ຍີ່ປຸ່ນ ແລະ ຂ້ອຍ「日本と私」 ອຸ່ນຫຼ້າ ພາອຸດົມ ウンラー・パーウドム
2020/9/2

ກ່ອນອື່ນຂ້ອຍຂໍແນະນຳຕົວເອງກ່ອນ, ຂ້ອຍຊື່ ກ່າກ້າ (KAKA) ຊື່ແທ້ ອຸ່ນຫຼ້າ ພາອຸດົມ. ຂ້ອຍເປັນນັກເຕັ້ນ, ນັກອອກແບບການສະແດງ, ຂ້ອຍເຕັ້ນຕັ້ງແຕ່ປີ 2004 ກັບສະໄຕລ໌ການເຕັ້ນ BREAKING ຫຼື BBOY. ປະຈຸບັນເຕັ້ນໄດ້ຫຼາຍຢ່າງລວມທັງ Contemporary Dance ແລະ Lao Martial Art. ແລະ ຕອນນີ້ຂ້ອຍກັບໝູ່ໄດ້ສ້າງຕັ້ງບໍລິສັດເຕັ້ນຂຶ້ນມາຊື່ວ່າ: ບໍລິສັດ ຟັງລາວ, ເຮັດວຽກກ່ຽວກັບການເຕັ້ນ HipHop, Contemporary, ຟ້ອນສິນລະປະພື້ນເມືອງລາວ ແລະ ຈັດງານເທດສະການກ່ຽວກັບໄວໜຸ່ມ.
ຈາກການລິເລີ່ມຕັ້ງບໍລິສັດເຕັ້ນຂຶ້ນມາ, ພວກເຮົາກໍມີໂອກາດໄດ້ຕິດຕໍ່ພົວພັນກັບເທດສະການການເຕັ້ນ, ການສະແດງຫຼາຍງານ, ພ້ອມທັງໄດ້ພົບນັກເຕັ້ນຫຼາຍໆຄົນທັງພາຍໃນ ແລະ ຕ່າງປະເທດ. ໜຶ່ງໃນນັ້ນກໍ່ແມ່ນປະເທດຍີ່ປຸ່ນທີ່ເປັນປະເທດສ້າງຄວາມຊົງຈຳຫຼາຍໆຢ່າງໃຫ້ກັບຂ້ອຍ ໂດຍສະເພາະປີ 2015, ເຊິ່ງເປັນປີທຳອິດທີ່ຂ້ອຍໄດ້ໄປຢຽບປະເທດຍີ່ປຸ່ນຈາກທີ່ເຄີຍຝັນໄວ້ວ່າຄັ້ງໜຶ່ງຂ້ອຍຕ້ອງໄປໃຫ້ໄດ້ ແລະ ການໄປໃນຄັ້ງນັ້ນແມ່ນໄປ ໂອກິນາວະ. ການທີ່ຂ້ອຍໄປໃນຄັ້ງນັ້ນແມ່ນຂ້ອຍໄປໃນນາມເທດສະການທີ່ມີຊື່ວ່າ Ricca Ricca Festival ເປັນເທດສະການສ້າງການສະແດງເພື່ອເດັກນ້ອຍ ແລະ ໄປໃນນາມການສະແດງລະຄອນ, ເຊິ່ງຂ້ອຍບໍ່ເຄີຍມີປະສົບການມາກ່ອນເລີຍກ່ຽວກັບການສະແດງແບບນີ້. ໂອກິນາວະ ເປັນດອນກາງທະເລ, ອາຫານແຊບ, ຄົນຍີ່ປຸ່ນກໍ່ນິໄສດີ ແລະ ອາກາດຄ້າຍໆຄືກັບປະເທດລາວ, ຕ່າງແຕ່ມີພະຍຸໃຕ້ຝຸ່ນຕະຫຼອດ. ຂ້ອຍຢູ່ຫັ້ນ 6 ອາທິດ ມີພາຍຸໃຕ້ຝຸ່ນປະມານ 2-3 ຄັ້ງ.
ຫຼັງຈາກທີ່ຂ້ອຍໄດ້ໄປຄັ້ງທຳອິດກັບມາລາວແລ້ວຄິດຮອດຍີ່ປຸ່ນເລີຍມີຄວາມຄິດຢາກກັບໄປອີກ, ຂ້ອຍກໍ່ເລີຍຫາຂໍ້ມູນຫຼາຍໆຢ່າງກ່ຽວກັບໂຄງການໄປຍີ່ປຸ່ນ, ພໍດີຊ່ວງນັ້ນເພິ່ນມີໂຄງການທີ່ຊື່ວ່າ TPAM ເຊິ່ງມັນເປັນໂຄງການທີ່ດີອັນໜຶ່ງທີ່ຂ້ອຍໄດ້ເຂົ້າຮ່ວມ, ເປັນໂຄງການທີ່ມີກຸ່ມຄົນທີ່ເຮັດວຽກກ່ຽວກັບ Performing Art ໄປຮ່ວມ Meeting ກັນ, ແລະ ເພິ່ນກໍ່ໄດ້ສົ່ງເສີມຄົນລາວທີ່ເຮັດວຽກກ່ຽວກັບວຽກນີ້ເຂົ້າຮ່ວມ ໂດຍທຶນຂອງ ອົງການ JAPAN FOUNDATION ASIA CENTER ປະຈຳລາວ. ຂ້ອຍກໍ່ເລີຍຍື່ນສະໝັກໜ້າຈະເປັນລຸ້ນທີ 3 ທີ່ເຂົ້າຮ່ວມໂຄງການນີ້ໃນຕົ້ນປີ 2019. ຈັດຂຶ້ນທີ່ເມືອງ ໂຢໂກຫາມະ ນີ້ແມ່ນຄັ້ງທີ 2 ທີ່ຂ້ອຍໄດ້ໄປຍີ່ປຸ່ນ, ມັນເຮັດໃຫ້ຂ້ອຍໄດ້ປະສົບການຫຼາຍກັບໂຄງການນີ້, ທັງໄດ້ພົບປະຄົນເກັ່ງເລື່ອງການຈັດງານ ແລະ ກໍ່ຍັງໄດ້ໂອ້ລົມກັນກັບໄດ້ນັກສະແດງມືອາຊີບ. ດ້ວຍຄວາມໂຊກດີ ຂ້ອຍໄດ້ມີໂອກາດພົບກັບຜູ້ອຳນວຍການງານເທດສະການ FESTIVAL/TOKYO ພວກເຂົາກໍ່ໄດ້ໄປຮ່ວມງານດັ່ງກ່າວເພື່ອຊອກຫາການສະແດງເພື່ອໄປສະແດງໃນງານເທດສະການຂອງເຂົາເຈົ້າ ແລະ ຂ້ອຍກໍເປັນໜຶ່ງໃນກຸ່ມຄົນທີ່ຖືກເລືອກນັດປະຊຸມນຳ. ຫຼັງຈາກຈົບການປະຊຸມກັນຄັ້ງນັ້ນ, ທາງພວກເຮົາ ບໍລິສັດ ຟັງລາວກໍ່ສົ່ງລາຍລະອຽດກ່ຽວກັບບໍລິສັດ ແລະ ການສະແດງຂອງພວກເຮົາໃຫ້ກັບທາງງານເທດສະການF/T ສຸດທ້າຍທາງງານເທດສະການກໍ່ເລືອກເຊີນເອົາ 2 ການສະແດງ: “BAMBOO TALK” ທີ່ຂ້ອຍອອກແບບ ແລະ “PHUYING” ທີ່ອອກແບບໂດຍ ນຸດນະພາ ສ້ອຍດາລາ ຈາກບໍລິສັດເຮົາເຂົ້າຮ່ວມການສະແດງໃນງານເທດສະການຂອງເຂົາເຈົ້າ, ພວກເຮົາເອງກໍດີໃຈຫຼາຍ ເພາະວ່າມັນເປັນສິ່ງທີ່ຂ້ອຍຕ້ອງການທີ່ສຸດ. ເວລາໄປຕ່າງປະເທດ ຂ້ອຍຢາກໄປສະແດງ ການສະແດງຂອງຂ້ອຍໃຫ້ຄົນອື່ນໄດ້ເຫັນ.
ຈາກນັ້ນພວກເຮົາກໍ່ໄດ້ໄປສະແດງໃນເດືອນຕຸລາປີ2019ຜ່ານມາການໄປຄັ້ງນີ້ຖືວ່າເປັນການໄປທີ່ພູມໃຈຫຼາຍ, ເພາະວ່າໄດ້ໄປໃນນາມການສະແດງທີ່ພວກເຮົາອອກແບບເອງ ແລະ ໄດ້ໄປເທດສະການທີ່ມີຄົນຮູ້ຈັກຫຼາຍ, ທີ່ສຳຄັນພວກເຮົາໄດ້ຮັບການຕ້ອນຮັບທີ່ດີຫຼາຍ ເຊິ່ງທີມງານເຂົາເຈົ້າເອົາໄດ້ໃຈໃສ່, ທຸກຄົນເປັນມືອາຊີບໝົດເລີຍ. ສິ່ງທີ່ປະທັບໃຈຄືເຫັນທີມງານເກືອບທັງໝົດເປັນຜູ້ຍິງ, ລວມທັງທີມງານເຕັກນິກ, ສະຖານທີ່ໃນການເຮັດວຽກສະດວກສະບາຍຫຼາຍຢ່າງ. ໃນເທດສະການນີ້ພວກເຮົາກໍໄດ້ໄປເຮັດ WORKSHOP, ຟ້ອນ ແລະ ເຕັ້ນທ່າທີ່ພວກເຮົາອອກແບບໃນການສະແດງ ແລະ ໃຊ້ເລວາສະແດງ 3ວັນຕໍ່ກັນ. ຫຼັງຈາກເທດສະການຈົບແລ້ວ, ທີມງານພວກເຮົາກໍ່ຢູ່ທ່ຽວຕໍ່ອີກ 3ມື້, ພວກເຮົາໄປທຸກບ່ອນທີ່ຄົນອື່ນວ່າຄັກ, ກິນທຸກຢ່າງທີ່ຫຼາຍຄົນວ່າແຊບ, ຊື້ຫຼາຍຢ່າງທີ່ເຂົາວ່າຖືກ ແລະ ທີ່ຂາດບໍ່ໄດ້ຄືໄປບ່ອນໃດກໍ່ຕ້ອງໄດ້ຖ່າຍຮູບ.
ຂ້ອຍຄິດວ່າຖ້າໃຫ້ເລົ່າລາຍລະອຽດ ຄືຊິໄດ້ປື້ມເປັນຫົວພຸ້ນແຫຼະ, ເອົາເປັນວ່າພໍເທົ່ານີ້ກ່ອນເນາະ, ຢາກບອກວ່າຂ້ອຍມັກປະເທດຍີ່ປຸ່ນ, ເປັນໄປໄດ້ຢາກໄປສະແດງຢູ່ຫັ້ນທຸກໆປີ. ຂອບໃຈ “ຍີ່ປຸ່ນ ແລະ ຂ້ອຍ” ທີ່ໃຫ້ຂ້ອຍໄດ້ຂຽນບົດຄວາມນີ້ໃຫ້ທຸກຄົນໄດ້ອ່ານກັນ, ໃຜອ່ານຮອດນີ້ຂ້ອຍຂໍຂອບໃຈຫຼາຍໆ, ຂໍໃຫ້ພວກເຈົ້າໄດ້ໄປຍີ່ປຸ່ນຄືກັນກັບຂ້ອຍເດີ້.
ອຸ່ນຫຼ້າ ພາອຸດົມ (ກ່າກ້າ)
ນັກເຕັ້ນ ແລະ ນັກອອກແບບການສະແດງ. ໄດ້ຍ້າຍຈາກຈໍາປາສັກມາຢູ່ນະຄອນວງວຽງຈັນໃນຕອນອາຍຸ 14 ປີ. ໄດ້ເລີ່ມຕົ້ນການເຕັ້ນ Break Dance - Hip Hop ໃນສັງກັດບໍລິສັດເຕັ້ນທີ່ໃຫຍ່ສຸດຂອງລາວ "ຟັງລາວ" ຕັ້ງແຕ່ປີ2004ເປັນຕົ້ນມາ. ເຄີຍໄປສະແດງການເຕັ້ນ ແລະ ການແຂ່ງຂັນຫຼາຍໆຄັ້ງທັງຢູ່ລາວ, ສີງກະໂປ, ຢີ່ປຸ່ນ, ມະເລເຊຍ, ຝຣັ່ງ ແລະ ຫຼາຍໆປະເທດ… ຫຼັງຈາກນັ້ນໄດ້ສ້າງຕັ້ງບໍລິສັດເຕັ້ນຂຶ້ນ ຊື່ວ່າ: ບໍລິສັດ ຟັງລາວ ໃນປີ 2013 ຮ່ວມກັບ ນຸດນະພາ ສ້ອຍດາລາ.

私はカカ,本名はウンラー・パーウドム。ダンサー・振付師です。2004年からブレイクダンス(B-Boy)を続け,今はコンテンポラリーダンスやラオスの身体芸術に取り組んでいます。仲間と設立したダンスカンパニー「ファンラオ」では,ヒップホップ,コンテンポラリー,ラオスの伝統舞踊を提供するほか,若者向けのイベントを開催しています。
カンパニー設立後,様々なダンスイベントに関わり,国内外のダンサーと交流するようになりました。そのなかでも日本は特別な国であり、2015年,私は念願叶って初めて日本を訪れることができました。このとき、沖縄で開催された「りっかりっか」という子供向け舞台芸術フェスティバルに参加し,私にとって初体験となる演劇に挑戦しました。海に囲まれた沖縄は料理が美味しく,人々は親切で,台風があることを除けばラオスと気候が似ています。6週間の滞在中,2,3回台風に見舞われてしまいました。
ラオス帰国後、懐かしい日本を再び訪れたいと情報収集していたところ、TPAM(国際舞台芸術ミーティング in 横浜)に参加する機会を得ました。TPAMは舞台芸術関係者がミーティングを通じて交流するもので,国際交流基金アジアセンターの助成により,私はラオス3期生として2019年、横浜を訪れました。このプロジェクトを通じて私は多くの経験を積み,イベント運営の熟練者や舞台芸術家と交流を深めることができました。私にとって幸運だったのは,フェスティバル/トーキョー(F/T)の製作者陣と出会ったことです。出演作品を探し求めていた彼らと話し合い,その後,ファンラオと作品の資料をF/T側に送りました。そして私が創作した「バンブー・トーク」とヌッナパー・ソーイダーラーが創作した「プニン」の二作品が選ばれました。外国で自分の作品を上演するという願いが叶い,とても嬉しく思いました。
そして2019年10月にも訪日を果たしたわけですが,自作品を上演できるのに加えて,多くの知り合いから温かい歓迎を受け,プロの技術を持つ運営チームが熱心に仕事をしてくれたこと,また,技術スタッフ含め裏方の多くが女性であったことや,会場が非常に快適であったことが嬉しく,晴れがましい気持ちになりました。フェスティバル期間中,私たちは3日間連続で作品を上演し,ワークショップも行いました。イベント終了後、自由に過ごせる3日間,私たちは観光と食事、買い物を満喫し、どこに行っても写真を撮らないではいられませんでした。
全てを書こうとすると一冊の本ができてしまうのでこの辺りでやめますが,私は日本が大好きで,毎年訪れて公演を行いたいと思っています。「日本と私」のエッセイを書くことができて光栄です。ここまで読んでくれた皆さん,ありがとう。皆さんがいつか日本を訪れることができますように。
ウンラー・パーウドム(カカ)
ダンサー・振付師。14歳の時,チャンパサックからビエンチャンへ移住。2004年からラオス最大のダンスグループ「ファンラオ」でブレイクダンスとヒップホップを始める。ラオスやシンガポール、日本、マレーシア、フランス、その他多くの国で公演やバトルに参加した後,2013年,ヌッナパー・ソーイダーラーとファンラオ・ダンスカンパニーを設立。