ລາວ ແລະ ຂ້ອຍ「ラオスと私」 ຄານາຊາວະ ມາຊາທາກະ (ໂຮງຮຽນວິຊາຊີບສາກົນຊາກຸລະ) 金澤雅高(さくら国際高等学校)
2020/12/9

ຂ້າພະເຈົ້າໄດ້ພົວພັນກັບປະເທດລາວແຕ່ປີ 1996. ໄດ້ເລີ່ມຕົ້ນດ້ວຍການສ້າງຫົວຂໍ້ “ສ້າງໂຮງຮຽນໃນລາວ” ຢູ່ທີ່ບຸນວັດທະນະທໍາຂອງໂຮງຮຽນດັ່ງກ່າວ, ເຊິ່ງໄດ້ເຮັດໃຫ້ນັກຮຽນມີບົດບາດ ທີ່ຮັບຜິດຊອບໃນໂຄງການ ແລະ ຮອດມື້ນີ້ແມ່ນໄດ້ສ້າງໂຮງຮຽນມາແລ້ວ 8 ແຫ່ງ.
ຂ້າພະເຈົ້າເອງ ກໍ່ໄດ້ໄປປະເທດລາວນໍາກັນກັບບັນດານັກຮຽນ. ຮອດປັດຈຸບັນນີ້ ມີນັກຮຽນທີ່ໄດ້ໄປຢ້ຽມຢາມລາວເພີ່ມຂຶ້ນ 200 ຄົນ. ນັກຮຽນຄົນທີ່ໄປຕ່າງປະເທດຄັ້ງທໍາອິດກໍ່ມີຫຼາຍ. ໃນເວລາການໄປຢ້ຽມຢາມລາວ ນອກຈາກວຽກງານກໍ່ສ້າງໂຮງຮຽນແລ້ວ ກໍ່ຍັງໄດ້ຈັດ ງານແລກປ່ຽນ, ງານອອກກໍາລັງກາຍເປັນຕົ້ນ ແລະ ໄດ້ໄປພັກອາໄສຢູ່ບ້ານຂອງທ້ອງຖິ່ນນັ້ນນໍາ. ປັດຈຸບັນນີ້ກໍ່ມີສິ່ງທີ່ເຮັດໃຫ້ຂ້າພະເຈົ້າດີໃຈ. ເດັກຍິງທີ່ໄດ້ເຂົ້າຮຽນໃນລຸ້ນທໍາອິດຂອງໂຮງຮຽນແຫ່ງທໍາອິດ, ດຽວນີ້ລາວໄດ້ເປັນນາຍຄູສອນຢູ່ໂຮງຮຽນແຫ່ງນັ້ນ. ໃນຕອນທີ່ໄປລາວແມ່ນຕ້ອງກຽມທຸງຊາດຍີ່ປຸ່ນ ແລະ ລາວ ທີ່ເຮັດດ້ວຍນົກຍາງ, ເຊິ່ງພັບດ້ວຍເຈ້ຍເປັນພັນຕົວ. ນັກຮຽນທຸກຄົນຂອງໂຮງຮຽນພັບນົກຢາງ ແລະ ເຮັດເປັນທຸງຊາດ. ເປັນຂອງຕ້ອນທີ່ພວກເຂົາເຈົ້າດີໃຈຫຼາຍ.
ຂ້າພະເຈົ້າໄດ້ຕິດຕໍ່ພົວພັນກັບລາວເລິກເຊິ່ງຂຶ້ນແລ້ວ ຮູ້ສຶກວ່າ: “ຕ້ອງເຮັດຫຍັງເພື່ອໃຫ້ຄົນຍີ່ປຸ່ນຮູ້ຈັກກັບລາວຫຼາຍຂຶ້ນ” ກໍ່ເລີຍໄດ້ຈັດບຸນມະໂຫລານລາວຄັ້ງທີ 1 ຂຶ້ນໃນປີ 2007. ຫລັງຈາກນັ້ນ ບຸນມະໂຫລານດັ່ງກ່າວ ແມ່ນຈັດຂຶ້ນໃນທ້າຍເດືອນພຶດສະພາຂອງທຸກໆປີ ຢູ່ທີ່ສວນສາທາລະນະໂຢໂຢງິ ຢູ່ໂຕກຽວ. ໃນແຕ່ລະປີຈໍານວນຜູ້ເຂົ້າຮ່ວມງານກໍ່ໄດ້ເພີ່ມຂຶ້ນ ແລະ ຂະໜາດຂອງງານກໍ່ໄດ້ຂະຫຍາຍຂຶ້ນ. ບາງປີກໍ່ມີເຈົ້າຊາຍ ອາກິຊີໂນະ ແລະ ທ່ານອະດີດນາຍົກ ບົວສອນ ກໍ່ໄດ້ເຂົ້າຮ່ວມ. ປັດຈຸບັນນີ້ຂ້າພະເຈົ້າດີໃຈທີ່ຄໍາເວົ້າທີ່ວ່າ: “ບຸນມະໂຫລານລາວ” ຫຼື “ບຸນລາວ”ແມ່ນໄດ້ຮັບຄວາມນິຍົມຢູ່ທີ່ຍີ່ປຸ່ນ ແລະ ລາວ.
ບຸນມະໂຫລານລາວແມ່ນໄດ້ໃຫ້ຄວາມສໍາຄັນກັບ ”ປະເພດຂອງການມີສ່ວນຮ່ວມຂອງຜູ້ເຂົ້າຮ່ວມງານ”. ຍ້ອນຢາກໃຫ້ຜູ້ທີ່ເຂົ້າຮ່ວມງານໄດ້ຮຽນຮູ້ກ່ຽວກັບລາວບໍ່ໜ້ອຍກໍ່ຫຼາຍ ຈຶ່ງໄດ້ເພີ່ມກິດຈະກໍາທີ່ໃຫ້ຜູ້ເຂົ້າຮ່ວມງານ ສາມາດເຂົ້າຮ່ວມໄດ້ໃນແຕ່ລະປີເຊັ່ນ: ການເຂົ້າຮ່ວມງານບາສີ, ສອນກ່ຽວກັບການຟ້ອນ, ສອນກ່ຽວກັບພາສາລາວ ແລະ ສອນກ່ຽວກັບການເຮັດອາຫານລາວເປັນຕົ້ນ. ໃນການຈັດບຸນມະໂຫລານລາວມີທັງຂໍ້ຫຍຸ້ງຍາກຫຼາຍ ແລະ ກໍ່ມີທັງສິ່ງທີ່ເຮັດໃຫ້ດີໃຈ. ຍ້ອນວ່າບຸນມະໂຫລານລາວ ເຮັດໃຫ້ມີຄົນໄດ້ໄປລາວເປັນຄັ້ງທໍາອິດ, ຄົນທີ່ໄດ້ໝູ່ເປັນຄົນລາວ, ຄົນທີ່ໄດ້ເລີ່ມທຸລະກິດຍ້ອນການແລກປ່ຽນຄວາມຄິດເຫັນ ໃນບຸນມະໂຫລານລາວ, ນັກສຶກສາລາວໄດ້ເຮັດວຽກກັບບໍລິສັດຍີ່ປຸ່ນ, ເຊິ່ງເຮັດໃຫ້ມີຄົນແບບນີ້ບໍ່ໜ້ອຍເລີຍລະ.
ຂ້າພະເຈົ້າເອງໄດ້ຕິດຕໍ່ພົວພັນກັບລາວໃນເວລາ 25 ປີ. ປະເທດລາວເປັນສິ່ງທີ່ຂາດບໍ່ໄດ້ ສໍາລັບຄວາມກ້າວໜ້າຂອງນັກຮຽນ. ພວກຂ້າພະເຈົ້າຮູ້ສຶກໄດ້ເຖິງ “ພວກຂ້າພະເຈົ້າໄດ້ຮັບຄວາມກ້າວໜ້າໂດຍການເຄື່ອນໄຫວໃນລາວ” ຫຼາຍກວ່າ “ພວກຂ້າພະເຈົ້າໄດ້ເຄື່ອນໄຫວວຽກງານອາສາສະໝັກໃນລາວ”. ຂໍຂອບໃຈຕໍ່ກັບປະເທດລາວ.ຂ້າພະເຈົ້າຢາກສືບຕໍ່ການຕິດຕໍ່ພົວພັນ ກັບປະເທດລາວ ເພື່ອເປັນສ່ວນໜຶ່ງໃນມິດຕະພາບຂອງຍີ່ປຸ່ນ ແລະ ລາວ, ເພື່ອປະເທດລາວ ແລະ ຄວາມກ້າວໜ້າຂອງພວກຂ້າພະເຈົ້າ.
ຄານາຊາວະ ມາຊາທາກະ
ອາຈານ ຢູ່ທີ່ໂຮງຮຽນວິຊາຊີບສາກົນຊາກຸລະ (ໂຮງຮຽນໂຕກຽວ), ຜູ້ຈັດ ບຸນມະໂຫລານລາວ.
ມັກເຕັ້ນບາສະລົບ. ຢາກລອງເຕັ້ນຈັງຫວະທີ່ຍາກຂອງບາສະລົບ!

ラオスとの関わりは1996年。本校の文化祭で「ラオスに学校を作ろう」をテーマにしたことがきっかけです。生徒が主体となり、これまでに8校の学校を建ててきました。
実際に生徒達とラオスにも行きます。今までに200名を超える生徒がラオスを訪問してきました。「初海外がラオス」という生徒もたくさんいます。ラオス訪問では学校建設活動の他、交流会、運動会等を実施して、現地の村にホームステイをさせて頂きます。最近嬉しいことがありました。1校目の小学校に1期生として入学した女の子が、現在その小学校で先生をしていることです。ラオスに行く際に必ず用意するのが千羽鶴で作った日本とラオス両国の国旗です。全校生徒で鶴を折り国旗にします。とても喜んでもらえるプレゼントです。
ラオスと関わるうちに「日本の皆さんにもっとラオスを知ってもらいたい」という想いから2007年に第1回ラオスフェスティバルを開催しました。毎年5月末に東京の代々木公園で開催し、回を重ねるごとに来場者数も増えて盛大に行っています。秋篠宮殿下、ブアソーン元首相がご臨席された年もありました。今では「ラオフェス」や「ブンラオ」という言葉が日本でもラオスでも定着してきて嬉しく思います。
ラオフェスでは「来場者参加型」を大事にしています。来場者に少しでもラオスを体感してもらえるようにバーシー体験、ラオス舞踊講座、ラオス語講座、ラオス料理講座など、来場者が参加できる体験型のイベントを年々増やしています。ラオフェス開催には困難な事が多いのですが、嬉しいこともたくさんあります。ラオフェスがきっかけで初めてラオスに行った人、ラオス人の友達ができた人、ラオフェスで意気投合しビジネスを始めた人、日系企業に就職したラオス人留学生、このような人が少なくありません。
ラオスと繋がって25年。生徒の成長にラオスは欠かせなくなりました。私たちは「ラオスでボランティア活動をしている」というより、「私たちがラオスに成長させてもらっている」と実感しています。ラオスに感謝しています。今後も日本とラオスの友好の一翼を担えるよう、ラオスのために、そして私達の成長の為に、ラオスと関わっていきたいと思います。
金澤雅高
さくら国際高校(東京校)教員。ラオスフェスティバル主催。
ラオスの踊り(バサロップ)が好き。バサロップの難しいステップを華麗に踊ってみたい!