ລາວ ແລະ ຂ້ອຍ「ラオスと私」 ໂອຄາດະ ຮີຊາຢາ 岡田尚也

2020/11/4
ບ້ານທີ່ເຮັດການສໍາຫຼວດຢູ່ແຂວງອຸດົມໄຊທາງພາກເໜືອຂອງລາວໃນສະໄໝເປັນນັກສຶກສາ. 大学院生時代、ラオス北部ウドムサイ県の調査村にて。
ບັນຍາກາດຂອງຮ້ານອາຫານ YuLaLa ຢູ່ທີ່ລາວ. ラオスのYuLaLa、営業風景。
ຂ້ອຍມາລາວຄັ້ງທໍາອິດແມ່ນຕອນເປັນນັກສຶກສາໃນປີ 1999. ທໍາອິດ, ຂ້ອຍໄດ້ມາສຳຫຼວດກ່ຽວກັບການເຮັດໄຮ່ເຊິ່ງຕອນນັ້ນແມ່ນຂ້ອຍໄດ້ເຊົ່າຫ້ອງນ້ອຍໆຢູ່ກັບໝູ່ທີ່ຄົ້ນຄ້ວາໃນຫ້ອງດຽວກັນ. ເຄິ່ງປີທໍາອິດແມ່ນຊ່ວງໄລຍະຂອງການຮຽນພາສາລາວ ແລະ ແລ່ນເອກະສານການສຶກສາຕ່າງໆ. ຄອບຄົວເຈົ້າຂອງເຮືອນທີ່ພວກຂ້ອຍເຊົ່າຢູ່ແມ່ນໃຈດີຫຼາຍໂດຍສະເພາະແມ່ນເວລາທີ່ພວກເພິ່ນກິນເຂົ້າສວາຍກໍ່ຈະມາເອີ້ນພວກຂ້ອຍໄປກິນເຂົ້ານໍາຮອດຫ້ອງຕະຫຼອດ ແລະ ຖ້າແມ່ນມື້ທີ່ພວກຂ້ອຍບໍ່ໄດ້ອອກໄປນອກພວກເພິ່ນກໍ່ມາເຮັດອາຫານລາວລ້ຽງຂ້ອຍຮອດທີ່ເຮືອນຂ້ອຍເລີຍ. ໂດຍສະເພາະແມ່ນແກງໜໍ່ໄມ້ທີ່ແຊບຫຼາຍ, ມາຮອດປະຈຸບັນແກງນີ້ໄດ້ກາຍເປັນອາຫານທີ່ທີ່ຂ້ອຍມັກທີ່ສຸດ. ອາຫານທີ່ເຮັດມາສູ່ຂ້ອຍກິນກໍ່ຈະແມ່ນເຈົ້າຂອງເຮືອນເຊົ່າທີ່ຂ້ອຍເອີ້ນວ່າ “ແມ່” ເຊິ່ງມີຊື່ວ່າ “ລໍາໄພ” ແລະ ເອື້ອຍຂອງເພິ່ນທີ່ມີຊື່ວ່າ “ວຽງ”. ທັງສອງຄົນເປັນຄົນມັກເວົ້າ ແລະ ຈະບໍ່ສົນໃຈວ່າພວກຂ້ອຍຈະເຂົ້າໃຈ ຫຼື ບໍ່, ພວກຂ້ອຍຕ້ອງຂອບໃຈຫຼາຍໆທີ່ໃນທຸກໆມື້ເພິ່ນໄດ້ເອີ້ນໄດ້ທັກພວກຂ້ອຍເປັນພາສາລາວເປັນປະຈໍາເພາະຖືໄດ້ວ່າເປັນອາຈານສອນພາສາລາວຂອງພວກຂ້ອຍເລີຍລະ. ນອກຈາກນີ້ ຍັງໄດ້ສະນິດສະໜົມກັນປານເປັນລູກຫຼານອ້າຍນ້ອງກັນ, ສໍາຫຼັບພວກຂ້ອຍແລ້ວຄອບຄົວຢູ່ລາວນີ້ແມ່ນທີ່ເພິ່ງພາຂອງໃຈໃນການດໍາລົງຊີວິດຢູ່ລາວນີ້ເລີຍ. 

ຫຼັງຈາກຮຽນຈົບ, ຂ້ອຍໄດ້ເລີ່ມເຮັດວຽກຢູ່ທີ່ຮ້ານອາຫານຢູ່ກຽວໂຕແບບບໍ່ເປັນປະຈໍາ, ເພາະຂ້ອຍວາງແຜນໄວ້ວ່າຫຼັງຈາກທີ່ທ້ອນເງິນໄດ້ຈັກໜ້ອຍໜຶ່ງແລ້ວກໍ່ຈະກັບມາເປີດຮ້ານອາຫານຢູ່ລາວ. ຄອບຄົວຂອງຂ້ອຍກໍ່ບໍ່ໄດ້ຫ້າມຂ້ອຍແຕ່ຢ່າງໃດ ແລະ ພວກເພິ່ນຍັງເວົ້າອີກວ່າ: “ຖ້າເປັນສິ່ງທີ່ຕົວເອງຕັດສິນໃຈແລ້ວລົງມືເຮັດໂລດເດີ້”. ຫລັງຈາກນັ້ນ ຂ້ອຍເຮັດວຽກເປັນເວລາປະມານ 2 ປີ, ໃນຊ່ວງໄລຍະນີ້ເອງຂ້ອຍໄດ້ພົບກັບຜູ້ຍິ່ງທີ່ມີສະເໜ່ຜູ້ໜຶ່ງທີ່ມີຊື່ວ່າ “ອາຢາ” ເຊິ່ງເປັນຜູ້ທີ່ຍອມຮັບເງື່ອນໄຂທີ່ວ່າຫຼັງແຕ່ງງານແລ້ວແມ່ນຕ້ອງໄດ້ຍ້າຍມາເຮັດຮ້ານອາຫານຢູ່ລາວ. ລາວເວົ້າວ່າ: “ທຸກຢ່າງໜ້າຈະເປັນໄປໄດ້ຢູ່ຕີ້” ແລະ ລາວກໍ່ພາໄປພົວຄອບຄົວຂອງລາວ, ເຊິ່ງພວກເພິ່ນມີທັງຄວາມເປັນຫ່ວງ ແລະ ກໍາລັງໃຈພ້ອມກັນ ແລະ ໄດ້ເວົ້າວ່າ: “ການໃຊ້ຊີວິດແບບນັ້ນກໍ່ໜ້າຈະມ່ວນດີຄືກັນ”. ກໍລະກົດ 2004, ພວກຂ້ອຍສອງຜົວເມຍກໍ່ໄດ້ກັບມາລາວອີກຄັ້ງໜຶ່ງໂດຍໄດ້ເອົາເງິນທີ່ທ້ອນມາໄດ້ ແລະ ເງິນອວຍພອນຈາກງານແຕ່ງງານທັງໝົດໄປປ່ຽນເປັນເງິນໂດລາສະຫະລັດ. ບັນດາແມ່ຮັກຢູ່ລາວກໍ່ໄດ້ມາຮັບພວກຂ້ອຍພ້ອມທັງດີໃຈ ແລະ ໄດ້ເວົ້າວ່າ: “ລູກຊາຍຍີ່ປຸ່ນຂ້ອຍກັບມາເທື່ອນີ້ໄດ້ເມຍມານໍາເນາະ!”. ແລະ ຕາມທີ່ຄາດໄວ້ບໍ່ມີຜິດ, ພວກເພິ່ນພາກັນເອີ້ນຖາມເມຍຂ້ອຍເຊິ່ງທີ່ຍັງບໍ່ເຂົ້າໃຈພາສາລາວແບບອົບອຸ່ນ ແລະ ຮັກແພງ.

ໂຊກດີທີ່ຂ້ອຍຫາສະຖານທີ່ຖືກໃຈໄດ້, ວຽກຕົກແຕ່ງ ແລະ ງານລອງຊີມອາຫານໄດ້ຜ່ານໄປ, ກໍ່ສາມາດເປີດຮ້ານອາຫານ YuLaLa Cafe & Restaurant ຂຶ້ນໄດ້ໃນເດືອນມັງກອນປີ 2005. ເພື່ອລູກຊາຍ ແລະ ລູກ​ໄພ້ແລ້ວແມ່ຮັກຂ້ອຍໄດ້ກາຍເປັນເຈົ້າຂອງຮ້ານ ແລະ ໄດ້ດໍາເນີນເອກະສານທຸກຂັ້ນຕອນໃຫ້ໂດຍບໍ່ຍອມຮັບຄ່າຕອບແທນໃດໆເລີຍ. ໃນຕອນເປີດຮ້ານທໍາອິດລູກຄ້າກໍ່ບໍ່ຫຼາຍປານໃດ, ແຕ່ວ່າລູກຄ້າໄດ້ເລີ່ມເພີ່ມຂຶ້ນໂດຍສ່ວນຫຼາຍແມ່ນຄົນຕ່າງປະເທດທີ່ອາໄສຢູ່ລາວ, ຈາກນັ້ນກໍ່ມີລູກຄ້າຄົນລາວ. ແຕ່ລະມື້ແມ່ນເຕັມໄປດ້ວຍວຽກທີ່ໜັກໜາແຕ່ຂ້ອຍກໍ່ສາມາດຜ່ານໄປໄດ້ຢ່າງມີຄວາມສຸກເພາະໄດ້ຮັບກໍາລັງໃຈຈາກພະນັກງານທີ່ມີສະເໜ່ ແລະ ເຂັ້ມແຂງ. ຈົນຮອດດຽວນີ້ຂ້ອຍຍັງຈື່ໄດ້ດີວ່າຄູ່ຜົວເມຍພວກຂ້ອຍເຄີຍໄດ້ນັ່ງເບິ່ງບັນຍາກາດໃນຮ້ານຈາກຫລັງຄາວເຕີ້ໃນອາຫານຄໍ່າຂອງມື້ໜຶ່ງໃນປີທີ 5. ມີສຽງສົນທະນາກັນເປັນ 6 ພາສາ (ລວມທັງພາສາລາວ) ທີ່ບໍ່ມີພາສາຍີ່ປຸ່ນ ແລະ ພາສາອັງກິດຈາກ 6 ໂຕະໃນຮ້ານ, ຜູ້ຄົນທີ່ສົນທະນາກັນນີ້ແມ່ນກໍາລັງພາກັນຍິ້ມຫົວ ແລະ ກິນເຂົ້າໄປນໍາຢ່າງມ່ວນຊື່ນ. ມັນເປັນຊ່ວງເວລາທີ່ມີຄວາມສຸກທີ່ຂ້ອຍທີ່ສາມາດສ້າງຮ້ານທີ່ຢາກເຮັດຕາມຄວາມຝັນຢູ່ລາວກາຍເປັນຈິງ. ຫຼາຍມື້ຕໍ່ຈາກນັ້ນມາ, ສອງຄົນພວກຂ້ອຍໄດ້ຕັດສິນໃຈວ່າຈະອົດທົນທ້ອນເງິນອີກ 5 ປີ, ໃນລະຫວ່າງນັ້ນກໍ່ຮຽນເຮັດອາຫານລາວໄປນໍາ ແລະ ຈະໄປເປີດຮ້ານອາຫານລາວຢູ່ກຽວໂຕ.

ຕາມທີ່ໄດ້ຕັດສິນໃຈໃນມື້ນັ້ນ, ຮອດປີທີ 10 ພວກຂ້ອຍກໍ່ໄດ້ປິດຮ້ານຢູ່ລາວໃນເດືອນມັງກອນ ປີ 2015. ໃນໄລຍະສຸດທ້າຍແມ່ນຂ້ອນຂ້າງສັບສົນຫຼາຍ, ເອົາຕາມຄວາມຈິງເລີຍຂ້ອຍບໍ່ຄ່ອຍຈື່ຫຍັງໄດ້ເລີຍຈື່ໄດ້ແຕ່ວ່າມີແຕ່ຄົນເວົ້າວ່າ “ຂອບໃຈ” ກັບຂ້ອຍ ແລະ ຂ້ອຍກໍ່ເວົ້າ “ຂອບໃຈ” ຫຼາຍໆເທື່ອຈົນນັບບໍ່ໄດ້. ຄອບຄົວຄົນລາວທີ່ໄດ້ໃຫ້ການຊ່ວຍເຫຼືອຂ້ອຍໄດ້ມາສົ່ງພວກຂ້ອຍຢ່າງອົບອຸ່ນ ແລະ ໄດ້ເວົ້າກັບພວກຂ້ອຍວ່າ: “ຈົ່ງຕັ້ງໃຈ ແລະ ໂຊກດີເດີ້” ເໝືອນກັບຄອບຄົວຍີ່ປຸ່ນໄດ້ໃຫ້ກໍາລັງໃຈໃນ 11 ປີກ່ອນ.  

ປັດຈຸບັນນີ້, ພວກຂ້ອຍແມ່ນໄດ້ເປີດຮ້ານອາຫານລາວຊື່ວ່າ YuLaLa ຢູ່ທີ່ກຽວໂຕ. ໃນເດືອນ 10 ປີນີ້ກໍ່ໄດ້ 5 ປີແລ້ວ. ຂ້ອຍບໍ່ສາມາດທີ່ຈະວາງແຜນການໃນອະນາຄົດຄືກັບຕອນນັ້ນໄດ້, ແຕ່ວ່າອີກ 5 ປີ ຫຼື 10ປີ ເຖິງຈະມີຫຍັງເກີດຂຶ້ນກໍ່ຕາມຂ້ອຍກໍ່ຈະສືບຕໍ່ເປີດຮ້ານນີ້. ພ້ອມທັງຂອບໃຈມາຍັງຄອບຄົວຍີ່ປຸ່ນ ແລະ ລາວທີ່ສໍາຄັນຂອງຂ້ອຍທຸກຄົນ.

 
ໂອຄາດະ ຮີຊາຢາ
ມາລາວຄັ້ງທໍາອິດໃນປີ 1999. ຍ້າຍມາຢູ່ລາວກັບເມຍໃນປີ 2004 ແລ້ວ ເປີດຮ້ານອາຫານ YuLaLa Cafe & Restaurant ຢູ່ທີ່ນະຄອນຫຼວງວຽງຈັນແຕ່ປີ 2005~2015. ເປີດຮ້ານອາຫານລາວຊື່ວ່າ YuLaLa ຢູ່ທີ່ ບ້ານເກີດກໍ່ຄືເມືອງກຽວໂຕແຕ່ປີ 2015 ເຖິງປັດຈຸບັນ, ຕັ້ງໃຈໃນທຸກມື້ເພື່ອເສີບອາຫານລາວທີ່ແຊບ.
ຮູບຕອນຄອບຄົວຍີ່ປຸ່ນໄດ້ມາຢ້ຽມຄອບຄົວຢູ່ລາວ. ຂ້ອຍ, ເມຍຂ້ອຍ ແລະ ພໍ່ແມ່ຂອງຂ້ອຍ, ແມ່ລໍາໄພ, ຜົວຂອງລາວ ແລະ ນາງ ວຽງ. 日本の家族がラオスの家族に会いに来た時の写真。僕ら夫婦と両親、ランパイさん夫婦、ヴィアンさん。
初めてラオスを訪れたのは大学院生だった1999年。焼き畑農業の調査が目的で、最初の半年ほどの間、手続きやラオス語勉強のために研究室の同級生と小さな宿に部屋を借りて滞在していた。その宿の家族はみんな本当に気さくな人達で、賄いの昼食の準備ができると部屋まで呼びに来てくれるようになった。それ以来、外出しない日は宿でラオスの家庭料理をごちそうになった。特にケーンノーマイ(ラオス風タケノコスープ)が驚くほど美味しくて、それは今でも僕が一番好きなラオス料理。賄いはママと呼んでいる女性オーナーのランパイさんとそのお姉さんのヴィアンさんが作ってくれていた。二人はおしゃべりが大好きで、こちらが理解しているかどうかに関係なく、遠慮なしに毎日ラオス語で話しかけてくれるとても有難いラオス語の先生でもあった。そうしてまるで息子や兄弟のように接してくれるようになって、僕らにとってこのラオスの家族は現地生活の心の拠り所になった。

卒業後、フリーターとして京都の飲食店で働きだした、少しお金を貯めたらラオスに戻って料理屋をすると決めたから。僕の家族は「自分で決めたならやった方がいい」と一切反対しなかった。結局二年ほどフリーターをして、その間に、「結婚して一緒にラオスに移り住んで料理屋をする」というややこしい条件を、「何とかなるんじゃない」と受け入れてくれる稀有な女性・綾と、「そういう人生も面白い」と心配はしつつも応援くれる綾の家族と出会った。そして、2004年7月、貯めた貯金と貰った結婚祝いを全部ドルに換えて夫婦でラオスに再入国した。ママたちは「日本の息子がお嫁さん連れて帰ってきた!」と大喜びして迎えてくれた。そしてやっぱり案の定、ラオス語がほとんど分からない綾にも最初から遠慮なしにラオス語で話しかけてくれた。

気に入る物件が運よく見つかって、内装工事や試食会を経て、2005年1月YuLaLa Cafe & Restaurantをオープンした。息子夫婦のためならと、ママは何の見返りもなしにオーナーになってくれて諸々の手続きを一手に引き受けてくれた。開店当初こそ暇な日もあったけれど、在住外国人を中心に気に入ってくれる人が増えて、そこからラオス人のお客さんも来てくれるようになって、元気で愛嬌のあるスタッフにも恵まれて、大忙しの充実した毎日を送らせてもらった。5年目のある日のディナーでカウンター越しに夫婦並んで見た光景は今でもはっきりと覚えている。店内の六つのテーブルで日本語でも英語でもない六つの言葉(ラオス語含む)が飛び交って、それらを話す全ての人たちが笑顔で食事を楽しんでくれていた。ラオスでやりたかった理想のお店を実現できたと思えた幸せな瞬間だった。その数日後、あと5年、十周年まで頑張ってお金を貯めて、その間にラオス料理も勉強して、今度は京都にラオス料理屋を出そうって二人で決めた。

2015年1月、あの日に決めた通り、十周年でお店を閉めた。最後の方の営業は忙し過ぎて正直あまり記憶が無いけれど、「ありがとう」「コープチャイ」「サンキュー」を数え切れないくらい言って、言ってもらったのは覚えている。お世話になりっ放しだったラオスの家族は、その11年前に日本の家族がしてくれたのと同じように、「元気で頑張っておいで」と温かく送り出してくれた。

今現在、僕らは京都でラオス料理の店YuLaLaをやっている。今年10月には五周年を迎えることができた。あの時と違って先の展望なんて全く描けていないけれど、あと5年、十周年までは何が何でもこのお店を続けようと思っている、日本とラオスにいる大切な家族みんなに感謝しながら。


岡田尚也
1999年、初ラオス。 2004年、夫婦でラオスに移住。 2005~2015年、首都ビエンチャンでYuLaLa Cafe & Restaurantを経営。 2015年~現在、地元京都にラオス料理YuLaLaをオープンし、 美味しいラオス料理を提供するために精進する毎日。