ຍີ່ປຸ່ນ ແລະ ຂ້ອຍ「日本と私」ລັດຕະນະກອນ ອິນສີຊຽງໃໝ່ ラッタナコーン・インシーシェンマイ

2020/11/25
ການສະແດງຮ່ວມກັບນັກສະແດງຍີ່ປູ່ນ 日本人パントマイマーとの創作舞台
ສະແດງຮ່ວມກັນນັກດົນຕີຍີ່ປຸ່ນ 日本の楽団と共演
ສະບາຍດີ  ຂ້ອຍຊື່ ທ້າວ ລັດຕະນະກອນ ອິນສີຊຽງໃໝ່ ເປັນນັກສະແດງ, ຫົວໜ້າ ບໍລິສັດເຂົ້າໜຽວ ການສະແດງ ແລະ ຜູ່ລິເລີ່ມສ້າງຕັ້ງງານບຸນສິລະປະການສະແດງ. ຂ້ອຍເລີ່ມເປັນນັກສະແດງຕັ້ງແຕ່ປີ 1998 ຂ້ອຍໄດ້ມາການຮ່ວມມື ແລະ ແລກປ່ຽນ ທາງດ້ານການສະແດງກັບນັກສະແດງຕ່າງປະເທດຈາກຫຼາຍປະເທດ.  

ໃນປີ2005  ໄດ້ໄປສະແດງຢູ່ທີ່ປະເທດຍີ່ປຸ່ນ. ປີ 2007 ໄດ້ສ້າງລາຍການສະແດງຮ່ວມກັບນັກສະແດງຍີ່ປຸ່ນ (ນັກສະແດງຊື່ ອາຊານູມາ ຈິຊືໂກະ) ແລະ ສະແດງຮ່ວມກັບວົງດົນຕີຍີ່ປຸ່ນ (ຊື່ວົງ ຄຶລິໂຄ່ດ້າ) ແລະ ໄດ້ເປັນນັກສະແດງ ໃນເລື່ອງ “ສາຍນຳ້ໄຫຼ” ຈາກການຮ່ວມງານເດີນສາຍທົວການສະແດງໃນຫຼາຍຕົວເມືອງເຊັ່ນ: ໂຕກຽວ, ນາໂກຢ່າ, ໂອຊາກາ, ຄາວາສະກິ, ອີດະ, ຂ້ອຍໄດ້ຮຽນຮູ້ ແລະ ເຫັນຫຼາຍຢ່າງຈາກການໄປສະແດງທີ່ປະເທດຍີ່ປຸ່ນເຊັ່ນ:
- ການນຸ່ງເຄື່ອງທີ່ມີເອກກະລັກ,
- ພາສາ ປາກເວົ້າທີ່ອ່ອນຫວານ,
- ອາຫານ ທີ່ແຊບ
-   ສະຖານທີ່ທ່ອງທ່ຽວເກົ່າແກ່ ທີ່ປະທັບໃຈ ກໍຄືບ່ອນ ທີ່ມີກວາງຈຳນວນຫຼາຍ ເຊິ່ງເປັນກວາງຂອງເທວະດາ ແລະ ຍາມດອກສະກຸລະບານງາມຫຼາຍ.
-   ເວລາເຮັດວຽກ ຕ້ອງເຄົາລົບເລື່ອງເວລາ.

ຂ້ອຍໄດ້ໄປເຜີຍແພ່ສິນລະປະ ແລະ ວັດທະນະທຳຂອງປະເທດລາວໃຫ້ແກ່ຄົນຍີ່ປຸ່ນໄດ້ຮັບຮູ້ ບາງຄົນກໍບໍ່ຮູ້ວ່າປະເທດລາວຢູ່ໃສ ທຸກຄົນຈະຮູ້ແຕ່ປະເທດທີ່ຢູ່ອ້ອມຂ້າງປະເທດລາວ ແຕ່ໃນເມື່ອຂ້ອຍໄດ້ອະທິບາຍຍິ່ງເຮັດໃຫ້ຄົນສົນໃຈ ປະເທດລາວ ແລະ ປະເທດຍີ່ປຸ່ນ ເຖິງວ່າຈະຢູ່ໄກກັນແຕ່ຍັງມີບາງຢ່າງທີ່ຄ້າຍຄືກັນ.

ຂ້ອຍມີຄວາມສຸກຫຼາຍທີ່ໄດ້ໄປສະແດງລະຄອນຫຸ່ນ ໃຫ້ແກ່ປະຊາຊົນຍີ່ປຸ່ນໄດ້ເຫັນ ແລະ ສ້າງຮອຍຍິ້ມໃຫ້ແກ່ພວກເຂົາ. ມັນເປັນຄວາມຊົງຈຳທີ່ດີຫຼາຍໃນການໄປປະເທດຍີ່ປຸ່ນ ແລະ ໄດ້ເຮັດວຽກຮ່ວມກັບນັກສິລະປິນມືອາຊີບ ແລະ ປະຈຸບັນຂ້ອຍໄດ້ສອນ ແລະ ສ້າງນັກສະແດງຫູໜວກຄົນລາວ ແລະ ຍັງໄດ້ປະສານງານຮ່ວມມືແລກປ່ຽນກັບນັກສະແດງຫູໜວກຍີ່ປຸ່ນ (ຄະນະລະຄອນຫຸ່ນຫິໂຕມິ ປະເທດຍີ່ປຸ່ນ).

ຄວາມຝັນໃນອານາຄົດ ແມ່ນຈະສືບຕໍ່ການພົວພັນທາງດ້ານສິນລະປະການສະແດງ, ມີໂຮງລະຄອນໄວ້ໃຫ້ລຸ້ນສຶບທອດທາງດ້ານການສະແດງ.
 
ລັດຕະນະກອນ ອິນສີຊຽງໃໝ່
ນັກສະແດງ, ຫົວໜ້າ ບໍລິສັດເຂົ້າໜຽວ ການສະແດງ ແລະ ຜູ່ລິເລີ່ມສ້າງຕັ້ງງານບຸນສິລະປະການສະແດງ. ຂ້ອຍມັກ ປາດິບ ແລະ ລາເມັນ.
ຜູ້ຊົມມາຮ່ວມໃນການສະແດງທີ່ຍີ່ປຸ່ນ 日本での公演で観客が参加
ງານບຸນສິລະປະການສະແດງທີ່ວຽງຈັນ ビエンチャンで開催されたパフォーミングアーツ・フェスティバル
サバイディ、私はラッタナコーン・インシーシェンマイ。パフォーマーで、劇団カオニャオ主宰、そしてパフォーミングアーツ・フェスティバルの創設者です。私は1998年にパフォーマーとなり、多くの外国の芸能関係者との交流に関わってきました。

日本では2005年に公演を行い、2007年に日本人パントマイマー(あさぬまちずこ氏)との共同創作作品を上演、また、日本の楽団(栗コーダーカルテット)と共演し、日ラオス合作映画「サーイナムライ(竜の奇跡)」に出演、日本では東京、名古屋、大阪、川崎、飯田で公演を行いました。そうしたなかで、日本について多くの知見を得ることができました。たとえば次のことです。
・独特の装い
・優しい発音の言葉
・美味しい食事
・素晴らしい観光名所(多くのシカがいる地域や満開の桜が美しい場所)
・仕事における時間厳守
 
私はラオスの文化と芸能を日本人に伝えようと努めてきました。ラオスの近隣諸国はよく知られているのに、ラオスがどこにあるのか知らない人もいます。しかし、私が説明すると興味関心を持ってくれます。ラオスと日本は離れていますが、似ているところもあると思います。

日本で公演を行い、私たちの舞台をみた人たちが笑顔になるのを嬉しく幸せに感じます。それこそ私が日本を訪れ、日本人パフォーマーと一緒に仕事をするモチベ―ションとなっています。現在、私は聴覚障害を持つラオスの人々を指導し、聴覚障害を持つ日本の劇団員(デフ・パペットシアターひとみ)との交流に取り組んでいます。

これからも芸能芸術分野に関わり、劇場をもって後継の育成に寄与することが私の夢です。

 
ラッタナコーン・インシーシェンマイ
劇団カオニャオ主宰。パフォーミングアーツ・フェスティバルの創設者。鮮魚とラーメンが好き。