ຍີ່ປຸ່ນ ແລະ ຂ້ອຍ「日本と私」 ອາເລັກຊານດຼາ ບຸນຊ່ວຍ アレクサンドラ・ブンスアイ
2020/5/27

ທຸກຢ່າງເລີ່ມຕົ້ນຕອນອາຍຸຂ້ອຍປະມານ14ປີ. ຕອນນັ້ນຂ້ອຍຢູ່ຊັ້ນມໍ5 ຢູ່ອຸດົມວຽງຈັນ, ຂ້ອຍໄດ້ມີໂອກາດເຂົ້າຮ່ວມໂຄງການແລກປ່ຽນເຊິ່ງໄດ້ຮັບການສະໜັບສະໜູນໂດຍ ອົງການAFS ຢູ່ທີ່ປະເທດຍີ່ປຸ່ນ. ຕອນນັ້ນເປັນຄັ້ງທໍາອິດທີ່ຂ້ອຍໄດ້ຈາກພໍ່ແມ່ໄປໄກ. ເມື່ອໄປຮອດຍີ່ປຸ່ນກໍ່ໄດ້ແລກປ່ຽນວັດທະນະທໍາຫຼາຍໆຢ່າງ ທີ່ສໍາຄັນແມ່ນພະນັກງານ ແລະ ອາສາສະໝັກຂອງ AFSທີ່ມີຄວາມໜ້າຮັກກັບທຸກຄົນເຮັດໃຫ້ຂ້ອຍບໍ່ສາມາດລືມຄົນຍີ່ປຸ່ນໄດ້ເລີຍ. ນອກຈາກນັ້ນ, ຂ້ອຍກໍ່ໄດ້ມີໂອກາດໄປອາໄສກັບຄອບຄົວຄົນຍີ່ປຸ່ນຢູ່ເມືອງອະສະຮິກະວະ. ໃນຊ່ວງທີ່ອາໄສຢູ່ນັ້ນ1ອາທິດ ແມ່ຮັກຄົນຍີ່ປຸ່ນໄດ້ເຮັດອາຫານທີ່ແຊບໃຫ້ກິນທຸກມື້ ແລະ ຂ້ອຍໄດ້ມີໂອກາດໄປໂຮງຮຽນ Fuji Girls High School, ເປັນປະສົບການທີ່ຂ້ອຍຈະບໍ່ມີວັນລືມເລີຍ ເພາະວ່າໝູ່ຂອງຂ້ອຍ ແລະ ອາຈານຢູ່ທີ່ນັ້ນ ໃຫ້ການຕ້ອນຮັບຢ່າງດີ. ຂ້ອຍບໍ່ເຂົ້າໃຈພາສາຍີ່ປຸ່ນ, ແຕ່ໝູ່ ແລະ ອາຈານກໍພະຍາຍາມລົມນໍາຂ້ອຍ ແລະ ໃຫ້ຄວາມສໍາຄັນກັບຂ້ອຍ, ເຊິ່ງເຮັດໃຫ້ຂ້ອຍຮູ້ສຶກຮັກປະເທດຍີ່ປຸ່ນ ຍ້ອນວ່າຄົນຍີ່ປຸ່ນເປັນຢ່າງດີເລີຍ.
ຫຼັງຈາກຂ້ອຍໄດ້ກັບມາລາວແລ້ວ, ຂ້ອຍກໍໄດ້ມີໂອກາດໄປຍີ່ປຸ່ນອີກຄັ້ງໃນຕອນອາຍຸ16ປີ, ເພື່ອເຂົ້າຮ່ວມ ງານ “J-ASEAN POPs Concert”. ຂ້ອຍໄດ້ຂຶ້ນຮ້ອງເພງໃນເວທີທີ່ໃຫຍ່ຂະໜາດນີ້ເປັນຄັ້ງທໍາອິດເລີຍຕັ້ງແຕ່ຂ້ອຍໄດ້ເຂົ້າວົງການມາໄດ້ 2 ປີໃນຕອນນັ້ນ. ຂ້ອຍຍັງຈື່ໄດ້ວ່າຕອນນັ້ນຂ້ອນສັ່ນເພາະວາເວທີໃຫຍ່ອີ່ຫຼີ. ຂ້ອຍກໍ່ໄດ້ມີໂອກາດຮ່ວມງານກັບບັນດາ ຜູ້ສ້າງ, ທີມງານຂອງເວທີ, ບັນດາສິລະປິນຂອງຍີ່ປຸ່ນ ແລະ ອາຊຽນນໍາ.
ນອກຈາກນີ້, ຄວາມຊົງຈໍາທີ່ບໍ່ມີວັນລືມແມ່ນຄົນຜູ້ໜຶ່ງທີ່ມີບຸນຄຸນກັບຂ້ອຍຫຼາຍກໍ່ຄືທ່ານ ຢາກິຊາວະ, ຕາງຫນ້າຂອງກຸ່ມອາສາສະຫມັກຢູ່ລາວ, ເປັນຜູ້ທີ່ເສຍສະຫຼະເວລາມາສອນພາສາຍີ່ປຸ່ນໃຫ້ຂ້ອຍ ແລ້ວ ໄດ້ແນະນໍາເພງ “ມີໄລເອ” ແລະ “ນະດະໂຊໂຊ”. ເພາະສະນັ້ນ ຂ້ອຍກໍ່ໄດ້ມີໂອກາດຮ້ອງໃນງານຕ່າງໆ ລະຫວ່າງຄົນຍີ່ປຸ່ນທັງຫຼາຍ. ລາວໄດ້ສອນຫຼາຍໆຢ່າງທັງພາສາຍີ່ປຸ່ນ ແລະ ອື່ນໆ. ຫຼັງຈາກທີ່ຮຽນແລ້ວ, ລາວຈະຊວນໄປກິນເຂົ້າຢູ່ຮ້ານອາຫານຍີ່ປຸ່ນທຸກໆຄັ້ງເຮັດໃຫ້ຂ້ອຍ, ຄອບຄົວຂອງຂ້ອຍໄດ້ແລກປ່ຽນການສົນທະນາກ່ຽວກັບປະສົບການຊີວິດໃຫ້ກັນຟັງຖືໄດ້ວ່າລາວເປັນອີກພໍ່ຄົນໜຶ່ງຂອງຂ້ອຍເລີຍ. ຂ້ອຍ ແລະ ຄອບຄົວຂອງຂ້ອຍມັກອາຫານຍີ່ປຸ່ນຫຼາຍຕັ້ງແຕ່ຕອນນັ້ນມາ.
ຫຼັງຈາກທີ່ຂ້ອຍຮຽນຈົບຈາກວິທະຍາໄລລາວ-ອາເມລິກາ, ໃນຕອນອາຍຸພຽງ18ປີ, ຂ້ອຍໄດ້ຊອກຂໍ້ມູນກ່ຽວກັບມະຫາວິທະຍາໄລຢູ່ອາເມຣິກາ, ອົດສະຕາລີ ແລະ ອັງກິດຜ່ານທາງອິນເຕີເນັດ. ໃນຕອນນັ້ນຂ້ອຍໄດ້ໄປທ່ຽວຢູ່ປະເທດອາເມລິກາພ້ອມຄອບຄົວ ແລະ ໄດ້ເຫັນການປະກາດທຶນລັດຖະບານຍີ່ປຸ່ນ(MEXT). ຂ້ອຍກໍໄດ້ຕັ້ງໃຈຊອກມະຫາວິທະຍາໄລຢູ່ຍີ່ປຸ່ນ ແລະ ກໍໄດ້ພົບເຫັນວິຊາ Media Design ຢູ່ທີ່ມະຫາວິທະຍາໄລ ເຄໂອ. ຕອນນັ້ນຂ້ອຍບໍ່ຮູ້ວ່າມະຫາວິທະຍາໄລນີ້ມີຊື່ສຽງຫຼາຍ. ຫຼັງຈາກທີ່ໄດ້ຮຽນຈົບຈາກນັ້ນມາແລ້ວ, ໃນເວລາສົນທະນານໍາໝູ່ແລ້ວບອກວ່າຈົບຈາກ ມະຫາວິທະຍາໄລ ເຄໂອ ແລ້ວ, ແມ່ນໃຜກໍ່ເວົ້າວ່າເກັ່ງຫຼາຍ. ສົມພໍຕອນທີ່ຂ້ອຍຍື່ນເອົາທຶນ ແລະ ຄົນຢູ່ໃນສະຖານທູດໄດ້ຖາມຂ້ອຍວ່າ “ເຈົ້າແນ່ໃຈວ່າຈະເຂົ້າຮຽນຢູ່ໃນມະຫາວິທະຍາໄລນີ້? ເຈົ້າຄວນເລືອກມະຫາວິທະຍາໄລອື່ນເພື່ອໄວ້ໃດ.” ຂ້ອຍໄດ້ຕອບວ່າ “ບໍ່” ເພາະຂ້ອຍຕ້ອງການຮຽນສາຂາ Media Design. ຂ້ອຍກະຕັ້ງໃຈປະສານກັບມະຫາວິທະຍາໄລຈົນໄດ້ເຂົ້າຮຽນ ແລະ ສຸດທ້າຍກໍ່ຈົບ.
ຊ່ວງທີ່ຂ້ອຍຮຽນຢູ່ຍີ່ປຸ່ນໄດ້ສອນຂ້ອຍຫຼາຍຢ່າງໃນການດໍາລົງຊີວິດແບບທໍາມະດາ ແລະ ໄດ້ມີຄວາມຮັບຜິດຊອບ, ການເຮັດອາຫານການກິນ, ການວາງແຜນຊີວິດຂອງຕົວເອງ, ການສຶກສາ, ລວມທັງການພົບປະກັບໝູ່ເພື່ອນ. ເພາະຕອນຍັງນ້ອຍມີແມ່ຂ້ອຍ ແລະ ຜູ້ຊ່ວຍເປັນຜູ້ເຮັດໃຫ້, ເນື່ອງຈາກວຽກຂ້ອຍຫຼາຍ. ຂ້ອຍດີໃຈຕອນໄປຍີ່ປຸ່ນຍ້ອນການທີ່ຂ້ອຍໄດ້ມີໂອກາດໃຊ້ຊີວິດແບບທໍາມະດາ ແລະ ເຮັດໃຫ້ຂ້ອຍເປັນຜູ້ໃຫຍ່ຂຶ້ນຫຼາຍ. ແລະ ກໍ່ໄດ້ຊື້ໝາທີ່ໄດ້ໃສ່ຊື່ວ່າ“ຊາບຸຊາບຸ”ໃນຕອນນັ້ນ. ຊາບຸຊາບຸເປັນອາຫານທີ່ຂ້ອຍມັກຫຼາຍ. ຫຼັງຈາກຮຽນຈົບຂ້ອຍກໍ່ໄດ້ກັບມາລາວພ້ອມທັງໝາຂອງຂ້ອຍ. ໝາຂອງຂ້ອຍສາມາດເຂົ້າໃຈໄດ້ 3 ພາສາ: ພາສາບຸນກາລີ (Bulgaria), ພາສາອັງກິດ ແລະ ພາສາຍີ່ປຸ່ນ.
ຫຼັງຈາກນັ້ນ, ຂ້ອຍກໍໄດ້ມີໂອກາດຮ່ວມວຽກຫຼາຍຢ່າງກັບສະຖານທູດຍີ່ປຸ່ນ, ອົງການ JETRO, ອົງການJICA, ເຊິ່ງອົງການຕ່າງໆແມ່ນຂ້ອຍຍິນດີທີ່ຈະສະໜັບສະໜູນເພາະຂ້ອຍຮູ້ສຶກວ່າ ຍີ່ປຸ່ນໄດ້ສອນຂ້ອຍຫຼາຍຢ່າງ, ແລະ ຂ້ອຍກໍຢາກຊ່ວຍໃນການເຜີຍແຜ່ສິ່ງຕ່າງໆກ່ຽວກັບຍີ່ປຸ່ນໃນລາວ. ຫຼ້າສຸດຂ້ອຍໄດ້ເຂົ້າຮ່ວມງານ Japan-ASEAN Music Festival ໃນປີກ່ອນ ແລະ ອີກຄັ້ງໜຶ່ງປີກາຍຢູ່ທີ່ຫວຽດນາມ. ຂ້ອຍດີໃຈ ແລະ ຮູ້ສຶກເປັນກຽດທຸກຄັ້ງທີ່ໄດ້ເຂົ້າຮ່ວມງານແບບນີ້. ສະນັ້ນປະເທດຍີ່ປຸ່ນ ແລະ ທຸກຢ່າງທີ່ເປັນຍີ່ປຸ່ນຈະເປັນສ່ວນໜຶ່ງ ແລະ ຢູ່ໃນຫົວໃຈຂ້ອຍຕະຫຼອດໄປ. ຂ້ອຍຈະສືບຕໍ່ທີ່ຈະໄປທ່ຽວຍີ່ປຸ່ນທຸກປີ, ເພາະວ່າຂ້ອຍຄິດຮອດ.
ອາເລັກຊານດຼາ ບຸນຊ່ວຍ
ນັກຮ້ອງ, ນັກສະແດງ ແລະ ນັກດົນຕີຂອງປະເທດລາວ.
ໄດ້ປະກອບສ່ວນເຂົ້າສົ່ງເສີມການແລກປ່ຽນສາຍພົວພັນມິດຕະພາບລະຫວ່າງ ຍີ່ປຸ່ນ ແລະ ລາວໂດຍຜ່ານການສະແດງຕ່າງໆ.
ສະຖານທີ່ໆມັກຂອງປະເທດຍີ່ປຸ່ນແມ່ນ Yokohama (ແຂວງ Kanagawa), Harajuku ແລະ Shibuya (ນະຄອນຫຼວງໂຕກຽວ).
ອາຫານຍີ່ປຸ່ນທີ່ມັກທີ່ສຸດແມ່ນຊາບຸຊາບຸ ແລະ ຊັອກໂກແລັດຍີ່ປຸ່ນແມ່ນສິ່ງທີ່ຂ້ອຍມັກທີ່ສຸດ.

日本と最初に関わったのは、14歳の時です。当時ビエンチャン中等教育学校の5年生だった私は,AFSの交流プログラムに参加する機会に恵まれました。初めて親元から離れた私を、AFSのスタッフとボランティアは温かく迎え入れてくれました。そして旭川市のホストファミリーと過ごした一週間、お母さんは毎日美味しい料理を作ってくれました。また、藤女子高校に通ったことは、今も忘れられない想い出です。日本語がわからない私に先生や友人たちが一生懸命話しかけ、気持ちを引き立ててくれました。そうした日本人の親切心に触れて、私は日本を好きになったのです。
その後、16歳のとき、J-ASEAN POPsコンサートに出演するため再び日本を訪れることになりました。そのとき歌手活動を始めて2年の私にとって、このような大舞台は初めてで、緊張して震えたことを覚えています。プロデューサーや舞台技術チーム、日本とASEANの歌手と一緒に仕事をするという貴重な経験になりました。
ラオスでは、ボランティア団体の代表をしていたヤギサワ氏との出会いがありました。私に日本語を教え、「未来へ」と「涙そうそう」の歌を薦めてくれました。そのおかげで、日本のイベントでこれらの歌を歌うことが多くなりました。ヤギサワ氏は、日本語の勉強が済むと私を日本食レストランに連れていき、彼の人生や経験を話してくれました。私にとって彼は第二の父のような存在です。それ以来、私も私の家族も日本食が大好きになりました。
やがて私はラオ・アメリカンカレッジを卒業しました。当時18歳で,修士課程への進学を希望していた私は,アメリカ,オーストラリア,イギリスの大学に関する情報を集めていました。そして家族とアメリカ旅行に行ったとき,MEXT奨学金の募集案内を見つけたのです。私は日本の大学を探し,慶應義塾大学にメディアデザイン科があるのを知りました。後に慶應を卒業したというと誰もが「それはたいしたものだ」といいますが,当時,私は慶應が有名だと知りませんでした。どうりで,応募時に大使館の職員が「本当にこの大学でいいのか」「他の大学も考えた方がよいのでは」と訊いてきたはずです。しかし私は「いいえ」と答えました。絶対にメディアデザインを学びたいと考えた私は,努力して大学側と交渉し,入学し,卒業することができました。
日本では,学生として普通の生活を送り,様々なことを学びました。それは自立し,自分で料理をして,計画的に行動し,学び,交流するということです。幼少期から私の身の周りのことは母やお手伝いさんがしてくれていました。私は日本で普通の生活をして,大人として成長できるのが嬉しかったのです。日本で私は犬を飼うようになり,その犬にシャブシャブという名をつけました。シャブシャブは私が好きな日本料理の名前です。卒業後,ラオスに一緒に戻ってきた犬は,いまやブルガリア語と英語,日本語の3カ国語を理解します。
その後も私は日本大使館をはじめ,JETROやJICAなど様々な日本の機関と一緒に仕事をする機会に恵まれました。私自身,日本に多くのことを学んだ恩返しのつもりで,日本のことを広めるべく喜んで協力してきました。一昨年、そして昨年はベトナムで行われた日ASEAN音楽祭に出演できたのも大きな喜びで,誇りに思っています。日本は私に多くのことを教えてくれました。その全てが私ととともにあり,これからも忘れることはないでしょう。これからも毎年,恋しく懐かしい日本に行くと思います。
アレクサンドラ・ブンスアイ
ラオスの歌手、女優、音楽家。音楽活動を通じて、日ラオス間の友好関係促進に貢献。
日本で好きな場所は横浜と、原宿・渋谷。
好きな日本食はしゃぶしゃぶ。日本製のチョコレートが一番の好物。