ຍີ່ປຸ່ນ ແລະ ຂ້ອຍ「日本と私」 ມະໄລຄຳ ໄຊຍະກອນ
2020/8/5

ຖ້າເວົ້າເຖິງ “ປະເທດຍີ່ປຸ່ນ” ຫຼາຍຄົນອາດຈະມີທັດສະນະຄວາມຄິດເຫັນ ແລະ ມະໂນພາບທີ່ແຕກຕ່າງກັນ. ແຕ່ຂ້າພະເຈົ້າເຊື່ອວ່າ ມີຫຼາຍຄົນທີ່ໄດ້ຍິນຊື່ປະເທດນີ້ແລ້ວ ຈະຮູ້ຈັກກ່ຽວກັບປະເທດຍີ່ປຸ່ນບໍ່ຫຼາຍກໍ່ໜ້ອຍ ບໍ່ວ່າຈາກຂ່າວສານດ້ານສາຍພົວພັນການທູດລະຫວ່າງ ລາວ-ຍີ່ປຸ່ນ, ການຮ່ວມມືຊ່ວຍເຫຼືອໃນດ້ານຕ່າງໆ ລວມເຖິງການແລກປ່ຽນທາງດ້ານວັດທະນະທຳຂອງ 2 ປະເທດ.
ສຳລັບຂ້າພະເຈົ້າ, ຈຸດເລີ່ມຕົ້ນຂອງການໄດ້ຮູ້ຈັກກັບປະເທດຍີ່ປຸ່ນ ແລະ ໄດ້ສຳຜັດ, ຮຽນຮູ້ກ່ຽວກັບວັດທະນະທຳຊີວິດການເປັນຢູ່ຂອງຄົນຍີ່ປຸ່ນ ແມ່ນເລີ່ມຈາກ ພໍ່ແມ່ ຜູ້ທີ່ໃຫ້ໂອກາດຂ້າພະເຈົ້າໄດ້ມີປະສົບການໃນການໃຊ້ຊີວິດຮ່ວມກັບເດັກນ້ອຍຍີ່ປຸ່ນຕັ້ງແຕ່ໄວເດັກ ເຊິ່ງສິ່ງເຫຼົ່ານັ້ນໄດ້ເປັນພື້ນຖານໃນການຮຽນຮູ້ປະເທດຍີ່ປຸ່ນຫຼາຍຂຶ້ນ. ສິ່ງສຳຄັນ ແມ່ນການໄດ້ຮຽນຮູ້ “ພາສາຍີ່ປຸ່ນ” ໃນສະພາບແວດລ້ອມຮ່ວມກັບຄົນທີ່ເປັນເຈົ້າຂອງພາສາ ສ້າງຄວາມເຂົ້າໃຈວິທີການສື່ສານໃນວັດທະນະທຳທີ່ແຕກຕ່າງໄດ້ຢ່າງເລິກເຊິ່ງ. ຂ້າພະເຈົ້າຄິດວ່າ “ພາສາ” ເຮັດໃຫ້ເຮົາສາມາດສື່ສານ ແລະ ເຂົ້າໃຈວັດທະນະທໍາຂອງປະເທດນັ້ນໆໄດ້ດີຍິ່ງຂຶ້ນ. ການຮຽນຮູ້ພາສາ ກໍຄືການຮຽນຮູ້ວັດທະນະທຳ ຖ້າເຮົາສາມາດສື່ສານນຳເຈົ້າຂອງພາສາດ້ວຍພາສາຂອງເຂົາເຈົ້າເອງ ເຮົາກໍ່ຈະສາມາດຮຽນຮູ້ທັດສະນະຄວາມຄິດ ແລະ ເຂົ້າໃຈໃນວັດທະນະທຳຂອງເຂົາເຈົ້າໄດ້ງ່າຍຂຶ້ນ. ສະນັ້ນ, ການຮຽນຮູ້ພາສາ ຈຶ່ງເປັນແຮງຈູງໃຈໜຶ່ງທີ່ສຳຄັນໃຫ້ຂ້າພະເຈົ້າສືບຕໍ່ຄົ້ນຄວ້າລົງເລິກກ່ຽວກັບ “ພາສາຍີ່ປຸ່ນ” ຈົນເຖິງຂັ້ນຈົບປະລິນຍາເອກດ້ານອັກສອນສາດ, ສາຂາພາສາຍີ່ປຸ່ນ ທີ່ໂຕກຽວ ປະເທດຍີ່ປຸ່ນ.
“ພາສາຍີ່ປຸ່ນ” ໄດ້ກາຍເປັນສິ່ງທີ່ເຊື່ອມໂຍງຂ້າພະເຈົ້າ ແລະ ປະເທດຍີ່ປຸ່ນຈົນເຖິງປັດຈຸບັນ. ພາສາຍີ່ປຸ່ນມີຄວາມຫຼາກຫຼາຍ ແລະ ມີຄວາມຊັບຊ້ອນໃນຫຼາຍໆດ້ານ ຊຶ່ງບາງຄັ້ງກໍ່ຍາກທີ່ຈະອະທິບາຍເປັນພາສາລາວໃຫ້ເຂົ້າໃຈໄດ້ງ່າຍ. ສະນັ້ນ, ຈຶ່ງມີຄວາມຈຳເປັນໃນການສຶກສາຄົ້ນຄວ້າໃຫ້ເຂົ້າເຖິງສິລະປະການນຳໃຊ້ພາສາ ເພື່ອສ້າງຄວາມເຂົ້າໃຈໃນວັດທະນະທໍາການສື່ສານທີ່ແຕກຕ່າງ. ເຖິງແມ່ນວ່າສະພາບແວດລ້ອມການຮຽນຮູ້ພາສາຍີ່ປຸ່ນໃນ ສປປ ລາວ ຍັງມີຂໍ້ຈຳກັດຫຼາຍດ້ານ ແຕ່ຂ້າພະເຈົ້າກໍ່ຍັງຢາກເປັນສ່ວນໜຶ່ງໃນການເສີມສ້າງໂອກາດໃຫ້ຄົນລາວຮຸ່ນໃໝ່ ຜູ້ທີ່ມີຄວາມສົນໃຈໃນປະເທດຍີ່ປຸ່ນໄດ້ຮຽນຮູ້ ແລະ ເຂົ້າໃຈເຖິງວັດທະນະທຳທີ່ແຕກຕ່າງໂດຍຜ່ານການຮຽນພາສາຍີ່ປຸ່ນ.
ຂ້າພະເຈົ້າຫວັງວ່າ ການສົ່ງເສີມການຮຽນຮູ້ພາສາຍີ່ປຸ່ນໃຫ້ແກ່ໄວໜຸ່ມລາວຈະເປັນອີກທາງໜຶ່ງໃນການສ້າງຂົວເຊື່ອມໂຍງ ສືບຕໍ່ສານສາຍພົວພັນລະຫວ່າງ 2 ປະເທດ ລາວ-ຍີ່ປຸ່ນ ໃຫ້ຍາວນານຍິ່ງຂຶ້ນ.
ປອ.ນາງ ມະໄລຄຳ ໄຊຍະກອນ
ສັງກັດຢູ່ພາກວິຊາພາສາຍີ່ປຸ່ນ, ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ. ປັດຈຸບັນເປັນຫົວໜ້າໜ່ວຍວິຊາພາສາຍີ່ປຸ່ນ ຮັບຜິດຊອບວຽກງານການຮຽນການສອນພາສາຍີ່ປຸ່ນລະດັບປະລິຍາຕີຮ່ວມກັບຄູອາຈານພາຍໃນພາກວິຊາ. ພ້ອມກັນນັ້ນ, ກໍ່ໄດ້ປະກອບສ່ວນໃນການຂຽນ ແລະ ຮຽບຮຽງປື້ມຕໍາລາຮຽນພາສາຍີ່ປຸ່ນ “ນິຮົງໂກະ” ສຳລັບຊັ້ນມັດທະຍົມສຶກສາຕອນຕົ້ນ-ປາຍ ຮ່ວມກັບສະຖາບັນວິທະຍາສາດການສຶກສາ ແລະ ຊ່ຽວຊານ ຈາກມູນນິທິຍີ່ປຸ່ນ. ຄຽງຄູ່ກັບການພັດທະນາປື້ມຕຳລາຮຽນຂອງແຕ່ລະຊັ້ນຮຽນ ກໍ່ໄດ້ດຳເນີນການຝຶກອົບຮົມຄູສອນພາສາຍີ່ປຸ່ນຊັ້ນມັດທະຍົມສຶກສາຄວບຄູ່ກັນໄປ ເຊິ່ງເປັນສິ່ງທີ່ທ້າທາຍ ແລະ ປະສົບການໃໝ່ທາງດ້ານວິຊາການ. ເຖິງຢ່າງໃດກໍ່ຕາມ, ຄວາມໄຝ່ຝັນຂອງຂ້າພະເຈົ້າຕັ້ງແຕ່ຍັງນ້ອຍຈົນເຖິງປັດຈຸບັນ ກໍຄືການເປັນຄູ ແລະ ໃນຕອນນີ້ຂ້າພະເຈົ້າຄິດວ່າຕົນເອງກຳລັງສ້າງຝັນນັ້ນໃຫ້ກາຍເປັນຈິງ ແລະ ຈະພະຍາຍາມພັດທະນາຄວາມຮູ້ຄວາມສາມາດຂອງຕົນເອງໃຫ້ກ້າວທັນຍຸກສະໄໝ ເພື່ອສົ່ງຕໍ່ໃຫ້ຄົນຮຸ່ນໃໝ່ໄດ້ນຳໄປຜັນຂະຫຍາຍໃນຕໍ່ໜ້າ.

日本について,多くの人々が様々な知識や考え、イメージを持っていることでしょう。ほとんどの人々は,日本が多くの島々からなること,ラオス・日本外交友好関係,様々な分野における協力支援,さらに両国の文化交流について知っていると思います。
私の場合,日本と日本人の生活文化を学ぶきっかけは父母によるものでした。幼少の頃,日本の子どもたちと一緒に過ごす経験をしたことが,日本に関する知見を深める基礎となりました。特に重要なのは,「日本語」をその使い手である人たちに囲まれて学ぶことにより,異文化におけるコミュニケーションを理解することができるようになったということです。私は「言葉」こそが,その国の文化を理解し,交流を深めるものだと思います。言葉を学ぶことは文化を学ぶことであり,相手の言葉でコミュニケーションすることで,相手の考えを知り,文化を理解することが容易になります。私は,そのような熱意をもって「日本語」を学び続ける決意を固め,日本の大学で文学研究科・日本語専攻の博士課程を修了しました。
「日本語」は現在に至るまで,私と日本とを繋いでいます。日本語は実に豊富で語彙が多く,ラオス語で説明するのが難しいこともあります。ですので,異文化コミュニケーション理解を深めるために,芸術における言語用法について研究することも必要です。ラオスにおける日本語教育環境は多くの課題がありますが,私は日本に興味がある次世代のラオス人が日本語に興味をもち,日本語を通じて異文化を学び理解するきっかけの一つになることを希望しています。
私はまた,ラオスの若者の日本語学習を促進することで,ラオスと日本の間の友好関係が長きにわたり続いていくための架け橋になることを願っています。
マライカム・サヤコン
ラオス国立大学文学部日本語学科所属。日本語課長として他教員とともに学部生の指導に従事。また,ラオス教育科学研究所および国際交流基金と協力して中等教育課程の「日本語」教科書作成と日本語教員養成に携わる。教師になるという夢を実現させ,次世代の教育を拡充させるため,自己研鑽に励んでいる。