ລາວ ແລະ ຂ້ອຍ「ラオスと私」 ມະຊຸຊີມະ ໂຢໂກະ 松島陽子
2020/10/7

ຂ້ອຍໄດ້ເປີດຮ້ານກາເຟ ຢູ່ນະຄອນຫຼວງວຽງຈັນເຂົ້າປີທີ14 ແລ້ວ. ເຫດຜົນທີ່ເຮັດໃຫ້ຂ້ອຍມັກກາເຟຢູ່ລາວແມ່ນ ວີທີການເຮັດກາເຟເຂັ້ມໃຊ້ຜ້າຕອງຍາວຖອກໃສ່ຢູ່ເທິງນົມຂຸ້ນ. ຂ້ອຍໄດ້ເຫັນພວກພໍ່ລຸງຄົນຈອກກາເຟພ້ອມທັງລົມກັນຫລີ້ນແຕ່ເຊົ້າ ແລະ ແມ່ຍິງທີ່ເຮັດວຽກຢ່າງໜັກຢູ່ຕະຫຼາດ ກິນກາເຟຫວານໆເພື່ອພັກຜ່ອນ, ເຊິ່ງເຮັດໃຫ້ຂ້ອຍມີຄວາມສົນໃຈຫຼາຍ. ນອກຈາກນີ້, ໃນໂຄງການຄົ້ນຄ້ວາຮ່ວມກັນລະຫວ່າງລາວ-ຍີ່ປຸ່ນ, ຂ້ອຍໄດ້ຮັບໂອກາດໄປສຳຫຼວດ ຢູ່ເຂດຊົນນະບົດຂອງປະເທດລາວ ແລະ ໄດ້ມີໂອກາດໄປຢ້ຽມຢາມພື້ນທີ່ການຜະລິດກາເຟ. ເມື່ອໄປຢ້ຽມຢາມຄັ້ງທຳອິດ ຂ້ອຍໄດ້ມີຄວາມເຊື່ອວ່າ ບ່ອນປູກກາເຟຄືຊິມີແຕ່ຕົ້ນກາເຟຫຼາຍຄືຢູ່ປະເທດເບລຊິນ, ແຕ່ໃນຕອນນັ້ນສວນກາເຟຢູ່ລາວ ສ່ວນຫຼາຍຈະແມ່ນທຸລະກິດຂອງຄອບຄົວ, ເຊິ່ງມີຕົ້ນກາເຟປົນກັນຢູ່ໃນປ່າທີ່ມີຕົ້ນໄມ້ຫຼາຍໆກໍຄື ຕົ້ນໝາກໄມ້ ແລະ ຕົ້ນຊາ,ເຊິ່ງມັນໃກຈາກຄວາມຄິດຂອງຂ້ອຍທີ່ວ່າຈະຄືສວນກາເຟເລີຍ. ນອກຈາກວິທີການກິນກາເຟທີ່ຄຸ້ນເຄີຍໃນລາວ ແລະ ການປູກຝັງແລ້ວ, ຂ້ອຍຍັງໄດ້ສົນໃຈໃນບັນຍາກາດ ຂອງປາກເຊ ເຊິ່ງເປັນ ຈຸດໃຈກາງຂອງບ່ອນຜະລິດ ແລະ ບ່ອນລໍາລຽງຂົນສົ່ງກາເຟຢູ່ທາງພາກໃຕ້ ແລ້ວ ຂ້ອຍໄດ້ເຮັດສໍາຫຼວດພາກສະໜາມບັນດາໝູ່ບ້ານ ທີ່ທໍາການຜະລິດໂດຍໄປຢ້ຽມຢາມຜູ້ຄົນທີ່ກ່ຽວຂ້ອງກັບກາເຟເຊັ່ນ: ຜູ້ປູກຝັງ, ນາຍໜ້າ, ຜູ້ເກັບຊື້ກາເຟ, ຜູ້ສົ່ງອອກ, ຜູ້ຂົ້ວກາເຟ, ອົງການຈັດຕັ້ງລັດເປັນຕົ້ນ. ໃນການສໍາຫຼວດເຄິ່ງປີ, ເຖິງແມ່ນວ່າຂ້ອຍບໍ່ມີຄວາມຮູ້ໃນພື້ນຖານຂອງກາເຟ ນັບຕັ້ງແຕ່ການປູກຝັງ, ການຕະຫລາດ, ປະຫວັດຄວາມເປັນມາ ຈົນໄປເຖິງນະໂຍບາຍ, ບັນດາຜູ້ຄົນໃນໝູ່ບ້ານ, ນາຍໜ້າ, ພໍ່ຄ້າແມ່ຄ້າເກັບຊື້ກາເຟ, ບໍລິສັດສົ່ງອອກ, ພະນັກການຫ້ອງການທີ່ກ່ຽວຂ້ອງ ແລະ ເຈົ້າຂອງບໍລິສັດກາເຟທີ່ໄດ້ເຕີບໃຫຍ່ມາດຽວນີ້ ໄດ້ໃຊ້ເວລາລົມກັນກັບຂ້ອຍ ໂດຍມີທັງປະຫຼາດໃຈ ແລະ ຄວາມມ່ວນຊື່ນ. ບົດຮຽນທີ່ໄດ້ຮຽນ ຈາກຫມົດທຸກຄົນເຫຼົ່ານີ້ ແມ່ນພື້ນຖານໃຫ້ກັບຮ້ານກາເຟນ້ອຍໆໃນປັດຈຸບັນນີ້.
ໃນຄວາມຄິດເຫັນຂອງຂ້ອຍ ຖ້າຈະເວົ້າເຖິງສະເໜ່ຂອງກາເຟລາວແມ່ນຄວາມເຂັ້ມແຂງຂອງມັນ. ເຖິງແມ່ນວ່າການປູກຝັງຢູ່ພູພຽງບໍລະເວນ ໄດ້ປ່ຽນໃຫ້ກາເຟເປັນສິນຄ້າສົ່ງອອກ ທີ່ມີຄວາມສໍາຄັນເພີ່ມຂຶ້ນກໍ່ຕາມ, ກ່ອນຫນ້ານີ້, ສວນກາເຟຂະໜາດນ້ອຍຫຼາຍແຫ່ງທີ່ດຳເນີນໂດຍຄອບຄົວ ກໍ່ບໍ່ໄດ້ຕັດໄມ້ທັງໝົດໃນເວລາປູກກາເຟ, ແຕ່ເຮັດໃຫ້ຕົ້ນໄມ້ເປັນຮົ່ມ ໃຫ້ຕົ້ນກາເຟ ແລະ ໄດ້ຜະລິດຕະພັນປ່າໄມ້ຕ່າງໆນໍາ. ນອກຈາກນີ້, ຊາວສວນ ບໍ່ໄດ້ປູກແຕ່ກາເຟເທົ່ານັ້ນ, ພວກເຂົາຍັງປູກພືດເພື່ອກຸ້ມຕົນເອງ ແລະ ພືດເພື່ອເປັນສິນຄ້າ. ການປູກກາເຟແມ່ນຂຶ້ນກັນກັບກໍລະນີ. ຊາວສວນບໍ່ໄດ້ປູກແຕ່ແນວພັນດຽວເທົ່ານັ້ນ, ແຕ່ປູກກາເຟສອງສາມຊະນິດ ໃນແຕ່ລະສະພາບດິນເພື່ອໃຫ້ແທດເໝາະກັບແຕ່ລະຊະນິດ. ຂອງມັນ, ຊາວສວນສາມາດຈັດການກັບການປ່ຽນແປງຂອງລາຄາສາກົນ ແລະ ສະພາບອາກາດທີ່ຜິດປົກກະຕິ. ບໍ່ພຽງແຕ່ເທົ່ານັ້ນ, ສວນກາເຟທີ່ຄອບຄົວເຮັດເອງເປັນສ່ວນຫຼາຍຈະເປັນບ່ອນທີ່ຢູ່ຫ່າງໄກ ແລະ ບໍ່ສະດວກໄປ-ມາ, ສະນັ້ນ ຊາວສວນບໍ່ໄດ້ໃຊ້ຢາປາບສັດຕູພືດ ແລະ ຝຸ່ນເຄມີເຊິ່ງ ເຮັດໃຫ້ເມັດກາເຟມີຄຸນະພາບສູງ. ຊາວສວນຜູ້ທີ່ສາມາດຜະລິດກາເຟທີ່ຕ້ອງການເວລາ ແລະ ຄວາມພະຍາຍາມໃນການປູກ, ເກັບກ່ຽວ ແລະ ຕາກໃຫ້ແຫ້ງ ເຫຼົ່ານີ້ໃນປັດຈຸບັນອາຍຸກໍ່ໄດ້ເພີ່ມຂຶ້ນ, ຜູ້ຊ່ວຍທີ່ເປັນໄວໜຸ່ມກໍ່ພາກັນອອກໄປເຮັດວຽກຢູ່ນອກ ແລະ ເຮັດໃຫ້ຄົນບໍ່ພຽງພໍ. ການຊື້ເມັດກາເຟທີ່ຕ້ອງການກໍ່ແມ່ນມີຄວາມຍາກຂຶ້ນໃນທຸກໆປີ, ເຊິ່ງເປັນສິ່ງທີ່ໜ້າເປັນຫ່ວງວ່າຄຸນະພາບຂອງເມັດກາເຟໃນປີຈະຕົກຄືດັ່ງໃນທຸກໆປີ. ແຕ່ວ່າ, ຫຼັງຈາກເກັບເມັດບໍ່ງາມອອກ ແລ້ວ ເອົາມາຂົ້ວ, ໃນຊ່ວງທໍາອິດແມ່ນອາດຈະຮູ້ສຶກບໍ່ສົມບູນ ແຕ່ຜ່ານການທົດລອງ ວິທີການໃຊ້ໄຟຢ່າງຫລາກຫລາຍ, ສຸດທ້າຍລົດຊາດທີ່ດີປົກກະຕິກໍ່ເກີດຂຶ້ນ. ໃນທຸກໆລະດູ, ມີຊ່ວງເວລາທີ່ຂ້ອຍຮັບຮູ້ວ່າ "ຄວາມບໍ່ສົມບູນ" ບໍ່ແມ່ນຍ້ອນເມັດກາເຟ ແຕ່ມັນຍັງແມ່ນຍ້ອນຈຸດອ່ອນຂອງສີມື ແລະ ຄວາມຮູ້ບໍ່ພຽງພໍຂອງຂ້ອຍເອງ. ໃນເວລາແບບນີ້ ຂ້ອຍກໍໍ່ຮູ້ສຶກໄດ້ເຖິງຄວາມເຂັ້ມແຂງຂອງກາເຟລາວ ທີ່ຖືກຄໍ້າຊູດ້ວຍດິນ, ສະພາບອາກາດ ແລະ ພູມປັນຍາຂອງຊາວສວນທີ່ໄດ້ສືບທອດການປູກກັນມາຢ່າງຍາວນານ. ຂ້ອຍໄດ້ຮັບໂອກາດໃນຮຽນຮູ້ ສະພາບຂອງນິເວດວິທະຍາທີ່ອຸດົມສົມບູນຂອງລາວ ແລະ ເຂົ້າມາພົວພັນກັບພູມປັນຍາ ແລະ ການໃຊ້ຊີວິດໂດຍການນໍາໃຊ້ທໍາມະຊາດຂອງຊາວບ້ານ ໂດຍຜ່ານກາເຟ, ນອກຈາກນີ້ ຂ້ອຍຍັງຮູ້ສຶກຂອບໃຈຕໍ່ສາຍພົວພັນກັບປະເທດລາວ ທີ່ເຮັດໃຫ້ຂ້ອຍໄດ້ຄົ້ນພົບສິ່ງໃຫມ່ໆໃນແຕ່ລະມື້, ຂ້ອຍຂໍໃຫ້ກາເຟທີ່ມີກິນຫອມນີ້ ຈົ່ງໄດ້ສືບຕໍ່ຖືກເຮັດຂຶ້ນມາດ້ວຍຝີມື ແລະ ດິນຂອງຊາວສວນລາວຍາວນານຕະຫຼອດໄປ.
ມະຊຸຊີມະ ໂຢໂກະ
ໄດ້ເປີດຮ້ານກາເຟ The Little House ຢູ່ນະຄອນຫຼວງວຽງຈັນຕັ້ງແຕ່ປີ 2006. ຫລັງຈາກເຮັດວຽກໃນພື້ນທີ່ການຜະລິດ,ຮູ້ສຶກມີຄວາມສຸກທີ່ສຸດໃນຊ່ວງເວລາທີ່ເບິ່ງທິວທັດຂອງແມ່ນນໍ້າຂອງທີ່ສວຍງາມ ກັບລູກສາວ ຢູ່ເມືອງເກົ່າແກ່ຄືຈໍາປາສັກ.

ビエンチャンでコーヒー店を始めて14年目になります。ラオスのコーヒーに関心を持つようになったきっかけは、グラスの底にたっぷりと溜まった練乳の上に、靴下のように長い布のフィルターで濾したこってりとしたコーヒーを注いだラオスコーヒーです。小さなスプーンで練乳をかき混ぜながら世間話に花を咲かせるおじさんたち、市場でたくましく働く女性が一息入れるために飲むとんでもなく甘いアイスコーヒーに興味を掻き立てられました。また、2000年から2年間携わった日・ラオ共同研究プログラムでは研究者によるラオス各地の農村フィールド調査に同行し、コーヒーの産地を訪ねる機会も得ました。コーヒー産地というと大産地ブラジルのようにコーヒーの木がどこまでも続く風景を想像していましたが、当時はほとんどが家族経営であり、コーヒーの木は森の木やさまざまな果樹、お茶の木などと混在し、いわゆるコーヒー農園のイメージとはかけ離れたものでした。ラオスで親しまれているコーヒーの飲み方やコーヒー栽培に加え、南部産地と流通の中心地であるパクセーの開放的な雰囲気にも惹かれ、改めて産地の村々、農家、仲買人、輸出業者、焙煎業者、公的機関などコーヒーに携わる人々を訪ねるフィールド調査をおこないました。半年間の調査で、コーヒー栽培の基本から加工、流通、歴史、政策にわたるまで浅学の私に呆れたり、おもしろがったりしながらお付き合いいただいた多くの村人や仲買人、輸出業者、関連する役所の方々、今では大コーヒー企業に成長した会社の社長さんたちから学んだ一つ一つが今の小さな店の根底にあります。
私にとってのラオスコーヒーの魅力は一言で表すとその力強さです。主産地のボラヴェン高原における栽培は輸出産品としての重要性が高まるにつれ変化していますが、少し前までは家族で営む小規模コーヒー園の多くは開墾時に山林を全て切り払わず、残した木々はコーヒーに日陰をつくり、同時にさまざまな林産物を産み出していました。また、農家はコーヒーに依存することなく多様な自給用作物や商品作物を栽培し、同様にコーヒーもいくつかの品種をそれぞれに適した条件の土地に分散して栽培していたため、激しく変動する国際価格や天候不順等に柔軟に対応してきたと考えられます。さらに家族経営のコーヒー園の多くは居住地から離れた不便な場所にあり、農薬や化学肥料が積極的に使用されてこなかったことも良質な豆の生産につながりました。このように手間のかかる栽培・収穫・乾燥方法で豆を提供してくれる農家は近年高齢化が進み、若い担い手は都市部へ出稼ぎに出るなど人手不足が深刻です。求めているような豆の買い付けは年々難しくなり、毎年のように今年の豆は品質が落ちているのではないかと心配になります。しかし、そのような豆をハンドピッキング(悪い豆を取り除くこと)後に焙煎すると、初めのうちは今ひとつだとがっかりしても、火のあて方等を試行錯誤するうちに、必ずいつも通りの風味の良さが現れます。毎シーズン、「今ひとつ」は豆のせいではなく自分の焙煎技術の未熟さや知識の不十分が原因だと思い知る瞬間があり、そのような時にラオスのコーヒーが育まれる土壌や気候、そして長年栽培を続けてきた農家の知恵に裏付けられた豆本来が持つ力強さを実感します。コーヒーを通じてラオスの豊かな生態環境と農村の人々の自然を活かした知恵と暮らしに接する機会を得たこと、また日々新しい発見をもたらしてくれるラオスとの縁に感謝し、この香り高いコーヒーがラオスの農家の手と土地でこれからも長く作り続けられることを願います。
松島陽子
2006年秋よりビエンチャンでコーヒー店The Little Houseを経営。産地での仕事の後に娘と二人で雄大なメコンを眺めながら過ごす古都チャムパーサックでのひとときに最上の喜びを感じます。