ຍີ່ປຸ່ນ ແລະ ຂ້ອຍ「日本と私」 ພອນນາລີ ໄຊຍະລາດ ポンナリー・サイニャラート
2020/6/24

ໃນຊ່ວງປີ 2007 ຂ້ອຍໄດ້ຖືກເລືອກແລະໄດ້ຮັບການສະໜັບສະໜຸນ ຈາກສະຫະພັນຢູໂດລາວແລະຄອບຄົວ, ໄປຮໍ່າຮຽນ ແລະ ຝຶກແອບກິລາຢູໂດ ຢູ່ປະເທດຢິປຸ່ນ ຈົນຮຽນຈົບປະລິນຍາໂທ ລວມທັງໝົດເປັນເວລາປະມານ 8ປີ.
ໃນຊ່ວງໄລຍະ 8 ປີທີ່ອາໃສຢູ່ຍິປຸ່ນ ກໍ່ມີທັງເລື່ອງມ່ວນ-ບໍ່ມ່ວນ ແລະ ຫຼາຍໆເລື່ອງທີ່ທັງເຮັດໃຫ້ປະຫຼາດໃຈ. ຕົວຢ່າງ ຕອນທີ່ໄປຢູ່ຢິປູ່ນໃຫມ່ໆ ພາສາຢິປູ່ນທີ່ຮຽນແມ່ນພາສາກາງ ແຕ່ບ່ອນທີ່ຂ້ອຍຢູ່ແມ່ນຢູ່ຂົງເຂດຄັນໄຊ, ຄົນແຖວນັ້ນຈະເວົ້າພາສາທ້ອງຖິ່ນຄັນໄຊ. ເວລາສົນທະນາກັນຈະຮູ້ສຶກແປກໆເວລາລົມກັນ ເພາະບາງເທື່ອບໍ່ເຂົ້າໃຈ. ຕອນນີ້ແມ່ນເຂົ້າໃຈແລະເວົ້າໄດ້ຄືຄົນທ້ອງຖິ່ນ ຈົນຖືກຫຼາຍໆຄົນໃຫ້ສາຍາເປັນພາສາຍິປູ່ນ ’’ヤンキー関西姉貴”. ເພາະວ່າສ່ວນຫຼາຍໃຊ້ເວລາແຕ່ກັບໝູ່ຢູໂດ ທີ່ມີນິໃສໂລດໂຜນແລະກວນໆ ເປັນສ່ວນໃຫຍ່. ພວກເຂົາມັກສອນຄໍາສັບແປກໆໃຫ້ຕະຫຼອດ.
ໃນການຝຶກຊ້ອມຢູໂດ ຢູ່ຍິປຸ່ນມີຄວາມເຄັ່ງຄັດແລະມີລະບຽບຫຼາຍ. ແຕ່ລະມື້ຂອງຂ້ອຍ ບໍ່ຄ່ອຍໄດ້ອອກໄປສັງສັນພົບປະໝູ່ຄູ່ພໍປານໃດ. ສ່ວນຫຼາຍຈະຢູ່ກັບການໄປຮຽນ, ຊ້ອມຢູໂດ ແລະ ການນອນພັກຜ່ອນເປັນສ່ວນໃຫຍ່. ເພາະການຊ້ອມຢູໂດໃນທຸກໆມື້ແມ່ນໃຊ້ເວລາຫຼາຍ,ໃຊ້ທັງຮ່າງກາຍແລະຄວາມຄິດໄປພ້ອມໆກັນ, ມັນເລີຍເຮັດໃຫ້ຂ້ອຍອິດເໝື່ອຍຫຼາຍ. ເວລາຊ້ອມແລ້ວ ຈົນບໍ່ມີແຮງທີ່ຈະໄປເຮັດອັນອື່ນໄດ້. ສ່ວນມື້ມີໂອກາດພັກຍາວແທ້ໆ ແມ່ນຂ້ອຍກໍ່ຈະຊອກອອກໄປທ່ຽວຕ່າງເມືອງທີ່ຢູ່ອ້ອມຂ້າງໆ ເມືອງທີ່ຂ້ອຍອາໃສຢູ່ ຫຼື ໄປຂໍອາໄສຕາມບ້ານໝູ່ທີ່ຮູ້ຈັກ.
ສຳລັບຄວາມສຳເລັດໃນກິລາຢູໂດ ແມ່ນຍ້ອນຄວາມມີລະບຽບທີ່ຄົນຍິປຸ່ນໄດ້ສິດສອນໃນຕອນນັ້ນ ມັນເຮັດໃຫ້ຂ້ອຍໄດ້ ຮຽນຮູ້ ແລະ ເອົາແນວຄິດບາງອັນມາປັບປ່ຽນໃຫ້ເຂົ້າກັບໂຕເອງ, ຝຶກຊ້ອມເປັນຢ່າງໜັກ ຈົນສາມາດຢາດເອົາໄຊຊະນະຢູ່ການແຂ່ງຂັນກິລາຊີເກມ ເຖິງ 3 ຄັ້ງຕິດຕໍ່ກັນໄດ້. ປະຈຸບັນແມ່ນ ຂ້ອຍໄດ້ຜັນໂຕຈາກນັກກິລາມາເປັນຄູຝຶກ ຖິງຈະມີຄວາມຫຍຸ້ງຫຍາກຕ່າງໆບາງຄັ້ງກໍ່ຕາມ ຂ້ອຍກໍ່ຢາກຈະ ພັດທະນາກິລາຢູໂດລາວໃຫ້ຄົນລາວໃຫ້ຮູ້ຈັກກິລາຢູໂດ ແລະ ມາລອງຝຶກແອບໃຫ້ຫຼາຍຂຶ້ນ.
ພອນນາລີ ໄຊຍະລາດ.
ປະຈຸບັນເຮັດວຽກຢູ່ ບໍລິສັດ Jceas ແລະ ເປັນຄູຝຶກ ທີມຊາດລາວຢູໂດ.
ສິ່ງທີ່ຂ້ອຍມັກແມ່ນ ກະຕູນມັງຄະ ອານິເມະ ແລະ ເກມ.
ອາຫານຍິປຸ່ນ ທີ່ມັກທີ່ສຸດແມ່ນ ໄຂ່ປາເມັນໄຕໂກະ (明太子).

2007年、私はラオス柔道連盟と家族の支援を得て柔道を修得するため訪日し、修士課程を修了するまでの8年間を日本で過ごしました。
日本で過ごした8年間、楽しいこともそうでないことも、不思議に思われることもありました。例えば、私が習った日本語は標準語なのに住んだ場所は関西で、人々は関西弁を話します。時々、話していて意味が分からないこともありました。やがて地元の言葉を覚え、同じように話すようになると、「ヤンキー関西姉貴」と呼ばれるようになりました。というのも、風変りで騒々しい柔道仲間と一緒にいることが多いからで、彼らはいつも面白おかしい言葉を教えてくれました。
柔道の稽古は厳格です。友人とどこかへ出かけるということもなく、学校へ行き、柔道の稽古をして休むという毎日でした。稽古時間が長く、体も頭も使うため、とても疲れてしまうのです。稽古が終わるとほかのことをする力は残りません。たまに長い休みがあると、住んでいる場所の周りの街に出かけたり、友人の家に遊びに行ったりしていました。
柔道を極めることは、日本人が教えてくれた規律正しさを身につけることであり、私はその一部なりとも自分のものとすることができました。厳しい稽古のかいあって、SEA GAMEでは三連勝することができました。現在、私は選手を引退し指導者となりました。時に困難を感じながらも、ラオスの柔道を発展させ、多くのラオス人に柔道のことを広めていきたいと思っています。
ポンナリー・サイニャラート
現在、JCEAS社に勤務する傍ら、ラオス柔道代表チームの指導者を務める。
漫画とアニメ、ゲームが好き。一番好きな日本のおかずは明太子。