ຍີ່ປຸ່ນ ແລະ ຂ້ອຍ「日本と私」 ມັງກອນເພັດ ໄຊຍະສານ
2020/7/22

ຕັ້ງແຕ່ຂ້ອຍສາມາດຈົດຈຳໄດ້ ຂ້ອຍກໍຈື່ໄດ້ວ່າຂ້ອຍເປັນຄົນມັກເບິ່ງກາຕູນ. ສະໄໝນັ້ນ ກາຕູນ ສາມາດເບິ່ງໄດ້ພຽງແຕ່ຈາກວິທີດຽວກໍຄືໂທລະພາບ ແລະ ມີການພາກທັບເປັນພາສາລາວ ທີ່ເພິ່ນຈະສາຍທຸກໆມື້ ເວລາຫົກໂມງແລງ ຍົກເວັ້ນເສົາອາທິດທີ່ຈະສາຍຕອນສວາຍກ່ອນກິນເຂົ້າ. ຂ້ອຍຈື່ໄດ້ວ່າ ຫຼັງຈາກເລີກມາແຕ່ໂຮງຮຽນ ຂ້ອຍຈະອາບນ້ຳເພື່ອກຽມເບິ່ງກາຕູນຢ່າງຕັ້ງໃຈ ເພາະພາຍໃນເວລາ 25 ນາທີໂດຍປະມານ ມັນເຮັດໃຫ້ຂ້ອຍໄດ້ເຫັນໂລກທີ່ແຕກຕ່າງ, ການໃຊ້ຊີວິດທີ່ອັດສະຈັນ ແລະ ເໜືອຈິນຕະນາການ.
ຕອນນັ້ນ, ເພິ່ນໄດ້ເອົາກາຕູນຈາກຫຼາຍເຊື້ອຊາດມາສາຍ ທັງຂອງອະເມລິກາ, ຣັດເຊຍ, ຝຣັ່ງ ແລະ ຍີ່ປຸ່ນ. ເລື່ອງກາຕູນຍີ່ປຸ່ນທີ່ຂ້ອຍເບິ່ງຕອນນັ້ນແມ່ນ “Nadia: The Secret of Blue Water (ໃນຊື່ພາສາລາວວ່າ ສາວນ້ອຍນາເດຍ)” ແລະ “Karasu Tengu Kabuto (ໃນຊື່ພາສາລາວວ່າ ນິນຈາຄາບຸໂຕະ)” ທັງສອງເລື່ອງມີການເລ່ົາເລື່ອງທີ່ແຕກຕ່າງກັນແບບຄົນລະຂົ້ວ.
ດ້ວຍຄວາມແຕກຕ່າງທາງວັດທະນະທຳ ການດຳເນີນເລື່ອງ ບັນຍາກາດຂອງທັງສອງເລື່ອງນີ້ ເຮັດໃຫ້ຂ້ອຍໄດ້ຮຽນຮູ້ວ່າ ກາຕູນຍີ່ປຸ່ນນັ້ນແຕກຕ່າງໂດດເດັ່ນຈາກກາຕູນປະເທດອື່ນໆໃນເວລານັ້ນຫຼາຍ, ມັນເຕັມໄປດ້ວຍຈິນຕະນາການທີ່ຄາດບໍ່ເຖິງມີຄວາມເລິກເຊິ່ງ ທັງເນື້ອຫາ ການອອກແບບຕົວລະຄອນທີ່ຫຼາກຫຼາຍເປັນເອກະລັກ ແລະ ທີ່ສຳຄັນຫຼາຍຄື ເພງ ກັບ ດົນຕີປະກອບທີ່ໃຜໆໄດ້ຍິນພຽງໜ້ອຍດຽວກໍຮູ້ທັນທີວ່ານີ້ແມ່ນກາຕູນຍີ່ປຸ່ນ.
ນັ້ນເຮັດໃຫ້ຂ້ອຍເລີ່ມຕິດຕາມເລື່ອງອື່ນໆຫຼາຍຂຶ້ນ ລວມໄປເຖິງວິດີໂອເກມຕ່າງໆຂອງຍີ່ປຸ່ນໃນສະໄໝນັ້ນນຳໄດ້ຊຶມຊັບວິທີຄິດ ບໍ່ວ່າຈະເປັນ ມິດຕະພາບ, ການເສຍສະຫຼະ, ການຊ່ວຍເຫຼືອຄົນອື່ນ, ຄວາມສາມັກຄີ, ຄວາມອົດທົນ, ຄວາມມີລະບຽບວິໄນທີ່ຖ່າຍທອດຜ່ານເລື່ອງລາວຜ່ານຕົວລະຄອນໃນກາຕູນ. ວັດທະນະທຳປັອບຂອງຍີ່ປຸ່ນເຮັດໃຫ້ຂ້ອຍໄດ້ມີເລື່ອງໄປລົມນຳໝູ່ຕອນຢູ່ໂຮງຮຽນ ເຮັດໃຫ້ຂ້ອຍໄດ້ເຝິກການເລົ່າເລື່ອງ ແລະ ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບເລື່ອງນັ້ນໆໄປພ້ອມໆກັນກັບການຮຽນແຕ້ມຮູບດ້ວຍຕົນເອງ ໂດຍໄດ້ແຮງບັນດານໃຈຈາກກາຕູນຍີ່ປຸ່ນ.
ຫຼາຍຟ້າຫຼາຍປີຜ່ານໄປ, ຢູ່ມາມື້ໜຶ່ງ ພໍຮອດຕອນທີ່ກຳລັງສຶກສາຢູ່ມະຫາວິທະຍາໄລແຫ່ງຊາດລາວ ດ້ວຍຄວາມທີ່ຂ້ອຍກຳລັງເລີ່ມເຕົ້າໂຮມຄົນທີ່ມັກກາຕູນຍີ່ປຸ່ນໃນລາວໃຫ້ມາຮູ້ຈັກກັນຢູ່ນັ້ນ ຂ້ອຍ ແລະ ໝູ່ເພື່ອນຈຳນວນໜຶ່ງໄດ້ຖືກສະຖານທູດຍີ່ປຸ່ນປະຈຳລາວເອີ້ນໄປພົບ ແລະ ສອບຖາມເຖິງຄວາມເປັນໄປໄດ້ທີ່ຈະມີການຈັດງານກາຕູນຍີ່ປຸ່ນຄັ້ງທຳອິດໃນປະເທດລາວ ດ້ວຍການຮ່ວມມືກັບຜູ້ຈັດງານຄົນຍີ່ປຸ່ນຜູ້ມີປະສົບການ. ພວກຂ້ອຍຮູ້ສຶກດີໃຈຫຼາຍທີ່ເພິ່ນໄດ້ມອບໂອກາດໃຫ້ໄດ້ມີສ່ວນຮ່ວມກັບການຈັດງານຫຼາຍຄັ້ງ ໂດຍພວກເຮົາມີຄວາມຕັ້ງໃຈຢາກຈະສະໜັບສະໜູນໄວໜຸ່ມລາວທີ່ມັກຮັກໃນວັດທະນະທຳປັອບ (Pop Culture) ບໍ່ວ່າຈະເປັນກາຕູນ-ເກມ-ດົນຕີ-ຮູບເງົາ, ເພື່ອສ້າງຄວາມຮູ້ ຄວາມເຂົ້າໃຈໃຫ້ກັບພໍ່ແມ່ຜູ້ປົກຄອງກໍຄືສັງຄົມຕໍ່ກັບວັດທະນະທຳໄວໜຸ່ມດັ່ງກ່າວ, ສ້າງເປັນພື້ນທີ່ເປີດກວ້າງທີ່ສ້າງສັນໃຫ້ໄວໜຸ່ມໄດ້ກ້າສະແດງອອກໄດ້ໃຊ້ຈິນຕະນາການຫົວຄິດປະດິດສ້າງໄດ້ສຶກສາຄວາມຫຼາກຫຼາຍທາງດ້ານວັດທະນະທຳ-ພາສາຈົນໄປເຖິງໄດ້ເຂົ້າໃຈຂະບວນການຄິດທີ່ໄປທີ່ມາຂອງຂັ້ນຕອນການຜະລິດໃນອຸດສາຫະກຳອະນິເມະ-ເກມ-ຮູບເງົາທີ່ເຂັ້ມແຂງ ເປັນທີ່ຍອມຮັບໄປທົ່ວໂລກຕັ້ງແຕ່ອະດີດຈົນເຖິງປັດຈຸບັນຂອງຍີ່ປຸ່ນສ້າງມູນຄ່າທາງເສດຖະກິດ ດຶງດູດການການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໄດ້ເປັນຢ່າງດີ.
ຂ້ອຍຫວັງເປັນຢ່າງຍິ່ງວ່າ ສິ່ງທີ່ຕົວຂ້ອຍ ແລະ ທີມງານເບື້ອງຫຼັງໄດ້ປະກອບສ່ວນໄປນັ້ນ ຈະເປັນປະໂຫຍດ ສາມາດເປັນແຮງບັນດານໃຈເປັນແນວທາງ ໃຫ້ນ້ອງໆໄວໜຸ່ມຫຼາຍໆຄົນໄດ້ກ້າສະແດງອອກຢ່າງສ້າງສັນໃນສິ່ງທີ່ຕົນເອງມັກຮັກ ສູ້ຊົນສຶກສາພັດທະນາຕົນເອງ ເພື່ອມື້ໜຶ່ງຈະໄດ້ເອົາສິ່ງນີ້ມາຖອດຖອນເປັນບົດຮຽນ ສ້າງເປັນພະລັງງານບວກປະກອບສ່ວນເຂົ້າໃນການຊີວິດ ແລະ ຖ່າຍທອດສິ່ງດີໆ ເຫຼົ່ານີ້ສືບຕໍ່ໄປ.
ມັງກອນເພັດ ໄຊຍະສານ (Johnny)
ປັດຈຸບັນເປັນຜູ້ຮ່ວມກໍ່ຕັ້ງ ແລະ ບໍລິຫານຝ່າຍຄວາມຄິດສ້າງສັນ (Chief Creative Officer) ຂອງບໍລິສັດ BIZGITAL ຈຳກັດ ແລະ ເປັນຜູ້ຮ່ວມກໍ່ຕັ້ງຊຸມຊົນຄົນຮັກອະນິເມະ ແລະ Pop Culture ທີ່ມີຊື່ວ່າ Lao Otaku Club ເຊິ່ງປັດຈຸບັນມີອາຍຸ 8 ປີແລ້ວ.

自分が覚えている限りの昔から、アニメを見るのが好きでした。当時、アニメを見る方法はテレビのみで、土日を除く毎日夕方6時にラオス語吹き替えの番組が放映されていました。私は学校から帰宅すると、すぐに水浴びをして待ち構えていました。というのも、その25分間が私に様々な世界を見せてくれたからです。
当時その番組ではアメリカやロシア、フランス、そして日本のアニメを放映していました。私がみた日本のアニメは「不思議の海のナディア」と「鴉天狗カブト」で、それぞれ全く異なるストーリーでした。
この二つのアニメによって、私は他の国とは違う日本のアニメの特徴を知ることになりました。創造性に富み、内容も登場人物の造形も深みがあり、また作品で使われる歌や楽曲を少し聞いただけで日本のアニメであることが分かります。
これをきっかけに私は他の日本のアニメ作品やビデオ・ゲームに親しむようになり、友情、自己犠牲、助けあい、団結、忍耐、規律正しさなど、アニメ作品のなかで描かれる価値観を吸収していきました。日本のポップカルチャーについて私は学校の友人たちと語り合い、それによって人前で話し、意見を交わすことを学びました。また、日本のアニメの影響を受けて、自分で絵を描くようになりました。
やがて月日が流れ、ラオス国立大学の学生となり、日本のアニメが好きな仲間たちと活動を始めたころ、日本の大使館員に呼ばれて面会し、ラオス初の日本アニメのイベントを一緒にやってみないかと誘われました。私たちはとても嬉しく、これを機に様々なイベントに関わるようになりました。アニメやゲーム、音楽、映画といったポップカルチャーを愛するラオスの若者たちを力づけるとともに、保護者と社会が若者文化への理解を深めるよう働きかけ、さらに、若者たちが自己表現を行い、創造力を高め、文化・言語面の見識を深めて、今や世界中で人気となり経済的にも重要なアニメ・ゲーム・映画産業の基礎となる思想を理解する場を広げたいと思ったのです。
私は、私たちの取り組みが若者たちを励まし、道を拓き、彼らが好きなことについて表現し、自らを高め、経験を重ねて、よりよい人生を歩むための力となることを願っています。
マンコーンペット・サイニャサーン(ジョニー)
BIZGITAL社の共同創設者兼チーフ・クリエイティブ・オフィサー。また、日本のアニメとポップカルチャーの愛好者グループ「ラオ・オタククラブ」の創設メンバーであり、活動歴8年。