ລາວ ແລະ ຂ້ອຍ「ラオスと私」 ອັນໂດ່ ໂນລິໂກະ 安藤典子

2020/9/9
ທັດສະນີຍະພາບທີ່ເບິ່ງຈາກເຮືອ 船から望む景色
ພາບຂອງທ່າເຮືອ 船着き場の様子
ຂ້ອຍເອງຖືກຖາມຢູ່ຕະຫຼອດວ່າ "ຢູ່ລາວມີຫຍັງມ່ວນແດ່ຫັ້ນ?".
ເມື່ອຖືກຖາມແບບນີ້ແລ້ວ, ຍາມໃດກໍ່ບໍ່ຊ່າງຊິຕອບແຕ່ກໍ່ຕອບໄປວ່າມັນໜ້າຈະແມ່ນ ລາວເປັນປະເທດທີ່ບໍ່ໃຫຍ່ປານໃດ.
 
ມາຮອດປັດຈຸບັນນີ້ຂ້ອຍໄດ້ອາໄສຢູ່ລາວກໍ່ມີແຂວງຊຽງຂວງ ແລະ ແຂວງຜົ້ງສາລີ, ເຊິ່ງເປັນແຂວງທີ່ຢູ່ພາກເໜືອຂອງລາວ. ແຂວງຊຽງຂວາງແມ່ນແຂວງທີ່ເປັນເຫດຜົນເຮັດຂ້ອຍມັກແລ້ວຢາກມາລາວ, ໃນຕອນນັ້ນມີຄວາມເປັນຊົນນະບົດເຊິ່ງມັນເຕັມໄປດ້ວຍທິວທັດຂອງທົ່ງນາເຂົ້າຢ່າງກ້ວາງຂວາງຢູ່ພູພຽງ. ແຕ່ດຽວນີ້,   ມັນມີຮ້ານກາເຟທີ່ສວຍງາມ ແລະ ປ່ຽນແປງໄປຫຼາຍແລ້ວ. ປັດຈຸບັນນີ້ແຂວງຜົ້ງສາລີທີ່ເຄີຍອາໄສຢູ່ກໍ່ ເຮັດໃຫ້ເຫັນພາບຂອງການດໍາລົງຊີວິດຂອງໝູ່ບ້ານໃນລາວ ແລະ ເປັນແຂວງທີ່ຂ້ອຍເອງໄດ້ມີປະສົບການອັນລໍ້າຄ່າ. ທັງສອງແຂວງນີ້ແມ່ນມີສິ່ງຂອງ ແລະ ສະຖານທີ່ໆມັກ. ຫຼັງຈາກທີ່ໄດ້ຍ້າຍມາຢູ່ນະຄອນຫຼວງວຽງຈັນແລ້ວດຽວນີ້ກໍຍັງຢາກກັບໄປຄືນຢູ່.    
 
ຕະຫຼາດນັດແມ່ນສິ່ງຫນຶ່ງທີ່ເຮັດໃຫ້ຂ້ອຍຮູ້ເຖິງຄວາມເປັນຊົນນະບົດ. ຢູ່ໃນລາວບໍ່ວ່າຈະຢູ່ໃນຕ່າງແຂວງຫຼືໃນຕົວເມືຶອງກໍ່ຈະມີຕະຫຼາດນັດແນ່ນອນ, ເຊິ່ງຈະຈັດຂຶ້ນ 1 ເທື່ອໃນ 2, 3 ເດືອນເພື່ອເປີດບູ໊ດຂາຍ ເສື້ອຜ້າ ແລະ ເກີບ, ເຄື່ອງປະດັບປະດາ, ແລະ ອາຫານການກິນ. ມັນຈະຈັດຂຶ້ນປະມານ 1 ອາທິດ, ນອກຈາກນີ້ຍັງມີເຄື່ອງຫຼຶ້ນສໍາລັບເດັກນ້ອຍ.  ແນ່ນອນວ່າໃນຕົວເມືອງກໍ່ມີຕະຫຼາດທີ່ເປີດເປັນປະຈໍາ, ເຊິ່ງມີຮ້ານຂາຍເຄື່ອງຄືກັນກັບຮ້ານຊັບພະສິນຄ້າທີ່ໃຫຍ່ຢູ່ແຕ່ວ່າ, ຕະຫຼາດນັດຈະມີບັນຍາກາດແບບເທດສະການ,  ເຮັດໃຫ້ມີຄວາມຮູ້ສຶກຕື່ນເຕັ້ນເປັນພິເສດ. ຍ້ອນແນວນັ້ນ, ຈຶ່ງເຮັດໃຫ້ຊື້ເຄື່ອງຫຼາຍໆຢ່າງເລີຍ. ບາງກໍ່ມີຄໍາເວົ້າໃນພາສາຍີ່ປຸ່ນແປກໆ, ໄດ້ມີຄໍາເວົ້າທີ່ແປກກ່ຽວກັບສິ່ງຂອງໃດໜຶ່ງນໍາແຕ່ມັນກໍ່ເປັນຄວາມມ່ວນຊື່ນໃນການໄດ້ຮູ້ເຫັນສິ່ງຂອງທີ່ແປກຕາອີກແບບໜຶ່ງ.
 
ອີກຢ່າງໜຶ່ງແມ່ນການເດີນທາງດ້ວຍເຮືອ. ຖ້າເວົ້າເຖິງລາວແລ້ວຈະແມ່ນນໍ້າຂອງຢູ່ແຕ່ວ່າຕອນທີ່ຂ້ອຍຢູ່ຜົ້ງສາລີນັ້ນຂ້ອຍໄດ້ໃຊ້ນໍ້າອູ່, ເຊິ່ງເປັນໜຶ່ງສາຂາຂອງແມ່ນໍ້າຂອງໃນຊ່ວງທີ່ເດີນທາງໄປວຽກ. ຍ້ອນແນວນັ້ນຂ້ອຍຈຶ່ງມີຄວາມຄຸ້ນເຄີຍກັບແມ່ນໍ້າອູ. ນໍ້າອູແມ່ນໄຫຼຈາກຜົ້ງສາລີໄປຫາຫຼວງພະບາງ, ເມື່ອກ່ອນເຮືອແມ່ນແລ່ນໄດ້ທຸກສາຍແຕ່ປັດຈຸບັນນີ້, ມີການສ້າງເຂື່ອນ, ຈຶ່ງເຮັດໃຫ້ບາງບ່ອນຕ້ອງໄດ້ຂີ່ລົດໂດຍສານ. ແຕ່ທິວທັດທີ່ເບິ່ງຈາກເຮືອແມ່ນຍັງງາມຫຼາຍ ແລະ ເປັນຕາໜ້າເບິ່ງ. ນັກທ່ອງທ່ຽວທີ່ມາຜົ້ງສາລີມີ່ທັງຜູ້ທີ່ຢາກເດີນທາງມາດ້ວຍເຮືອ. ໂດຍສະເພາະຕັ້ງແຕ່ບ້ານຫາດສາແຂວງຜົ້ງສາລີໄປຫາເຂື່ອນນໍ້າອູທີ 5, ຍ້ອນເຮືອດັ່ງກ່າວຖືກນໍ້າໃຊ້ສະເພາະຜູ້ຄົນທົ່ວໄປ, ຈຶ່ງເຮັດໃຫ້ຂ້ອຍສາມາດມ່ວນຊື່ນໄປກັບການທີ່ເຫັນບັນຍາກາດຂອງດຳລົງຊີບິດປະຈຳວັນຂອງຊາວບ້ານ.
 
ຂ້ອຍເອງຢູ່ລາວກໍ່ຫຼາຍປີຢູ່, ແຕ່ອາໄສຢູ່ນະຄອນຫຼວງວຽງຈັນແມ່ນຄັ້ງທໍາອິດ ແລະ ກໍ່ໄດ້ເຄິ່ງປີແລ້ວ, ອາກາດແມ່ນຮ້ອນຫຼາຍ, ຈຶ່ງເຮັດໃຫ້ຂ້ອຍບໍ່ຄ່ອຍໄດ້ອອກໄປຂ້າງນອກເລີຍໃນຊ່ວງທີ່ອາໄສຢູ່ນະຄອນຫຼວງວຽງຈັນນີ້. ເຖິງວ່າຈະແມ່ນປະເທດລາວກໍໍ່ຕາມ, ນະຄອນຫຼວງກໍ່ຄືນະຄອນຫຼວງການໃຊ້ຊີວິດແມ່ນຈະບໍ່ຄືໃນຊົນນະບົດເລີຍ.  ທັງໆທີ່ອາໄສຢູ່ນະຄອນຫຼວງແທ້ໆ ຖ້າມີແນວໃຫ້ເຮັດແບບມ່ວນຊື່ນໄດ້ຄືຊິດີ.

 
ອັນໂດ່ ໂນລິໂກະ
ຜູ້ປະສານງານໂຄງການຊ່ວຍເຫຼືອຂັ້ນຮາກຖານຂອງສະຖານທູດຍີ່ປຸ່ນ.
ທັດສະນີຍະພາບທີ່ມັກຢູ່ລາວແມ່ນທົ່ງນາທີ່ກ້ວາງໃຫຍ່ໃນແຂວງຊຽງຂວາງ ແລະ ທະເລໝອກໃນແຂວງຜົ້ງສາລີ.
ທັງສອງທັດສະນີຍະພາບນີ້ແມ່ນສາມາດເບິ່ງໄດ້ຈາກເຮືອນທີ່ຂ້ອຍຢູ່ໃນຕອນແຕ່ກີ້.
ຕະຫຼາດນັດຢູ່ຜົ້ງສາລີ ポンサリーのタラートナット
「ラオスの何がそんなに良いの?」とよく言われます。
そう聞かれても、いつも答えに困ってしまうのですが、あえていえば、適度な田舎感かもしれないです。
 
今まで私がラオスで過ごして来たのは、シェンクワン県とポンサリー県というラオス北部の町です。シェンクワンは私がラオスを好きになったきっかけの町で、その頃は、田園風景の広がる高原というイメージで田舎感がありましたが、最近はおしゃれなカフェもできて随分と変わりました。最近まで住んでいたポンサリーは、ラオスの村の生活を垣間見させてもらい、貴重な経験をさせてもらった町です。どちらも、お気に入りのものや場所があり、首都ビエンチャンに移った今でも帰りたいと思ってしまいます。
 
ラオスで田舎感を味わえるものの一つに、タラートナットというマーケットがあります。ラオスの地方都市には必ずあると思うのですが、2、3ヶ月に一度、衣料品や靴、アクセサリー、食べ物の屋台がやって来ます。大体1週間ほど開いていて、屋台の他に、子供たち用に遊具もやって来ます。もちろん、町の中には常設のマーケットがあって、大きなコンビニみたいなお店もあるのですが、タラートナットはお祭り感があって、非日常的な感じがワクワク感を駆り立てます。なので、ついつい色んなものを買ってしまいます。ちょっと違和感のある日本語が付いてたり、何かのパロディの様だったりと、怪しさ満点な品物を冷やかしに行くのも楽しみの一つです。
 
もう一つは、船での移動です。ラオスといえばメコン川ですが、ポンサリーにいた頃は、活動地に行くために、メコン川の支流の一つのウー川をよく利用していましたので、ウー川に馴染みがあります。ウー川は、ポンサリーからルアンパバンを流れていて、以前は全行程船で行けたのですが、現在はダムができていて、一部、ドイサンに乗っていかないといけません。それでも、船から見る景色はとても綺麗で、一見の価値があります。ポンサリーに来る旅行者は、この船での移動が目的で来る人もいます。特に、ポンサリーのハットサーからウー川の5号ダムまでは、庶民の足として利用されている船なので、村の人たちの日常生活が楽しめます。
 
ラオスには何年かいるのですが、ビエンチャンに住むのはこれが初めてです。すでに半年経ちますが、暑さでなかなか外に出る気になれないまま過ぎてしまいました。ラオスといえども、首都は首都で日常的に田舎を感じることはほとんどないです。折角首都に住んでいるので、ビエンチャンでの楽しみができたらいいなと思っています。
 

安藤典子
日本大使館草の根外部委嘱員。ラオスで好きな景色は、シェンクワン県の水田が広がる景色とポンサリー県の雲海。どちらも以前住んでいた家から見えた景色です。