ລາວ ແລະ ຂ້ອຍ「ラオスと私」 ກະໂຢະໂກະ ໂຢະຊິດະ 吉田香世子

2020/6/3
ຊັກກ້າຮ່ວມກັນໃນໝູ່ບ້ານ (ປີ 2004) 調査村で苗代作りに挑戦(2004年)
ໂອ້ລົມກິນເຂົ້າກັບໝູ່ໃນໂມງພັກຜ່ອນຢູ່ໝູ່ບ້ານ (ປີ 2005) 調査村で友人たちと談笑(2005年)
ຂ້ອຍໄດ້ຄຸ້ນເຄີຍກັບປະເທດລາວເປັນເວລາປະມານ 20 ປີແລ້ວ. ທໍາອິດແມ່ນມາໃນນາມນັກທ່ອງທ່ຽວ, ຕໍ່ມາແມ່ນມາຢູ່ໃນນາມນັກສຶກສາຕ່າງປະເທດ, ສຸດທ້າຍແມ່ນໄດ້ມາເປັນໃພ້ລາວ ແລະ ປັດຈຸບັນເຮັດວຽກເປັນພະນັກງານທ້ອງຖິ່ນຢູ່ສະຖານທູດຍີ່ປຸ່ນປະຈໍາລາວ ແລະ ອາໄສຢູ່ນະຄອນຫຼວງວຽງຈັນກັບຄອບຄົວ.
 
ໃນຊ່ວງທີ່ເປັນນັກສຶກສາ, ຂ້ອຍໄດ້ສຶກສາ ແລະ ເຮັດການວິໃຈຢູ່ທີ່ໝູ່ບ້ານໃນເຂດຊົນນະບົດຂອງແຂວງຫຼວງພະບາງເປັນເວລາໜຶ່ງປີ. ຂ້ອຍໄດ້ຮັບຮູ້ເຖິງການປ່ຽນແປງຂອງແຕ່ລະໆດູການທີ່ຢູ່ໃນສະພາບແວດລ້ອມທີ່ບໍ່ມີທັງໄຟຟ້າ ແລະ ນໍ້າປະປາ, ພ້ອມດຽວກັນນັ້ນ ຂ້ອຍຍັງໄດ້ສໍາຫຼວດ ແລະ ບັນທຶກກ່ຽວກັບການເຮັດວຽກກິດຈະກຳປະຈໍາວັນ ແລະ ການປ່ຽນແປງໃນແຕ່ລະການດຳລົງຊີວິດຂອງຊາວບ້ານ. ໃນໄລຍະເວລານັ້ນ ຂ້ອຍໄດ້ຮຽນຮູ້ ແລະ ໄດ້ເຫັນເຖິງການຊ່ວຍເຫຼືອກັນໂດຍສະເພາະແມ່ນພາຍໃນຄອບຄົວ ແລະ ຍາດຕິພີ່ນ້ອງ.  ມາຮອດປະຈຸບັນຂ້ອຍເອງກໍ່ຍັງຮູ້ສຶກຂອບໃຈຕໍ່ກັບທຸກໆຄົນໃນໝູ່ບ້ານທີ່ໄດ້ຕ້ອນຮັບເອົານັກສຶກສາຕ່າງປະເທດ, ໂດຍສະເພາະແມ່ນຄອບຄົວທີ່ໄດ້ຮັບເອົາຂ້ອຍ, ໄດ້ໃຫ້ທີ່ພັກອາໄສ, ອາຫານ, ຄວາມຮູ້ ແລະ ວິທີການດໍາລົງຊີວິດຕ່າງໆ.
 
ຂ້ອຍຮູ້ສຶກວ່າຄົນລາວສ່ວນຫຼາຍໃຫ້ຄວາມສຳຄັນຕໍ່ການໃຊ້ເວລາກັບຍາດຕິພີ່ນ້ອງ ແລະ ໝູ່ເພື່ອນທີ່ຮັກແພງ ລວມທັງການເຮັດວຽກຮ່ວມກັນ. ນອກຈາກສາຍພົວພັນທາງດ້ານຈິດໃຈແລ້ວ, ບັນດາພື້ນຖານທາງສັງຄົມທີ່ເນັ້ນໜັກເຖິງການໂຮມກັນ, ສາມັກຄີກັນ ແລະ ເຮັດໃຫ້ຂ້ອຍຄິດວ່າມັນຍາກສຳລັບຄົນຜູ້ໜຶ່ງທີ່ຈະຢູ່ຄົນດຽວຢູ່ລາວ.
ການພົວພັນກັນຕ່າງໆໃນບາງຄັ້ງອາດຈະເປັນເລື່ອງທີ່ວຸ້ນວາຍ ແລະ ລຳບາກແດ່, ແຕ່ວ່າ ການເບິ່ງແຍງກັນ ແລະ ກັນ ເຮັດໃຫ້ພວກເຮົາຮູ້ເຖິງຄວາມປອດໄພ ແລະ ຄວາມເຕີມເຕັມທີ່ພວກເຮົາບໍ່ໄດ້ຢູ່ຄົນດຽວ. ຂ້ອຍເອງຄິດວ່າສະເໜ່ອີກອັນໜຶ່ງທີ່ໜ້າສົນໃຈຂອງປະເທດລາວແມ່ນການທີ່ພວກເຮົາສາມາດສຳຜັດໄດ້ເຖິງຄວາມຈິງໃຈຢ່າງແທ້ຈິງເຊິ່ງປະຈຸບັນແມ່ນກຳລັງລົດໜ້ອຍຖອຍລົງໃນບາງປະເທດທີ່ພັດທະນາແລ້ວ.
 
ປະຈຸບັນນີ້ ຂ້ອຍໄດ້ເຮັດວຽກຢູ່ພະແນກວັດທະນະທໍາ ແລະ ການສຶກສາຂອງສະຖານທູດຍີ່ປຸ່ນ. ຂ້ອຍຮັບຜິດຊອບໃນວຽກງານນໍາສະເໜີວັດທະນະທໍາຍີ່ປຸ່ນ, ການແລກປ່ຽນໄວໜຸ່ມ ແລະ ການສຶກສາທາງດ້ານພາສາຍີ່ປຸ່ນເພື່ອຍົກສູງຄວາມສົນໃຈກ່ຽວກັບປະເທດຍີ່ປຸ່ນຂອງຄົນລາວ ແລະ ສົ່ງເສີມການລົງເລິກຄຸ້ນເຄີຍກັນ ແລະ ກັນ. ຂ້ອຍມີໂອກາດຫຼາຍໃນການພົວພັນກັບນັກສຶກສາ ແລະ ໄວໜຸ່ມລາວ, ແລະ ໄດ້ຮັບກຳລັງໃຈຈາກພວກເຂົາທີ່ມີຄວາມພະຍາຍາມເພື່ອເຮັດໃຫ້ຄວາມຝັນ ແລະ ຄວາມມຸ້ງຫວັງເປັນຈິງ. ຂ້ອຍຢາກສືບຕໍ່ອຸທິດຕົນ ແລະ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອກາຍເປັນໜຶ່ງໃນບັນດາຮາກຖານໃຫ້ເຍົາວະຊົນຍີ່ປຸ່ນ ແລະ ລາວໄດ້ຮຽນຮູ້ເຊິ່ງກັນ ແລະ ກັນ ແລະ ສ້າງອະນາຄົດທີ່ດີຢູ່ແລ້ວໃຫ້ດີຍິ່ງໆຂື້ນ.

 
ກະໂຢະໂກະ ໂຢະຊິດະ
ປັດຈຸບັນເປັນພະນັກງານຂອງພະແນກວັດທະນະທໍາ, ການສຶກສາ ແລະ ຖະແຫຼງຂ່າວ.
ຍ້າຍມາຢູ່ນະຄອນຫຼວງວຽງຈັນເປັນເວລາ 10 ປີແລ້ວ.
ມັກໄປຮ້ານກາເຟ ແລະ ຮົມຢາເພື່ອເຮັດໃຫ້ມີຄວາມສົດຊື່ນ.
ງານແລກປ່ຽນວັດທະນະທຳ (ປີ 2015) J-POPカルチャーイベント(2015年)
ຖ່າຍຮູບກັບທີມງານຈັດບຸນມະໂຫລານຍີ່ປຸ່ນ (ປີ 2020) 「ジャパンフェスティバル」ステージイベント運営チームの皆さんと(2020年)
ラオスと関わるようになって約20年になります。最初は旅行者として,次に留学生として滞在し,やがてラオス人の配偶者となり,今は大使館の職員として働きながら,ビエンチャンで家族とともに暮らしています。
 
留学中はルアンパバーンの農山村で一年間,住み込み調査を行いました。電気も水道もない環境で季節の移り変わりを感じながら,人々の生活実践とその変化を観察・記録しました。親類関係を軸とする様々な助けあい(スアイカン)について学び,考察を深めたのもこの時のことでした。見ず知らずの異国の学生を受け入れ,寝場所と食事を分け与え,暮らしの知恵と技術を授けてくれた村の皆さん,特にホームスティ先の家族には今も感謝の気持ちでいっぱいです。
 
ラオスの人々は親類や仲間と一緒に過ごすこと,力を合わせて物事に取り組むことを大切にしていると感じます。情緒的な結びつきに加えて,和や団結を重視する社会規範,そして一人では生きていくのが難しいという現実もその背景にあると思います。様々なしがらみは時に面倒で煩わしく感じられるものかもしれません。それでも,互いを労わりあい気にかけあう関係性は,「一人ではない」という安心感と充実感を与えてくれます。先進諸国で希薄化しつつある生身の人間同士の関わりと繋がりの力を体感できるのは,ラオスの魅力の一つだと思います。
 
大使館では広報文化班という部署に所属しています。ラオスで日本への関心を高め,親近感を深めてもらうために,日本文化の紹介や青少年交流,日本語教育などの業務補助を行っています。ラオスの学生・若者と関わる機会が多く,夢と希望を持って努力する彼らの姿に励まされ,元気をもらっています。日本とラオスの若者が互いに学び高めあい,よりよい未来を築いていくための礎の一つとなるべく,私自身も精進を重ね,力を尽くして参りたいと思っています。

 
吉田香世子
日本大使館広報文化班所属。
ラオスに本格移住して10年。カフェと薬草サウナが癒しの時間。