ຍີ່ປຸ່ນ ແລະ ຂ້ອຍ「日本と私」 ບົວສອນ ວົງຖາວອນ ブアソン・ウォンターウォン
2020/12/16

ຄວາມພູກພັນຂອງຊິວິດຂ້ອຍກັບຍີ່ປຸ່ນໄດ້ເລີ່ມຂຶ້ນເມື່ອຂ້ອຍໄດ້ຜ່ານການສອບເສັງພາກຂຽນຂອງການສອບເສັງຊິງທຶນລັດຖະບານຍີ່ປຸ່ນ (ຫຼື ເອີ້ນວ່າທຶນ MEXT) ແລະ ມີຊື່ເຂົ້າຮອບເສັງສຳພາດທີ່ສະຖານທູດຍີ່ປຸ່ນ. ຂ້ອຍບໍ່ຄິດບໍ່ຝັນວ່າຈະໄດ້ເຂົ້າຮອບສຳພາດ ເພາະໄດ້ຍິນມາເລື້ອຍໆວ່າ “ຖ້າບໍ່ມີເງິນໃຫ້..... ແມ່ນເສັງບໍ່ຜ່ານດອກ!” ຄຳເວົ້າເຫຼົ່ານັ້ນໄດ້ເຮັດໃຫ້ຂ້ອຍທໍ້ຖອຍຫຼາຍ ແຕ່ແນວໃດກໍຂໍລອງສູ້ດ້ວຍຄວາມສາມາດຂອງຕົນເອງກ່ອນ. ໃນຊ່ວງເວລາດຽວກັນນັ້ນ, ແມ່ຂອງຂ້ອຍກໍໄດ້ນອນໂຮງໝໍ, ແມ່ມີແຕ່ໃຫ້ກຳລັງໃຈຕະຫຼອດວ່າ “ເຮັດໃຫ້ດີທີ່ສຸດເດີລູກ, ຖ້າເສັງບໍ່ຜ່ານ ກໍບໍ່ເປັນຫຍັງ”…. ມື້ທີ່ເຂົ້າສອບເສັງຮອບສຳພາດ, ຂ້ອຍຍັງຈື່ໄດ້ດີວ່າເປັນມື້ທີ່ຝົນຕົກແຮງ, ຂ້ອຍຂີ່ລົດຈັກດຣີມສີແດງແຕ່ໂຮງໝໍມິດຕະພາບມາຮອດສະຖານທູດຍີ່ປຸ່ນຢູ່ນາໄຊ, ທັງຝົນ ແລະ ລົມພັດແຮງ, ເຖິງຈະໃສ່ເສື້ອກັນຝົນແລ້ວກໍ່ຕາມ ເສື້ອຂາວນັກຮຽນຂ້ອຍປຽກຈົນໝົດ ແຖມຍັງຖືກນ້ຳຂີ້ຕົມດິນແດງຟົ້ງໃສ່ ເປັນຈຸດ ເປັນຈຸດ, ຂ້ອຍເຂົ້າຫ້ອງສຳພາດດ້ວຍສະພາບປານໜູຕົກນ້ຳ ແລະ ຂາດຄວາມໝັ້ນໃຈ. ແຕ່ແລ້ວຜົນສອບເສັງສຳພາດກໍໄດ້ປະກາດໃນອາທິດທີ່ຕໍ່ມາວ່າຂ້ອຍເສັງຜ່ານ ແລະ ລໍຖ້າການປະກອບເອກະສານຕ່າງໆຕາມຂັ້ນຕອນ. ຂ້ອຍ ແລະ ພໍ່ແມ່ ໃຜໆກໍດີໃຈທີສຸດ ເພາະບໍ່ຄິດບໍ່ຝັນວ່າຈະເສັງໄດ້.
ແລ້ວມື້ທີ່ເດີນທາງອອກຈາກຄອບຄົວ, ອອກຈາກປະເທດລາວ ເທື່ອທຳອິດກໍມາເຖິງ. ທຸກຄົນໄດ້ອອກເດີນທາງພ້ອມກັນທີ່ສະໜາມບິນສາກົນວັດໄຕ. ຄວາມທ້າທາຍ, ຄວາມເຫງົາ, ຄວາມຮູ້ສຶກຢ້ານ ແລະ ຄວາມຮູ້ສຶກວ່າໂຕເອງຕ້ອງເຂັ້ມແຂງ ໄດ້ເກີດຂຶ້ນພ້ອມກັນເມື່ອຂ້ອຍຮູ້ວ່າຕ້ອງໄດ້ແຍກກັບໝູ່ຢູ່ສະໜາມບິນດອນເມືອງ, ຂ້ອຍ ຈະໄດ້ໄປແຍກເມືອງໂອຊາກາ ສ່ວນໝູ່ທັງໝົດແມ່ນໄປໂຕກຽວ. ວັນທີ 1 ເມສາ 1996 ຕອນຄ່ຳໆ ເປັນມື້ທີ່ຂ້ອຍໄດ້ຢຽບດິນຕ່າງປະເທດດ້ວຍຕົນເອງ. ຄວາມຮູ້ສຶກຢ້ານ ແລະ ເຫງົາ ກໍຄ່ອຍໆຈາງໄປ, ແທນເຂົ້າໄປດ້ວຍຄວາມຕື່ນຕາ-ຕື່ນໃຈກັບຄວາມທັນສະໄໝ, ຄວາມເປັນລະບຽບ, ຄວາມສະອາດ, ຄວາມອົບອຸ່ນຂອງເຈົ້າໜ້າທີ່ ທີ່ສະໜາມບິນ ແລະ ເຈົ້າໜ້າທີ່ຂອງໂຮງຮຽນທີ່ອອກມາຕ້ອນຮັບທີ່ສະໜາມບິນ. ນັ້ນຄືຄວາມປະທັບໃຈຕັ້ງແຕ່ທຳອິດທີ່ໄດ້ຢຽບແຜ່ນດິນຍີ່ປຸ່ນ, ເຖິງແມ່ນວ່າການຈະມີອຸປະສັກໃນການສື່ສານກັບເຈົ້າໜ້າທີ່ຄົນຍິ່ປຸ່ນກໍຕາມ.
ຊິວິດນັກສຶກສາລາວທີ່ຕ່າງແດນຂອງຂ້ອຍໄດ້ເລີ່ມຕົ້ນຂຶ້ນທັນທີໃນມື້ຕໍ່ມາ ພ້ອມໆກັບນັກສຶກສາທີ່ມາຈາກຫຼາຍໆປະເທດໃນທົ່ວໂລກ ທີ່ໂຮງຮຽນພາສາຍີ່ປຸ່ນ. ເວລາຮຽນໃນໂຮງຮຽນພາສາຍີ່ປຸ່ນ ເປັນຊ່ວງໄລຍະເວລາ ທີ່ເໝາະສົມທີ່ສຸດສຳລັບພວກເຮົາ ເພື່ອການປັບໂຕໃຫ້ເຂົ້າກັບການດຳລົງຊີວິດຢູ່ຕ່າງແດນ. ພວກເຮົາ ນັກສຶກສາຕ່າງປະເທດນຳກັນ ຕ່າງກໍເຂົ້າໃຈກັນ, ເວົ້າພາສາອັງກິດ ປະສົມ ພາສາຍີ່ປຸ່ນແບບແປກໆ. ພວກເຮົາໄດ້ຮຽນຮູ້ວິທີ ຂຶ້ນ-ລົງລົດໄຟ, ແຍ້ລົດໄຟ, ວິທີເບິ່ງແຜນທີ່ ແລະ ຕາຕະລາງເວລາ ລົດໄຟ, ການໄປຊື້ເຄື່ອງ ແລະ ອີກຫຼາຍໆຢ່າງໃນການໃຊ້ຊິວິດປະຈຳວັນ. ນອກຈາກນັ້ນ, ຕະຫຼອດໄລຍະເວລາທີ່ໄດ້ຮຽນຢູ່ໃນປະເທດຍີ່ປຸ່ນ ໂຮງຮຽນ ແລະ ພໍ່ຮັກ-ແມ່ຮັກ (Host family) ຕ່າງພັດປ່ຽນກັນຈັດກິດຈະກຳຫຼາກຫຼາຍເພື່ອໃຫ້ພວກຂ້ອຍໄດ້ຮຽນຮູ້ຢ່າງເລິກເຊິ່ງເຖິງວັດທະນະທຳຂອງຍິ່ປຸ່ນເຊັ່ນ: ການໄປຍ່າງປ່າ (Hiking), ການໄປທ່ຽວ ແລະ ຕັ້ງແຄ້ມແຄມທະເລ, ເບິ່ງດອກໄມ້ໄຟ (Hanabi), ການໄປຊົມວັດໃນເທດສະການປີໃໝ່, ການໃສ່ກີໂມໂນ, ການຊົງ ແລະ ກິນນ້ຳຊາຂຽວຍີ່ປຸ່ນ, ການຮຽນຈັດດອກໄມ້ IKEBANA, ການໄປຊົມດອກຊະກຸລະບານ (Hanami), ການໄປຫຼິ້ນສະກີ້, ໄປແຊ່ອອນເຊັງ ແລະ ອີກຫຼາກຫຼາຍກິດຈະກຳ.... ເຊິ່ງສິ່ງເຫລົ່ານີ້ ບໍ່ພຽງແຕ່ໄດ້ເຮັດໃຫ້ພວກຂ້ອຍໄດ້ເຫັນ ໄດ້ຮຽນຮູ້ວັດທະນະທຳຍີ່ປຸ່ນເທົ່ານັ້ນ, ແຕ່ຍັງເຮັດໃຫ້ໄດ້ຮຽນຮູ້ເຖິງ ຊີວິດການເປັນຢູ່, ນິໄສໃຈຄໍ, ຄວາມຄິດ ຂອງຄົນຍີ່ປຸ່ນອີກນຳ. ຂ້ອຍເຊື່ອວ່ານັກສຶກສາຕ່າງປະເທດທຸກຄົນແມ່ນຈະມີຄວາມຮູ້ສຶກຄືກັນກັບຂ້ອຍວ່າ ຍິ່ປຸ່ນເປັນບ້ານແຫ່ງທີ 2 ຮອງຈາກບ້ານເກີດ, ຍ້ອນວ່າພວກເຮົາໄດ້ເຕີບໂຕເປັນຜູ້ໃຫຍ່, ຮູ້ຈັກການໃຊ້ຊີວິດດ້ວຍຕົນເອງ, ຮັບຜິດຊອບຕົນເອງ ແລະ ໄດ້ຮຽນຮູ້ບົດຮຽນຊີວິດຫຼາຍໆຢ່າງ ໃນໄລຍະເວລາຮຽນຢູ່ໃນປະເທດຍິ່ປຸ່ນ.
ຄວາມຮູ້ສຶກດີໆ, ຄວາມຜູກພັນກັບຍີ່ປຸ່ນ ແລະ ຄວາມຮູ້ສຶກຢາກຕອບແທນບຸນຄຸນ ໄດ້ຕິດໂຕມາພ້ອມກັບຂ້ອຍໃນເວລາທີ່ຮຽນຈົບ. ຂ້ອຍໄດ້ມີໂອກາດເຂົ້າເຮັດວຽກເປັນພະນັກງານນຳທ່ຽວໃຫ້ກັບນັກທ່ອງທ່ຽວຄົນຍິ່ປຸ່ນ, ທັງໄດ້ມີໂອກາດເຮັດວຽກໃນສະຖານທູດຍິ່ປຸ່ນ, ເຮັດວຽກກັບອົງກອນສາກົນ ແລະ ອົງກອນຍີ່ປຸ່ນ ແລະ ຄົນຍີ່ປຸ່ນອີກຫຼາກຫຼາຍໃນ ສປປ ລາວ, ໂອກາດເຫຼົ່ານັ້ນໄດ້ໃຫ້ຂ້ອຍໄດ້ຮຽນຮູ້ຄົນຍິ່ປຸ່ນຫຼາຍຂຶ້ນ, ລວມທັງໄດ້ຮຽນຮູ້ກ່ຽວກັບວັດທະນະທຳ ແລະ ປະເທດລາວຫຼາຍຂຶ້ນກວ່າເກົ່າ. ດ້ວຍຄວາມຜູກພັນກັບຍີ່ປຸ່ນ ທີ່ມັນອາດຈະຊຶມເຂົ້າຢູ່ໃນສາຍເລືອດຕັ້ງແຕ່ຍາມໃດກໍບໍ່ຮູ້, ໄດ້ເຮັດໃຫ້ຂ້ອຍມີຄວາມຮູ້ສຶກຢາກມີສ່ວນຮ່ວມໃນການເສີມສ້າງສາຍພົວພັນມິດຕະພາບລະຫວ່າງສອງປະເທດຕະຫຼອດມາ ໂດຍບໍ່ຮູ້ຈະອະທິບາຍໄດ້ເປັນຄຳເວົ້າໄດ້ວ່າຍ້ອຍຫຍັງ. ມັນໄດ້ເຮັດໃຫ້ຂ້ອຍມີຄວາມສຸກທຸກຄັ້ງທີ່ໄດ້ເຂົ້າຮ່ວມກິດຈະກຳຕ່າງໆ ທີ່ກ່ຽວຂ້ອງກັບສະມາຄົມອະດີດນັກສຶກສາລາວຈາກຍີ່ປຸ່ນ (JAOL) ມາຕັ້ງແຕ່ເລີ່ມຕົ້ນ ຈົນຮອດປະຈຸບັນ. ພະຍາຍາມພັກດັນໃຫ້ມີຄວາມສາມັກຄີພາຍໃນກຸ່ມສະມາຊິກອະດີດນັກນສຶກສານຳກັນ ເພື່ອໃຫ້ JAOL ໄດ້ເປັນຂົວມິດຕະພາບ ເພື່ອເຊື່ອມຕໍ່ສາຍພົວພັນລະຫວ່າງລາວ-ຍິ່ປຸ່ນ ແລະ ປະກອບສ່ວນໃນການພັດທະນາເສດຖະກິດໃຫ້ແກ່ປະເທດລາວຂອງພວກເຮົາ.
ເນື່ອງໃນໂອກາດສະເຫຼີມສະຫຼອງສາຍພົວພັນທາງການທູດ ລາວ - ຍີ່ປຸ່ນ ຄົບຮອບ 65 ປີ, ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນມາຍັງລັດຖະບານທັງສອງປະເທດ ທີ່ໄດ້ໃຫ້ໂອກາດ ແລະ ໄດ້ສ້າງໃຫ້ຂ້າພະເຈົ້າໄດ້ເປັນໂຕຂອງຂ້າພະເຈົ້າດັ່ງທຸກວັນນີ້. ຂໍອວຍພອນໃຫ້ສາຍພົວພັນມິດຕະພາບຂອງທັງສອງປະເທດ ລາວ - ຍີ່ປຸ່ນ ຈົ່ງຍຶນຍົງທະນົງແກ່ນຕະຫຼອດໄປ.
ບົວສອນ ວົງຖາວອນ
ຜູ້ປະກອບການ ແລະ ອຳນວຍການ ໂຮງຮຽນ ລ້ຽງເດັກ-ອະນຸບານ-ປະຖົມ ສະບາຍດີ. ຄະນະສະມາຄົມມິດຕະພາບລາວ-ຍີ່ປຸ່ນ ສູນກາງ. ອະດີດປະທານສະມາຄົມນັກສຶກສາລາວຈາກຍີ່ປຸ່ນ. ອາຫານຍີ່ປຸ່ນທີ່ມັກແມ່ນ ລາເມັງ, ຊາຊິມິ ແລະ ເທັບປັງຢະກິ. ມັກປະເທດຍີ່ປຸ່ນທີ່ມີ 4 ລະດູຢ່າງຊັດເຈນ ແລະ ມີຄວາມງາມຂອງ 4 ລະດູທີ່ແຕກຕ່າງກັນ. ມັກນິໄສຄົນຍີ່ປຸ່ນ ທີ່ມັກເຫັນອົກເຫັນໃຈຄົນອື່ນ ແລະ ມີລະບຽບວິໄນດີ ໂດຍສະເພາະ ການຮັກສາຄວາມສະອາດ ແລະ ການເຂົ້າແຖວ. ສະຖານທີ່ທີ່ມັກໃນປະເທດຍີ່ປຸ່ນບໍ່ມີເຈາະຈົງ ແຕ່ມັກທີ່ປະເທດຍີ່ປຸ່ນສາມາດຮັກສາທຳມະຊາດ ແລະ ວັດທະນະທຳໄວ້ໄດ້ດີ ເຮັດໃຫ້ທຸກຄັ້ງທີ່ໄດ້ສຳຜັດແມ່ນຈະມີຄວາມສຸກ ແລະ ສະອນໃຈ.

私と日本との関わりは日本政府奨学金(MEXT)の筆記試験に合格し、面接対象者リストに名前が載った時にさかのぼります。「お金を渡さなければ合格できやしないよ!」と度々聞いていたので、面接試験に進めるとは夢にも思いませんでした。そうした言葉に落ち込みながらも、自分の力で頑張ろうと挑戦したのです。当時、私の母は入院中でしたが、いつも「全力でやってみなさい。不合格でもいいじゃない」と励ましてくれました。面接の日、激しい雨が降っていたことを今も覚えています。私はミッタパープ病院から赤い二輪車ドリーム号を走らせナーサイにある日本国大使館に向かいました。激しい風雨のせいで、レインコートを着ていても制服はびしょぬれになり、泥のはね跡があちこちについてしまいました。私は濡れネズミのような姿で面接会場に入り、自信はありませんでした。しかし、結果は合格、必要な書類を用意することになりました。私も両親も合格できると思っていなかったので、とても嬉しかったです。
そしていよいよ家族と別れ、ラオスを離れる日になり、仲間とともにワッタイ国際空港を出発しました。困難と孤独、不安を抱きながら私は強くあらねばならないと決意しました。というのも、ドンムアン空港でほかの仲間は東京行きの便に乗り換え、私一人が大阪に向かうことになっていたからです。1996年4月1日の深夜、私は生まれて初めて異国の土を踏みました。不安で寂しく、とぼとぼと歩いているうちに、最先端で秩序正しく、清潔であることに目を見張り、また、空港係官や迎えに来た学校担当者の親切心に心打たれました。このように私が日本の土を初めて踏んだ時の印象は、コミュニケーションに障壁があったにせよ、強く心に残っています。
翌日から在外ラオス人学生としての生活が始まりました。日本語学校には世界中の学生が学びに来ています。外国での生活に自らをなじませていくうえで、日本語学校で学ぶ時間が最も落ち着く時間でした。学生同士、英語と日本語が混じった不思議な言葉を使いました。電車の乗り降りや満員電車への入り込み方、地図や時刻表の見方、買い物、そのほか日々の生活の様々なことを私たちは学びました。さらに、私たちが様々な日本文化を体験できるよう、学校とホストファミリーが多くの機会を設けてくれました。ハイキングや海浜旅行、花火見物、初詣、着物、茶道、生け花、花見、スキー、温泉などの体験を通して、私たちは日本文化のみならず日本人の生活様式や気質、考え方を学び知ることができました。おそらく私と同じように全ての留学生は日本を第二の故郷と感じていると思います。私たちは日本留学中、自らの責任で生活を営むことを覚え、様々な経験を積んで成長することができました。
日本との繋がりを強め、感謝し、ご恩に報いたいと思いながら私は卒業の日を迎えました。私は日系旅行会社に就職し、日本国大使館や国際機関、日本の団体、ラオスに暮らす日本の人々と一緒に仕事をする機会に恵まれました。そのおかげで多くの日本人と知り合い、ラオスの国や文化についてもより深く知ることになりました。私は日本との関わりを深め、知らず自らの血肉としながら、両国の友好関係促進に貢献したいと願うようになりましたが、その理由を説明する言葉が見つかりません。元留学生会(JAOL)の活動に参加するたびに幸せを感じています。JAOLが日ラオス両国の友好の架け橋となり、ラオスの経済発展に貢献できるよう、メンバー間の団結を強めるべく尽力してきました。
ラオス・日本の外交関係樹立65周年を祝賀するにあたり、私にチャンスを与え、現在の私を作り上げてくださった両国の政府に感謝申し上げます。ラオスと日本の友好協力関係がこれからも末永く続きますように。
ブアソン・ウォンターウォン
サバイディ保・幼・小学校の創始者・校長。ラオス日本友好協会中央委員。ラオス日本元留学生会・元会長。ラーメン、刺身、鉄板焼きが好物。それぞれに美しい日本の四季が好き。日本人の他者に対する思いやりと礼儀正しさ、特に清潔さと順番を守るところが素晴らしい。また、日本では自然・文化が守られているので、見る者を満足させるのだと思います。