ລາວ ແລະ ຂ້ອຍ「ラオスと私」 ເທດຊູໂອ ໂຍຊິດະ 吉田哲朗

2020/8/12
ມາ​ຮອດ​ຕອນ​ນີ້ ​ກໍ​ເປັນ​ເວ​ລາ 15 ປີ ແລ້ວ ທີ່​ຂ້າ​ພະ​ເຈົ້າ​ຕັດ​ສິນ​ໃຈ​ອາ​ໄສ​ຢູ່​ປະ​ເທດ​ລາວ​ຢ່າງ​ຖາ​ວອນ. ຂ້າ​ພະ​ເຈົ້າ ມັກ​ຈະ​ຖືກ​ຖາມ​ຈາກ​ຄົນ​ຍີ່​ປຸ່ນທີ່​ຫາ​ກະ​ເຄີຍ​ພົບ​ກັນເປັນ​ຄັ້ງ​ທຳ​ອິດ​​​ວ່າ: “ເຮັດ​ຫຍັງ​ຢູ່​ປະ​ເທດ​ລາວ?” “ເປັນ​ຍັງ​ຈຶ່ງ​ຢູ່​ປະ​ເທດ​ລາວ?​” ແລະ ຂ້າ​ພະ​ເຈົ້າກໍ​ຕອບ​ໄປ​ວ່າ “​ເປັນ​ອາ​ສາ​ສະ​ຫມັກ​ທີ່​ບໍ່​ຫວັງ​ຜົນ​ຕອບ​ແທນ​ຢູ່​ປະ​ເທດ​ລາວ​” “ເພາະ​ວ່າ ​ບໍ່​ຮູ້​ຈະ​ໄປ​ປະ​ເທດ​ໃດ ກໍ​ເລີຍ​ຢູ່​ປະ​ເທດ​ລາວ”.
 
​ແຕ່​ເດີມ ຂ້າ​ພະ​ເຈົ້າ​ເຮັດ​ວຽກ​ເປັນ​ວິ​ສະ​ວະ​ກອນ​ໂຍ​ທາ​ ໃຫ້​ແກ່​ຜູ້​​ຮັບ​ເຫມົາທົ່ວ​ໄປ​​​ລາຍ​ໃຫຍ່,​ ຂ້າ​ພະ​ເຈົ້າ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ໂຄງ​ການ​ກໍ່​ສ້າງຢູ່ຕ່າງ​ປະ​ເທດ​ຈຳ​ນວນ​ຫລາຍ​ ແລະ ທຸກໆມື້ ກໍ​ຮູ້​ສຶກອີ່ມ​ເອີບ​ທີ່​ໄດ້​ເຮັດ​ສົມ​ກັບ​ຄວາມ​ຕັ້ງ​​ໃຈ. ແຕ່ ​ເມື່ອ​ອາ​ຍຸໄດ້​ 40 ປີ, ຂ້າ​ພະ​ເຈົ້າ​ກໍ​ມີ​ຄວາມ​ຄິດ​ທີ່​ວ່າ ແທນ​ທີ່​ຂ້າ​ພະ​ເຈົ້າ​ຈະ​ເຮັດ​ວຽກ​ຫນັກ​ຕະ​ຫລອດ​ໄປ​ເພື່ອ​ຫາ​ລາຍ​ໄດ້, ຂ້າ​ພະ​ເຈົ້າຊ້ຳ​ພັດ​​ເລືອກ​ທີ່​ຈະ​ນຳ​ເງິນ​ທີ່​ຫາ​ມາ​ໄດ້​ນັ້ນ ໄປ​ຊ່ວຍ​ເຫລືອ​ຜູ້​ຄົນ​ທີ່​ຢູ່​ຕ່າງ​ປະ​ເທດ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ຖະ​ຫນັດ​ກ່ຽວ​ກັບ​ວຽກ​ງານ​ໂຍ​ທາ ແຕ່​ນອກ​ຈາກ​ນັ້ນ​ແລ້ວ ກໍ​ຍັງ​ມີ​ສິ່ງ​ອື່ນ​ທີ່​ຂ້າ​ພະ​ເຈົ້າ​ເຮັດ​ໄດ້ ​ຄື​: ໄດ້​ຮັບ​ການ​ຍອມ​ຮັບ​ໃນ​ການ​ນຳ​ໃຊ້​ຄອມ​ພິວ​ເຕີ້​ໃນ​ບໍ​ລິ​ສັດ ​ເພື່ອເປັນເຄື່ອງ​ມືທາງ​ທຸ​ລະກິດ ​ແລະ ເວ​ລາ​ທີ່​ປະ​ຈຳ​ຢູ່​ຕ່າງ​ປະ​ເທດ​ ຂ້າ​ພະ​ເຈົ້າ​ກໍ​​ໄດ້ສອນ​ພາ​ສາ​ຍີ່​ປຸ່ນ​ໃຫ້ແກ່​ຄົນ​ທ້ອງ​ຖິ່ນ​ຕາມ​ການ​ສະ​ເຫນີ​ຂໍ​ຂອງ​ເຂົາ​ເຈົ້ານຳ​ອີກ.​
 
ເມື່ອ​ນຶກ​ເຖິງ 2 ສິ່ງ​ນັ້ນ, ແລະ ເມື່ອ​ຂ້າ​ພະ​ເຈົ້າ ກຳ​ລັງ​ຈະ​ມີ​ອາ​ຍຸ ກາຍ 50 ປີ, ຂ້າ​ພະ​ເຈົ້າ​ຈຶ່ງ​​ໄດ້​ເລີ່ມ​ຊອກ​ຫາ​ປະ​ເທດ​ທີ່​ຈະ​ສາ​ມາດ​ເຄື່ອນ​ໄຫວ​​ກິດ​ຈະ​ກຳອາ​ສາ​ສະ​ຫມັກ​ໄດ້. ແຕ່​ກໍ​ບໍ່​ໄດ້​ຄາດ​ຫວັງ​ຫຍັງ​ຫລາຍ. ປະ​ເທດ​ທີ່ຂ້າ​ພະ​ເຈົ້າ​ຕ້ອງ​ການ​ຈະ​ໄປ​ ແມ່ນ​ ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ ແລະ ເນື່ອງ​ຈາກ​ວ່າ​ ເປັນ​ການ​ເຄື່ອນ​ໄຫວ​ທີ່​ນຳ​ໃຊ້​ເງິນ​ທີ່​ຕົນ​ເອງ​ສະ​ສົມ​ມາ ຂ້າ​ພະ​ເຈົ້າ​ຈຶ່ງ​ຢາກ​ເຄື່ອນ​ໄຫວ​ກິດ​ຈະ​ກຳ​​ໃຫ້​ໄດ້ ຢ່າງ​ຫນ້ອຍ 10 ປີ. ທະ​ວີບ​ອະ​ຟຣິ​ກາ ເຊິ່ງ​ເປັນບ່ອນ​ທີ່​ຂ້າ​ພະ​ເຈົ້າ​ເຮັດ​ວຽກ​ເປັນໄລ​ຍະ​ເວ​ລາ​ຍາວ​ນານ ແມ່ນ​ບໍ່​ມີ​ປະ​ເທດ​ໃດ​ເລີຍ ​ທີ່​ມີ​ຄວາມ​ສະ​ຖຽນ​ລະ​ພາບ​ທາງ​ການ​ເມືອງ. ສ່ວນ​ປະ​ເທດທີ່​ຢູ່​ທາງ​ຕາ​ເວັນ​ອອກ​ກາງ ກໍ​ມີ​ຂໍ້​ຫ້າມ​ໃນ​ການ​ດື່ມ​ເຄື່ອງ​ດື່ມ​ທາດ​ເຫລົ້າ ສະ​ນັ້ນ​ຈຶ່ງ​ຂໍ​ເອົາອອກຈາກ​ຕົວ​ເລືອກ​, ​​ປະ​ເທດ​ອິນ​ໂດເນ​ເຊຍ​ ທີ່​ເປັນ​ປະ​ເທດ​ທີ່​ຂ້າ​ພະ​ເຈົ້າ​ເຮັດ​ວຽກ​ຢູ່​ບ່ອນ​ນັ້ນ​ເປັນ​ໄລ​ຍະ​ເວ​ລາ 4 ປີ ຫນ້າ​ຈະ​ເປັນ​ປະ​ເທດ​ທີ່​ເຫມາະ​ສົມ​ໃນ​ການ​ເຄື່ອນ​ໄຫວ​ກິດ​ຈະ​ກຳ​ອາ​ສາ​ສະ​ຫມັກ ແຕ່ໃນ​​ເວ​ລາ​ນັ້ນ ປະ​ເທດ​ອິນ​ໂດ​ເນ​ເຊຍ ຊ້ຳ​ພັດ​​ຢູ່​ໃນ​ສະ​ພາບ​ທີ່​ເກີດ​ມີ​ສົງ​ຄວາມ​ກາງ​ເມືອງ​ຍ້ອນ​ຂະ​ບວນ​ການ​ຕໍ່​ສູ້​ເພື່ອ​ປະ​ຊາ​ທິ​ປະ​ໄຕ​. ປະ​ເທດ​ມຽນ​ມາ ຂ້າ​ພະ​ເຈົ້າ​ກໍ​ໄດ້​ເຮັດ​ວຽກ​ຢູ່​ທີ່​ນັ້ນ ເປັນ​ເວ​ລາ 3 ປີ ແຕ່​ກໍ​ເປັນ​ປະ​ເທດ​ທີ່​ຂ້ອນ​ຂ້າງ​ມີ​ບັນ​ຫາ​ຫລາຍ. ​ສ່ວນ ປະ​ເທດ ​ຫວຽດ​ນາມ, ລາວ​ ແລະ ກຳ​ປູ​ເຈຍ 3 ປະ​ເທດ​ນີ້ ຫມູ່​ຂອງ​ຂ້າ​ພະເຈົ້າ​ມັກ​ຈະເຕືອນ​ຢູ່​ຕະ​ຫລອດ​ວ່າ “ເປັນ​ປະ​ເທດ​ທີ່​ມີ​ຄວາມ​ອັນ​ຕະ​ລາຍ ສະ​ນັ້ນ​ບໍ່​ຕ້ອງ​ໄປ​ດີ​ກວ່າ​” ປະ​ເທດ​ໄທ ກໍ​ບໍ່​ແມ່ນ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ ດັ່ງ​ນັ້ນ​ຈຶ່ງ​ບໍ່​ແມ່ນ​ບ່ອນ​ທີ່​ຂ້າ​ພະ​ເຈົ້າ​ຄວນ​ໄປ.
 
ສະ​ຫລຸບ​ກໍ​ຄື ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ຊອກ​ປະ​ເທດ​ທີ່​ຈະເປັນ​ບ່ອນ​ເຄື່ອນ​ໄຫວ​ກິດ​ຈະ​ກຳ​ອາ​ສາ​ສະ​ຫມັກ​​ໄດ້​ເລີຍ.​ ບັງ​ເອີນ ມີ​ມື້​ຫນຶ່ງ ໃນ 19 ປີ ​ກ່ອນ​ຫນ້າ​ນີ້, ​ໄດ້ມີ​ຫມູ່​ທີ່​ເປັນ​ຄົນ​ໄທ​​ ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ “ມີ​ໂຄງ​ການ​ຢູ່​ປະ​ເທດລາວ ​ຢາກ​ລອງ​ໃຫ້​ໄປ​ສຳ​ຫລວດ​ນຳ​ກັນ​ເບິ່ງ​” ແລະແລ້ວ ​ຂ້າ​ພະ​ເຈົ້າ​ກໍ​ໄດ້ເຂົ້າ​ມາ​ຍັງ​ປະ​ເທດ​ລາວ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ. ເມື່ອ​ໄດ້​ເຂົ້າ​ມາ​ຮອດ​ປະ​ເທດ​ລາວ​ແລ້ວ ຈຶ່ງ​ໄດ້​ຮູ້​ວ່າ​ປະ​ເທດ​ລາວ​ ບໍ່​ໄດ້​ເປັນ​ຄື​ກັບ​ທີ່​ໄດ້​ຍິນ​ມາ​ເລີຍ. ຫລັງ​ຈາກ​ນັ້ນ ​ກໍ​ໄດ້​ມີ​ການ​ພົບ​ພໍ້​ກັບ​ຜູ້​ຄົນ​ຕ່າງໆ​ນາໆ ຈົນມາ​ຮູ້​ສຶກ​ໂຕ​ອີກ​ເທື່ອ​ຫນຶ່ງ ກໍ​ໄດ້​ເຄື່ອນ​ໄຫວ​ກິດ​ຈະ​ກຳ​ອາ​ສາ​ສະ​ຫມັກ​ຢູ່​ປະ​ເທດ​ລາວ​ມາ​ເປັນ​ໄລ​ຍະ​ເວ​ລາ​ເຖິງ 15 ປີ​ແລ້ວ. ຢາກ​ຮູ້​ບໍ່​ວ່າ​ເປັນ​ຫຍັງ ຖ້າ​ໄດ້​ລອງ​ມາ​ຢູ່​ລາວ​ແລ້ວ ທ່ານ​ຫາກ​ຈະ​ເຂົ້າ​ໃຈ​ດ້ວຍ​ຕົນ​ເອງ.

 
ເທດ​ຊູ​ໂອ ໂຍ​ຊິ​ດະ
ເຄື່ອນໄຫວກິດຈະກຳອາສາສະຫມັກຢູ່ສູນ​ຝຶກ​ອົບ​ຮົມ​ເທດ​ຈັງ​ເນັດມາເປັນໄລຍະເວລາ 15 ປີ.
ງານອາດີເຫຼກ: ການກິນເຫລົ້າ, ມັກຊ່ວຍເຫລືອຄົນອື່ນ, ການດຳນ້ຳທີ່ບໍ່ສາມາດດຳໄດ້ຢູ່ປະເທດລາວ.
ພິທີເຊັນສັນຍາການເປີດສູນຝຶກອົບຮົມໃນເດືອນ 8 ປີ 2005 (ພະແນກສຶກສານະຄອນຫຼວງວຽງຈັນ)  2005年8月トレーニング・センター開設の調印式(ビエンチャン教育局)
ການເປີດຫ້ອງສອນຄອມພິວເຕີ ເດືອນ ກໍລະກົດ ປີ2006 2006年7月パソコン講座開講
ラオスに永住を決め込んで15年になります。初対面の日本人には必ずと言っていいくらい、「ラオスで何をしていますか」、「なぜラオスなんですか」と聞かれます。それで、「ラオスで無償ボランティアをしています」、「他に行くところがないからラオスにいます」と答えます。
 
元々大手ゼネコンの土木技術者で、数多くの海外工事に携わり、毎日が充実していました。しかし40歳のころ、いつまでも一生懸命働いてお金を稼ぐのではなく、稼いだお金で海外の国の人のお手伝いをしたいと思うようになりました。土木技術に関しては自信がありましたが、他に何ができるかというと、パソコンを業務のツールとして使うことには社内でも定評がありました。そして、海外では現地人に頼まれて日本語を教えてきました。
 
この二つで行こうと考え、50歳を過ぎたあたりから活動する国を探し始めました。ところが、意外と無いのです。私が活動したいのは発展途上国です。そして、自分の貯めたお金でやるのですから、最低10年は続けたいです。勤務の長かったアフリカには政情の安定した国が皆無です。中東は酒が飲めないので除外し、4年間勤務したインドネシアがいいと思ったのですが、丁度そのころ民主化運動で内乱状態になりました。ミャンマーには3年弱勤務したのですが、問題の多い国ですし、ベトナム、ラオス、カンボジアの三国は危険だから行くなと友人に止められていて、タイはもはや発展途上国ではなく私の出る幕はありません。
 
結局私の行きたい国は一つも見つからなかったのです。ところが19年前のある日、タイの友人に「ラオスでプロジェクトがあるので是非調査に同行して欲しい」と言われ、あまり気乗りはしなかったんですが初めてラオスに入りました。来てみると、ラオスという国は聞いていた印象と全く違っていました。その後色々な人との出会いがあり、気が付けば15年もの長い活動になりました。なぜかは、ラオスに住めば分かります。

 
吉田哲朗
てっちゃんねっと・トレーニング・センターでボランティア活動15年。
趣味は飲酒、お節介、ラオスでできないスキューバ・ダイビング。