ຍີ່ປຸ່ນ ແລະ ຂ້ອຍ「日本と私」ດາວມີພອນ ໂພທິສານ ダオミーポーン・ポーティサーン

2020/10/14
ໄດ້ຮັບໃບປະກາດຈົບຝຶກອົບຮົມ ການຮຽນ - ການສອນ ສໍາລັບຄູຕ່າງປະເທດທີ່ສອນພາສາຍີ່ປຸ່ນ 日本語教師研修の修了式
ຂ້າພະເຈົ້າ ດາວມີພອນ ໂພທິສານ ປັດຈຸບັນເປັນອາຈານສອນພາສາຍີ່ປຸ່ນ ທີ່ ຄະນະພາສາ ແລະ ມະນຸດສາດ ມະຫາວິທະຍາໄລ ສະຫວັນນນະເຂດ, ຂ້າພະເຈົ້າໄດ້ເລີ່ມເຂົ້າເຮັດວຽກທີ່ມະຫາວິທະຍາໄລສະຫວັນນນະເຂດແຕ່ປີ 2012 ເປັນຕົ້ນມາຈົນຮອດປັດຈຸບັນ.
ຖ້າເວົ້້າເຖິງປະເທດຍີ່ປຸ່ນແລ້ວ ຫລາຍໆຄົນອາດຈະຄິດວ່າເປັນປະເທດທີ່ໜາວ ສວຍງາມ ແລະ ຕ່າງໆນາໆ ແມ່ນບໍ່ ? ແຕ່ສໍາລັບຂ້າພະເຈົ້າແລ້ວ ຖ້າເວົ້າເຖິງປະເທດຍີ່ປຸ່ນ 1 ແມ່ນ ການຮັກສາເວລາ ແລະ ປະເທດຍີ່ປຸ່ນ ແມ່ນບ້ານເກີດທີ 2 ເລີຍກະວ່າແມ່ນ.
ສໍາລັບຂ້າພະເຈົ້າແມ່ນມັກປະເທດຍີ່ປຸ່ນ ມັກອາຫານຍີ່ປຸ່ນທຸກໆຢ່າງເລີຍ, ຖ້າຖາມວ່າເປັນຫຍັງຂ້າພະເຈົ້າຄືມັກປະເທດຍີ່ປຸ່ນ ກໍ່ຄືມັກໃນຄວາມເປັນຍີ່ປຸ່ນ ມັກແບບແຜນຂອງຄົນຍີ່ປຸ່ນເຮັດວຽກ ແລະ ມີການວາງແຜນລ່ວງໜ້າ ຮັກສາຄໍາເວົ້າ ຮັກສາເວລາ ແລະ ເປັນລະບຽບ.
ຂ້າພະເຈົ້າໄດ້ເລີ່ມຮຽນພາສາຍີ່ປຸ່ນໃນປີ 2007 ເປັນຕົ້ນມາຍ້ອນພາສາຍີ່ປຸ່ນຈຶ່ງເຮັດໃຫ້ຂ້າພະເຈົ້າໄດ້ມີໂອກາດຫຼາຍໆຢ່າງເຂົ້າມາຫາ ແລະ ໄດ້ມີໂອກາດມາເປັນອາຈານສອນພາສາຍີ່ປຸ່ນ ທີ່ ມະຫາວິທະຍາໄລສະຫວັນນະເຂດຈົນມາຮອດປັດຈຸບັນນີ້.
ຄວາມຈິງແລ້ວໃນເມື່ອກ່ອນຂ້າພະເຈົ້າບໍ່ມັກອາຊີບຄູເລີຍ, ແຕ່ພໍໄດ້ມີໂອກາດໄດ້ມາສອນ ໄດ້ລອງມາເຮັດວຽກນີ້ແລ້ວ ແລະ ໄດ້ເລີ່ມເຮັດວຽກກັບຄົນຍີ່ປຸ່ນ ແຕ່ປີ 2014 ເປັນຕົ້ນມາຈົນມາຮອດປັດຈຸບັນ  ໄດ້ມີໂອກາດໄປຝຶກອົບຮົມຄູຢູ່ປະເທດຍີ່ປຸ່ນຫຼາຍຄັ້ງ  ທຸກໆຄັ້ງທີ່ໄປຈະໄດ້ຮຽນຮູ້ສິ່ງ    ໃໝ່ໆຫຼາຍໆຢ່າງຈາກໂຮງຮຽນມາ ບໍ່ວ່າຈະເປັນດ້ານວັດທະນະທຳ ພາສາ ແລະ ອື່ນໆ  ຍ້ອນເຫດນັ້ນຂ້າພະເຈົ້າຈຶ່ງປ່ຽນຄວາມຄິດ ຈາກທີ່ບໍ່ມັກອາຊີບຄູ ກັບກາຍມາເປັນມັກອາຊີບນີ້ມັກຫຼາຍຂື້ນ.
ປະເທດຍີ່ປຸ່ນເປັນປະເທດທີ່ພັດທະນາ ແລ້ວເຮັດໃຫ້ຂ້າພະເຈົ້າມີຄວາມຕັ້ງໃຈຢາກເອົາຄວາມຮູ້ທີ່ຕົນເອງໄດ້ຮຽນມານໍາເຜີຍແພ່ໃຫ້ນັກຮຽນຂອງຂ້າພະເຈົ້າ ຢາກຖ່າຍທອດ ຄວາມຮູ້ທີ່ຕົນເອງໄດ້ຮຽນມາໃຫ້ແກ່ນັກສຶກສາ ຢາກສືບຕໍ່ສ້າງຊັບພະຍາກອມະນຸດ ສ້າງຄວາມຝັນຂອງຕົນເອງ ແລະ  ຢາກໃຫ້ນັກສຶກສາທີ່ເຮົາສອນໃຫ້ມີຄວາມຮູ້ຄວາມສາມາດ ເພື່ອໄປພັດທະນາ ແລະ ສ້າງສາປະເທດຊາດ ແລະ ໃນອະນາຄົດໄກ້ໆນີ້ ຖ້າມີໂອກາດ ຂ້າພະເຈົ້າຢາກໄປສືກສາຕໍ່ທີ່່ປະເທດຍີ່ປຸ່ນ ເພື່ອພັດທະນາຄວາມຮູ້ຄວາມສາມາດຂອງຕົນເອງໃຫ້ດີຂື້ນກວ່າເກົ່າ ແລະ  ກັບມາພັດທະນາ ພາກວິຊາພາສາຍີ່ປຸ່ນ ມະຫາວິທະຍາໄລສະຫວັນນນະເຂດໃຫ້ເຂັ້ມແຂງ ແລະ ຢາກສືບຕໍ່ສ້າງສາຍພົວພັນ ລະຫວ່າງ ລາວແລະ ປະເທດຍີ່ປຸ່ນໃຫ້ແໜ້ນແພ້ນຂື້ນກວ່າເກົ່າ.

 
ດາວມີພອນ ໂພທິສານ
ປັດຈຸບັນຮັບຜິດຊອບພາກວິຊາພາສາຍີ່ປຸ່ນ ທີ່ ຄະນະພາສາ ແລະ ມະນຸດສາດ ມະຫາວິທະຍາໄລ ສະຫວັນນນະເຂດ,ເປັນຄົນມັກກິນກາເຟເປັນຊິວິດຈິດໃຈ ເພາະເວລາຄຽດແລະຄິດຫຍັງບໍ່ອອກຖ້າໄດ້ກິນກາເຟແລ້ວໄອເດຍກໍ່ຈະມາທັນທີເລີຍ ແລະ ອາຫານທີ່ມັກທີ່ສຸດກໍ່ຄື ຊີ້ນດາດ ແລະ ຊາຊິມິ
ງານສະເຫຼີມສະຫຼອງວັນຄູແຫ່ງຊາດ ຄະນະພາສາ ແລະ ມະນຸດສາດ ມະຫາວິທະຍາໄລສະຫວັນນນະເຂດ サワンナケート大学言語学部の教師の日
ບັນດາອາຈານທີ່ເຂົ້າຮ່ວມຝຶກອົບຮົມ ການຮຽນ - ການສອນ ສໍາລັບຄູຕ່າງປະເທດທີ່ສອນພາສາຍີ່ປຸ່ນ ໄປທັດສະນະທີ່ໂຮງຮຽນ ມ. ປາຍ ໃນແຂວງ ໄຊຕະມະ 埼玉県立所沢高校訪問(令和元年度外国人日本語教師教授法研修)
私はダオミーポーン・ポーティサーン、サワンナケート大学言語学部日本語学科の日本語教師です。2012年から今までサワンナケート大学で働いています。
日本についてたいていの人は寒い国、きれいな国など色々なイメージがあるでしょう?私にとっての日本はまず時間厳守ということ、そして第二の故郷と感じています。
日本や日本食の全部が大好きです。日本人の考え方や働き方、計画性があり、約束を守り、時間を守るところ、そして日本人にはルールがあるところが好きです。
私は2007年に日本語を勉強し始めました。日本語のおかげで色んなチャンスに恵まれ、サワンナケート大学で日本語教師の仕事を得て現在に至ります。
実は昔、教師の仕事はあまり好きではありませんでした。しかし、2014年にこの仕事を始め、日本語を教えるようになり、日本人と一緒に仕事をして、何度も外国人日本語教師のための研修に参加し、日本の文化や言語、その他様々なことを勉強するうちに教師の仕事が大好きになりました。
日本は発展した国ですから、自分が日本で学んだことを学生たちに伝えたいです。そして学生たちの日本語を向上させ、国の発展に貢献する人材を育てたいと願っています。また、近い将来、チャンスがあれば日本の大学院で学び、自身の日本語能力とサワンナケート大学の日本語学科のレベルを向上させたいです。そしてラオスと日本の間の友好関係が長きにわたり続いていくための架け橋になることを願っています。
 

ダオミーポーン・ポーティサーン
サワンナケート大学言語学部日本語学科学科長代行。
コーヒーが大好きで、気分が優れない時や何も思い浮かばない時に飲むとすぐにアイデアが出る。日本食で特に好きな食べ物は焼肉と刺身。