ລາວ ແລະ ຂ້ອຍ「ラオスと私」 ອິວາຕະ ຄາຊຶໂກະ 岩田和子

2020/11/18
ທ່າເຮືອໃນຊ່ວງເປັນແພດເຄື່ອນທີ່ ໃນຕອນທີ່ຖາມແມ່ຍິງທີ່ຖືພາ ແລະ ເດັກ ຢູ່ເຮືອ. 巡回診療の際に船で妊婦や幼児を尋ねた時の船着き場。
ກິດຈະກຳແພດເຄື່ອນທີ່ຢູ່ກ້ອງຮົ່ມໄມ້. 木の下での検診。
ຂ້ອຍໄດ້ມາລາວເປັນຄັ້ງທໍາອິດໃນວັນທີ 14 ເດືອນ 7 ປີ 1998. ຢູ່ໃນເອກະສານທີ່ຜ່ານການສອບເສັງເປັນອາສາສະໝັກຮ່ວມມືສາກົນຍີ່ປຸ່ນ ແລະ ໄດ້ຮັບນັ້ນແມ່ນມີແຈ້ງການ ໃຫ້ໄປເຮັດວຽກຢູ່ປະເທດລາວ ແລະ ປື້ມແບບຮຽນພາສາລາວ. ຂ້ອຍໄດ້ຕົກໃຈກັບຕົວອັກສອນ ແລະ ສໍານຽງທີ່ເຂົ້າໃຈຍາກຂອງພາສາລາວ.
 
ໃນຕອນນັ້ນຂ້ອຍບໍ່ໄດ້ຄິດບໍ່ຝັນເລີຍວ່າຈະໄດ້ອາໄສຢູ່ລາວດົນປານນີ້. ເຖິງວ່າໄດ້ມີຄວາມຫຍຸ້ງຍາກຫຼາຍກັບການຮຽນພາສາລາວຢູ່ໃນສູນຝຶກອົມຮົມອາສາສະໝັກກໍ່ຕາມ, ແນວໃດກໍ່ຕ້ອງໄດ້ມາປະຈໍາການຢູ່ລາວ, ຫຼັງຈາກທີ່ມາລາວ ຄໍາສັບທໍາອິດທີ່ຂ້ອຍຈື່ແມ່ນ: “ຕຸ້ຍ”. ໃຜໆກໍ່ເວົ້າໃຫ້ໃນເວລາທີ່ຂ້ອຍຍ່າງຢູ່ຕາມທາງໃນຕອນນັ້ນ. ຂ້ອຍຄິດວ່າກໍ່ຄືຊິແມ່ນຕາມທີ່ເຂົາເຈົ້າເວົ້າມາຫັ້ນຢູ່ ແຕ່ມັນກໍ່ເປັນການເວົ້າກົງຫຼາຍ. ເວົ້າອີກຢ່າງໜຶ່ງນິໄສຂອງຄົນລາວແມ່ນປາກຕົງກັບໃຈ, ທັງໃຈດີ ແລະ ໄດ້ຊ່ວຍເຫຼືອຂ້ອຍຫຼາຍຢ່າງ. ການຊ່ວຍເຫຼືອທີ່ວ່າຫຼາຍນັ້ນ, ຖ້າຊິມາອະທິບາຍກໍ່ຄືຊິໄດ້ເຈ້ຍເປັນ ອີກ 3 ໜ້າພຸ້ນເລີຍລະ.  ສະນັ້ນ ຂ້ອຍຈຶ່ງຢູ່ລາວຈົນຮອດປັດຈຸບັນນີ້.
 
ໃນອາຊີບຂອງຂ້ອຍທີ່ເປັນພະຍາບານນີ້, ຫຼັງຈາກທີ່ຂ້ອຍໄດ້ມາປະຈໍາການຢູ່ລາວ ບໍ່ແມ່ນມີແຕ່ວຽກກ່ຽວກັບທັກສະທາງການແພດ ແລະ ການຄຸ້ມຄອງການແພດເທົ່ານັ້ນ, ການອານະໄມໂຮງໝໍ ແລະ ແຍກຂີ້ເຫຍື້ອທາງການແພດກໍ່ມີເຊັ່ນກັນ. ບາງເທື່ອຂ້ອຍກໍ່ກັງວົນວ່າຈະເຮັດແນວໃດດີ ໃນການຄຸ້ມຄອງສຸຂະສຶກສາ ກັບໂຮງໝໍທີ່ມີຈໍານວນອຸປະກອນ ແລະ ຊັບພະຍາກອນມະນຸດທີ່ຈໍາກັດນີ້. ໄດ້ຊອກຫາໂອກາດໃຫ້ທຸກຄົນປະຕິບັດ ແລະ ຈົນກວ່າຈະຫັນມາໃຊ້ລະບົບການປະຕິບັດນີ້ ມັນແມ່ນການທົດລອງ ແລະ ຄວາມຜິດພາດເຊິ່ງກັນ ແລະ ກັນຫຼາຍໆຄັ້ງ, ແຕ່ຖ້າປະສົບຜົນສໍາເລັດ, ມັນອາດຈະເປັນການຄົ້ນພົບທີ່ຈະເຮັດໃຫ້ທຸກໆຄົນໃນລາວຈະສາມາດນຳໃຊ້ວິທີການ ອີງຕາມຕົວຈິງ.
 
ພາຍຫຼັງທີ່ສໍາເລັດວຽກງານຄຸ້ມຄອງການແພດຢູ່ທີ່ໂຮງໝໍສູນກາງແລ້ວ, ຂ້ອຍໄດ້ເຂົ້າຮ່ວມໃນວຽກງານການສຶກສາດ້ານສາທາລະນະສຸກ, ແພດເຄື່ອນທີ່ ແລະ ສຸຂະພາບຂອງແມ່  ແລະ ເດັກໃນເຂດຊົນນະບົດ. ໃນຊ່ວງລະດູຝົນ, ມີທັງກົງລົດຄາຂີ້ຕົມຈົນໄປບໍ່ໄດ້, ກໍ່ຕ້ອງຍ່າງໄປ ຫລື ໄດ້ປ່ຽນຂີ່ເຮືອຂ້າມໄປຫາໝູ່ບ້ານກໍ່ມີ. ໃນກໍລະນີທີ່ຂ້ອຍຄິດວ່າ: “ເປັນຈົນປານນີ້ຄືບໍ່ມາໂຮງໝໍ” ໃນຕອນທີ່ຂ້ອຍຢູ່ໂຮງໝໍໃນເມືອງ, ມັນເຮັດໃຫ້ຂ້ອຍເຂົ້າໃຈດີເລີຍວ່າ ມັນກໍ່ເປັນການຍາກ ສໍາລັບຜູ້ທີ່ອາໄສຢູ່ບ່ອນທີ່ຫ່າງໄກຈາກໂຮງໝໍແຂວງເຖິງ 40 ກິໂລແລ້ວ ຈະອອກມາຮອດທາງໃຫຍ່ກໍ່ 20 ກິໂລ.
 
ຂ້ອຍທັງໄດ້ຮັບການຊ່ວຍເຫຼືອຈາກບັນດາທ່ານຄົນລາວ ແລະ ຍີ່ປຸ່ນໃນວຽກງານດ້ານສາທາລະນະສຸກ ປະມານ 10 ປີ, ກ່ອນຈະຮູ້ສິ່ງເຫຼົ້່ານີ້ ພາສາລາວຂອງຂ້ອຍກໍ່ໄດ້ພັດທະນາຂຶ້ນ, ໄດ້ສອນພາສາຍີ່ປຸ່ນໃຫ້ກັບບັນດາຄົນໃນບ່ອນເຮັດວຽກ ແລະ ຄົນອ້ອມຂ້າງ, ພ້ອມຍັງເຄີຍໄດ້ແປພາສາດ້ານສາທາລະນະສຸກ.
 
ປັດຈະບັນນີ້ ຂ້ອຍໄດ້ສອນພາສາຍີ່ປຸ່ນຢູ່ໂຮງຮຽນ. ບາງຄັ້ງຂ້ອຍໄດ້ປະເຊີນກັບຄວາມຍາກໃນການສອນພາສາຍີ່ປຸ່ນ, ແຕ່ຖ້າໄດ້ຢູ່ກັບນັກຮຽນທີ່ເຕັມໄປດ້ວຍຄວາມກະຕືລືລົ້ນແລ້ວ ເຮັດໃຫ້ຂ້ອຍຮູ້ສຶກມີກໍາລັງໃຈຂຶ້ນມາເລີຍລະ. ການກະກຽມຊົ່ວໂມງຮຽນກ່ຽວກັບວັດທະນະທໍາຍີ່ປຸ່ນແມ່ນຫຍຸ້ງຍາກ ແຕ່ໄດ້ເຫັນສະພາບຂອງນັກຮຽນທີ່ມີຄວາມມ່ວນຊື່ນແລ້ວ ເຮັດໃຫ້ຄວາມເໝື່ອຍນັ້ນຫາຍໄປເລີຍ. ມີທັງນັກຮຽນທີ່ມາປຶກສາຂ້ອຍກ່ຽວກັບພາສາຍີ່ປຸ່ນ ແລະ ເສັ້ນທາງຊີວິດຂອງພວກເຂົາຫຼັງຈາກທີ່ຮຽນຈົບແລ້ວ, ຂ້ອຍຢາກໃຫ້ຄວາມຝັນຂອງບັນດານັກຮຽນທີ່ວ່າ: ”ຢາກໄປຍີ່ປຸ່ນ ແລະ ຢາກໄປຮຽນຢູ່ຍີ່ປຸ່ນ” ນັ້ນກາຍເປັນຈິງ. ຕໍ່ຈາກນີ້ໄປ, ຂ້ອຍຈະໃຫ້ການຊ່ວຍເຫຼືອ ແລະ ໂດຍຜ່ານຫຼັກສູດການສອນບໍ່ສະເພາະພາສາຍີ່ປຸ່ນເທົ່ານັ້ນ, ຂ້ອຍກໍ່ຄິດວ່າຈະນໍາສະເໜີກ່ຽວກັບວັດທະນະທໍາ, ປະເພນີ ແລະ ວິທີການຄິດຂອງຄົນຍີ່ປຸ່ນພ້ອມ.
 
ພ້ອມດຽວກັນນີ້,  ຖ້າມີໂອກາດຂ້ອຍຍັງຢາກທີ່ຈະເຮັດວຽກເປັນແພດເຄື່ອນທີ່ໃນເຂດຊົນນະບົດກັບບັນດາທ່ານທີ່ກ່ຽວຂ້ອງທາງດ້ານສາທາລະນະສຸກໃນລາວເພື່ອແນະນຳຄວາມສໍາຄັນຂອງສຸຂະພາບຂອງບັນດາຄົນລາວ, ການປ້ອງກັນພະຍາດ ແລະ ສຸຂະພາບຂອງແມ່ ແລະ ເດັກ.
 
ອິວາຕະ ຄາຊຶໂກະ
ໄດ້ມາປະຈໍາການຢູ່ລາວໃນນາມເປັນສະມາຊິກພະຍາບານຂອງອາສາສະໝັກຮ່ວມມືສາກົນຍີ່ປຸ່ນ, ຕໍ່ຈາກນັ້ນກໍ່ໄດ້ໄປປະຈໍາການຢູ່ທີ່ໂຮງໝໍໃນນະຄອນຫຼວງໃນນາມເປັນຜູ້ຊ່ຽວຊານຄຸ້ມຄອງພະຍາບານຂອງໂຄງການຮ່ວມມືວິຊາການໄຈກ້າ. ຫຼັງຈາກໄດ້ແຕ່ງງານກັບຄົນລາວ ແລະ ມີລູກ, ໄດ້ຍ້າຍໄປNPO (ອົງການບໍ່ຫວັງຜົນກໍາໄລ) ຍີ່ປຸ່ນ ແລະ ໄດ້ເຮັດວຽກກ່ຽວກັບການປິ່ນປົວໃນເຂດຊົນນະບົດ. ປັດຈຸບັນນີ້, ໄດ້ເປັນຄູສອນພາສາຍີ່ປຸ່ນຢູ່ທີ່ໂຮງຮຽນນານາຊາດ ໃນຂະນະດຽວກັນ ການເຮັດວຽກຫຼາຍໆຢ່າງ, ໃນ2ປີທີ່ຜ່ານມາຈົນເຖິງປັດຈຸບັນນີ້ ໄດ້ເຮັດວຽກເປັນຜູ້ຊ່ວຍ ກ່ຽວກັບການຈັດຊື້ຂອງຫ້ອງການອົງການໄຈກ້າປະຈໍາລາວ. 
ການນຸ່ງຊຸດຢູກາຕະທີ່ໄດ້ຈັດເປັນສ່ວນໜຶ່ງຂອງການຮຽນພາສາຍີ່ປຸ່ນ. 日本語教育の一環で実施した浴衣の着付け。
ຄູ່ຮ່ວມເຮັດວຽກຢູ່ຫ້ອງ AICU ຂອງໂຮງໝໍມະໂຫສົດໃນ 20 ປີກ່ອນ. 20年前、マホーソット病院のAICUでカウンターパートと。
私が初めてラオスを訪れたのは1998年7月14日でした。青年海外協力隊の試験に合格し受け取った書類にはラオスへの派遣通知と、ラオス語の勉強資料が入っていました。難解な文字と発音のラオス語にショックを受けたものです。

その時にはまさかこんなに長くラオスで暮すことになるとは、夢にも思っていませんでした。協力隊の訓練所でも、ラオス語の習得には人一倍苦労し、どうにかラオスに派遣されたのですが、ラオスに来てから初めに覚えた言葉は「トゥイ(太っちょ)」でした。当時は道を歩けば、みんなから言われました。確かにその通りなのですが、ずいぶんはっきり言うなぁ、と思いました。つまり、ラオスの皆さんの気持ちに表裏がなく、そしてとても親切でとてもお世話になりました。どれくらいお世話になったかというと、説明のためもうあと3ページくらい必要な程です。だから私は今もラオスで生活しているのだと思います。

私の職業は看護師で、ラオスに赴任してからは看護技術や看護管理だけでなく、病院の清掃や医療ごみの処理など、院内の衛生管理について限られた物資と人材でどうしたらよいのか悩むこともありました。皆で実行できるきっかけを見つけ、業務実施のシステムを回すまでの過程はお互いに試行錯誤の連続でしたが、効果が出れば、ラオスの皆さん自身でやりやすい方法を編み出していけるようになるのもうれしい発見でした。

中央病院での看護管理の活動を終えたのち、地方の農村の巡回診療や母子保健、健康教育の事業に従事しました。雨季は車輛がぬかるみにはまって動けなくなり、歩いて行ったり、船に乗って村人を訪ねたこともありました。首都の病院にいたときは「どうしてこんなになるまで病院に来なかったのか」と思うようなケースも、幹線道路まで20km、県立病院まで40kmというところに住む人にとっては、とても難しいということもよく理解できました。

約10年にわたる医療活動でラオスや日本の皆さんに助けられながら、いつの間にかラオス語も上達し、職場や周りの人たちに日本語を教えるようになり、医療の分野では通訳を引き受けることもありました。

現在は学校で日本語を教えいます。日本語を教える難しさに直面したりすることもありますが、パワーあふれる生徒たちと過ごしていると、なんだか元気が出てきます。日本文化の体験授業は準備が大変ですが、生徒たちの楽しそうな様子を見ると疲れも吹き飛びます。卒業してからも日本語や、進路について相談してくる生徒もあり、「日本へ行きたい。日本で勉強してみたい」という生徒たちの夢がかなってほしいです。これからも、そのお手伝いをするとともに、授業を通じて日本語だけでなく、日本の文化、習慣や、考え方についても伝えていけたらと思います。

そして、機会があればまたいつかラオスの医療従事者の皆さんとともに農村への巡回診療で、疾病予防や母子保健についてラオスの皆さんへ健康の大切さについて働きかけていければと願っています。
 
岩田和子
青年海外協力隊の看護師隊員としてラオスに赴任。その後JICA技術プロジェクトの看護管理専門家として首都の病院に派遣される。ラオス人と結婚し出産後、日本のNPOに所属し地方での医療活動に従事した。現在はインターナショナルスクールの日本語教師の傍ら様々な業務を経験し、2年前からJICAラオス事務所で調達業務のアシスタントを務める。