ຍີ່ປຸ່ນ ແລະ ຂ້ອຍ「日本と私」 ດາລີວັນ ພາບມີໄຊ ダリワン・パープミーサイ
2020/9/30

ຖ້າຫາກຈະເວົ້າເຖິງປະເທດຍີ່ປຸ່ນກໍ່ຕ້ອງຍົກໃຫ້ຄວາມເປັນລະບຽບຮຽບຮ້ອຍ ມີຂະໜົບທໍານຽມວັດທະນະທໍາອັນດີງາມມາແຕ່ບູຮານນະການ ຄຽງຄູ່ກັນນັ້ນ ກໍ່ຍັງເປັນປະເທດທີ່ມີຄວາມກ້າວໜ້າທາງດ້ານເທັກໂນໂລຢີ ທີ່ທັນສະໄໝ.
ສໍາລັບຂ້ອຍເອງແມ່ນໄດ້ມີໂອກາດໄດ້ຮັບທຶນການສຶກສາ ໄດ້ໄປຮໍ່າຮຽນຢູ່ປະເທດຍີ່ປຸ່ນໃນຊຸມປີ 2003-2007. ສິ່ງປະທັບໃຈທໍາອິດທີ່ໄດ້ມາເຫັນປະເທດນີ້ກໍ່ແມ່ນດອກຊາກຸລະ ຕອນໄປຮອດຍີ່ປຸ່ນທໍາອິດແມ່ນຕົ້ນເດືອນ4 ພໍດີດອກຊາກຸລະກໍາລັງເບັ່ງບານອາກາດກໍ່ເຢັນສະບາຍ ປານກັບວ່າກໍາລັງອ້າແຂນຍິນດີຕ້ອນຮັບເອົາພວກເຮົາເຂົ້າສູ່ອ້ອມກອດອັນອົບອຸ່ນ.
ເມືອງທີ່ຂ້ອຍໄດ້ອາໄສຢູ່ແມ່ນເມືອງໂອຊາກ້າ ເປັນເມືອງທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບ2 ແລະ ມີຈໍານວນປະຊາກອນຫຼາຍເປັນອັນດັບ3ຂອງປະເທດ. ໄປໃໝ່ໆອາດຈະບໍ່ທັນລຶ້ງເຄີຍກັບຝູງຄົນຈໍານວນຫຼວງຫຼາຍ ແລະ ບໍ່ທັນລຶ້ງຫູກັບສໍານຽງໂອຊາກ້າ ແຕ່ເມື່ອປັບໂຕໄດ້ແລ້ວຈະເຂົ້າໃຈວ່າມັນມີຄວາມໜ້າສົນໃຈຫຼາຍ. ເມືອງໂອຊາກ້າຍັງເປັນເມືອງທີ່ຂື້ນຊື່ເລື່ອງຄວາມຫຼາກຫຼາຍຂອງອາຫານການກິນ ຈົນຖືກຂະໜານນາມໃຫ້ເປັນເມືອງທີ່ຍ່າງໄປໃສກໍ່ຈະພົບແຕ່ຂອງກິນ(食い倒れの町)ໃນນັ້ນອາຫານທີ່ມັກທີ່ສຸດແມ່ນ ໂອໂຄໂນະມິຍາກິ ແລະ ທາໂກະຍາກິ ທັງສອງຢ່າງເປັນອາຫານທີ່ຫາຊື້ໄດ້ທົ່ວໄປແລະກິນໄດ້ເກືອບທຸກມື້ແບບບໍ່ມີເບື່ອເລີຍ.
ເມື່ອໄດ້ໃຊ້ຊີວິດຢູ່ຍີ່ປຸ່ນໄດ້ໄລຍະໜື່ງກໍ່ຈະຮູ້ໄດ້ວ່າ ຄົນຍີ່ປຸ່ນມີຄວາມຂີ້ເກງໃຈ, ມີຄວາມເປັນລະບຽບວິໄນ ແລະ ຄວາມຊື່ສັດສູງ ແຕ່ເລື່ອງທີ່ເຮັດໃຫ້ຂ້ອຍຮູ້ສຶກວ່ານີ້ແຫຼະຄືຄົນຍີ່ປຸ່ນແທ້ໆ ແລະ ຮູ້ສຶກອີ່ມເອີບໃຈໃນທຸກຄັ້ງທີ່ພົບເຫັນຊໍ້າພັດເເມ່ນ ເລື່ອງທີ່ຄົນຍີ່ປຸ່ນປະຕິບັດເປັນປົກະຕິໃນການສະແດງຄວາມເຄົາລົບ, ທັກທາຍ ຫຼື ແມ່ນແຕ່ຂໍໂທດ ດ້ວຍການກົ້ມຫົວໃຫ້ກັນ ເຊິ່ງເບິ່ງໄປແລ້ວມີຄວາມຄ້າຍຄືກັນກັບຄົນລາວເຮົາທີ່ຍໍມືນົບເຊິ່ງກັນແລະກັນ. ເຊັ່ນດຽວກັບການນົບຂອງລາວທີ່ມີ3ຮູບແບບ ການກົ້ມຫົວກໍ່ເຊັ່ນກັນ ເຊັ່ນວ່າ: ກົ້ມ15ອົງສາ(会釈)ຄືການສະແດງຄວາມເຄົາລົບທົ່ວໄປ, ກົ້ມ30ອົງສາ(敬礼) ຄືກົ້ມໃຫ້ຜູ້ໃຫຍ່ຫລືຜູ້ທີ່ເຮົາເຄົາລົບນັບຖື, ກົ້ມ45ອົງສາ(最敬礼)ຄືການໃຫ້ຄວາມເຄົາລົບສູງສຸດ.
ຫຼັງຈາກຈົບການສຶກສາກັບມາແລ້ວ ຂ້ອຍກໍ່ໄດ້ເຮັດວຽກຢູ່ສະຖານທູດຍີ່ປຸ່ນປະຈໍາລາວໃນພະແນກກົງສູນ ແລະ ອີງຕາມສະຖິຕິນັບມື້ຄົນລາວເຮົາກໍ່ໄດ້ໃຫ້ຄວາມສົນໃຈ ເຂົ້າໄປທ່ອງທ່ຽວຍີ່ປຸ່ນເພີ່ມຂື້ນເລື້ອຍໆໃນທຸກໆປີ. ບາງຄົນເຄີຍໄປແລ້ວກໍ່ທຽວໄປອີກເລື້ອຍໆ ເຊິ່ງຂ້ອຍເອງກໍ່ບໍ່ຮູ້ສຶກແປກໃຈ ເພາະຖ້າວ່າໃຜຫາກເຄີຍໄດ້ສໍາພັດກໍ່ຕ້ອງຕິດໃຈໃນຄວາມມີສະເໜ່ໃນແບບສະບັບສະເພາະໂຕຂອງປະເທດຍີ່ປຸ່ນ.
ແລະເຖິງແມ່ນວ່າຊ່ວງນີ້ຈະເກີດວິກິດການເຊິ່ງທົ່ວໂລກກໍາລັງປະສົບບັນຫາໂລກລະບາດ ໂຄວິດ-19. ຂ້ອຍຂໍເປັນກໍາລັງໃຈໃຫ້ທຸກປະເທດເວົ້າລວມ, ເວົ້າສະເພາະແມ່ນທັງປະເທດລາວ ແລະ ປະເທດຍີ່ປຸ່ນ ຈົ່ງກັບມາສວຍງາມຄືດັ່ງທີ່ເປັນມາ ແລະສັນຍາວ່າຈະກັບໄປທ່ອງທ່ຽວ ຢ້ຽມຢາມອີກເລື້ອຍໆແນ່ນອນ. ຟ້າຫຼັງຝົນຍ່ອມສົດໃສສະເໝີ ແລ້ວພົບກັນໃໝ່ຍີ່ປຸ່ນ.
ສາຍສໍາພັນຍີ່ປຸ່ນ-ລາວໜັ້ນຍືນ ແລະ ຂໍສືບຕໍ່ມູນເຊື້ອນີ້ໃຫ້ຍາວນານຕະຫຼອດໄປ.
ດາລີວັນ ພາບມີໄຊ
ປະຈຸບັນເຮັດວຽກຢູ່ພະແນກກົງສູນ,ສະຖານທູດຍີ່ປຸ່ນ. ອາຫານທີ່ມັກແມ່ນໂອໂຄໂນມິຢາກິ, ທະໂກະຢາກິ, ອຸດົ້ງນໍ້າແກງກະຫຼີ່. ມັກຮ້ອງຄາລາໂອເກະ ແລະ ມັກບັນຍາກາດລະດູບານໃໝ່ຂອງຍີ່ປຸ່ນເປັນທີ່ສຸດ.

日本については、秩序・礼儀正しさや美しい伝統文化、最先端の技術が話題に上がることが多いと思います。
私の場合、奨学金をもらって2003年から2007年に日本に留学しました。日本に着いたのは4月初旬、気候は涼しく、桜の花がちょうど盛りのころで、初めて見る桜に感激するとともに、私たちを温かく迎え入れてくれるかのように感じました。
私が住んだ大阪市は日本第二の経済都市で、三番目に人口の多い街でした。はじめは人の多さに驚き、大阪の方言にも戸惑いましたが、慣れるに従い、様々なことに興味関心がわいてきました。大阪には多くの食べ物があり、「食い倒れの町」として有名です。私が好きな食べ物はお好み焼きとたこ焼きで、毎日のように食べても飽きませんでした。
日本で暮らしてみると、日本人は遠慮がちで規律正しく、誠実ということがわかります。特に日本人ならではと感じたのは、挨拶や謝罪、敬意を表するときに深々とお辞儀をすることで、ラオス人が合掌するのと同じような意味を持ちます。ラオス人の合掌が三通りあるように、お辞儀にも三種類あり、一般的な会釈は15度、敬意を表す敬礼は30度、さらに敬意を表する最敬礼は45度の角度で行います。
留学終了後、私は在ラオス日本国大使館の領事班で働くことになりました。大勢のラオス人が日本に興味を持ち、日本へ旅行に行く人の数も年々増えています。なかには何度も日本を訪れる人もいますが、それがおかしいことだとは思いません。日本を一度でも訪れたなら、日本の魅力に引き込まれること請け合いです。
現在、COVID-19の影響が世界中に及んでいます。私は全ての国を応援していますが、なかでもラオスと日本は特別です。ぜひまた、以前のように美しい日本を訪れたいと思います。
雨上がりの空の鮮やかな輝きのあとで、日本でまた会えますように。
ダリワン・パープミーサイ
現在、日本国大使館領事班に勤務。好きな食べ物はお好み焼きとたこ焼き、カレーうどん。カラオケが得意。日本の秋の雰囲気が大好きです。