ລາວ ແລະ ຂ້ອຍ「ラオスと私」 ຈິກະ ຄາເມດະ 亀田知佳

2020/7/15
Photos from Luangprabang and Kyoto

ໃນເວລາທີ່ຖືກໝູ່ຄົນຍີ່ປຸ່ນຖາມກ່ຽວກັບປະເທດລາວ, ຂ້ອຍມັກຈະມີຄໍາສົມທຽບຢູ່ສະເໝີ.
ນັ້ນກໍ່ແມ່ນ“ກຽວໂຕແລະຫຼວງພະບາງມີຄວາມຄ້າຍຄືກັນ”
ອາຍຸຂ້ອຍໄດ້ 30 ປາຍປີແລ້ວ, ເຊິ່ງເກີນກວ່າເຄິ່ງໜຶ່ງຂອງຊີວິດແມ່ນຢູ່ໂອຊ່າກ້າ, ອີກ 1 ສ່ວນ 3 ແມ່ນຢູ່ ກຽວໂຕ ແລະ ສ່ວນທີ່ເຫຼືອ 1 ສ່ວນ 3 ແມ່ນຢູ່ລາວ.(ທີ່ຄໍານວນບໍ່ຕົງກັນແມ່ນຍ້ອນວ່າໃນຊ່ວງໜຶ່ງຂ້ອຍໄດ້ທ່ຽວໄປ-ມາ ຢູ່ກຽວໂຕ ແລະ ລາວ)
ເວົ້າເລື່ອງອາໄສຢູ່ລາວແລ້ວ, ຂ້ອຍມັກຖືກຖາມຕະຫຼອດເລີຍວ່າ: “ລາວເປັນປະເທດແນວໃດ”
ສະນັ້ນ, ຂ້ອຍກໍ່ເລີຍຕອບວ່າ: "ເປັນບ່ອນທີ່ຢູ່ເຂດຮ້ອນ ແລະ ຊີວິດຢູ່ຫັ້ນຈະສະບາຍໆ. ມີຄຳວ່າ “ບໍ່ເປັນຫຍັງ” ແລະ ມັນກໍ່ໝາຍຄວາມວ່າ “ບໍ່ເປັນຫຍັງ” ຫຼື “ບໍ່ຕ້ອງກັງວົນ”, ແຕ່ວ່າຂອບເຂດທີ່ໃຊ້ແມ່ນກວ້າງຫຼາຍ ແລະ ນັ້ນແຫຼະຄືເອກະລັກຂອງລາວ.”
ແຕ່ກໍ່ຍັງສືບຕໍ່ການສົນທະນາໄປດັ່ງຕໍ່ໄປນີ້;
“ຂ້ອຍມາຢູ່ລາວເປັນເທື່ອທໍາອິດແມ່ນຫຼວງພະບາງຢູ່ທາງພາກເໜືອ, ເຊິ່ງເປັນເມືອງມໍລະດົກໂລກ ແລະ ມັນກໍ່ມີຄວາມຄ້າຍຄືກັບກຽວໂຕອີກໃດ”
“ຫວາ, ເປັນແບບໃດ?”
“ຫຼວງພະບາງແມ່ນນະຄອນຫຼວງເກົ່າທີ່ອ້ອມຮອບໄປດ້ວຍພູເຂົາ ແລະ ມີແມ່ນໍ້າສອງສາຍຕົກໃສ່ກັນ, ເປັນບ່ອນທີ່ມີສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ, ມີສໍານຽງພາສາທີ່ຄວາມອ່ອນໂຍນ, ຄົນຫຼວງພະບາງແມ່ນຈະບໍ່ຄ່ອຍມັກເວົ້າຕົງ.”
“ໂອ້, ແບບນີ້ກະຄືກັນກັບກຽວໂຕເລີຍເນາະ. ປະຫວັດສາດແລະ ທໍາມະຊາດກໍ່ມີຄວາມຄ້າຍຄືກັນ, ຄົນກໍ່ມີຄວາມຄ້າຍຄືກັນນໍາອີກ(ຍີ້ມ)”
ມັນອາດຈະມີຄວາມແຕກຕ່າງກັນຫຼາຍໃນເລື່ອງຂອງວັດທະນະທໍາ ແລະ ສັງຄົມລະຫວ່າງຍີ່ປຸ່ນ ແລະ ລາວ.
ແຕ່ວ່າ, ຖ້າເບິ່ງວິຖີການດໍາລົງຊີວິດຂອງຄົນຕັ້ງແຕ່ອະດີດມາແລ້ວ, ທັງຍີ່ປຸ່ນ ແລະ ລາວຈະອຸດົມສົມບູນໄປດ້ວຍປ່າໄມ້ ແລະ ສາຍນໍ້າລໍາທານ, ເອົາການກະສິກໍາເປັນວິທີທຳມາຫາກິນເປັນຫຼັກ ໂດຍມີການປູກເຂົ້າ ແລະ ພືດຜັກ, ນອກນີ້ຍັງຫາໜໍ່ໄມ້, ພືດປ່າ ແລະ ປາເປັນອາຫານ, ມັນຈຶ່ງບໍ່ໜ້າແປກໃຈວ່າຍີ່ປຸ່ນ ແລະ ລາວຈະມີຈຸດທີ່ຄ້າຍຄືກັນ.
ຍ້ອນແບບນີ້, ການທີ່ຄິດວ່າມັນຕ່າງກັນຢູ່ ແຕ່ກໍ່ມີຄວາມຄ້າຍຄືກັນ, ເຊິ່ງເປັນສິ່ງທີ່ໜ້າສົນໃຈ ແລະ ເປັນສາເຫດເຮັດໃຫ້ຂ້ອຍຍັງຢູ່ລາວມາໄດ້ຈົນຮອດມື້ນີ້.



ຈິກະ ຄາເມດະ
ເປັນຜູ້ປະສານງານໂຄງການGGP, ເຮັດວຽກກັບປ່າໄມ້ ແລະ ຊົນນະບົດຂອງລາວມາເປັນ11 ປີແລ້ວ
ມັກກິນປາແດກ ແຕ່ ໜໍ່ສົ້ມກໍມັກຄືກັນ

日本の友人にラオスのことを聞かれたときに、よく使うネタがあります。
それは――「京都とルアンパバーンは似ている」
私は、今までの30年ちょっとの人生の約半分を大阪で、3分の1を京都、そして残る3分の1をラオスで過ごしてきました(計算が合わないのは、一時期京都とラオスを行き来していたからです)。
ラオスにいるという話をすると、よく「ラオスってどんなところ」と聞かれます。
それで、当たり障りなく「やっぱり熱帯だし、ゆるい感じかなー。『ボーペンニャン』って言葉があって、『大丈夫』とか『気にしないで』って意味やねんけど、使える範囲がむちゃ広くて、それがラオスっぽい」と答えます。
でもそれに続けて、こんな話もします。
「私がラオス来て最初に住んでいたのは、北部のルアンパバーンという世界遺産の街やねんけど、そこが京都にそっくりやねん」
「え、どんな風に?」
「ルアンパバーンは昔の王都で、山に囲まれた盆地で、2本の川が合流する地点にあって、有名な観光地で、ルアンパバーン方言は優しくはんなりした響きで、ルアンパバーン人は本音をはっきり言わない」
「おー、それまんま京都やな。歴史と自然が似ていると、人も似るってこと(笑)?」
日本とラオスには、文化や社会のあり方など、異なる部分も多いかもしれません。
でも、古くからの人々の暮らしを考えてみると、日本人もラオス人も、豊かな森と水に恵まれ、稲作を中心とした農耕でお米や野菜を作りながら、タケノコや山菜、魚などをとって食べてきたわけで、似ている部分があっても不思議じゃないですよね。
そんな風に、違うけど似ている、だからおもしろい、と思えることが、私が今もラオスでふらふらしている理由かもしれないと、最近しみじみ思います。



亀田 知佳
日本大使館草の根外部委嘱員。ラオスで森と農村にたずさわって11年目。パデーク(魚醤)好きだけど、ノーソム(発酵タケノコ)も捨てがたい。