ລາວ ແລະ ຂ້ອຍ「ラオスと私」 ໄມຈິມະ ໂທມີໂກ 前島富子
2020/8/26

ອົງການຄົນພິການອາຊີເພື່ອການພັດທະນາທີ່ຂ້ອຍເຮັດວຽກໃນນາມເປັນປະທານນີ້ແມ່ນອົງການບໍ່ສັງກັດລັດ(NGO) ທີ່ສ້າງຕັ້ງຂຶ້ນໃນປີ 1992. ຫຼັງຈາກທີ່ໄດ້ສ້າງຕັ້ງຂຶ້ນ, ພວກເຮົາກໍ່ໄດ້ຈັດສຳມະນາກ່ຽວກັບການພັດທະນາຄວາມເປັນຜູ້ນຳສຳລັບຄົນພິການໃນປະເທດຕ່າງໆໂດຍສຸມໃສ່ການຢູ່ໄດ້ດ້ວຍໂຕເອງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຄົນພິການໃນພາກພື້ນອາຊີປາຊີຟິກ. ໃນເລີ່ມຕົ້ນ, ພວກເຮົາໄດ້ເອົາກິລາສຳລັບຄົນພິການເປັນວີທີສ້າງຄວາມເຂັ້ມແຂງ ແລະ ໂດຍສະເພາະໄດ້ສະໜັບສະໜູນການພັດທະນາທີມແຂ່ງຂັນກິລາບານບ້ວງລໍ້ເລື່ອນເປັນຕົ້ນມາ. ພວກເຮົາໄດ້ຮ່ວມມືກັບບັນດາປະເທດໃນລຸ່ມແມ່ນໍ້າຂອງເຊັ່ນ: ຫວຽດນາມ, ໄທ, ແລະ ກໍາປູເຈຍເປັນເວລາດົນນານ, ບາງຄັ້ງທັງດໍາເນີນການສໍາມະນາເພື່ອສ້າງການຢູ່ໄດ້ດ້ວຍໂຕເອງ ແລະ ເດີນທາງໄປເລື້ອຍໆລະຫວ່າງບັນດາປະເທດໃນລຸ່ມແມ່ນໍ້າຂອງ.
ພວກເຮົາໄດ້ເລີ່ມມີການຕິດຕໍ່ພົວພັນກັບປະເທດລາວຄັ້ງທຳອິດແມ່ນໃນປີ 1994. ທ່ານຢາຊີໂລ ເອອິຕະ, ທີ່ປຶກສາຂອງອົງການ, ອະດີດລັດຖະມົນກະຊວງໄປຊະນີ, ໃນຊ່ວງທີ່ທ່ານໄດ້ເຮັດວຽກໃຫ້ສະພາໃນນາມທີ່ເປັນສະມາຊິກສະພາຄົນພິການໃນຕອນນັ້ນ ທ່ານໄດ້ ຟັງກ່ຽວກັບສະພາບການປະຈຸບັນຂອງຊີວິດທີ່ຫຍຸ້ງຍາກຂອງຄົນພິການໃນລາວໂດຍທ່ານ ປອ ປອນເມກ ດາລາລອຍ, (ອະດີດລັດຖະມົນຕີກະຊວງສາທາລະນະສຸກແຫ່ງ ສປປ ລາວ). ທ່ານລັດຖະມົນຕີໄດ້ປຶກສາໃນການຊ່ວຍເຫຼືອກັບທ່ານທີ່ປຶກສາ ຢາຊີໂລວ່າ: “ຄົນພິການໃນລາວຍັງຢູ່ແຕ່ໃນບ້ານຂອງພວກເຂົາ. ບໍ່ມີກຸ່ມໃດໂດຍຄົນພິການເອງ. ສ່ວນຫຼາຍແມ່ນຄົນທີ່ໃຊ້ຊີວິດແບບຢຸູ່ພາຍໃຕ້ການລີ້ຊ້ອນນໍາພໍ່ແມ່ໂດຍທີ່ບໍ່ມີເອກະລາດໃນສັງຄົມ. ຂ້າພະເຈົ້າຢາກບອກຄົນພິການລາວວ່າ ເຖິງຈະເປັນຄົນພິການແບບທ່ານກໍ່ຕາມແຕ່ຍັງສາມາດໃຊ້ຊີວິດຢູ່ໄດ້ເໝືອນດັ່ງຕົວແບບທີ່ມີບົດບາດເຂົ້າໃນການປະກອບສ່ວນວຽກງານໄດ້ຢ່າງຫ້າວຫັນ. ທ່ານສາມາດຊ່ວຍເຫຼືອຄົນພິການຢູ່ລາວໄດ້ບໍ?”.
ຂ້າພະເຈົ້າໄດ້ມີໂອກາດມາຢ້ຽມຢາມລາວໃນປີ 1997 ໂດຍມີການຕິດຕໍ່ພົວພັນກັບທ່ານ ຊາໄກ ຮີໂລມິເຊິ່ງເປັນເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວໃນເວລານັ້ນ. ຂ້າພະເຈົ້າໄດ້ມາຮອດລາວຄັ້ງທໍາອິດ, ເຊິ່ງເປັນບ່ອນທີ່ມີສະພາບຂອງຄົນພິການບໍ່ໄດ້ຖືກເອົາໃຈໃສ່ເປັນເວລາຍາວນານ, ໄດ້ຈັດກອງປະຊຸມໃນຫົວຂໍ້ "ສໍາມະນາຄວາມເປັນຜູ້ນຳໃຫ້ກັບຄົນພິການ" ເປັນເວລາ 2 ມື້ຢູ່ທີ່ສູນ CMR (ສູນຟື້ນຟູຄົນພິການແຫ່ງຊາດລາວ)ໃນປະຈຸບັນ.
ໃນກອງປະຊຸມ "ສໍາມະນາຄວາມເປັນຜູ້ນຳໃຫ້ກັບຄົນພິການ" ໄດ້ມີຄົນພິການໄວໜຸ່ມຫຼາຍພາກເຂົ້າຮ່ວມ 28 ຄົນ, ນອກຈາກນີ້ຍັງມີນັກກິລາທີ່ໄດ້ມີຜົນງານໃນກິລາພາລາຄົນພິການ, ເຊິ່ງເປັນຕົວແບບໃນການເຮັດວຽກແບບຍີ່ປຸ່ນກັບທ່ານ ຢາຊີໂລ, ກໍ່ໄດ້ເຂົ້າຮ່ວມໃນນາມເປັນວິທະຍາກອນ ແລະ ໄດ້ອະທິບາຍກ່ຽວກັບສະພາບສະຫວັດດີການຂອງຄົນພິການຍີ່ປຸ່ນ.
ມາຮອດທຸກມື້ນີ້, ຂ້າພະເຈົ້າຍັງຈື່ໄດ້ຢ່າງຊັດເຈນວ່າການສຳມະນາ 2 ມື້ນັ້ນໄດ້ສິ້ນສຸດລົງດ້ວຍຄວາມເບີກບານມ່ວນຊື່ນ. ພາຍຫຼັງການສຳມະນາ, ສະມາຄົມຄົນພິການລາວ (LDPA), ເຊິ່ງເປັນກຸ່ມຄົນພິການກໍ່ໄດ້ຂະຫຍາຍຕົວອອກ ແລະ ສູນພັດທະນາແມ່ຍິງພິການລາວໄດ້ຮັບການສ້າງຕັ້ງຂຶ້ນດ້ວຍການນຳພາຂອງຄົນພິການ. ບັນດາຜູ້ນຳທີ່ຊີ້ນຳກິດຈະກຳຂອງກຸ່ມດັ່ງກ່າວແມ່ນຜູ້ທີ່ໄດ້ເຂົ້າຮ່ວມສຳມະນາການເປັນຜູ້ນໍາຂອງພວກເຮົາ ແລະ ໄດ້ຮັບຟັງກ່ຽວກັບເລື່ອງການເປັນຕົວແບບຂອງຄົນພິການໃນປະເທດຍີ່ປຸ່ນ.
ເປັນເວລາ 23 ປີແລ້ວນັບຕັ້ງແຕ່ຂ້າພະເຈົ້າໄດ້ສືບຕໍ່ກິດຈະກຳຕ່າງໆຢູ່ໃນປະເທດລາວ. ໄດ້ຮັບຄວາມສົນໃຈຈາກທຳມະຊາດອັນສວຍສົດງົດງາມ ແລະ ຄົນລາວ, ຂ້າພະເຈົ້າມັກຈັດກິດຈະກຳຢູ່ ປະເທດລາວຫລາຍຂຶ້ນ. ຢູ່ນະຄອນຫຼວງວຽງຈັນ, ປັດຈຸບັນມີຄົນພິການທີ່ມີການປະກອບສ່ວນຢ່າງຫ້າວຫັນໃນສັງຄົມ, ມ່ວນຊື່ນໃນການຫຼີ້ນກິລາ, ມ່ວນຊື່ນກັບຊີວິດຂອງພວກເຂົາ ເພາະສະນັ້ນ ໃນເວລາທີ່ເບິ່ງພວກເຂົາແລ້ວເຮັດໃຫ້ພວກເຮົາມີກຳລັງໃຈຫຼາຍ. ການທີ່ໄດ້ເຫັນການຈະເລີນເຕີບໂຕຂອງຄົນພິການທີ່ມີຄວາມເປັນຜູ້ນໍາໃນແຕ່ລະຄົນໂດຍຜ່ານເວລາທີ່ຍາວນານນີ້ແມ່ນຄວາມພາກພູມໃຈຂອງພວກເຮົາອີ່ຫຼີ. ຕົວແບບທີ່ດີຂອງຄົນພິການໃນດ້ານວຽກງານ, ການສຶກສາ ແລະ ກິລາໃນລາວແມ່ນໄດ້ຮັບການຖ່າຍທອດຄວາມຮູ້ມາຢ່າງຫຼວງຫຼາຍ. ພວກເຮົາຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນເພື່ອເຮັດວຽກຮ່ວມກັບປະຊາຊົນລາວເພື່ອເຮັດໃຫ້ປະເທດລາວກາຍເປັນສັງຄົມທີ່ມີຄວາມນັບຖື ແລະເຄົາລົບຄຸນຄ່າທີ່ຫຼາກຫຼາຍ
ໄມຈິມະ ໂທມີໂກ
ປະທານອົງການຄົນພິການອາຊີເພື່ອການພັດທະນາ. ເວລາຫວ່າງມັກອ່ານປື້ມ ແລະ ທ່ຽວຊົມສານເຈົ້າ ແລະ ວັດວາອາຮາມ. ມັກປະຫວັດສາດ ແລະ ແຟນຄລັບ ເຈົ້າຊາຍໂອຈຶໃນສະໄໝອາຊຸກະ.

私が会長を務める(特活)アジアの障がい者活動を支援する会は1992年設立のNGOです。設立以来、アジア太平洋の障がい者の自立とエンパワメントを中心に「障がい者リーダーシップ育成セミナー」などを各国で実施してきました。早い時期から障がい者スポーツをエンパワメントのツールとして取り入れ、特に車いすバスケットボールのチーム育成を当初は支援してきました。ベトナム、タイやカンボジア等メコン流域の国々とも、長い間連携し、時折、自立セミナーを実施しながら、定期的にメコン域内の国々を度々行き来していました。
私たちが、ラオスと初めて接点を持ったのが1994年です。当会の顧問である、元郵政大臣八代英太が障がい当事者議員として議会活動をしていた頃、ラオス国の保健大臣であったポンメーク・ダラロイ大臣(Dr. Ponmek Dalaloy, Minister of Health, Lao PDR) からラオスの障がい者の厳しい生活の現状をお聞きしました。大臣は「ラオスの障がい者は、まだまだ家に閉じこもっていている。当事者の団体もない。社会的な自立ができず親の庇護の下、生活をしている人がほとんどである。あなたのように障がいがあっても元気で活躍しているロールモデルの存在をラオスの障がい者に伝えたい。ラオスで障がい者支援をお願いできないか?」と、八代顧問に支援の相談をされました。
1997年にラオスを訪問する機会を得て当時在ラオス日本国の特命全権大使でいらした故坂井弘臣大使とのご縁もあり、障がい者の実態が、長い間見えなかったラオスを初めて訪問し、現在のCMR(ラオス国立障害者リハビリテーションセンター)にて2日間の「障がい者リーダーセミナー」を実施することになりました。
「障がい者リーダーセミナー」には28名余の若い様々な障がい当事者が集まり、八代とともに日本の就労ロールモデルとしても社会自立を果たし、またパラスポーツでも活躍していたアスリートも講師として参加し、日本の障がい者福祉の現状を説明しました。
2日間のセミナーは活気と共に幕を閉じたことを、今でも鮮明に覚えています。そのセミナーの後、障がい当事者団体のラオス障がい者協会(LDPA)も産声を上げ、ラオス女性障が者開発センターなどが障がい者のリーダーシップで続々と設立されていきました。そうした団体活動を現在、けん引しているリーダー達があの時、私たちのリーダーセミナーに参加し、目を輝かせて日本の障がい者ロールモデルの話を聞いていた参加者でもあります。
ラオスに根差して活動を続けて23年。ラオスの優しい自然や人々にも魅せられ、いつしかラオス中心の活動となっています。ラオスの首都ビエンチャンでは、障がいを持つ人たちが、今では社会で活き活きと活動し、スポーツを楽しみ、人生を謳歌しており、そんな彼ら彼女らを見ていると、私たちの方が大いに励まされます。長い間を通じて障がい者リーダーの一人ひとりの人間の成長を間近で見守ることができたことは本当に私たちの喜びです。ラオスにおいて確実に就労や教育、スポーツ分野において障がい者の素晴らしいロールモデルが沢山育っています。これからもラオスがインクルーシブで多様な価値を尊重し合う社会となるよう、私たちができることを一歩一歩、ラオスの人達と共に頑張っていきたいと思っております。
前島富子
(特活)アジアの障害者活動を支援する会会長。趣味は読書、神社仏閣巡り。歴女で飛鳥時代の大津皇子のファン。