ຍີ່ປຸ່ນ ແລະ ຂ້ອຍ「日本と私」 ບັນດາໄຊ ລໍວັນໄຊ


ຄວາມຝັນນັ້ນໃກ້ຄວາມເປັນຈິງຂຶ້ນ ເມື່ອຂ້ອຍໄດ້ຮັບທືນລັດຖະບານຍີ່ປຸ່ນ ໃຫ້ໄປສຶກສາຢູ່ປະເທດຍີ່ປຸ່ນ. ການດໍາລົງຊີວິດຢູ່ຍີ່ປຸ່ນເລີ່ມຕົ້ນດ້ວຍການຮຽນພາສາຍີ່ປຸ່ນ ທັງເຊົ້າ ແລະ ແລງ, ມີບົດຝຶກຫັດທຸກໆມື້ ເຮັດໃຫ້ຂ້ອຍນອນກໍ່ຝັນເຫັນແຕ່ພາສາຍີ່ປຸ່ນ. ເທື່ອທໍາອິດທີ່ຂ້ອຍໄດ້ໃຊ້ຊີວິດກັບຄົນຍີ່ປຸ່ນ ໄດ້ໃຊ້ພາສາຍີ່ປຸ່ນຢ່າງແທ້ຈິງ ແມ່ນຕອນຂ້ອຍໄດ້ໄປທັດສະນະສຶກສາຢູ່ ແຂວງຮອກໄກໂດ ເປັນເວລາເດືອນກວ່າພາຍຫຼັງຮຽນກຽມພາສາຍີ່ປຸ່ນໄດ້ພຽງແຕ່ 4 ເດືອນ. ຂ້ອຍດີໃຈ ແລະຕື້ນເຕັ້ນຫຼາຍທີ່ສາມາດສື່ສານກັບຄົນຍີ່ປຸ່ນໄດ້, ແລະ ສິ່ງທີ່ລືມບໍ່ໄດ້ແມ່ນຄົນຍີ່ປຸ່ນທີ່ຢູ່ຮອກໄກໂດຕ້ອນຮັບຂ້ອຍປຽບເໝືອນກັບຄອບຄົວ.
ຂ້ອຍສຶກສາໃນຂັ້ນປະລິນຍາຕີ ແລະ ໂທ ກ່ຽວກັບວິສະວະກໍາຄອມພີວເຕີ ເຊິ່ງມັນໄດ້ກາຍເປັນພື້ນຖານໃຫ້ອາຊີບຂ້ອຍໃນປະຈຸບັນແລະ ເຮັດໃຫ້ຄວາມຝັນຫຼາຍຢ່າງເກີດເປັນຈິງ. ເຖິງຂ້ອຍຈະເປັນນັກສຶກສາຄົນຕ່າງປະເທດພຽງຄົນດຽວໃນພາກວີຊາ ເມື່ອມີຫຍັງບໍ່ເຂົ້າໃຈ ຂ້ອຍຈະບໍ່ອາຍທີ່ຈະຖາມກັບອາຈານ ແລະ ໝູ່ຄູ່, ເຊິ່ງມັນກົງກັນຂ້າມກັບຄົນຍີ່ປຸ່ນທີ່ຂ້ອນຂ້າງຂີ້ອາຍ, ແລະ ຂ້ອຍມັກຈະເສັງບໍ່ໄດ້ຄະແນນດີປານໃດ ໃນວີຊາທີ່ໃຊ້ການຂຽນ ແລະ ແຕ່ງເປັນພາສາຍີ່ປຸ່ນທີ່ຂ້ອຍບໍ່ມັກຈື່ໂຕໜັງສືຄັນຈິ ແຕ່ຂ້ອຍຈະເກັ່ງໃນການປະກອບວົງຈອນໄຟຟ້າ ເຊິ່ງກາຍເປັນບົດວິທະຍານິພົນຂອງຂ້ອຍໃນຕໍ່ມາ.
ຂ້ອຍມັກຮຽນຮູ້ວັດທະນາທໍາປະເພນີຂອງຍີ່ປຸ່ນໂດຍຜ່ານກິດຈະກໍາ ແລະ ມັກອອກໄປທ່ອງທ່ຽວຕາມເມືອງຕ່າງໆທີ່ມີນັກສຶກສາລາວຢູ່,ເຊິ່ງກ່ອນຈະໄປຍີ່ປຸ່ນ ຂ້ອຍຄິດເອົາໄວ້ວ່າ ຈະຕ້ອງໄປຮອກໄກໂດ, ພູຟູຈິ,ຮິໂລຊິມະ ແລະ ໂຕກຽວ, ແລະ ຂ້ອຍສາມາດເຮັດຄວາມຝັນເຫຼົ່ານັ້ນກໍ່ກາຍເປັນຈິງ. ເມື່ອຈົບປະລິນຍາໂທ ຂ້ອຍສາມາດເສັງເຂົ້າເຮັດວຽກຢູ່ ບໍລິສັດ Sony ໄດ້ຕາມຄວາມຝັນ, ແຕ່ຂ້ອຍພັດມີຄວາມຝັນອັນອື່ນໃນການເຮັດວຽກດ້ານໄອທີ ແລະ ຂ້ອຍໄດ້ຕັດສິນໃຈໄປເຮັດວຽກກັບບໍລິສັດອື່ນທີ່ບໍ່ແມ່ນ Sony, ຂ້ອຍເຮັດວຽກຢູ່ຍີ່ປຸ່ນ ເປັນເວລາ 7 ປີ ເປັນນັກຂຽນໂປຼແກຼມຈົນຮອດທີ່ເປັນປຶກສາດ້ານໄອທີ. ຂ້ອຍໄດ້ຮຽນຮູ້ວີທີເຮັດວຽກແບບຍີ່ປຸ່ນ ທີ່ເຮັດວຽກເປັນທີມ ມີຄວາມຮັບຜິດຊອບສູງ ລະອຽດ ອົດທົດ ໃນທ່າມກາງຄວາມກົດດັນ. ຫຼາຍໆຄົນອາດຈະຄິດວ່າຂ້ອຍມັກລະເມີເຟີ້ຝັນຈົນເກີນໄປ ແຕ່ສິ່ງສໍາຄັນຄືການພະຍາຍາມເຮັດໃຫ້ຄວາມຝັນນັ້ນເປັນຕົ້ນໂຕຂຶ້ນມາ ຢ່າໃຫ້ມັນເປັນພຽງແຕ່ຄໍາເວົ້າ ຫຼືຢູ່ໃນແຕ່ຄວາມຄິດເທົ່ານັ້ນ.
ຂ້ອຍກັບໄປເປັນນັກສຶກສາຢູ່ຍີ່ປຸ່ນອີກຄັ້ງຕາມຫາຄວາມຝັນອັນໃໝ່ ເຊິ່ງເປັນການໄປສຶກສາໃນຂັ້ນປະລິນຍາເອກ ກ່ຽວກັບເລື່ອງນະໂຍບາຍໄອທີ. ຂ້ອຍໄດ້ຮຽນຮູ້ຫຼາຍໆຢ່າງໃນການໄປສຶກສາເທື່ອນີ້,ຂ້ອຍມີໂອກາດເຂົ້າຮ່ວມກອງປະຊຸມວີຊາການຫຼາຍຄັ້ງ ແລະ ໄດ້ຟັງໄດ້ສຶກສາຈົນເຮັດໃຫ້ຂ້ອຍໄດ້ຄວາມຮູ້ກ່ຽວນະໂຍບາຍໄອທີຂອງປະເທດດ້ອຍພັດທະນາ ທີ່ກາຍເປັນພື້ນຖານຂອງບົດວິທະຍານິພົນຂອງຂ້ອຍ.ນອກຈາກນັ້ນ ຍັງເຮັດໃຫ້ຂ້ອຍໄດ້ມີໂອກາດເຮັດວຽກກ່ຽວກັບການແປພາສາລາວ-ຍີ່ປຸ່ນ ໃນຫຼາກຫຼາຍຂະແໜງ ຍິ່ງເຮັດໃຫ້ຂ້ອຍໄດ້ຮຽນຮູ້ກ່ຽວກັບຍີ່ປຸ່ນຫຼາຍຂຶ້ນ, ແລະ ຍັງເຮັດໃຫ້ຂ້ອຍກາຍເປັນອາຈານສອນພາສາລາວ. ການເຮັດວຽກກ່ຽວກັບການສອນພາສາລາວ ແລະ ແປພາສາລາວ-ຍີ່ປຸ່ນ ເຮັດໃຫ້ຂ້ອຍໄດ້ມີໂອກາດໄປຫຼາຍບ່ອນ ພົບກັບບຸກຄົນໃນຫຼາຍລະດັບ ເຊິ່ງມັນເຮັດໃຫ້ຂ້ອຍມີຄວາມກະຕືລືລົ້ນທີ່ຈະສືບຕໍ່ຮັກສາສາຍພົວພັນລະຫວ່າງຂ້ອຍ ກັບ ຍີ່ປຸ່ນ ຕໍ່ໆໄປ.
ຕະຫຼອດເວລາທີ່ຢູ່ຍີ່ປຸ່ນ ນັບແຕ່ເປັນນັກສຶກສາຈົນເປັນພະນັກງານບໍລິສັດ, ຂ້ອຍໂຊກດີຫຼາຍ ທີ່ໄດ້ພົບກັບໝູ່ເພື່ອນຄົນຍີ່ປຸ່ນທີ່ໃຈດີ ແລະ ມີອາຈານທີ່ດີທີ່ເກັ່ງ, ນອກຈາກນັ້ນ ສະມາຄົມນັກສຶກສາລາວຢູ່ປະເທດຍີ່ປຸ່ນ (LSAJ) ແລະ ສະມາຄົມອະດີດນັກສຶກສາລາວຈາກປະເທດຍີ່ປຸ່ນ (JAOL) ຍັງເປັນສິ່ງທີ່ຂາດບໍ່ໄດ້ສໍາລັບຂ້ອຍ ໃນການເຮັດໃຫ້ຄວາມຝັນຂອງຂ້ອຍໃຫ້ເກີດເປັນຈິງ,. ຂ້ອຍຢາກຖືໂອກາດນີ້ ຂອບໃຈທຸກໆຄົນທີ່ເຮັດໃຫ້ຄວາມຝັນຂ້ອຍເກີດເປັນຈິງ.
ໃນເດືອນ 6 ປີ 2020 ຂ້ອຍກໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກສະມາຊິກ JAOL ຄັດເລືອກເອົາຂ້ອຍ ເປັນປະທານຄະນະບໍລິຫານ JAOL ຊຸດທີ VII, ການໄດ້ຮັບຕໍາແໜ່ງອັນມີກຽດນີ້ ມັນເປັນຄວາມຝັນອັນໃໝ່ທີ່ເປັນສິ່ງທ້າທ້າຍ ທີ່ມາພ້ອມກັນກັບຄວາມຮັບຜິດຊອບທີ່ສູງຂຶ້ນ ໃນການນໍາພາສະມາຊິກ JAOL ທີ່ເປັນສະມາຊິກລວມໝູ່ຂອງສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ ໃນການປະກອບສ່ວນສ້າງສາພັດທະນາ ສປປ ລາວ, ແລະ ການເສີ່ມສ້າງການຮ່ວມມື ຄວາມເຂົ້າໃຈ ລະຫວ່າງ ລາວ-ຍີ່ປຸ່ນ, ໂດຍສະເພາະ ປີ 2020 ເປັນປີຄົບຮອບການສ້າງຕັ້ງສາຍພົວພັນທາງການທູດ ລາວ-ຍີ່ປຸ່ນ 65 ປີ ເຊິ່ງເປັນປີທີ່ມີຄວາມໝາຍສໍາຄັນຂອງສາຍພົວພັນລາວ-ຍີ່ປຸ່ນ ເພື່ອຈະສືບຕໍ່ຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ໃຫ້ເຂົ້າສູ່ລວງເລິກ, ກ້ວາງຂວາງ ແລະ ແໜ້ນແຟ້ນຍິ່ງໆຂື້ນ. ຂ້ອຍຈະສືບຕໍ່ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງລາວ-ຍີ່ປຸ່ນ ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນງອກງາມຍິ່ງໆຂຶ້ນ.
ບັນດາໄຊ ລໍວັນໄຊ
ທີ່ປຶກສາອິດສະຫຼະດ້ານ ICT
ປະທານ ສະມາຄົມອະດີດນັກສຶກສາລາວຈາກປະເທດຍີ່ປຸ່ນ
ອະດີດປະທານ ສະມາຄົມນັກສຶກສາລາວຢູ່ປະເທດຍີ່ປຸ່ນ-ເຂດຄັນໂຕ
ມັກໄປອົງເຊັນ (ນໍ້າພຸຮ້ອນ), ມັກກິນລາເມັງ (ໝີ້ແບບຍີ່ປຸ່ນ)


私がはじめて「日本」を知ったのは1980年代初め頃です。現在のようにゲームや電話もない時代でしたが、遊び盛りの年頃でした。私を一番わくわくさせたのが、ガンダムや聖闘士星矢、仮面ライダー、仮面ライダースーパー1 などのテレビアニメでした。その後、ソニーの製品にはまり、電化製品をよく分解して遊んでいました。日本の専門家の方が父へのお土産に贈ったソニーウォークマンを分解して遊んでいる中で、いつか自分の手でソニーの製品を作りたいという夢を持つようになりました。
その後、日本政府の奨学金により日本へ留学できることになり、夢は現実に近づいてきました。日本での生活が始まった頃は、朝から晩まで日本語学習漬け、宿題に追われる日々で、夢も日本語で見るほどでした。私が初めて実際に日本語を使って日本人と生活を共にしたのは、日本語を学習し始めて4か月後に行った北海道への研修で1か月ホームステイをした時でした。日本人とコミュニケーションが取れたこと、そして何より、北海道の方々が家族のように私を迎え入れてくれたことが嬉しく、心が躍りました。
私は電子情報工学の学位と修士を取得しました。この専攻で取得した知識が現在の職業にもつながっています。同じ専攻の学生の中で、外国人は自分一人だったので、シャイな日本人学生とは真逆に、授業が理解できなければ躊躇せずに質問しました。また、漢字の暗記が苦手だったため、試験の出来はあまりよくありませんでしたが、電子回路の組立等は得意でした。
私は、様々な活動に参加したり、各地方にいるラオス人留学生を訪ねて旅行したりすることにより、日本文化を理解していきました。日本に来る前に訪れたいと思っていた北海道や富士山、広島、東京への旅行の夢も叶いました。修士課程を卒業する際にソニーの入社試験を受けて合格しましたが、IT技術者になりたいという新たな夢ができ、別の会社に入社しました。プログラマーからスタートしてITコンサルタントになるまで、日本では7年間も勤めました。チームの中で働くこと、高い責任感、きめ細かい仕事、プレッシャーの中で忍耐を持って働くことなど、日本流の働き方を身に付けました。私は夢を持ち過ぎだと思われているかもしれませんが、夢は頭の中に留めておいたり,単に語るだけではなく、その夢を現実しようとする姿勢が大事だと考えます。
その後、新たな夢を追いかけて、IT政策について学ぶために再び渡日し、博士課程に進学しました。ここでも、多くのことを学びました。様々なシンポジウムに参加する機会を得て、途上国のIT政策についての見識を深めることができ、博士論文を執筆する上での基礎となりました。また、多岐にわたる分野のラオ・日通訳を務めるチャンスにも恵まれ、それにより日本に関する理解が深まり、ラオス語講師も務めさせていただきました。ラオス語やラオ・日通訳講師を務める中で様々な場所に足を運び、様々なレベルの人と出会うことができ、ラオス・日本関係に積極的に携わりたいという気持ちが高まりました。
学生時代から社会人時代まで、幸運にも、素晴らしい日本の友人や恩師との出会いがありました。また、関東地域在日ラオス留学生協会(LSAJ)やラオス元日本留学生協会(JAOL)は私が数多くの夢を実現するにあたって欠かせない存在でした。これまでお世話になった皆様にこの場をお借りして御礼申し上げます。
2020年6月、JAOL会員の信任を得て、第7期委員会会長を仰せつかったことを、大変光栄に思います。JAOLはラオス日本友好協会の下部組織であり、ラオスの発展とラオスと日本の協力関係及び相互理解の促進に貢献する役割を担います。その団体を率いる責任を重く受け止め、新たな夢にチャレンジしていきます。特に、2020年はラオス日本外交関係樹立65周年の年であり、両国の戦略的パートナシップを一層拡大・深化させるために重要な年です。私も引き続き、ラオスと日本の友好協力関係の発展と開花のために尽力して参る所存です。
バンダサイ・ローワンサイ
ICTアドバイザー
ラオス元日本留学生協会(JAOL)会長
関東地域在日ラオス留学生協会元会長(LSAJ)
温泉好き。日本の好きな食べ物はラーメン。