ລາວ ແລະ ຂ້ອຍ「ラオスと私」 ໂຢຊີດາ ໂຄ່ຈິ 吉田幸司
2020/5/25

ຂ້ອຍໄດ້ມານະຄອນຫຼວງວຽງຈັນຄັ້ງທໍາອິດເພື່ອມາຝຶກອົບຮົມພາສາລາວໃນນາມພະນັກງານຂອງກະຊວງການຕ່າງປະເທດໃນເດືອນ ມິຖຸນາ ປີ 1997.ແລະ ຕໍ່ຈາກນັ້ນອີກ 1 ເດືອນປະເທດລາວກໍ່ໄດ້ເຂົ້າເປັນສະມາຊິກກຸ່ມ ASEAN ແລະ ໄດ້ຈັດກອງປະຊຸມສຸດຍອດອາຊຽນເຖິງ 2 ຄັ້ງໃນປີ 2004 ແລະ 2016ໃນນາມເປັນປະທານອາຊຽນ. ມາເບິ່ງຄືນແລ້ວ, ແຕ່ປີ 1997 ຈົນຮອດປັດຈຸບັນນະຄອນຫຼວງວຽງຈັນໄດ້ມີການພັດທະນາທາງດ້ານເສດຖະກິດຢ່າງໄວວາ ແລະ ຕົວເມືອງກໍ່ໃຫຍ່ຂຶ້ນ.
ໃນຊ່ວງປີ1997,ເຂດຊານເມືອງຂອງນະຄອນຫຼວງວຽງຈັນໄດ້ມີການຈັດບຸນບັ້ງໄຟຢ່າງຫຼວງຫຼາຍ. ຕໍ່ມາ,ຍ້ອນວ່າມັນມີຄວາມອັນຕະລາຍບ່ອນທີ່ມີຄົນເຕົ້າໂຮມກັນຫຼາຍໃນນະຄອນຫຼວງວຽງຈັນຈຶ່ງບໍ່ໄດ້ຈັດ. ນອກຈາກນີ້, ໃນຊ່ວງປີ1997~98,ຂ້ອຍໄດ້ມີໂອກາດໄປຮ່ວມອາໄສຢູ່ກັບຄອບຄົວຄົນລາວ, ຂ້ອຍຍັງຈື່ໄດ້ວ່າຂ້ອຍໄດ້ໄປຍ່າງຫຼິ້ນເປັນປະຈໍາໃນທ້າຍອາທິດຂອງທຸກໆອາທິດ. ເລືອດແປງເປັດທີ່ເຄີຍໄດ້ກິນຢູ່ເຮືອນຂອງຊາວກະສິກອນໃນຊານເມືອງຂອງນະຄອນຫຼວງວຽງຈັນນັ້ນ, ປັດຈຸບັນນີ້ຢູ່ນະຄອນວຽງຈັນບໍ່ຄ່ອຍໄດ້ກິນປານໃດແລ້ວ, ເຮັດໃຫ້ຂ້ອຍຮູ້ສຶກຄິດຮອດ.
ຢູ່ສປປ ລາວມີທັງສິ່ງທີ່ປ່ຽນແປງ, ຮີດຄອງທີ່ເກົ່າແກ່ຂອງລາວກໍ່ບໍ່ໄດ້ມີການປ່ຽນແປງແລະກໍ່ຍັງມີຫຼາຍຢ່າງທີ່ໄດ້ສືບທອດປະຕິບັດກັນມາ. ບຸນພະທາດຫຼວງ, ບຸນຊ່ວງເຮືອນີ້ແມ່ນໃນແຕ່ລະປີຈະມີການປ່ຽນແປງເລັກໜ້ອຍ ແລະ ຄົນລາວຈໍານວນຫຼາຍກໍ່ຍັງເຂົ້າຮ່ວມແລະປະຕິບັດກັນມາຢ່າງຍິ່ງໃຫຍ່.
ຍ້ອນມົນສະເໜ່ໃນວັດທະນະທໍາດັ້ງເດີມຂອງລາວເຫຼົ່ານີ້, ເຮັດໃຫ້ຄົນຍີ່ປຸ່ນຫຼາຍຄົນໄດ້ຮຽນວັດທະນະທໍາລາວເຊັ່ນ: ການເປົ່າແຄນ ແລະ ການຟ້ອນເປັນຕົ້ນ. ຕອນແຕ່ກີ້ຂ້ອຍເອງກໍ່ໄດ້ຖືກຊັກຊວນ ແລະ ກໍ່ເຄີຍໄດ້ຮຽນຫຼິ້ນດົນຕີພື້ນເມືອງລາວກໍ່ຄື ກະຈັບປີ່(ຄ້າຍຄືກັບກີ່ຕ້າສາມສາຍຂອງໂອກີນາວະ)ຄົນຍີ່ປຸ່ນທີ່ເຄີຍມີກິດຈະກໍາສະແດງນໍາກັນໃນຕອນນັ້ນ, ກໍ່ມີຫຼາຍຄົນທີ່ໄດ້ພັດທະນາການຫຼິ້ນ ແລະ ໄດ້ມີການສະແດງຊໍ່າຜູ້ມີຄວາມຊໍານານ, ຂ້ອຍເສຍດາຍທີ່ການຫຼິ້ນດົນຕີດັ່ງກ່າວຕົວເອງບໍ່ໄດ້ມີການພັດທະນາຂຶ້ນແຕ່ມັນກໍ່ເປັນຄວາມຊົງຈໍາທີ່ດີທີ່ໄດ້ສໍາຜັດກັບວັດທະນະທໍາລາວ.
ຖ້າເວົ້າເຖິງການປ່ຽນແປງແລ້ວ, ປັດຈຸບັນນີ້, ຄໍາສັບໃນພາສາລາວມີປ່ຽນແປງຫຼາຍຖ້າປຽບທຽບໃສ່ຕອນແຕ່ກີ້ແມ່ນຄໍາເວົ້າທີ່ວ່າ: 「ຂໍອະນຸຍາດ~~」。ຂ້ອຍໄດ້ມາປະຈໍາການໃນລາວແຕ່ປີ 1997 ຈົນເຖິງປີ 2002 ແລະ ຫຼັງຈາກນັ້ນ, ກໍ່ໄດ້ມາປະຈໍາການອີກຄັ້ງໃນປີ 2016, ຄໍາສໍາພາສາລາວ 「ຂໍອະນຸຍາດ~~」ທີ່ໄດ້ຍິນທໍາອິດເຮັດໃຫ້ຂ້ອຍຈື່ຄວາມປະທັບໃຈທີ່ມັນແຕກຕ່າງເລັກໜ້ອຍຈາກພາສາລາວທີ່ຂ້ອຍໄດ້ຮຽນມາໃນອະດີດ. ປັດຈຸບັນນີ້, ມັນໄດ້ເປັນຄໍາສັບທີ່ສະດວກສະບາຍ, ສຸພາບຫຼາຍ ແລະ ກໍ່ຈະໄດ້ໃຊ້ຢ່າງແນ່ນອນໃນເວລາແປ.
ຂ້ອຍໄດ້ສືບຕໍ່ເຮັດວຽກທີ່ກ່ຽວຂ້ອງກັບສາຍພົວພັນລະຫວ່າງຍີ່ປຸ່ນ ແລະ ລາວເປັນໄລຍະເວລາ 23 ປີ, ມັນມີທັງສິ່ງທີ່ຂ້ອຍຄິດວ່າປ່ຽນແປງຫຼາຍ ແລະ ຮູ້ສຶກວ່າມີທັງສິ່ງທີ່ຍັງຮັກສາຮີດຄອງອັນເກົ່າແກ່ໄວ້ນໍາ. ໃນຕໍ່ໜ້າ, ຂ້ອຍເອງກໍ່ຢາກຈະສືບຕໍ່ເຮັດວຽກເພື່ອເປັນການສົ່ງເສີມສາຍພົວພັນລະຫວ່າງຍີ່ປຸ່ນ ແລະ ລາວຕໍ່ໄປ.
ໂຢຊີດາ ໂຄ່ຈິ
ຫົວໜ້າພະແນກການເມືອງປະຈໍາສະຖານທູດຍີ່ປຸ່ນ。ເຮັດວຽກຢູ່ລາວໄດ້ 8 ປີ。ມັກການທ່ອງທ່ຽວໃນເຂດຊົນນະບົດ ແລະ ການຂີ່ລົດທ່ຽວຫຼິ້ນ.

私が外務省職員としてラオス語を研修するため,初めて首都ビエンチャンに到着したのは,1997年6月のことでした。その1か月後にラオスはASEANに加盟し,2004年と2016年の2回ASEAN議長国として首脳会議を主催しました。振り返ってみると,1997年から現在まで首都ビエンチャンは経済的に非常に早い勢いで発展し,街の様子が大きく変化しています。
1997年頃,まだビエンチャンの郊外でもロケット祭りを盛大に行っていました。その後,危険なのでロケット祭りは都会の人口密集地では行われないようになりました。また,1997年~98年頃,ホームステイ先のラオス人家庭に誘われて,毎週のように週末に郊外を散策していたことをよく覚えています。ビエンチャン郊外の農家でご馳走していただいた新鮮なアヒルの生き血の料理(ルアット・ペーン・ペット)は,最近ビエンチャンで食べる機会がなく,懐かしく思います。
変化したこともあれば,ラオスの古い伝統が変わらず続いていることも多くあります。タートルアン祭り,ボートレース祭りなどは,毎年少しずつ変化しながら,多くのラオス人が参加して盛大に行われています。
そういったラオスの伝統文化に魅了され,多くの日本人がケーンや踊りなどラオスの文化を習っています。私も昔誘われてカチャッピーという弦楽器(沖縄の三味線に似ています)を習っていました。当時ご一緒に演奏活動をさせて頂いた日本人の方には,プロとして活動されるほど演奏が上達された方が多くいらっしゃいますが,私は残念ながらあまり上達しませんでした。それでもラオスの文化に触れることが出来たのはよい思い出となっています。
変わったと言えば,最近のラオス語で昔に比べて大きく変わった点は,「~~させて頂きます(コー・アヌニャート)」という表現です。私は1997年~2002年にラオスで勤務した後に日本に戻り,2016年に再びラオスに着任しましたが,初めてラオス語で「~~させて頂きます」という表現を聞いた時は,昔に習ったラオス語とは少し違うようだと印象深く思った記憶があります。この言い方は非常に丁寧で便利な言葉なので,今では通訳する時には必ず用いています。
私が23年間日本とラオスの外交関係に携わる仕事を続けている中で,ラオスが大きく変わった点もあれば,古い伝統が守られていると感じる点もあります。今後とも,引き続き日本とラオスの関係のために努めて行ければと思います。
吉田幸司
日本大使館政務班長。ラオス在勤は通算8年。たまのラオス地方旅行やドライブが楽しみ。