທາງນະໂຍບາຍ. ອີກດ້ານໜຶ່ງ, ໂດຍຜ່ານການແປພາສາລາວ-ຍີ່ປຸ່ນນັບແຕ່ສະໄໝເປັນນັກສຶກສາປະລິນຍາໂທໃນບັນດາໂຄງການພັດທະນາ ແລະ ການຮ່ວມມືທີ່ຂ້ອຍເອງເປັນຂົວຕໍ່ລະຫວ່າງລາວ-ຍີ່ປຸ່ນ, ພິເສດກໍແມ່ນປະສົບການໃນການເປັນພາສາແປໃຫ້ແກ່ຫຼາຍກອງ ປະຊຸມສຸດຍອດຂອງຜູ້ນໍາສອງປະເທດກໍໄດ້ເປັນຊັບສິນທີ່ລໍ້າຄ່າທີ່ຈະເປັນປະໂຫຍດໄປຕະຫຼອດການ. ຂ້າມຜ່ານໄວໜູ່ມໄປສູ່ ຮຸ່ນກາງ ແລະ ຮຸ່ນອາວຸໂສໃນຕໍ່ໜ້າ, ຂ້ອຍເອງຈະສຶບຕໍ່ຮັກສາການພົວພັນມິດຕະພາບກັບຍີ່ປຸ່ນ ແລະ ກ້າວເດີນຕໍ່ໄປໃນຊີວິດແຫ່ງ ການຮ່ວມວຽກກັບສາກົນຢ່າງຕັ້ງໜ້າ.
ພັນປະກິດ ອ່ອນພັນດາລາ
ປະຈຸບັນ, ໃນຮູບແບບຂອງຄວາມທ້າທາຍໃໝ່, ນັບຈາກເດືອນມິຖຸນາ 2019, ຂ້ອຍເອງໄດ້ຖືກຊັບຊ້ອນໃຫ້ເປັນຮອງຫົວໜ້າສູນຄົ້ນຄວ້ານະໂຍບາຍພັດທະນາວິສາຫະກິດ ແລະ ການເຊື່ອມໂຍງສາກົນຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ຄັງປັນຍາໃນກົງຈັກຂອງລັດຖະບານຂັ້ນສູນກາງ). ພ້ອມນັ້ນ, ກໍສຶບຕໍ່ເປັນອາຈານຮັບເຊີນຢູ່ຄະນະເສດຖະສາດແລະບໍລິຫານທຸລະກິດ ມຊ.
ອາຫານຍີ່ປຸ່ນທີ່ມັກທີ່ສຸດແມ່ນ ໝີ່ໂສບະໜ້າກຸ້ງຊຸບແປ້ງທອດ, ເຂົ້າໜ້າໝູທອດ, ໄກ່ທອດຊອດທາຣ໌ໆ,
ເຕົ້າຮູ້ທອດລາດໜ້າຊອດ, ຜັກຂົມຊອດໝາກງາ
ສະຖານທີ່ໆມັກແມ່ນ ວັດ Sanjusangendo(ແຂວງ Kyoto), ວັດ Kiyomizu(ແຂວງ Kyoto), ເມືອງKurashiki, ເຂດຮັກສາດ້ານປະຫວັດສາດ (ແຂວງ Okayama), ເທດສະການດອກໄມ້ໄຟ Sumidagawa (ນະຄອນຫຼວງໂຕກຽວ) ແລະ ໂກເບຮາເບີແລນ (ເມືອງ Kobe, ແຂວງ Hyogo)

高等教育への日本留学をきっかけに、22年間という私の人生の半分以上が日本と深く関わってきた。そして、今後も必ず関わって行くと確信する。「日本」の教育のみならず、人生の土台づくりから形成・成長までの全てと言っても過言では無いという人生のあらゆる面で関わり合いが強くあり、思い出も一杯で短くまとめるのは大変だろうと考えた。
ラオスの大学では、主に、大学院コースの研究手法、財政学、プロジェクト・マネジメントなどを担当し、多数の修士課程の論文指導を行なってきたが、日本の大学の経験とは違い、学期通りにゼミを毎週に行わず、経済学科の規定ならば担当教官が院生と臨機応変で日時を指定し、12回以上に指導する必要がある。研究環境や研究費は日本と比べならないほど少ないが、ラオスの特徴として、専門性よりもジェネラリストを大事にする。しかも、ラオスの大学・大学院コースには主に社会人(特に公務員)の比重が大きく、学部生の進学が少ない特徴があり、多彩な大学院生のバックグラウンドを基に幅広い分野の知識・経験が急速に吸収・蓄積できる。この大きなネットワークによりラオスの開発に関する総合的な研究テーマを取り組むことができるメリットだと考える。
また、大学生・院生、教員・研究者同士、社会などにインパクトのある学術研究成果、意識改革、強い志をモットーに、日本に居た頃と変わらずに研究者の職人の「プライド」、「礼儀正しさ」、「責任感」を大切にして日々努力と工夫をしている。一ラオスの経済学者として政府との距離が近く、研究成果が政策提言につながる可能性が高い長所を持ちながら、その故に、モチベーションの維持は大変難しいが、やり甲斐がすごくある。もう一つの思い出は、大学院生時代からラオ語・日本語の通訳・翻訳を通じて、多くの開発・協力事業で日本とのラオスとの架け橋を担ってきて、とりわけ、二国間の首脳会議の際に通訳した経験は、今後も生かされる貴重な財産である。若手を越えて、中堅そしてベテランになる自分は、今後も日本との交流を大切にして、国際潮流の人生を歩んで行く。
オンパンダラ・パンパキット
2019年6月からラオス国家経済研究所(中央政府付属シンク・タンク)に転勤し、企業開発・経済統合政策研究センターの次長に就任する。引き続き、ラオス国立大学の経済経営学部の非常勤講師を兼任。
好きな食べ物は、エビ天ぷらそば、カツ丼、チキン唐揚げのタルタルソース、揚げ出し豆腐のあんかけ、ほうれん草のごま和え。
好きな場所は、三十三間道、清水寺、倉敷の美観地区、隅田川の花火大会、神戸ハーバーランド。