ຍີ່ປຸ່ນ ແລະ ຂ້ອຍ「日本と私」 ເຂັມເພັດ ຈັນທະວົງ ケームペット・チャンタヴォン


ຂ້ອຍໄປຍີ່ປຸ່ນຄັ້ງທໍາອິດແມ່ນປີ 2006 ໂດຍໄດ້ຮັບທຶນຈາກລັດຖະບານຍີ່ປຸ່ນທີ່ມີໄລຍະເວລາ 4 ປີ ແລະ ທຶນ Rotary Club 2 ປີ ຈົນເຮັດໃຫ້ຂ້ອຍສາມາດຈົບລະດັບປະລິນຍາຕີ. ພາຍຫຼັງຈົບປະລິນຍາຕີແລ້ວຂ້ອຍກໍ່ກັບປະເທດລາວ ແລະ ເຂົ້າເຮັດວຽກທີ່ສະຖານທູດຍີ່ປຸ່ນປະຈໍາ ສປປ ລາວ ຈົນມາຮອດປະຈຸບັນ.
ມື້ທໍາອິດທີ່ຂ້ອຍໄປຮອດຍີ່ປຸ່ນແມ່ນວັນທີ 2 ເມສາ ເຊິ່ງເປັນຊ່ວງລະດູໃບໃໝ່ປົ່ງ ແລະ ຊ່ວງເທສະການເບິ່ງດອກໄມ້ທີ່ໂດ່ງດັ່ງຂອງຍີ່ປຸ່ນ. ເປັນຄັ້ງທໍາອິດທີ່ໄດ້ອອກມາຫ່າງໄກຈາກຄອບຄົວ ແລະ ສັງຄົມທີ່ເຄີຍຄຸ້ນເຄີຍ ສະນັ້ນແນ່ນອນວ່າອາການຄິດຮອດບ້ານ ຫຼື homesick ກໍ່ມີອອກມາໃຫ້ເຫັນຫຼາຍຂື້ນເລື່ອຍໆ. ແຕ່ຂ້ອຍຍັງໂຊກດີທີ່ຂ້ອຍໄດ້ມາປະເທດທີ່ສວຍສົດງົດງາມ, ພັດທະນາ, ສະພາບແວດລ້ອມທີ່ອໍານວຍຄວາມສະດວກທີ່ສຸດ ແລະ ສໍາຄັນທີ່ສຸດກໍ່ຄືການຢູ່ນໍາຄົນທີ່ມີຈິດໃຈດີ, ພ້ອມທີ່ຈະຊ່ວຍເຫຼືອເບິ່ງແຍງ ແລະ ໃຫ້ກໍາລັງໃຈສະເໝີ.
ການສຶກສາຂອງຂ້ອຍ 6 ປີ ທີ່ປະເທດຍີ່ປຸ່ນໄດ້ສອນຫຼາຍອັນຫຼາຍແນວບໍ່ວ່າຈະດ້ວຍວິຊາຊີບ, ພາສາ, ວັດທະນະທໍາ ແລະ ການດໍາລົງຊີວິດຂອງຄົນຍີ່ປຸ່ນ. ຂ້ອຍເຂົ້າໃຈເລິກເຊິ່ງເຖິງວິຖີການເຮັດວຽກ, ການຢູ່ຮ່ວມກັນໃນສັງຄົມທີ່ເຄົາລົບເຊິ່ງກັນ ແລະ ກັນ, ຄວາມດຸໝັ່ນຂະຫຍັນພຽນ, ລະອຽດອ່ອນ ແລະ ໃສ່ໃຈ. ສະນັ້ນມັນເຮັດໃຫ້ຂ້ອຍບໍ່ແປກໃຈເລີຍທີ່ປະເທດຍີ່ປຸ່ນຈະແມ່ນ 1 ໃນປະເທດທີ່ໂດດເດັ່ນທີ່ສຸດໃນໂລກບໍ່ວ່າຈະດ້ວຍຂະແໜງໃດກໍ່ຕາມ.
ມາຮອດປະຈຸບັນ, ຂ້ອຍຮູ້ສຶກດີໃຈ ແລະ ພູມໃຈຫຼາຍທີ່ຂ້ອຍໄດ້ເປັນຜູ້ໂຊກດີທີ່ໄດ້ທຶນໄປຮຽນຍີ່ປຸ່ນ. ສິ່ງດັ່ງກ່າວໄດ້ເຮັດໃຫ້ວິໄສທັດຂອງຂ້ອຍກ້ວາງຂື້ນ, ເຮັດໃຫ້ຂ້ອຍສາມາດພັດທະນາທັກສະຂອງຕົນເອງໃນຮູບແບບຕ່າງໆ ແລະ ສິ່ງສໍາຄັນທີ່ສຸດແມ່ນເຮັດໃຫ້ຂ້ອຍສາມາດເປັນໜຶ່ງໃນອີກຫຼາຍໆຄົນທີ່ໄດ້ປະກອບສ່ວນເຂົ້າໃນສາຍພົວພັນ ລາວ-ຍີ່ປຸ່ນ.
ຂ້ອຍຫວັງວ່າສາຍພົວພັນທີ່ຖືກສືບທອດຍາວນານມາຫຼາຍປີຈະຄົງສືບຕໍ່ຂະຫຍາຍຍິ່ງຂື້ນໂດຍຜ່ານການແລກປ່ຽນໃນທຸກຊົນຊັ້ນ ແລະ ການຮ່ວມມືໃນທຸກຂົງເຂດ.
ເຂັມເພັດ ຈັນທະວົງ
ຂ້ອຍມັກຍີ່ປຸ່ນທີ່ສຸດບ່ອນທີ່ມີ 4 ລະດູເຊິ່ງເຮັດໃຫ້ເຮົາສາມາດເພີດເພີນກິດຈະກໍາ ແລະ ອາຫານໄດ້ຢ່າງບໍ່ຊໍ້າກັນ
ອາຫານທີ່ມັກທີ່ສຸດແມ່ນກະຫຼີ່ອຸດົ້ງ


2006年に初めて日本に行きました。日本政府の奨学金で高等専門学校を卒業した後、大学に編入しロータリークラブ奨学金を2年間いただいたおかげで大学を卒業できました。その後帰国し、在ラオス日本大使館で勤務して、ちょうど8年になります。
日本に到着したのは4月2日でした、春の花見が行われる有名な時期でした。初めて、家族や慣れ親しんでいる社会から離れ、故郷が恋しくホームシックになりました。しかし、とても美しく、発展し、便利で快適な国に来れたこと、そしてとてもやさしく親切な人々がいる所に留学できたのは幸運で、大変うれしいことだと思いました。
留学中の6年間、専門技術と言語、文化、そして日本人の生活等を学びました。互いに尊敬しあい、勤勉に努力し、正確に物事を行うという仕事の仕方や社会の在り方もよく理解できるようになりました。そのため、日本が様々な分野で世界の首位であるというのは当然だと思います。
今でも日本に留学できたことはとても嬉しく誇りに思っています。そのおかげで、私の視野は広がり、自分の能力を延ばすことができ、さらにラオスと日本の友好にも貢献することができました。
ラオスと日本の友好関係が様々なレベルの交流や協力でより一層発展していくことを祈念しております。
ケームペット・チャンタヴォン
在ラオス日本大使館現地職員
日本は4季節があるため多様なイベントと食べ物を味わえることが一番の楽しみ
一番好きな和食はカレーうどん