ຍີ່ປຸ່ນ ແລະ ຂ້ອຍ「日本と私」 ພົມມະລາດ ພວງມະຈັນ ポンマラート・プアンマチャン
2020/10/28

ຂ້າພະເຈົ້າຝຶກຊ້ອມໄອກິໂດມາແລ້ວ 20 ກວ່າປີແລ້ວ (ຕັ້ງແຕ່ວັນທີ 28.8.1999). ຮອດປີ 2028 ກໍຈະຄົບຮອບ 30 ປີ. ໄອກີໂດມີຄວາມຫມາຍວ່າ ວິທີການໃຊ້ພະລັງໃຫ້ເປັນຫນຶ່ງດຽວ ໂດຍຜ່ານການເຄື່ອນໄຫວເປັນຮູບ 4 ລ່ຽມ, 3 ລ່ຽມ, ແລະ ວົງມົນ, ການຫາຍໃຈໃຫ້ຖືກວິທີ ໂດຍການຫມູນໃຊ້ພະລັງຈາກທຳມະຊາດ.
ໄອກີໂດບໍ່ພຽງແຕ່ເປັນສິລະປະປ້ອງກັນຕົວແບບດັ້ງເດີມຂອງປະເທດຍີປຸ່ນເທົ່ານັ້ນ ຫາກຍັງແຕ່ເປັນປັດຊະຍາ ແຫ່ງການໃຊ້ຊີວິດໃນວິດປະຈຳວັນຂອງທຸກອະລິຍະບົດນັບຕັ້ງແຕ່ການຍ່າງໄປມາ,ການເຄື່ອນໄຫວ,ແລະ ການ ເຮັດວຽກກໍມີບົດບາດສຳຄັນ.ການຝຶກຊ້ອມໄອກີໂດເຫມາະສຳລັບທຸກເພດໄວໂດຍສະເພາະແມ່ນຄົນທີ່ບໍ່ມັກການ ແຂ່ງຂັນ, ບໍ່ມັກຄວາມຮຸນແຮງ ແລະ ຢາກຝຶກສະມາທິດ້ຍການຝຶກໃຫ້ຕົນເອງຮູ້ກົດເກນຂອງຄຳວ່າ ຄວາມເຄົາລົບຕໍ່ຕົນເອງ ແລະ ຕໍ່ຜູ້ອື່ນ. ນັ້ນກໍຫມາຍຄວາມວ່າ ການໃຫ້ກຽດຕໍ່ຄົນອື່ນເຊັ່ນດຽວກັນ.
ຫຼາຍຄົນມັກຕັ້ງຄຳຖາມວ່າ ການຝຶກຝົນໄອກີໂດໃຫ້ຫຍັງແດ່ແກ່ຜູ້ຝຶກຊ້ອມ. ຖ້າໃຫ້ຂ້ອຍຕອບ ຂ້ອຍຄິດວ່າເກືອບຫມົດທຸກສິ່ງ ທັງແນວຄວາມຄິດ, ວິທີການດຳລົງຊີວິດ, ສຸຂະພາບ, ການປະກອບສ່ວນຕໍ່ສັງຄົມ, ມິດຕະພາບກັບທັງຫມູ່ເພື່ອນ, ນັກຮຽນ ແລະ ອາຈານຄົນລາວ ແລະ ຕ່າງປະເທດ.ຍິ່ງຝືກຊ້ອມຍິ່ງເກີດຄວາມຊຳນານໃນການສອນ, ຄິດຄົ້ນຮູບແບບວິທີການສອນໃຫມ່ໆຕະຫຼອດເວລາ. ອາດຖືໄດ້ວ່າ ສິ່ງນີ້ແມ່ນຄວາມສຸກ ແລະ ຕົວຕົນທີ່ແທ້ຈິງຂອງຂ້ອຍ. ນີ້ອາດແມ່ນໂຊກຊະຕາທີ່ນຳພາໃຫ້ຂ້ອຍເປັນ ຫຼື ສິ່ງທີ່ຂ້ອຍເລືອກທີ່ຈະເປັນ.ຄັນຖາມວ່າ ມັກໄອກີໂດບໍ່. ຂ້ອຍຄືຊິບໍ່ຕອບ. ຫາກແຕ່ວ່າ ໄອກີໂດຄືສ່ວນຫນຶ່ງໃນຕົວຂ້ອຍ. ມັນກາຍຄຳວ່າມັກມາຫຼາຍແລ້ວ.
ຂ້ອຍເລີ່ມຈາກຄວາມສົນໃຈ ແລະ ຂ້ອງໃຈວ່າ ສິລະປະການຕໍ່ສູ້ນີ້ເອີ້ນວ່າຫຍັງ ເມື່ອເບິ່ງຮູບເງົາທີ່ສະແດງໂດຍ Steven Seagal. ຈົນກະທັງຫມູ່ຂ້ອຍບອກວ່າ ນີ້ແມ່ນໄອກີໂດແລ້ວຊວນກັນມາຮຽນ ທັ້ງທີ່ຕ້ອງຂາດຮຽນຊົ່ວໂມງຄອມພິວເຕີ ຂະນະທີ່ກຳລັງຮຽນຢູ່ມະຫາວິທະຍາໄລປີທີສອງ. ແຕ່ວິຊານີ້ກໍບໍ່ໄດ້ຕົກ. ຂ້ອຍໄດ່ເສື້ອຍືດກັບຊຸດໄອກີໂດເກົ່າໆຂາດໆ ມືສອງມາກໍດີໃຈ, ພູມໃຈ ແລະ ຕັ້ງໃຈຊ້ອມ ຈົນຮອດມື້ ທີ່ອາຈານອາສາສະມັກຂອງອົງການໃຈກ້າກັບປະເທດ.
ພວກຂ້ອຍຮຽນໄດ້ແຄ່ 6 ເດືອນຈື່ຜິດຈື່ຖືກແດ່ ໂດຍການຂຽນຮູບກາຕູນໃສ່ເຈ້ຍ ແລ້ວຈື່ວ່າມັນໄປແບບນີ້. ຍັງບໍ່ຮູ້ຮອດຊື່ທ່າຊໍ້າ ແຕ່ກໍມາສອນ ເຊິ່ງມີທັງຫມົດ 5-6 ຄົນ ປ່ຽນກັນຂຶ້ນສອນ. ແຕ່ດ້ວຍຄວາມມັກ ແລະ ມຸ້ງຫມັ້ນ ກໍເລີຍບໍ່ລັງເລວ່າຈະສອນຜິດຫຼືຖືກ. ພຽງແຕ່ມີຄວາມສຸກທຸກຄົນມາຊ້ອມນຳກັນກໍມ່ວນ. ທັງທີ່ວ່າສິ່ງອຳນວຍຄວາມສະດວກໃນສະໄຫມນັ້ນ ແລະ ສະໄຫມນີ້ຕ່າງກັນປານຟ້າກັບເຫວ.ຈົນເມື່ອອາສາສະມັກອາວຸໂສຈາກອົງການໄຈກາ ປະຈຳລາວທີ່ຂໍມາໄດ້ປະຈຳ ການເປັນເວລາ 2 ປີ ແລະ 6 ເດຶອນ ໂດຍແມ່ນທ່ານອາຈານ ຄິໂຢຊິ ອາໂອກິ. ພວກເຮົາມີຄວາມຮັກແພງ ແລະ ເຄົາລົບອາຈານຫຼາຍຄືກັບເປັນພໍ່ອີກຄົນຫນຶ່ງ ໂດຍທີ່ທ່ານ ອຈໄດ້ສົ່ງຄວາມຮູ້ ແລະຄວາມຫມາຍຂອງຄຳວ່າໄອກິໂດຢ່າງແທ້ຈິງ ນັ້ນກໍເປັນຈຸດເລີ່ມຕົ້ນຂອງການຮຽນໄອກິໂດຢ່າງແທ້ຈິງ.
ໄອກີໂດລາວໂຊກດີຫຼາຍຢ່າງທີ່ໄດ້ອາຈານທີ່ມີຄວາມຊຳນານ ແລະ ມີຊື່ສຽງໂດ່ງດັງມາຈາກຕົ້ນກຳເນີດໂຮມບຸ ໄອກິໄກ ກໍຄືສຳນັກງານໃຫຍ່ໄອກິໂດແຫ່ງປະເທດຍີ່ປຸ່ນທີ່ມາສຳມະນາຍົກລະດັບຄວາມຮຸ້ ຄວາມສາມາດ ແລະມາເສັງໃຫ້ທຸກໆປີ. ອາຈານສອນກໍມີຄວາມຫຼາກຫຼາຍ. ມີຫຼາຍຢ່າງທີ່ພວກເຮົາໄດ້ຮຽນຮູ້ ແລະ ນຳເອົາມາປັບໃຊ້ໄດ້. ຈົນດຽວນີ້ ຂ້ອຍໄດ້ສົ່ງຕໍ່ຄວາມຮູ້ໃຫ້ບັນດານັກຮຽນໄດ້ສືບຕໍ່. ໃນມື້ຫນຶ່ງຖ້າຂ້ອຍບໍ່ຢູ່ກໍຕາມ ແຕ່ສິ່ງທີ່ຈະຍັງຢູ່ນັ້ນຄື ສິ່ງທີ່ຂ້ອຍບອກສອນ ເຊິ່ງເປັນຄວາມຫມາຍຂອງຄຳວ່າ ລາວ ໄອກີໂດຕະຫຼອດການ.
ພົມມະລາດ ພວງມະຈັນ
ນັກຮຽນໄອກີໂດຮຸ້ນທຳອິດ ຈົນເຖິງປັດຈຸບັນເປັນຫົວຫນ້າສະໂມສອນໄອກີໂດແຫ່ງຊາດລາວ ແລະ ໄອກີໂດລາວ ໂຕໂມໂນໄກ. ມັກວັດທະນະທຳ ແລະ ອາຫານຍີປຸ່ນ ລວມທັງຮູບເງົາກາຕູນຍີປຸ່ນເຊັ່ນ: ເລື່ອງອິກຄິວຊັງ, ຊິນຈັງ, ໂດລາເອມອນ, ນາຣຸໂຕະ ແລະ ອື່ນໆ.

私が合気道を学ぶようになって20年が過ぎました(1999年8月28日から)。2028年に30年の節目を迎えます。合気道とは、四角、三角、丸の動きによって気を結び、自然の力を活かして正しく呼吸することを意味します。
合気道は日本の古武道というだけでなく、日々の生活哲学であり、歩行や活動、仕事の所作に重要な役割を果たしています。合気道は性別や年齢を問わず学ぶことができ、競争や暴力が嫌いな人、また、自らを律し、他者を敬い、心の平安を得たいという人に向いています。
合気道を学ぶことで何が得られるのかと多くの人が尋ねます。私の場合、ありとあらゆるもの、すなわち思考と生活様式、健康、社会の一員たること、そして国内外の友人や師弟との絆と答えます。稽古に励むほどに教え方も熟練し、常に新しい教授法を考えるようになります。これが私の幸福であり、アイデンティティなのだと思います。私を導いた運命なのか、あるいは私が選んだ運命というものでしょう。合気道が好きかと訊かれたら、私は答えません。合気道は私自身の一部であり、好きという言葉を超えるものです。
私はスティーヴン・セガールの映画を観た時に、作品中の武道がどのようなものか興味が湧きました。合気道だと教えてくれた友人と稽古に行くようになり、当時、大学二年生だった私はコンピューターを学ぶ時間も惜しんで熱中しましたが、落第せずに済みました。私は使い古された中古の道着を来ていましたが、とても嬉しく誇らしく、JICAボランティアの先生が帰国するまで熱心に稽古に励みました。
私たちは6か月ほど稽古をしましたが、紙に絵を描いて技を覚える有様でした。まだ不十分とは思いましたが、好きという気持ちと情熱をもって、正しいか間違っているか構わず5-6人交代で教えあうようになりました。当時と今とでは施設環境が大きく違います。その後、JICAシニアボランティアの青木清先生が2年6カ月間教えてくれました。私たちは先生をもう一人の父と慕うほどに尊敬し、親しみあい、先生は「本気で学びたいと思うことが真の合気道の出発点である」という言葉を残してくれました。
著名で経験豊富な先生が日本の合気道連盟本部からラオスに派遣され、私たちの知識と技術を向上させ、毎年試験を行ったのは本当に幸運なことでした。指導者は様々です。私たちが学び、応用できることも様々あります。現在にいたるまで、私は自分の知識を生徒たちに伝えようと努めてきました。私がいなくなったとしても私が教え伝えたことは残るはずで、そのようにしてラオスの合気道はずっと続いていくのだと思います。
ポンマラート・プアンマチャン
ラオスの合気道第一世代で、ラオス合気道同好会ならびに合気道友の会代表。日本の文化と日本食、日本のアニメ(一休さん、クレヨンしんちゃん、ドラえもん、ナルトなど)が好き。