ຍີ່ປຸ່ນ ແລະ ຂ້ອຍ「日本と私」 ພອນແກ້ວ ຈັນທະມາລີ ポーンケオ・チャンタマリー

2020/9/16
ທີ່ຫ້ອງທົດລອງ 研究室での実験
ໄປທ່ຽວແຂວງຢາມານາຊິ 山梨県旅行
11ປີນັ້ນ ເປັນໄລຍະທີ່ຂ້ອນຂ້າງຍາວນານສົມຄວນ, ຖ້າຈະເຫຼົ່າທຸກເລື່ອງໄວ້ພຽງພາຍໃນ 1 ໜ້າເຈ້ຍນີ້ ແນ່ນອນເປັນໄປບໍ່ໄດ້, ໃນນີ້ຈຶ່ງຈະຂໍເລົ່າບາງຢ່າງທີ່ຄຶດອອກເທົ່ານັ້ນ. ພາຍຫຼັງການສອບເສັງຄັດເລືອກ ການລໍຄອຍທີ່ບໍ່ຄ່ອຍໝັ້ນໃຈປານໃດແລ້ວນັ້ນ, ວັນທີ 04 ເມສາ 1989 ຈຶ່ງເປັນວັນທີ່ຂ້າພະເຈົ້າໄດ້ໄປຮອດປະເທດຍິປຸ່ນ ໂດຍທີ່ວີຊ້າຈາກສະຖານທູດຍິປຸນ ອອກປຶບກໍເດີນທາງປັບ. ກ່ອນໄປ, ໄດ້ຮຽນພາສາຍິປຸ່ນໄວ້ເລັກນ້ອຍ, ແຕ່ວ່າ ກ່ອນປີ 90 ນັ້ນຖືວ່າ ຫາຜູ້ສອນ ບ່ອນຮຽນແມ່ນບໍ່ມີເລີຍ, ການຫາປື້ມແບບຮຽນກໍແມ່ນ ຖືວ່າບໍ່ມີເລີຍ, ຖາມເຖິງອິນເຕີເນັດຍິ່ງບໍ່ໃຫ້ເວົ້າເຖິງ. ໄຄແດ່ມີຄົນຮູ້ຈັກ ມີປື້ມຮຽນທີ່ເຫຼືຶອປວກກັດຫົວໜຶ່ງ ໃຫ້ໄວ້ຮຽນ ແລະມີອາຈານຄົນລາວຄົນໜຶ່ງທີ່ເຄີຍຮຽນພາສາຍິປຸ່ນມາກ່ອນ ໄດ້ເປັນສອນໃຫ້ ຕາມເວລາທີ່ເພິ່ນມີໃຫ້ ແລະກໍບໍ່ໄດ້ຕອບແທນແຮງງານຂອງເພິ່ນເລີຍ. ເມື່ອເຖິງຍິປຸ່ນແລ້ວ, ປີທຳອິດກໍຮຽນທີ່ເວລານັ້ນເອີ້ນວ່າ ໂຮງຮຽນພາສາຍິປຸ່ນ ທີ່ຂື້ນກັບມະຫາວິທະຍາໄລ ພາສາສາດໂຕກຽວ, ຢູ່ທີ່ນັ້ນ ນອກຈາກການກຽມພາສາແລ້ວຍັງໄດ້ຮຽນ ເລກ ຟີຊິກ ເຄມີ ແລະອື່ນໆຈຳນວນໜຶ່ງ, ຢູ່ທີ່ນັ້ນ 1 ປີ ຈາກນັ້ນ ນັກ ສຶກສາທີ່ມາຈາກຫຼາຍປະເທດ ຈຶ່ງໄດ້ແຍກກັນໄປຮຽນໃນມະຫາວິທະຍາໄລໃຜມັນ ຕາມຜົນການຮຽນໃນໂຮງຮຽນ ພາສາ ແລະວິຊາສະເພາະທີ່ຕົນຈະຮຽນ.

ຂ້າພະເຈົ້າໄດ້ເລືອກຮຽນທີ່ມະຫາວິທະຍາໄລແຫ່ງຊາດໂຢໂກຮາມ (Yokohama National University), ຮຽນຄະນະວິສະວະກຳ ພາກວິຊາວິສະວະກຳອີເລັກໂຕຣນິກ ແລະຄອມພິວເຕີ້, ຖ້າຈັດລະດັບ ມະຫາວິທະຍາໄລແຫ່ງນີ້ ຖືວ່າຢູ່ໃນລະດັບຍ່ານຫຼັງຂອງກຸ່ມມະຫາວິທະຍາໄລຊັ້ນນຳຂອງຍິປຸ່ນ ກໍວ່າໄດ້. ການເລືອກມະຫາວິທະຍາໄລນີ້, ມີເຫດຜົນຢ່າງໜຶ່ງກໍຄືເປັນເມືອງທ່າເຮືອໃຫຍ່ຂອງຍິປຸ່ນ  ຢູ່ໃກ້ນະຄອນຫຼວງໂຕກຽວອີກດ້ວຍ ແລະດ້ານໜຶ່ງກໍເປັນການແນະນຳແບບບໍ່ເປັນທາງການຂອງສະຖານທູດລາວ ຄືຢາກໃຫ້ຢູ່ໃກ້ການດູແລ ຕິດຕາມໄດ້ຂອງສະຖານທູດ (ລະຫວ່າງຕົ້ນຊຸມປີ 90). ສຳລັບຂ້າພະເຈົ້າ ກໍມັກການໃຊ້ຊີວິດສຶກສາຢູ່ໃກ້ເຂດ ນະຄອນຫຼວງໂຕກຽວຢູ່ແລ້ວ,  ເພາະມີຄວາມສະດວກໃນການພົວພັນກັບສະຖານທູດລາວ ການຫາວຽກເພີ່ມກໍມີຫຼາກຫຼາຍ  ໃຫ້ສະ ໜາມບິນນາຣິຕະ ຊຶ່ງສະດວກໃນການເດີນທາງໄປຕ່າງປະເທດ. ມັນກໍເປັນຕາມຄວາມຄິດນັ້ນໂດຍແທ້, ຂ້າພະເຈົ້າໄດ້ຊ່ວຍວຽກແປພາສາໃຫ້ກັບສະຖານທູດ  ໄດ້ຖືກວ່າຈ້າງໂດຍກະຊວງການຕ່າງປະເທດຍິປຸ່ນເພື່ອຮັບໃຊ້ຄະນະຜູ້ແທນຂັ້ນສູງຈາກລາວ ທີ່ມາຢ້ຽມ ຢາມ ຫຼືມາເຮັດວຽກທາງການທີ່ປະເທດຍິປຸ່ນ, ໄດ້ເຮັດວຽກເພີ່ມອື່ນໆ ອັນເປັນການສ້າງໂອກາດໃຫ້ໄດ້ທ້ອນເງິນ.

ເມື່ອຮຽນຈົບປະລິນຍາຕີ, ຍ້ອນຜົນການຮຽນພໍໄດ້ເຂົ້າເປົ້າໝາຍຮຽນຕໍ່ໂດຍບໍ່ຕ້ອງສອບເສັງ ແລະໃນໃຈເລິກໆກໍຢາກກາຍເປັນຄົນລາວຄົນທຳອິດທີ່ຈົບປະລິນຍາເອກຈາກຍິປຸ່ນ  ຂ້າພະເຈົ້າໄດ້ຮຽນຕໍ່ປະລິນຍາໂທ ໃນມະຫາວິທະຍາໄລບ່ອນເກົ່າ, ຮຽນຈົບໂທແລ້ວ ກໍຮຽນຕໍ່ປະລິນຍາເອກເລີຍ. ໃນໄລຍະຮຽນໂທນັ້ນ, ຂ້າພະເຈົ້າຍັງໄດ້ຮັບເງິນທຶນການສຶກສາຈາກກະຊວງສຶກສາຍິປຸ່ນ ຊຶ່ງເອີ້ນວ່າທືນມົງບຶໂຊຢູ່ ເພາະຍັງຢູ່ໃນຂອບເຂດ 7 ປີຂອງການໄດ້ຮັບທຶນນີ້, ຄື ປີກຽມ 1 ປີ ຕຣີ 4ປີ ແລະ ໂທ 2ປີ ຈຶ່ງຮວມເປັນ 7ປີ. ສ່ວນວ່າ, ການຮຽນປະລິນຍາເອກນັ້ນ ຂ້າພະເຈົ້າຕ້ອງໄດ້ຊອກຫາທືນສ່ວນຕົວ ແລະຂໍການສະໜັບສະໜູນຈາກມູນນິທິຕ່າງໆ ຈາກປະເທດຍິປຸ່ນ, ເປັນຈັ່ງບຸນ ໃນເວລານັ້ນ ຄົນລາວທີ່ມາຍືນຂໍທືນນັ້ນ ຖືວ່າຍັງບໍ່ທັນມີ ບວກໃສ່ຜົນການຮຽນທີ່ມີນັ້ນ, ຂ້າພະເຈົ້າໄປຂໍທຶນຢູ່ບ່ອນໃດ ກໍຂ້ອນຂ້າງໄດ້ຮັບການຕອບຮັບໂດຍບໍ່ຍາກ, ຂ້າພະເຈົ້າຈຶ່ງໄດ້ເລືອກໄປຂໍທືນ ບ່ອນທີ່ມີເງິນທຶນສະໜັບສະໜູນສູງ. 1 ປີ ທຳອິດ, ຂອງການຮຽນປະລິນຍາເອກ ຂ້າພະເຈົ້າໄດ້ຮັບທຶນສະໜັບສະໜູນຈາກກອງທຶນອີວະຕະນິຊາອິດັງ (岩谷直治記念財団), ປີທີ 2 ແລະ 3 ຂ້າພະເຈົ້າໄດ້ທຶນການສຶກສາຈາກມູນນິທິໂຕຄິວ (東急財団 ) ນອກຈາກທຶນລັດຖະບານທີ່ໃຫ້ ແລ້ວຖືວ່າ 2 ມຸນນິທິນີ້ ໄດ້ເປັນຜູ້ມີບຸນຄຸນ ໃນການເຮັດໃຫ້ຂ້າພະເຈົ້າໄດ້ສືບຕໍ່ຮຽນຈົນ ສຳເລັດການສຶກສາປະລິນຍາເອກ, ຂ້າພະເຈົ້າໄດ້ຮຽນທັງຕີ ໂທ ແລະເອກ ລວດດຽວທີ່ປະເທດຍິປຸ່ນ ແລະໄດ້ເປັນປະລິນຍາເອກ ຄົນລາວຄົນທຳອິດທີ່ຈົບຈາກປະເທດຍິປຸ່ນ, ສິ່ງດັ່ງກ່າວໄດ້ກາຍ ເປັນຄວາມພູມໃຈທີ່ບໍ່ຄ່ອຍມີບ່ອນໃຫ້ເອກອ້າງ.

ຄວາມຮູ້ຫຼືຄຸນນະວຸດທິການສຶກສານັ້ນແມ່ນໄດ້ຈາກສະຖາບັນການສຶກສາ, ແຕ່ປະສົບການສ່ວນໜຶ່ງໃນປະເທດຍິປຸ່ນນັ້ນ ແມ່ນມາຈາກການຮັບແປພາສາຫຼາຍບ່ອນຫຼາຍທີ່ ຫຼາຍຂະແໜງການ ຂົງເຂດຄວາມຮູ້,  ໄດ້ເຮັດໃຫ້ຂ້າພະເຈົ້າຮຽນຮູ້ທັງພາສາແລະວັດທະ ນະທຳເພີ່ມຂື້ນພໍສົມຄວນ, ໄດ້ພົບເຫັນແລະເຂົ້າໃຈວັດທະນະທຳ ຄອບຄົວຄົນຍິປຸ່ນ  ການເຮັດວຽກໃນໂຮງງານ ໃນຫ້ອງການບໍ່ວ່າຈະເປັນພາກລັດແລະເອກະຊົນ ຕະຫຼອດທັງແນວຄວາມຄິດຈິດວິນຍານແບບຍິປຸ່ນບໍ່ໜ້ອຍ.

ຜ່ານຊີວິດທີ່ຍິປຸ່ນທັງໝົດນັ້ນ, ສິ່ງໜຶ່ງທີ່ຂ້າພະເຈົ້າປະທັບໃຈ ແລະເຫັນວ່າປະເທດຍິປຸ່ນ ຄົນຍິປຸ່ນໄດ້ປະຕິບັດກັບນັກສຶກສາຕ່າງປະເທດໄດ້ດີ ຫຼືເວົ້າໄດວ່າໂດດເດັ່ນນັ້ນ, ກໍຄືຶການຈັດໃຫ້ມີການພົບປະລະຫວ່າງນັກສຶກສາຕ່າງປະເທດດ້ວຍກັນ ນັກສຶກສາຕ່າງ ປະເທດກັບຄົນຍິປຸ່ນ ໂດຍຜ່ານການຈັດທ່ອງທ່ຽວສຶກສາ ການຈັດພົບປະແມ່ນມີຂື້ນຢ່າງເປັນປະຈຳ, ໃນປີໜຶ່ງໆ ມີທັງມະຫາວິທະຍາ ໄລເອງ, ແຂວງ ຫຼືເມືອງ ຕະຫຼອດທັງອົງກອນສະໜັບສະໜູນການສຶກສາ ໄດ້ຈັດການທ່ອງທ່ຽວ ນຳເອົານັກສຶກສາຕ່າງປະເທດໄປທ່ຽວ, ອັນໄດ້ເປັນການສ້າງຄວາມເຂົ້າໃຈຕໍ່ກັບຍິປຸ່ນໄດ້ເປັນຢ່າງດີ.  ຂ້າພະເຈົ້າໄດ້ຮຽນຮູ້ ຊືມຊັບ ເອົາແນວຄວາມຄິດ ຈິດວິນຍານ ແລະລະບົບແບບຍິປຸ່ນພໍສົມຄວນ. 11ປີທີ່ຮຽນໃນປະເທດຍິປຸ່ນ, ວັນທີ 2 ເດືອນເມສາ ປີ 2000 ເປັນມື້ທີ່ຂ້າພະເຈົ້າເຊື່ອແດ່ ບໍ່ເຊື່ອແດ່ວ່າ ມັນເປັນມື້ສຸດທ້າຍ ມັນເປັນມື້ທີ່ຫອບເປ້ກະເປົາເຄື່ອງຂອງໄປສູ່ນາຣິຕະ ແລະເດີນທາງກັບປະເທດບ້ານເກີດ. ເບິ່ງຄືວ່າມັນແມ່ນ ສິ່ງທີ່ກຳລັງຝັນຢູ່ ແຕ່ມັນແມ່ນເລື່ອງແທ້ທີ່ເກີດຂື້ນ, ສາຍຕາໄດ້ຫຼຽວກັບຄືນເບິ່ງບ້ານ ເມືອງຂອງຄົນຍິປຸ່ນຕະຫຼອດທາງ ຈົນຮອດຕອນ ທີ່ເຄື່ອງບິນໄດ້ທະຍານຂື້ນລັບເຂດທີ່ສາຍຕາຈະເບິ່ງເຫັນໄດ້, ຄວາມຄິດຮອດ ຄວາມຝັງໃຈຫຼາຍໆເລື່ອງຍັງລະອຽດອ່ອນຢູ່ສະເໝີ ຢ່າງ ນ້ອຍກໍຍັງຄິດສະເໝີວ່າ ປະເທດຍິປຸ່ນນີ້ລະເປັນປະເທດທີ່ສອງຂອງຂ້າພະເຈົ້າ.
 

ພອນແກ້ວ ຈັນທະມາລີ
ເກີດທີ ນະຄອນຫຼວງວຽງຈັນ ສປປ ລາວ. ເຄີຍໄປຮຽນທີ່ປະເທດຍິປຸ່ນ 11 ປີ, ແລະຈົບກັບມາໃນປີ 2000.
ປະເທດຍິປຸ່ນນັ້ນ ເປັນເໝືອນປະເທດທີ່ສອງຂອງຂ້າພະເຈົ້າ, ຈຶ່ງຮູ້ສຶກຄິດເຖິງ.
ປັດຈຸບັນ, ເປັນຜູ້ອໍານວຍການສູນໄອທີ ມະຫາວິທະຍາໄລແຫ່ງຊາດ.
 
ກັບສາວງາມແຫ່ງນະຄອນກຽວໂຕ 京都美人と
ກັບ 2 ນາຍົກຍິປຸ່ນ 日本の総理大臣二人と
11年という歳月は思い出がたくさんありすぎて、全てのエピソードを一枚紙には収められないため、一部を挙げるに留めます。あまり自信がなかった選考試験に合格し、日本大使館が発給した査証によって私が日本に到着したのは1989年4月4日のことでした。来日前に少しだけ日本語を勉強しましたが、1990年以前は日本語を教える人も学ぶ場所も教材もなく、インターネットという言葉までも聞いたことがありません。運よく知人から古い本を譲り受け、授業料なしで別の知人に日本語を教えてもらしました。日本到着後、最初の一年間は東京外国語大学付属の日本語学校で日本語のほか数学と物理、化学、その他の科目を勉強しました。そして一年後、様々な国から来た学生たちは日本語の成績と専攻により、それぞれが学ぶ大学へと分かれていきました。
 
私自身は横浜国立大学を選び、工学部の電子情報工学科で学びましたが、この大学のレベルは日本の大学のなかでもよい方といえます。この大学を選んだ理由は、大きな港町にあること、また、東京都にも近く、在京ラオス大使館の保護や扶助が行き届くと勧められたからでした(1990年前後のことです)。私自身も首都に近い方がラオス大使館と連絡が取りやすく、成田空港から外国に行くのも便利だと考えました。そして実際にラオス大使館の通訳を補助したり、日本の外務省に雇われてラオスからのハイレベル訪日代表団を迎えたり、東京外語大と日本外務省付属外国研究センターでの非常勤講師になったりしたこと、様々な仕事を経験したことが財産となりました。
 
学士課程を卒業後、成績優秀者の一人として無試験で進学できることになり、また、日本で博士号を授与された初めてのラオス人にもなりたいという気持ちが高まり、同じ大学の博士前期・後期に進学することになりました。博士前期(修士課程)までに、私は文部科学省の奨学金を7年間にわたり受給していました。すなわち、研究生1年、学部4年、修士2年の計7年です。その後、博士課程を修了するために、財団からの奨学金を探す必要がありました。当時、博士課程で奨学金を申請するラオス人がまだいなかったため、どこの財団に奨学金を申請しても、幸いにして合格できました。博士課程後期の最初の1年は岩谷直治記念財団、2年目と3年目は東急奨学生財団の奨学金を得ることができました。日本政府とこの二つの財団のおかげで私は学業を続け、修士課程と博士課程を無事で修了できました。日本で博士号を授与された初めてのラオス人となることができ、夢がかないました。このことを私は大変誇りに思っています。
 
学問の知識は教育機関で修得したものですが、様々な分野の通訳をすることによって得た経験も大きく、日本人家族の在り方や、官民の工場・事業所の働き方、日本人の思考や精神についてある程まで理解できるようになったと思います。ということは、学問だけではなく、言語と文化も体得することができました。
 
日本での暮らしを振り返り、私が嬉しく思うのは、日本国と日本人が外国人留学生に対して非常に親切で、留学生同士、また、留学生と日本人学生が親交を深める機会が設けられていたことです。国際的相互理解を目的として大学のほかに県や市が主催するもの、奨学金を支給する財団が留学生を招待したり、日本人学生とスポーツ大会に参加させたりすることで、いずれも日本に対する理解を深める機会となりました。私は日本的な仕組みや思考様式を十分に勉強できたと思います。
 
日本での11年間にわたる生活を終え、2000年4月2日が最後の日となり、スーツケースを抱えて成田空港に向かい、生まれ故郷に戻りました。機上では、あたかも夢のなかのような心持ちになりましたが、全て本当のことでした。眼下の日本の町や村が次第に小さくなり、視界から遠ざかるまで見つめているうちに、懐かしく恋しい気持ちがこみ上げ、胸がいっぱいになり、少しずつ涙が出てきそうになりました。日本が私の第二の母国となったように感じたのでした。
 

ポーンケオ・チャンタマリー
首都ビエンチャン出身。11年間日本で留学し、2000年に帰国。日本を第二の母国のように懐かしく感じている。現在、ラオス国立大学の教員。