ຍີ່ປຸ່ນ ແລະ ຂ້ອຍ「日本と私」 ປັນຍາ ຈັນທະວົງ パンヤ・チャンタボン
2020/6/11

ຂ້ອຍພະຍາຍາມ ຊອກຄົ້ນປະໂຫຍກສັ້ນໆ ເພື່ອອະທິບາຍສາຍສໍາພັນລະຫວ່າງຍີ່ປຸ່ນກັບຕົວຂ້ອຍເອງ ວ່າຄວນຈະສະແດງອອກໃນລັກສະນະແນວໃດ? ແຕ່ມັນກໍ່ບໍ່ແມ່ນເລື່ອງງ່າຍເລີຍ. ສໍາລັບຂ້ອຍແລ້ວ ຄໍາວ່າ “ຍີ່ປຸ່ນ” ມັນບໍ່ໄດ້ຈໍາກັດຄວາມໄວ້ພຽງແຕ່ “ປະເທດຍີ່ປຸ່ນ” ແຕ່ມີແນວໂນ້ມໄປທາງ “ຄວາມເປັນຍີ່ປຸ່ນ” ຫຼາຍກວ່າ.
ອາດເປັນດັ່ງເດັກນ້ອຍຫຼາຍຄົນໃນໂລກ ຂ້ອຍເລີ່ມຮູ້ຈັກຍີ່ປຸ່ນຈາກເກມຫຼິ້ນຟາມິລີຄອມພິວເຕີ ດ້ານຫຼັງກະແສັດເກມມີໂຕໜັງສືມະງ່ອງມະແງ່ງ ອ່ານບໍ່ອອກ ບໍ່ເຂົ້າໃຈໃນຄວາມໝາຍ ແຕ່ມັນກໍ່ບໍ່ໄດ້ເປັນອຸປະສັກອັນໃດ ໃນການຫຼິ້ນເກມຂອງຂ້ອຍເລີຍ. ຄວາມຮັບຮູ້ຕໍ່ກັບຍີ່ປຸ່ນ ເລີ່ມມີຫຼາຍຂຶ້ນມາອີກ ເມື່ອໄດ້ອ່ານປຶ້ມເລື່ອງສັ້ນ ການຖິ້ມລະເບີດປະລາມະນູລົງໃສ່ຮິໂຣະຊິມະ ແລະ ນະງະຊະກິ ມັນເປັນເລື່ອງທີ່ສະເທືອນໃຈຫຼາຍ ພາບຍົນບິນທີ່ໄດ້ອ່ານເຫັນໃນວັນນັ້ນ ຍັງປາກົດໃຫ້ເຫັນໃນວັນນີ້ ສຽງຫວໍເຕືອນໄພການຖິ້ມລະເບີດ ທີ່ໄດ້ຈິນຕະນາການໄປໃນວັນນັ້ນ ຍັງສາມາດໄດ້ຍິນໃນວັນນີ້.
ພາສາຍີ່ປຸ່ນ ເລີ່ມມີຄວາມໝາຍຫຼາຍຂຶ້ນໃນຕົວຂ້ອຍ ພາຍຫຼັງຮຽນຈົບອຸດົມຈາກສະຫວັນນະເຂດ ແລະ ໄດ້ມາຮຽນວິຊາສະເພາະຢູ່ມະຫາວິທະຍາໄລສັບພະວິຊາ2ທັນວາ ມີໝູ່ຄູ່ຫຼາຍຄົນທີ່ວາງເປົ້າໝາຍໄປຮຽນຕໍ່ຍີ່ປຸ່ນ ແລະ ເຂົາເຈົ້າກໍ່ພາກັນຮຽນພາສາຍີ່ປຸ່ນ ເພື່ອກຽມເສັງເອົາທຶນ ແຕ່ສໍາລັບຂ້ອຍໃນວັນນັ້ນ ຍີ່ປຸ່ນຍັງເປັນສິ່ງທີ່ໄກເກີນຝັນ. ແນວຄວາມຄຶດໄປຮຽນຕໍ່ຍີ່ປຸ່ນ ໄດ້ວຽນມາຫາຂ້ອຍອີກ ພາຍຫຼັງຮຽນຈົບມະຫາວິທະຍາໄລ ແລະ ມີອາຈານຄົນໜຶ່ງໄດ້ແນະນໍາໃຫ້ໄປເສັງທຶນຍີ່ປຸ່ນ ໂດຍມີເງື່ອນໄຂຕ້ອງໄດ້ກັບມາສອນ ກັບມາເປັນອາຈານໃຫ້ມະຫາວິທະຍາໄລ.
ຂ້ອຍເສັງຜ່ານ ແລະ ໄດ້ກຽມພາສາຍີ່ປຸ່ນຢູ່ປະເທດມາເລເຊຍເປັນເວລາ 15 ເດືອນ ໜໍ່ແໜງຄວາມຮັບຮູ້ຕໍ່ກັບຍີ່ປຸ່ນ ເລີ່ມກໍ່ຕົວ ແລະ ງອກຂຶ້ນນັບແຕ່ນັ້ນ. ໃນເດືອນ2 ປີ1998 ເປັນຄັ້ງທໍາອິດທີ່ໄດ້ຢຽບດິນປະເທດຍີ່ປຸ່ນພາຍຫຼັງກຽມພາສາໄດ້ໜຶ່ງປີ ແລະ ຕ້ອງໄປເສັງເຂົ້າມະຫາວິທະຍາໄລເຕັກໂນໂລຊີ ທີ່ເມືອງນະງະໂອະກະ. ພາຍຸຫິມະ ໃນເດືອນ2 ຂອງເມືອງນະງະໂອະກະ ໄດ້ເຮັດໃຫ້ຂ້ອຍຮູ້ສຶກເປັນຄັ້ງທໍາອິດວ່າໄດ້ມາຕ່າງປະເທດ.
ຜ່ານການເວລາ5ປີ ທີ່ສຶກສາຢູ່ມະຫາວິທະຍາໄລເຕັກໂນໂລຊີນະງະໂອະກະ ນອກຈາກຄວາມຮູ້ຄວາມສາມາດ ທາງດ້ານວິຊາສະເພາະແລ້ວ ຂ້ອຍໄດ້ພົບກັບເລື່ອງຈິງພື້ນເມືອງຂອງນະງະໂອະກະ “ເຂົ້າຮ້ອຍສອບ” ມັນໄດ້ຫຼໍ່ລ້ຽງຄວາມຮັບຮູ້ຕໍ່ຍີ່ປຸ່ນໃນຕົວຂ້ອຍ ໃຫ້ເຕີມໃຫຍ່ຂຶ້ນມາອີກ ຮັບຮູ້ໃນຄວາມເສຍສະຫຼະ ຄວາມອົດທົນ ຄວາມທຸ່ມເທຕໍ່ພາລະກິດຕົນ ຄວາມມີສັກສີ ຄວາມມີສະຕິໃນທຸກສະຖານະການ ຄວາມຖ່ອມຕົນ ຄວາມງາມໃນການບໍ່ສະແດງໂຕ .
ພາຍຫຼັງຮຽນຈົບຈາກປະເທດຍີ່ປຸ່ນ ກໍ່ໄດ້ເຂົ້າເປັນອາຈານສອນ ຢູ່ພາກວິຊາວິສະວະກໍາໄຟຟ້າ ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ ແລະ ໄດ້ຍ້າຍມາເຮັດວຽກຢູ່ສູນປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກີລາ. ຄຽງຄູ່ກັບວຽກງານວິຊາການ ກໍ່ໄດ້ປະກອບສ່ວນເຂົ້າໃນວຽກງານເສີມສ້າງສາຍພົວພັນມິດຕະພາບລາວຍີ່ປຸ່ນ, ໂດຍໄດ້ປະກອບສ່ວນເຂົ້າໃນວຽກງານ ສະມາຄົມອະດີດນັກສຶກສາລາວຈາກປະເທດຍີ່ປຸ່ນ ເຊິ່ງໄດ້ເປັນຮອງປະທານຄະນະບໍລິຫານງານຊຸດທີ2 (2007-2009), ເປັນປະທານຊຸດທີ3 (2009-2011) ແລະ ເປັນປະທານຊຸດທີ6 (2017-2020).
ສໍາລັບຂ້ອຍແລ້ວ ຍີ່ປຸ່ນປຽບສະເໝືອນມະຫາວິທະຍາໄລຊີວິດ ທີ່ໄດ້ສິດສອນຂ້ອຍມາ ມັນໄດ້ເປັນພື້ນຖານໃນວິທີການຄຶດອ່ານ ແລະ ການກະທໍາຂອງຂ້ອຍໃນວັນນີ້. ໃນນາມສ່ວນຕົວ ແລະ ໃນນາມສະມາຄົມອະດີດນັກສຶກສາລາວຈາກປະເທດຍີ່ປຸ່ນ ຂໍເຊີນຊວນນ້ອງໆຊາວໜຸ່ມທີ່ມີຄວາມຕັ້ງໃຈຢາກຮຽນຕໍ່ ຂໍໃຫ້ສະໝັກທຶນຍີ່ປຸ່ນ ແລະ ຂໍໃຫ້ໄດ້ໄປຮຽນຕໍ່ຍີ່ປຸ່ນສົມດັ່ງໃຈປາດຖະໜາ. ຂ້ອຍເຊື່ອໝັ້ນວ່າ ການໄປຮຽນຢູ່ຍີ່ປຸ່ນ ຈະບໍ່ພຽງແຕ່ຮັບຮູ້ກ່ຽວກັບວິທະຍາສາດເຕັກໂນໂລຊີ ແຕ່ນ້ອງໆຍັງຈະໄດ້ສໍາຜັດ ແລະ ຮຽນຮູ້ກ່ຽວກັບຍີ່ປຸ່ນ ແລະ ຄວາມເປັນຍີ່ປຸ່ນ ເຊັ່ນດຽວກັນກັບຂ້ອຍ.
ປັນຍາ ຈັນທະວົງ
ຜູ້ອໍານວຍການ ສູນປະກັນຄຸນນະພາບການສຶກສາ, ກະຊວງສຶກສາທິການແລະກີລາ
ອາຫານທີ່ມັກແມ່ນ ເຂົ້າຈ້າວໄຂ່ດິບ, ຊາຊິມິ, ໂອະໂຄະໂນະມິຢາກິ
ສະຖານທີ່ໆມັກໄປທ່ອງທ່ຽວແມ່ນເຂດຊົນນະບົດຂອງຊີໂກະກຶ, ບໍ່ນໍ້າຮ້ອນໃນຊ່ວງລະດູໜາວ, ເຮືອນພັກສະຕາຍຍີ່ປຸ່ນ.
ຄໍາເວົ້າທີ່ມັກແມ່ນ 「常在戦場(Zyozai Senjo)」(ຄໍາເວົ້າຂອງນັກຮົບຊາມຸໄລເມືອງນະງະໂອະກະ ), ມີຄວາມໝາຍວ່າ: ເຮົາຕ້ອງມີຄວາມກຽມພ້ອມຢູ່ສະເໝີ ປຽບສະເໝືອນພວມຢູ່ໃນສະໜາມຮົບ.

日本と自分自身の関係がどんなものであるかを簡潔に表すフレーズを探そうとしましたが,簡単ではありませんでした。私にとって「日本」という言葉は,単なる「日本という国」に限定されず,「日本的なもの,あるいは日本らしさ」を意味します。
私は,おそらく世界の多くの少年と同じように,ファミコンのゲームをきっかけに日本を知りました。ゲームのカセットの裏に書いてある難解な文字を解することはできませんでしたが,ゲームを楽しむ上では何の妨げにもなりませんでした。その後,広島と長崎の原爆投下についての短い物語を読んだ時から,少しずつ日本への認識が深まっていきました。その物語は私に衝撃を与え,今でも爆撃機の描写が目に浮かび,想像した空爆時の避難サイレンが聞こえてくるような気がします。
日本語が自分自身に意味を持ち始めたのは,サワンナケートの高校を卒業した後,国立ポリテク大学(現国立大学工学部)に入学してからです。大学では多くの友人が日本留学を目指し,留学試験の受験準備のために日本語を学んでいました。しかしながら,当時の自分にとって日本はまだ遠い存在でした。日本留学への志が再び芽生えたのは大学卒業してからで,留学後再び大学に教員として戻ってくることを条件に,日本留学の試験を受験することを当時の先生が勧めてくれました。
私は日本留学の試験に合格し,マレーシアで15か月間の日本語の予備教育を受けました。ここで日本に対する認識の核ができ,細胞となって形作られていきました。1年の予備教育の後,長岡技術科学大学の受験のために1998年の2月に初めて日本を訪れました。2月の長岡は真冬の吹雪で,その地を踏んだ時にはじめて,異国に来たことを実感しました。
長岡技術科学大学での5年間の留学生活を経て,専門分野の知識を習得できただけでなく,長岡の実話「百俵」の物語に出会い,自制心や忍耐,使命感,尊厳,謙遜,謙虚さなど,日本への理解がさらに深まりました。
日本留学から帰国し,ラオス国立大学電子工学部で教師を務めた後,教育スポーツ省の教育の質保証センターに異動になりました。担当官として勤務する傍ら,元留学生協会の活動に従事し,ラオス・日本関係の促進のために尽力しました。2007年から2009年まで副会長,2009年から2011年まで第3期会長,2017年から2020年まで第6期会長を務めました。
私にとって日本は,人生について教えてくれる学び舎であり,今日の自分の思考や言動の基礎が形作られた場所ともいえます。私個人としても,ラオス元日本留学生協会としても,是非志ある若い青年達に,国費留学試験に応募し,日本留学への切符をつかんでほしいと思います。私は,日本留学が科学技術をはじめとする専門知識を習得できるだけでなく,日本や日本らしさに触れ,学ぶことのできる機会であると確信しています。
パンヤ・チャンタボン
教育スポーツ省 教育の質保証センター長
日本の好きな食べ物は,美味しい卵かけご飯,刺身,地獄焼き
好きな場所は,四国の田舎,冬の温泉地,さびた旅館・民宿
好きな言葉は,長岡藩の「常在戦場」