ລາວ ແລະ ຂ້ອຍ「ラオスと私」 ຢາໂນ ຈຸນໂກະ
2020/7/31

ສະບາຍດີ. ຍິນດີທີ່ໄດ້ຮູ້ຈັກ. ຂ້ອຍຊື່ ຢາໂນ ຈຸນໂກະ. ປະຈຸບັນຂ້ອຍເປັນອາຈານສອນຢູ່ມະຫາວິທະຍາໄລແຂວງໄອຈິ (Aichi Prefectural University). ຂ້ອຍໄດ້ມາສຶກສາຄົ້ນຄ້ວາໃນລະດັບປະລິນຍາໂທ ແລະ ເອກຢູ່ປະເທດລາວເປັນເວລາທັງໝົດ 3 ປີ. ຂ້ອຍໄດ້ມາສຶກສາຢູ່ລາວຄັ້ງທຳອິດໃນປີ 1999-2000, ເຊິ່ງມັນກໍ່ເປັນເວລາຫຼາຍກວ່າ 20 ປີຜ່ານມາແລ້ວ. ໃນເວລານັ້ນ, ປະເທດລາວບໍ່ທັນໄດ້ເປັນທີ່ຮູ້ຈັກໃນປະເທດຍີ່ປຸ່ນຊໍ່າປັດຈຸບັນນີ້ ແລະ ຂ້ອຍຍັງຈືໄດ້ວ່າ: ຄັນເວົ້າວ່າຈະມາສຶກສາຢູ່ລາວແລ້ວມັນຄືກັນກັບວ່າຖືກສົ່ງອອກໄປຄົນລະໂລກເລີຍລະ. ໃນຕອນທີ່ຂ້ອຍໄດ້ຂຶ້ນຍົນຈາກບາງກອກຫາວຽງຈັນໂດຍສາຍການບິນໄທ, ໄດ້ມີຄົນຜູ້ໜຶ່ງທີ່ເປັນພະນັກງານຢູ່ບໍລິສັດຍີ່ປຸ່ນທີ່ປະຈໍາຢູ່ໄທ, ຂ້ອຍໄດ້ລົມໃຫ້ລາວຟັງ ກ່ຽວກັບການມາສຶກສາຄົ້ນຄ້ວາໃນລາວ, ເຊິ່ງເຮັດໃຫ້ລາວເກີດກັງວົນ ແລ້ວກໍໄດ້ມາລ້ຽງເຂົ້າຂ້ອຍກັບຄອບຄົວທີ່ຂ້ອຍໄດ້ອາໄສຢູ່ນໍາຢ່າງແຊບ ໃນເວລາທີ່ລາວມາເຮັດວຽກຢູ່ລາວ. ເຖິງວ່າດຽວນີ້ຂ້ອຍໄດ້ລືມຂໍ້ມູນໃນການຕິດຕໍ່ລາວກໍ່ຕາມ, ແຕ່ຂ້ອຍຍັງຈື່ໄດ້ເຖິງຄວາມມີນໍ້າໃຈຂອງລາວ ແລະ ຮູ້ສຶກຂອບໃຈ.
ຖ້າມາປຽບທຽບກັນກັບໄລຍະນີ້ແລ້ວ, ຂ້ອຍຮູ້ສຶກວ່າໄລຍະທາງລະຫວ່າງລາວ ແລະ ຍີ່ປຸ່ນແມ່ນມີຄວາມໃກ້ກັນຂຶ້ນຫຼາຍ. ແຕ່ກີ້ຖ້າບໍ່ໄດ້ໄປຮ້ານອິນເຕີເນັດລະແມ່ນບໍ່ສາມາດທີ່ຈະສົ່ງອີ່ເມ່ວໄດ້, ແຕ່ດຽວນີ້ມີຫຼາຍຄົນໄດ້ໃຊ້ໂທລະສັບມືຖື. ສາມາດຕິດຕໍ່ສື່ສານຫາໝູ່ຄົນລາວໄດ້ງ່າຍຂຶ້ນໂດຍຜ່ານ SNS, ປັດຈຸບັນ ໃນຊ່ວງລະບາດຂອງເຊື້ອພະຍາດສາຍພັນໃໝ່ COVID-19ນີ້ໄດ້ມີໝູ່ສົ່ງຂໍ້ຄວາມໃຫ້ກໍາລັງໃຈວ່າ: ເປັນແນວໃດ? ມາທາງຂໍ້ຄວາມເຟດບຸກ ແລະ ລາຍ.
ໃນສະໄໝທີ່ຂ້ອຍສຶກສາຄົ້ນຄ້ວາ, ຂ້ອຍໄດ້ເຮັດການຄົ້ນຄ້ວາກ່ຽວກັບພາສາລາວຈະສາມາດເປັນພາສາປະຈຳຊາດໄດ້ແນວໃດໃນສະໄໝສົງຄາມທີ່ມີລະບອບກາງເມືອງ 2 ລະບອບຄື: ລາດຊະອານະຈັກ ແລະ ປະເທດລາວ. ການຄົ້ນຄ້ວາຂອງຂ້ອຍແມ່ນອີງໃສ່ຫນັງສືເອກະສານ, ແລະ ວີທີເກັບກໍາຂໍ້ມູນນັ້ນແມ່ນບໍ່ມີຫລາຍ,ໃນຊ່ວງທີ່ລົງເກັບກໍາຂໍ້ມູນ ທີ່ອາໄສການລົງພາກສະໜາມເປັນຫຼັກຂອງນັກສຶກສາຄົ້ນຄວ້າຕອນນັ້ນ ເມື່ອເວົ້າວ່າເປັນນັກຄ້ນຄ້ວາທາງຫນັງສືເອກະສານແລ້ວ, ອາດຈະມີຄົນຮູ້ສຶກວ່າມັນເປັນຄວາມສະດວກສະບາຍຢູ່ໃນນະຄອນຫຼວງ, ແຕ່ວ່າການຊອກຫາເອກະສານໃນສະໄໝສົງຄາມ ນັ້ນບໍ່ແມ່ນເລື່ອງງ່າຍ, ຕອນນັ້ນໄດ້ຮັບການຊ່ວຍເຫຼືອຈາກຫຼາຍຄົນອີ່ຫຼີ. ຖ້າຂ້ອຍປຶກສາກັບຜູ້ໃດໜຶ່ງວ່າຢາກຈະຊອກຫາຂໍ້ມູນແບບນີ້ແລ້ວ, ລາວກໍ່ວ່າຜູ້ນັ້ນອາດຈະມີ ແລ້ວ ກໍ່ພາຂ້ອຍຂີ່ລົດຈັກ, ບາງເທື່ອກໍ່ລົດໃຫຍ່ໄປເຂດຊານເມືອງຂອງນະຄອນຫຼວງວຽງຈັນ. ຂ້ອຍວ່າຈະເອົາເງິນໃຫ້ເພື່ອເປັນການຂອບໃຈແຕ່ລາວກໍ່ບໍ່ຮັບເອົາ, ຈົນໄດ້ກາຍເປັນຫຼາຍໆຄັ້ງ. ຍ້ອນການຊ່ວຍເຫຼືອຈາກຄົນລາວຫຼາຍຄົນເຮັດໃຫ້ຂ້ອຍຂຽນປື້ມ "ເມື່ອພາສາປະຈຳຊາດຖືກສ້າງຂື້ນ -ລັດທິສາດນິຍົມໃນພາສາຢູ່ລາວ ແລະ ພາສາໄທ " (ບໍລິສັດ Fukyosha) ໃນປີ 2007, "ການສ້າງຕັ້ງພາສາ ແລະ ສ້າງຊາດ - ລັດທິສາດນິຍົມໃນໄລຍະສົງຄາມ” (ບໍລິສັດ Fukyosha) ໃນປີ 2013. ຖ້າທ່ານມີຄວາມສົນໃຈ, ຂ້ອຍກໍ່ຢາກໃຫ້ທ່ານອ່ານມັນລອງເບິ່ງ.
ດ້ວຍແນວນີ້, ຄວາມສໍາພັນລະຫວ່າງຂ້ອຍກັບລາວສ່ວນໃຫຍ່ແມ່ນການຄົ້ນຄວ້າ. ດຽວນີ້ຂ້ອຍໄດ້ກາຍເປັນອາຈານສອນຢູ່ມະຫາວິທະຍາໄລ, ຂ້ອຍຢາກໃຫ້ຄົນຮຸ່ນໄໝ່ນີ້ຮູ້ກ່ຽວກັບປະເທດລາວ. ປີກາຍນີ້, ຫຼັງຈາກໄດ້ມີການເຊັນສັນຍາແລກປ່ຽນວິຊາການລະຫວ່າງມະຫາວິທະຍາໄລແຂວງໄອຈິກັບມະຫາວິທະຍາໄລແຫ່ງຊາດລາວແລ້ວ, ຂ້ອຍໄດ້ພານັກສຶກສາມາລາວເປັນຄັ້ງທໍາອິດ. ດ້ວຍການຮ່ວມມືຂອງຄົນ ທີ່ມີສ່ວນຮ່ວມໃນອົງການການຊ່ ວຍເຫຼືອຕ່າງໆ, ເຮັດໃຫ້ຊ່ວງເວລາທີ່ມາລາວຂອງນັກສຶກສານັ້ນມີຄວາມໝາຍໂດຍມີຫຼາຍສິ່ງທີ່ໄດ້ຮຽນຮູ້. ສຳລັບຂ້ອຍແລ້ວ, ມັນແມ່ນໂອກາດທີ່ມີຄຸນຄ່າທີ່ໄດ້ພົບກັບຜູ້ຄົນຕ່າງໆທີ່ຄືຊິບໍ່ໄດ້ມີໂອກາດຮູ້ຈັກກັນຖ້າຂ້ອຍມາລາວເພື່ອການຄົ້ນຄ້ວາ.
ຕັ້ງແຕ່ໄດ້ມາສຶກສາຢູ່ລາວ, ຂ້ອຍມີແຕ່ໄດ້ຮັບການຊ່ວຍເຫຼືອຈາກຄົນລາວ ແລະ ຍາມໃດກໍ່ບໍ່ໄດ້ຕອບແທນບຸນຄຸນຈັກເທື່ອ. ໃນອະນາຄົດ, ຂ້ອຍຢາກປະກອບສ່ວນເຂົ້າໃນການແລກປ່ຽນລະຫວ່າງລາວແລະຍີ່ປຸ່ນດ້ວຍເຫື່ອແຮງ ຂອງຂ້ອຍເອງ. ຂ້ອຍມີແຜນທີ່ຈະພານັກສຶກສາມາປະເທດລາວໃນຊ່ວງພັກຮຽນລະດູໃບໄມ້ປົ່ງ ແລະ ຂໍໃຫ້ເຊື້ອພະຍາດສາຍພັນໃໝ່ (Covid-19) ນີ້ສາມາດຄວບຄຸມໄດ້ໄວເທົ່າທີ່ຈະໄວໄດ້.
ຢາໂນ ຈຸນໂກະ
ຮອງສາດສະດາຈານຄະນະສຶກສາຕ່າງປະເທດອັກສອນສາດ, ມະຫາວິທະຍາໄລແຫ່ງແຂວງໄອຈິ. ມັກເຂົ້າປຽກຫລາຍ ແລະເຄີຍລອງເຮັດກິນເອງແຕ່ກໍ່ຍັງບໍ່ເກັ່ງປານໃດ. ມັກສະສົມເຄື່ອງທັກຂອງຊົນເຜົ່າມົ້ງໃນຍາມຫວ່າງ.

サバーイディ。はじめまして、矢野順子と申します。私は現在、愛知県立大学で教員をしています。ラオスには大学院の修士課程、博士課程で合計3年間留学していました。最初に留学したのは1999年~2000年で、もう20年以上も前のことになります。当時、ラオスは今以上に日本で知られておらず、ラオスに留学するというと、今生の別れかのごとく送り出されたのを覚えています。たまたま、バンコク・ヴィエンチャン間のタイ国際航空で隣に座ったのがバンコクの日系企業の駐在員の方で、留学でラオスに行くと話すと大変心配され、私が留学中、ラオスに出張でいらっしゃるたびにホームスティ先の家族とともに美味しい食事をご馳走になりました。今では連絡先もわからなくなってしまったのですが、優しくしていただいたことを時々思い出し、感謝をしております。
このような時代と比べると、今はラオスと日本の距離がずっと近くなったように感じます。最初はインターネットカフェに行かなければメールも送れなかったのが、今では多くの人がスマートフォンを持つようになりました。ラオスの友人たちとも、SNSを介して簡単に連絡できるようになり、今回、新型コロナウィルス感染拡大の中、「大丈夫?」とメッセンジャーやLineで連絡してくれる友人たちになぐさめられました。
大学院時代は、内戦時代の王国政府とパテート・ラオ、二つの体制下において、ラオス語がどのように国語として形成されていったのかを研究していました。私の研究は文献資料に依拠したもので、同時期に留学していた大学院生の多くがフィールドワークをもとに研究を行なっていた中で、少数派でした。文献研究者というと、首都で快適に過ごしているイメージをもたれがちですが、ラオスにおいて内戦時代の資料を探すのは容易ではなく、本当に多くの人に助けられました。こういう資料を探していると相談すれば、あの人が持っているかもしれないと、ヴィエンチャン郊外までバイクや車で連れていってくださり、どんなにお礼をしようとしても受け取ってもらえず・・・ということも幾度となくありました。多くのラオスの人たちのサポートのおかげで、2007年に『国民語が「つくられる」とき-ラオスの言語ナショナリズムとタイ語』(風響社)、2013年には『国民語の形成と国家建設-内戦期ラオスの言語ナショナリズム』(風響社)を上梓することができました。少しでも関心をもってくださった方がいらっしゃいましたら、読んでいただけるとうれしいです。
このようにこれまでの私とラオスの関係は、研究が中心でした。大学の教員となった今、若い世代にラオスについて知ってもらいたいと、昨年度、愛知県立大学とラオス国立大学が学術交流協定を締結したのをきっかけに、初めて学生を連れてラオスに行ってきました。現地の援助機関の方々のご協力もあって、学生たちにとってはラオスという国とともに、国際協力の現場を実際に体験して学ぶ、とても良い機会になりました。私にとっても、研究でラオスを訪問したのでは知り合うことがなかったであろう、様々な人と出会う貴重な機会となりました。
留学して以来、私はラオスの人たちに助けられるばかりで、何もご恩返しができていませんでした。今後は、私にできる方法で、微力ながらラオスと日本の交流に貢献できればと考えております。今年度もまた、春休みに学生をラオスに連れて行く予定です。新型コロナウィルスが1日も早く収束することを祈るばかりです。
矢野順子
愛知県立大学外国語学部准教授。カオピヤク(ラオス風うどん)が大好きで麺から手作りを試みるもなかなかうまくできません。趣味はモン族の刺繍グッズを集めること。