ຍີ່ປຸ່ນ ແລະ ຂ້ອຍ「日本と私」 ເພັນລັດສະໝີ ສູກສົມບູນ ペンラッサミー・スックソムブン
2020/11/11

ຂ້ອຍແມ່ນນັກສຶກສາປີ4ຂອງພາກພາສາຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດລາວ. ຕັ້ງແຕ່ຍັງນ້ອຍຂ້ອຍກໍມີຄວາມໃຝ່ຝັນວ່າຢາກຈະເປັນໄອດໍ. ນັ້ນກໍເພາະວ່າ ໃນມື້ໜຶ່ງຂ້ອຍໄດ້ບັງເອີນເຫັນວົງ AKB48 ເຊິ່ງເປັນໄອດໍຍີ່ປຸ່ນທາງໂທລະພາບ ຂ້ອຍໄດ້ຄິດວ່າ "ຢາກໜ້າຮັກຄືພວກເພິ່ນເດ, ທັງຢາກໃສ່ຊຸດໜ້າຮັກແບບນັ້ນ, ທັງຢາກເຕັ້ນຢາກຮ້ອງເພງແບບນັ້ນ. ແຮງເບິ່ງແຮງຮູ້ສຶກມັກ".
ຖ້າຫາກຢາກເປັນໄອດໍ ທໍາອິດຕ້ອງໜ້າຮັກຂຶ້ນ. ເພາະສະນັ້ນຂ້ອຍຈຶ່ງໄດ້ປ່ຽນແປງໂຕເອງ. ທັງໄດ້ແຕ່ງໜ້າ ແລະ ບໍາລຸງຜິວ. ນອກຈາກນີ້ຂ້ອຍຍັງໄດ້ລົດນໍ້າໜັກດ້ວຍການອອກກໍາລັງກາຍ, ກິນຜັກ ແລະ ໝາກໄມ້. ແຕ່ວ່າແຄ່ໜ້າຮັກກໍບໍ່ສາມາດເປັນໄອດໍໄດ້ ຕ້ອງເຕັ້ນ ແລະ ຮ້ອງເພງເກັ່ງພ້ອມ. ດັ່ງນັ້ນ, ຂ້ອຍຈຶ່ງໄດ້ເລີ່ມຝຶກຝົນດ້ວຍຕົນເອງ. ເພາະວ່າຂ້ອຍມັກເພງປັອບຂອງຍີ່ປຸ່ນຈຶ່ງໄດ້ໃຊ້ເພງ J-Pop ໃນການຝຶກຊ້ອມ. ການຊ້ອມເຕັ້ນຜ່ານໄປໄດ້ດ້ວຍດີ, ແຕ່ໃນຕອນທີ່ຮ້ອງເພງ ຂ້ອຍຮູ້ສຶກວ່າການອອກສຽງຂອງຂ້ອຍຍັງແປກໆ. ຂ້ອຍເລີຍຄິດວ່າຖ້າໄດ້ຮຽນພາສາຍີີ່ປຸ່ນ ການອອກສຽງຂອງຂ້ອຍຄົງຈະດີຂຶ້ນ. ຂ້ອຍກໍມັກຫຼາຍໆ ຢ່າງກ່ຽວກັບຍີ່ປຸ່ນຢູ່ແລ້ວ ເມື່ອຮຽນຈົບຊັ້ນມັດທະຍົມຕອນປາຍຂ້ອຍກໍໄດ້ເຂົ້າສຶກສາຕໍ່ທີ່ມະຫາວິທະຍາໄລແຫ່ງຊາດ ພາກວິຊາພາສາຍີ່ປຸ່ນ.
ມື້ໜຶ່ງ ຂ້ອຍໄດ້ຍິນເລື່ອງທີ່ຈະກໍ່ຕັ້ງກຸ່ມໄອດໍໃນປະເທດລາວ. ຂ້ອຍຮູ້ສຶກສົນໃຈ ແລະ ໄດ້ຕັດສິນໃຈໄປອໍດິຊັ່ນ. ໃນປີ2019ເດືອນ8ຂ້ອຍໄດ້ຖືກເລືອກຜ່ານການອໍດິຊັ່ນຈາກຜູ້ສະໝັກ50ຄົນ, ຜ່ານການຝຶກຝົນພິເສດ ພວກເຮົາໄດ້ເປີດໂຕໃນເພງ “Righ on Navy”. ໃນເດືອນ9ວັນທີ7ຂ້ອຍໄດ້ເປັນສະມາຊິກວົງ “ລາວເນວີ້” ແລະ ຍັງໄດ້ເປັນໄອດໍວົງທໍາອິດຂອງປະເທດລາວ. ຂ້ອຍໄດ້ເປັນໄອດໍແທ້ໆ ແລ້ວ ຄວາມຝັນຂອງຂ້ອຍໄດ້ເປັນຈິງແລ້ວ. ໃນເດືອນ12ປີ2019ຂ້ອຍໄດ້ໄປຍີ່ປຸ່ນ ແຂວງຟຸກຸໂອກະ ແລະ ຄຸມາໂມໂຕະ ແລະ ຍັງໄດ້ສຳຜັດກັບວັດທະນະທຳຍີ່ປຸ່ນ ຂ້ອຍຮູ້ສຶກດີໃຈຫຼາຍທີ່ໄດ້ໄປຍີ່ປຸ່ນຢ່າງທີ່ເຄີຍຝັນໄວ້.
ຕັ້ງແຕ່ໄດ້ເປັນໄອດໍ ຊີວິດປະຈໍາວັນຂອງຂ້ອຍກໍຄ່ອຍໆ ປ່ຽນໄປເທື່ອລະໜ້ອຍ. ລໍາບາກກວ່າທີ່ຂ້ອຍເຄີຍຄິດໄວ້. ທຸກໆ ມື້ບໍ່ແມ່ນແຕ່ຕ້ອງຮຽນໜັງສືເທົ່ານັ້ນ ແຕ່ຍັງຈໍາເປັນຕ້ອງໄດ້ຊ້ອມເຕັ້ນ ແລະ ຮ້ອງເພງນໍາອີກ. ແຕ່ນີ້ຕໍ່ໄປຂ້ອຍກໍຈະຕັ້ງໃຈເຮັດວຽກ. ເພາະວ່າເປັນຄວາມຝັນຂອງຂ້ອຍ ເຖິງຈະມີບັນຫາໃດເກີດຂຶ້ນກໍຕາມ, ເຖິງການຝຶກຊ້ອມ ແລະ ວຽກງານຈະໜັກໜ່ວງທໍ່ໃດກໍຕາມ, ໃນຖານະສະມາຊິກ “ລາວເນວີ້” ຂ້ອຍຈະບໍ່ຍອມແພ້ງ່າຍໆ. ທຸກໆ ທ່ານກໍຄອຍເຊຍພວກຂ້ອຍຕໍ່ໄປແນ່ເດີ້.
ເພັນລັດສະໝີ ສູກສົມບູນ (ອາມິ Lao Navy)
ປັດຈຸບັນເປັນນັກສຶກສາປີ4ຂອງມະຫາວິທະຍາໄລແຫ່ງຊາດ ອັກສອນສາດ ພາກພາສາຍີ່ປຸ່ນ ແລະ ເປັນຫົວໜ້າວົງໄອດໍລາວສໄຕລຍີ່ປຸ່ນ ວົງລາວເນວີ້

私はラオス国立大学日本語学科の4年生です。子どもの頃からアイドルになるのが夢でした。というのも、テレビで偶然AKB48という日本のアイドルを見て「彼女たちのように可愛くなりたい、あんな風に可愛い服を着てダンスや歌を歌いたい!」と思ったからです。
アイドルになるには可愛くなければなりません。なので私は自分を変えようと頑張りました。化粧やスキンケア、運動をしたり、野菜や果物をたくさん食べてダイエットにも励みました。でも可愛いだけではダメで、ダンスや歌が上手くなければアイドルになれません。なので大好きな日本のポップスを使って自主練を始めました。ダンスは上達したのですが歌の発音が難しく、「日本語を勉強すればちゃんと発音できるようになるかもしれない」と考えました。すでに日本を好きになっていたこともあり、高校卒業後はラオス国立大学日本語学科に進学しました。
あるとき、ラオスでアイドルグループを作るプロジェクトがあると知り、興味を持った私はオーディションに参加することにしました。2019年8月に行われたオーディションで、50人以上の応募者から選ばれた私は、他のメンバーとともに「Right on Navy!」の曲を練習することになりました。そして9月7日、ラオス初のアイドル「らおネイビー」のメンバーとしてデビューしました。私は本当のアイドルになり、夢を叶えることができました。2019年12月には福岡・熊本へ行き、日本文化を直接経験することができ、日本への憧れが現実となって本当に嬉しかったです。
アイドルになってから、私の日常生活も少しずつ変わりました。毎日、勉強のほかにダンスや歌の練習をするのは想像以上に大変です。けれど、どんな困難があろうとも自分の夢のために一生懸命頑張ります。ラオネイビーのメンバーとして、簡単にあきらめたりはしません。皆さん、これからも応援よろしくお願いします。
ペンラッサミー・スックソムブン (アミ「らおネイビー」)
ラオス国立大学文学部日本語学科の4年生です。ラオスのアイドルグループ「らおネイビー」のリーダーです。