ລາວ ແລະ ຂ້ອຍ「ラオスと私」ຢູໂກະ ຟູຕາໂມໂຕະ 二元裕子

2020/10/21
ຂີ່ຊ້າງຢູ່ແຂວງໄຊຍະບຸລີ サイニャブリ県で象に乗りました
ນັກສຶກສາພາສາຍີ່ປຸ່ນຢູ່ສູນຊາວໜຸ່ມ(ປີ2006) 青少年センターの日本語の生徒達(2006年)
ສະບາຍດີ, ຂ້າພະເຈົ້າຊື່ ຢູໂກະ ຟູຕາໂມໂຕະ. ຂ້າພະເຈົ້າໄດ້ຮັບຜິດຊອບສາຍພົວພັນລາວ-ຍີ່ປຸ່ນ ຢູ່ທີ່ ສະຖານທູດຍີ່ປຸ່່ນປະຈຳລາວ ແລະ ກະຊວງການຕ່າງປະເທດຍີ່ປຸ່ນ ຕັ້ງແຕ່ປີ2001-2017. 

ຂ້າພະເຈົ້າເປັນຄົນຮັກປະເທດລາວຫລາຍ, ແຕ່ທຳອິດຂ້າພະເຈົ້າບໍ່ຫມັ້ນໃຈວ່າ ຕົ້ນເອງຈະເອົາຕົວລອດໄດ້ຫລືບໍ່...?  ສະນັ້ນ, ໃນເວລາຫາກໍ່ປະຈຳການຢູ່ລາວ ຂ້າພະເຈົ້າໄດ້ໄປໄຫວ້ພະຢູ່ວັດສີເມືອງ ເພື່ອຂໍພອນໃນມື້ວຽນທຽນເຂົ້າພັນສາວ່າ:
ຂໍໃຫ້ຂ້າພະເຈົ້າມັກປະຊາຊົນລາວ.
ຂໍໃຫ້ປະຊາຊົນລາວມັກຂ້າພະເຈົ້າເຊັ່ນກັນ.
ແຕ່ນັ້ນມາເກືອບ 20ປີ... ຂ້າພະເຈົ້າບໍ່ໄດ້ຄິດວ່າຕົນເອງຊິໄດ້ເອົາຜົວຄົນລາວ ແລະ ໄດ້ລູກ2ຄົນ ຕາມຄຳອະທິຖານຂອງຕົ້ນເອງ!

ບໍ່ວ່າແຕ່ເລື້ອງສ່ວນຕົວ, ໃນໄລຍະຜ່ານມານີ້ ສາຍພົວພັນສອງປະເທດຍີ່ປຸ່ນ-ລາວ ໄດ້ຂະຫຍາຍຕົວເຕີບໃຫຍ່ຕາມແຕ່ລະຈັງຫວະ.  ໂຄງການຫລາກຫລາຍທີ່ເຄີຍເປັນຄວາມຝັນໃນ20ປີຫລັງ ກໍ່ໄດ້ເປັນຄວາມເປັນຈິງ. ຂ້າພະເຈົ້າເຊື່ອຫມັ້ນວ່າ ສິ່ງທີ່ເຮັດໃຫ້ຄວາມຝັນເຫລົ່ານັ້ນເປັນຈິງແມ່ນ ການຮ່ວມມືທີ່ໜັກເເໜັ້ນ ແລະ ການສົນທະນາແບບຈິງໃຈ, ອາດຈະມີທັງຜິດກັນ ທັງຮັກກັນ ລະຫວ່າງຄົນລາວ ແລະ ຄົນຍີ່ປຸ່ນກໍ່ຕາມ.

ໃນປັດຈຸບັນນີ້, ຂ້າພະເຈົ້າເຫັນວ່າ ປະຊາຊົນຍີ່ປຸ່ນຍັງບໍ່ທັນຮູ້ຈັກປະເທດລາວຫລາຍເທົ່າທີ່ຈະຄວນ ແລະ ສວ່ນໄວຫນຸ່ມຄົນລາວກໍ່ໃຫ້ຄວາມສົນໃຈຕໍ່ຍີ່ປຸ່ນ ແລະ ປະເທດອື່ນໆໃນໂລກ ໂດຍຜ່ານອິນເຕີເນັດ. ແຕ່ວ່າສິ່ງດັ່ງກ່າວນັ້ນຈະເປີດໂອກາດໃຫ້ໝົດທຸກຄົນທີ່ພົວພັນກັບຍີ່ປຸ່ນແລະລາວ ບໍ່ວ່າແຕ່ພາກລັດ ຫລື ເອກກະຊົນ ມີບົດບາດອັນສຳຄັນ ແລະ ມີຄຸນຄ່າ ເພື່ອຊຸກຍູ້ການພົວພັນຂອງສອງປະເທດ.

ເພື່ອທີ່ຈະກັບຄືນໄປປະຈຳຢູ່ລາວໃນໂອກາດໜ້າ, ຂ້າພະເຈົ້າກຳລັງຄິດຢູ່ວ່າ ຊິອະທິຖານຫຍັງດີ ໃຫ້ກັບວັດສີເມືອງ?
ຂໍຂອບໃຈທີ່ໃຫ້ໂອກາດຂຽນບົດຄວາມນີ້ ແລະ ຂໍໃຫ້ບັນດາທ່ານຈົ່ງມີສຸຂະພາບແຂງແຮງຈົນເຖິງເວລາທີ່ຈະໄດ້ພົບກັນໃຫມ່ອີກຄັ້ງ!
 

ຢູໂກະ ຟູຕາໂມໂຕະ
ເລຂາເອກ ສະຖານທູດຍີ່ປຸ່ນ ປະຈຳສະຫະລັດອາເມລິກາ.
ເຂົ້າກະຊວງການຕ່າງປະເທດຍີ່ປຸ່ນ ແຕ່ປີ2000. ຄວາມຝັນໃນອານາຄົດແມ່ນ: ຢາກໃຫ້ເຂົ້າປຽກມີຊື່ສຽງໃນປະເທດຍີ່ປຸ່ນ ແລະ ໃຫ້ເຂົ້າຫນົມ Sakura Mochi (ແບບ Kansai) ມີຊື່ສຽງຢູ່ປະເທດລາວ.
ງານກິລາຈັດໂດຍຊາວໜຸ່ມລາວຜູ້ທີ່ເຂົ້າຮ່ວມໂຄງການJENESYS JENESYS同窓生によるスポーツ大会
ຖ່າຍຮູບກັບດາລາ Cosplay ຄົນລາວ ラオスの有名コスプレイヤーと一緒に
皆さん、こんにちは!二元(ふたもと)と申します。
私は2001年から2017年にかけて在ラオス大使館と外務省で日ラオス関係を担当させて頂きました。

こう書くと、無類のラオス好きだと思われがちなのですが、最初の頃はラオスで上手くやっていけるのか不安で一杯でした。ですので、ラオスに着任後すぐのカオパンサーの日に、シームアン寺で願ったことを今でも覚えています。
  どうか、ラオスの人々のことを好きになれますように。
  どうか、ラオスの人々に好きになってもらえますように。
それから約20年。まさか自分がラオス人と結婚して、子供を2人も授かるなどと思ってもみませんでした!すさまじい御利益ですね。

個人の話はさておき、近年、日ラオス関係は目覚ましい発展を遂げています。20年前には夢としか思えなかった多くの事業が現実になりました。これらの成功の裏には、日本人とラオス人とが互いに協力し、真剣に話し合い、ぶつかり合い、時には飲み会に巻き込まれながら続けてきた努力があったことを私は知っています。

現在、日本でラオスのことを知っている人はまだまだ少ないし、ラオスの若者たちも、インターネットを通じて日本だけでなく世界に目を向ける時代になりました。でもそれは、日ラオス関係に携わる一人一人が、官民を問わず、両国関係の増進に大きな役割を果たすチャンスがあるということに他なりません。

次にラオスに赴任したら、シームアン寺に何を願えばいいか考えているところです。
この度は執筆の機会を与えて頂き、どうもありがとうございました。またお会いできる日まで、皆さまどうかお元気で!


二元裕子
在アメリカ日本国大使館一等書記官。
2000年外務省に入省。将来の夢は日本でカオピヤックを流行らせること、及びラオスで桜餅(※関西風)を流行らせること。