ລາວ ແລະ ຂ້ອຍ「ラオスと私」ທະຊິໂລະ ໂທໂມຮິໂລະ 田代 友弘

2020/10/20
ທະຊິໂລະ ໂທໂມຮິໂລະ
ຖ້າເວົ້າເຖິງສິ່ງທີ່ວິເສດຂອງປະທດລາວແລ້ວ ທ່ານຈະຄິດເຫັນຫຍັງ? ອາຫານທີ່ແຊບ ແລະ ຖືກປາກຄົນຍີ່ປຸ່ນ, ທໍາມະຊາດທີ່ສວຍງາມທີ່ເຮັດໃຫ້ທຸກຄົນຮູ້ສຸກປະທັບໃຈ, ຮອຍຍີ້ມອັນບໍລິສຸດຈາກຜູ້ຄົນທີ່ຈິງໃຈເປັນຕົ້ນ, ບໍ່ສາມາດທີ່ຈະຍົກທຸກໆ ສິ່ງເຫຼົ່ານີ້ຂຶ້ນມາໄດ້.

ຂ້ອຍເອງຄິດວ່າ ຄວາມປອດໄພທີ່ໝັ້ນຄົງ ແມ່ນມົນສະເໜ່ອັນໜຶ່ງຂອງປະເທດລາວນີ້. ຄວາມປອດໄພແມ່ນພື້ນຖານໃຫ້ກັບ ການພັດທະນາເສດຖະກິດ ແລະ ສັງຄົມ. ຄວາມປອດໄພທີ່ໝັ້ນຄົງແມ່ນຈຸດດຶງດູດຂອງບັນດາທຸລະກິດ ແລະ ນັກທ່ອງທ່ຽວຈາກທົ່ວໂລກ. ແນ່ນອນ, ມັນກໍ່ບໍ່ໄດ້ໝາຍຄວາມວ່າຈະບໍ່ມີອາຊາຍະກໍາຫຍັງເກີດຂຶ້ນຈັກໜ້ອຍເລີຍ. ແຕ່ວ່າ, ຕາມທີ່ຂ້ອຍໄດ້ມາອາໄສຢູ່ລາວເປັນເວລາ 3 ປີນີ້, ຂ້ອຍຮູ້ສຶກວ່າການອາຊະຍາກໍາ ທີ່ເກີດຂຶ້ນ ແມ່ນມີຈໍານວນທີ່ທາງເຈົ້າໜ້າສາມາດຄວບຄຸມໄດ້. ມາດຕະການພິເສດກໍ່ເບິ່ງຄືບໍ່ໄດ້ຖືກປະຕິບັດ ຫຼື ອາດຈະມີມາດຕະການທີ່ປິດລັບບໍ່? ຈາກທີ່ໄດ້ໄປສອບຖາມກັບເຈົ້າໜ້າທີ່ກອງບັນຊາການແລ້ວ, ເພິ່ນມີແຕ່ເວົ້າວ່າ: “ເຖິງຈະແມ່ນຄົນຮ້າຍ ກໍ່ເອົາມາເປັນມິດ”. ຂ້ອຍກໍ່ບໍ່ເຂົ້າໃຈໃນຄວາມໝາຍທີ່ແທ້ຈິງ ຂອງຄໍາເວົ້າຂອງເພິ່ນດອກ ແຕ່ຂ້ອຍຄິດວ່າ ເພິ່ນອາດຈະຢາກເວົ້າວ່າ ການປູກຝັງໃຫ້ສັງຄົມ ບໍ່ມີອາດຊະຍາກໍາ ດ້ວຍການສົ່ງເສີມຄວາມສາມັກຄີ  ແລະ ການຮ່ວມມືຂອງຄົນລາວທີ່ອົບອຸ່ນແມ່ນຄວາມສໍາຄັນຕໍ່ການປ້ອງກັນຄວາມສະຫງົບ.

ນອກຈາກນີ້, ປັດຈຸບັນ ປະເທດລາວໄດ້ນໍາໃຊ້ ແຜ່ນດິນທີ່ບໍ່ຕິດກັບທະເລ, ສ້າງຄວາມເຂັ້ມແຂງໃນການເຊື່ອມຕໍ່ກັບບັນດາປະເທດໃກ້ຄຽງ. ຍີ່ປຸ່ນກໍ່ຊ່ວຍເຫຼືອໃນດ້ານນີ້ເປັນສໍາຄັນ. ໃນຕໍ່ໜ້າ,  ບໍ່ວ່າຈະເປັນການຍ້າຍຖິ່ນຖານຂອງປະຊາຊົນ, ການຂົນສົ່ງສິນຄ້າ ກໍ່ຈະໄດ້ຮັບສົ່ງເສີມ ແລະ ຄາດວ່າຈະນໍາມາສູ່ຜົນປະໂຫຍດທາງດ້ານເສດຖະກິດໄດ້ຫຼາຍຂຶ້ນ. ແຕ່ວ່າ, ບ່ອນໃດທີ່ມີຜູ້ຄົນ, ສິ່ງຂອງ ແລະ ເງິນເຕົ້າໂຮມກັນ ກໍ່ມັກຈະມີການເກີດການອາຊະຍາກໍາ. ການເຊື່ອມຕໍ່ທີ່ແທ້ຈິງບໍ່ຄວນເປັນສິ່ງທີ່ກໍ່ໃຫ້ເກີດການອາຊະຍາກໍາ.  ຢູ່ລາວ ການຄວບຄຸມຕໍ່ກັບການອາດຊະຍາກໍາຂ້າມຊາດ ກໍ່ຄືການຄ້າຢາເສບຕິດ ແລະ ການຄ້າມະນຸດ ແມ່ນຍັງເປັນບັນຫາທີ່ຕ້ອງແກ້ໄຂຢູ່.  

ຍີ່ປຸ່ນເອງກໍ່ຊ່ວຍມາດຕະການ ໃນການປ້ອງກັນການອາດຊະຍາກໍາຂ້າມຊາດ.  ຍົກຕົວຢ່າງຕັ້ງແຕ່ປີ 2018-2019 ໂຄງການທີ່ໄດ້ດໍາເນີນຮ່ວມກັນກັບ ອົງການຕໍາຫຼວດອາຍາສາກົນ(ICPO). ການໄດ້ສະໜອງອຸປະກອນ ເພື່ອໃຫ້ສາມາດເຂົ້າເຖິງຂໍ້ມູນຂອງ ICPO , ຈັດການຝຶກອົມຮົມເຈົ້າໜ້າທີ່ກວດຄົນເຂົ້າ-ອອກເມືອງເຫຼົ່ານີ້ເປັນຕົ້ນ.
ເວົ້າເຖິງການຄຸ້ມຄອງການເຂົ້າ-ອອກເມືອງ, ຖ້າສົມທຽບຄືກັບວ່າປະເທດແມ່ນເຮືອນແລ້ວ, ມັນກໍ່ຄ້າຍຄືກັບກະແຈຂອງປະຕູໜ້າບ້ານ. ການສົ່ງເສີມຢ່າງເຂັ້ມແຂງໃນການປິດ ແລະ ເປີດປະຕູດັ່ງກ່າວນີ້ແມ່ນສາມາດວາງໃຈໃຫ້ກັບຍີ່ປຸ່ນໄດ້. ມັນ ແມ່ນສັນຍານທີ່ສະແດງໃຫ້ເຫັນວ່າ ປະເທດລາວມີຄວາມໄວ້ວາງໃຈໃນປະເທດຍີ່ປຸ່ນ, ແມ່ນບໍ່? ຍ້ອນໄດ້ຮັບການຮ່ວມມືຢ່າງຮອບດ້ານຈາກລັດຖະບານລາວ ແລະ ເຈົ້າໜ້າທີ່ຮັບຜິດຊອບ ຈຶ່ງເຮັດໃຫ້ໂຄງການໄດ້ສໍາເລັດລົງໄປດ້ວຍດີ ແລະ ກໍ່ຍັງສາມາດຈັດການຝຶກອົບຮົມໄດ້ນໍາອີກ. ບັນດາເຈົ້າໜ້າທີ່ກວດຄົນເຂົ້າ-ອອກເມືອງ ແມ່ນໄດ້ກວດເບິ່ງຢ່າງລະມັດລະວັງກ່ຽວກັບການໃຊ້ອຸປະກອນ ແລະ ວິທີການປະຕິບັດໃນກໍລະນີທີ່ມີອີກຝ່າຍໜຶ່ງຕີຖານຂໍ້ມູນ. ໄດ້ຖາມ-ຕອບໃນຫຼາຍໆຄໍາຖາມ, ໄດ້ມີຄໍາຕິຊົມຈາກຄົນທີ່ໄດ້ ນໍາໃຊ້ເຄື່ອງກວດກາໃນຕົວຈິງວ່າ: ຂ້ອຍໄດ້ກວດກາຢ່າງໝັ້ນໃຈ ແລະ ຂອບໃຈຫຼາຍໆ.
ເຖິງແມ່ນວ່າມັນໃຊ້ເວລາການຝຶກອົບຮົມບໍ່ຫຼາຍມື້ກໍ່ຕາມ, ຂ້ອຍສາມາດເຫັນໄດ້ເຖິງຄວາມກະຕືລືລົ້ນ ແລະ ທັດສະນະຄະຕິຂອງຜູ້ເຂົ້າຮ່ວມ ແລະ ຮູ້ສຶກເຖິງຄວາມເປັນມືອາຊີບຂອງພວກເຂົາຢ່າງເຕັມທີ່ໃນການບໍ່ໃຫ້ເກີດການອາຊະຍາກຳໃນການເຂົ້າ-ອອກ. ແລະ ຂ້ອຍຮູ້ສຶກໝັ້ນໃຈວ່າ ຄວາມປອດໄພຂອງປະເທດລາວໄດ້ຖືກຮັກສາໄວ້ ດ້ວຍຄວາມພະຍາຍາມຢ່າງບໍ່ຢຸດຢັ້ງ ຂອງພະນັກງານຄືກັບພວກເຂົາ ແລະ ຂ້ອຍເຊື່ອວ່າ ມັນຍັງຈະຖືກສືບຕໍ່ຮັກສາໄປໃນຕໍ່ໄປ ໃນຊ່ວງທີ່ມີພະນັກງານແບບພວກເຂົາເຫຼົ່ານີ້.

ຂ້ອຍເອງ ກໍ່ຈະໄດ້ໝົດວາລະປະຈໍາການຢູ່ລາວແລ້ວ. ໃນຕໍ່ໜ້າຂ້ອຍໃນນາມທີ່ເປັນແຟນພັນແທ້ຂອງປະເທດລາວຜູ້ໜຶ່ງ ຂໍໃຫ້ປະທດລາວຈົ່ງສືບຕໍ່ພັດທະນາ ແລະ ມີຄວາມສະຫງົບສຸກຍິ່ງໆຂຶ້ນໄປ.
ຂໍສະແດງຄວາມເຄົາລົບຈາກໃຈຈິງ ຕໍ່ພະນັກງານທີ່ ເຮັດວຽກຢ່າງບໍ່ທໍ້ຖອຍ ຢູ່ແນ້ວຫນ້າເພື່ອເຮັດໃຫ້ປະເທດລາວມີຄວາມສະຫງົບສຸກໃນເວລານີ້.

※ບົດຄວາມນີ້ແມ່ນໄດ້ຂຽນໄວ້ເດືອນ7ປີ2020ໃນຕອນທີ່ຜູ້ຂຽນຍັງບໍ່ທັນໄດ້ກັບຍີ່ປຸ່ນ


ທະຊິໂລະ ໂທໂມຮິໂລະ 
ອະດີດຜູ້ຮັບຜິດຊອບຮັກສາຄວາມປອດໄພ, ສະຖານທູດຍີ່ປຸ່ນປະຈໍາລາວ.
ມາປະຈໍາການຢູ່ລາວກັບຄອບຄົວໃນເດືອນ ເມສາ 2017 ເຖິງ ກໍລະກົດ 2020. ປະທັບໃຈເປັນພິເສດຕໍ່ຄວາມໃຈດີ ຂອງຄົນລາວໃນການເບິ່ງແຍງດູແລເດັກນ້ອຍ. ອາຫານທີ່ມັກທີ່ສຸດ ແມ່ນ ເຂົ້າປຽກໝູກອບ.
出入国審査官トレーニング
出入国審査官トレーニング
ラオスの素晴らしいところとして何が思いつきますか。日本人の口に合う美味しい食事,見る者を圧倒する力強くて美しい自然,曇りのない人々の純粋な笑顔,枚挙にいとまがありません。

私は,安定した治安も忘れてはならないこの国の魅力の一つだと考えています。治安は社会経済の発展の礎。安定した治安はビジネスや観光客を世界中から惹きつけます。もちろん,犯罪が全く発生しないわけではありません。しかし,この地に3年間暮らしてみて,総じて犯罪の発生が当局の対応可能な量に押さえ込まれているように感じられました。ただ,特別な対策がとられているようにも見えません。何か秘策でもあるのか。当局の幹部にぶつけてみたところ,「犯罪者でも味方にすることだ。」とだけ言われました。彼の発言の真意は分かりませんが,温厚なラオスの人々の融和・協調を図り,社会全体で犯罪を起こさせない環境を醸成することが治安維持の要だと言いたかったのではないかと考えています。

他方,今ラオスは内陸の地勢を活かし,周辺国との連結性の強化に取り組んでいます。日本はこれを重点的に支援しています。今後,人の移動、物の流通が促進され,一層の経済的な恩恵がもたらされることが期待されます。しかし,ヒト,モノ,カネが集まるところに犯罪も集まるもの。折角の連結性が犯罪の食い物にされることがあってはなりません。既に,ラオスでは,違法薬物取引や人身取引を始めとする国境を越える犯罪への対処が課題となっています。

日本は,国境を超える犯罪への対策にも支援をしています。その一例が,2018年から2019年にかけて,国際刑事警察機構(ICPO)と共に実施したプロジェクトです。ラオスの国境事務所に対し,ICPOのデータベースにアクセスするための機材を供与し,出入国審査官にトレーニングを行うなどしました。 
出入国管理は,国を家に例えるならば,玄関の扉の錠のようなもの。その錠の強化の支援が日本に委ねられる。ラオスが日本に信頼を寄せていることの現れではないでしょうか。ラオス政府及び担当当局の全面的な協力により,機材の設置は無事に終了し,トレーニングが行われました。参加した出入国審査官らは,機材の使用方法や,相手方がデータベースにヒットした場合の対処方法等を念入りに確認していました。様々な質問が飛びかい,機材を実際に出入国審査に使用した参加者からは,「自信を持って審査ができるようになった。本当にありがとう。」との声も上がりました。
わずか数日間のトレーニングでしたが,参加者の熱意に満ちた取組姿勢を目の当たりにし,犯罪を絶対に出入りさせないという彼らのプロフェッショナル精神を十分感じ取ることができました。そして,ラオスの治安は,彼らのような職員の弛まぬ努力によって保たれており,今後もこういった職員がいる限り,維持され続けるだろうと安心感を覚えました。

私は,間もなく任期を終えてラオスを発ちます。今後は,ラオスの大ファンの日本人の一人として,この国の更なる発展と安寧が末長く続くことを願って止みません。
今この時も最前線でこの国の安全のために惜しみなく働いている職員に心より敬意を表して。
(※この原稿は、離任前の2020年7月に書かれたものです。)


田代 友弘
在ラオス日本国大使館・前警備対策官。2017年4月から2020年7月まで家族で赴任。ラオスの人々の子供に対する優しい接し方に特に感激。大好物はカオピャックのムーゴープ(揚げ豚)。