ຍີ່ປຸ່ນ ແລະ ຂ້ອຍ「日本と私」 ອາມິດ ເພັດສະດາ アミット・ペッサダー

2021/1/6
ເປັນຕົວແທນນັກສຶກສາລາວ ເຂົ້າຮ່ວມກອງປະຊຸມຊາວໜຸ່ມລະຫວ່າງນະຄອນກຽວໂຕ ກັບເມືອງຄູ່ພັນທະມິດ ラオス人留学生代表として京都市友好都市青少年会議に参加
ຖ່າຍຮູບກັບພໍ່ຮັກຄົນສະວິດເຊີແລນ ຢູ່ໂຄຢະຊັນ ປະເທດຍີ່ປຸ່ນ 高野山に住むスイス人僧侶と 
ຂ້າພະເຈົ້າເລີ່ມຮູ້ຈັກ ແລະ ມີຄວາມສົນໃຈໃນປະເທດຍີ່ປຸ່ນ ແມ່ນຕອນທີ່ຂ້າພະເຈົ້າເປັນຈົວນ້ອຍຢູ່ວັດແຫ່ງໜຶ່ງໃນນະຄອນຫຼວງພະບາງ ຕອນນັ້ນຂ້າພະເຈົ້າຮຽນຢູ່ມັດທະຍົມຕອນປາຍ ໂຮງຮຽນສົງ ແລະ ໄດ້ພົບກັບຄູບາຄົນສັນຊາດສະວິດເຊີແລນ ທີ່ອາໄສຢູ່ປະເທດຍີ່ປຸ່ນ. ຈາກນັ້ນຂ້າພະເຈົ້າໄດ້ເລີ່ມຮຽນພາສາຍີ່ປຸ່ນ ໂດຍຄູບາຕົນນັ້ນຄ່ອຍສະໜັບສະໜຸນຄ່າຮຽນ ແລະ ຄ່າກິນຢູ່ຈົນຂ້າພະເຈົ້າຈົບປະລິນຍາຕີ. ຂ້າພະເຈົ້າຮຽນຈົບລະດັບປະລິນຍາຕີ ຢູ່ປະເທດລາວ 2ສາຂາຄື: ສາຂາພາສາອັງກິດ ຈາກວິທະຍາໄລລາວ-ອາເມຣິກາແລະ ພາສາຍີ່ປຸ່ນຈາກ ພາກວິຊາພາສາຍີ່ປຸ່ນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ. ໃນຂະນະທີ່ສຶກສາຢູ່ຊັ້ນປະລິນຍາຕີ ຂ້າພະເຈົ້າໄດ້ຮັບທຶນລັດຖະບານຍີ່ປຸ່ນມາຮຽນທີ່ປະເທດຍີ່ປຸ່ນຈຳນວນ2ຄັ້ງຄື:2011-2012 ທີ່ມະຫາວິທະຍາໄລຄຸມະໂມະໂຕະ ແລະ 2013-2014 ທີ່ມະຫາວິທະຍາໄລ Kyoto University of Foreign Studies.
 
ເທື່ອນີ້ເປັນເທື່ອທີ3 ທີ່ຂ້າພະເຈົ້າໄດ້ມາຮຽນຢູ່ຍີ່ປຸ່ນໃນລະດັບປະລິນຍາໂທ ແລະ ຕໍ່ປະລິນຍາເອກເລີຍດ້ວຍທຶນລັດຖະບານຍີ່ປຸ່ນMEXT ແລະ ທຶນມູນນິທິໂນະມຸລະ Nomura Foundation ທີ່ມະຫາວິທະຍາໄລກຽວໂຕ(Kyoto University). ໃນປີ2019 ຂ້າພະເຈົ້າໄດ້ຖືກແຕ່ງຕັ້ງເປັນທູດກິດຕິມະສັກນັກສຶກສາລາວ ປະຈຳແຂວງກຽວໂຕ ໂດຍຫ້ອງການພົວພັນສາກົນແຂວງກຽວໂຕ ຈຸດປະສົງແມ່ນເພື່ອ ເຮັດໃຫ້ສາຍສຳພັນລະຫວ່າງແຂວງກຽວໂຕ ແລະ ປະເທດລາວແໜ້ນແຟ້ນຂຶ້ນ ໂດຍການເຜີຍແຜ່ກ່ຽວກັບປະເທດລາວໃຫ້ຄົນຍີ່ປຸ່ນໂດຍສະເພາະປະຊາຊົນແຂວງກຽວໂຕ ໄດ້ຮັບຮູ້, ເຂົ້າໃຈ ແລະ ມີຄວາມສົນໃຈໃນປະເທດລາວ. ນອກຈາກນັ້ນ, ຂ້າພະເຈົ້າຍັງໄດ້ຮັບແປພາສາ ໃຫ້ຄະນະຜູ້ແທນຈາກປະເທດລາວ ເວລາມາເຄື່ອນໄຫວວຽກງານຢູ່ແຂວງກຽວໂຕ. ມີໂອກາດໄດ້ ຕິດຕໍ່ພົວພັນ ແລະ ໂອ້ລົມແລກປ່ຽນນຳຄົນຍີ່ປຸ່ນຫຼາຍ ແລະ ຖືກຖາມຫຼາຍຄັ້ງວ່າ ”ເຈົ້າຢາກໃຫ້ປະເທດລາວເປັນແນວໃດ ໃນອະນາຄົດ” ຕອບວ່າຢາກໃຫ້ເປັນແບບປະເທດຍີ່ປຸ່ນ ແຕ່ຄົງຕ້ອງໃຊ້ເວລາດົນ ແລະ ຕ້ອງການການຮ່ວມມື ຊ່ວຍເຫຼືອຈາກທຸກໆຄົນ. ຂ້າພະເຈົ້າເຊື່ອວ່າ ປະເທດຍີ່ປຸ່ນເປັນປະເທດໃນຝັນ ຂອງຄົນລາວຫຼາຍໆຄົນ. ຄິດວ່າຄົນລາວຫຼາຍຄົນ ຢາກມາທ່ຽວ ມາເຮັດວຽກ ຫຼື ມາສຶກສາຕໍ່.
 
ຖ້າໃຫ້ພັນລະນາກ່ຽວກັບປະເທດຍີ່ປຸ່ນແບບສັ້ນໆ ຂ້າພະເຈົ້າຂໍໃຊ້ 6ຄຳນີ້ຄື: (1)ສະດວກ (ການເດີນທາງ ການຂົນສົ່ງ ຮ້ານສະກວກຊື້ຕ່າງໆ ແມ່ນສະດວກຫຼາຍ), (2)ສະອາດ (ບ້ານເມືອງສະອາດງາມຕາ), (3)ສວຍງາມ (ມີທຳມະຊາດສວຍງາມໃນ4ລະດູຄື: ມີດອກຊະກຸລະ, ໃບໄມ້ແດງ, ຫິມະ ແລະ ທະເລ), (4)ສະຫງົບ (ມິດງຽບ ບໍ່ມີສຽງດົນຕີ ບໍ່ມີສຽງໄກ່ຂັນ ສຽງໝາເຫົ່າ ຫຼື ສຽງລົບກວນຕ່າງໆ ເຄີຍໄດ້ຍິນແຕ່ຜູ້ເຖົ້າຜູ້ແກ່ວ່າ ເມືອງໄກ່ບໍ່ຂັນແມ່ນເມືອງຜີ ແຕ່ຢູ່ປະເທດທີ່ພັດທະນາແລ້ວ ແມ່ນຫາຟັງສຽງໄກ່ຂັນຍາກ),  (5)ສຸພາບ (ຄົນຍີ່ປຸ່ນມັກຂອບໃຈ ແລະ ຂໍໂທດ, ຍ່າງຕຳກັນ ຕ່າງຝ່າຍຕ່າງຂໍໂທດ), (6)ປອດໄພ (ບໍ່ຄ່ອຍມີອາສະຍາກຳ ປຸ້ນຈີ້ ຕີຕ່ອຍ, ວັດຖຸມີຄ່າທີ່ເຮັດຕົກເຮ່ຍ ສ່ວນໃຫຍ່ແມ່ນໄດ້ກັບຄືນມາ).
 
ມາຮອດປະຈຸບັນຂ້າພະເຈົ້າໄດ້ໃຊ້ຊີວິດຢູ່ປະເທດຍີ່ປຸ່ນເປັນເວລາ 6ປີກວ່າແລ້ວ ແລະ ປະເທດຍີ່ປຸ່ນກໍໄດ້ກາຍເປັນບ້ານຫຼັງທີ2 ຂອງຂ້າພະເຈົ້າແລ້ວ. ອະນາຄົດຂ້າພະເຈົ້າຢາກປະກອບສ່ວນເປັນຂົວຕໍ່ ໃນການຮັດແໜ້ນສາຍສຳພັນ ສປປ ລາວ ແລະ ຕ່າງປະເທດ ກໍຄືປະເທດຍີ່ປຸ່ນ.

 
ອາມິດ ເພັດສະດາ
ນັກສຶກສາປະລິນຍາເອກ, ມະຫາວິທະຍາໄລ ກຽວໂຕ ທູດກິດຕິມະສັກນັກສຶກສາລາວ ປະຈຳແຂວງກຽວໂຕ
ສິ່ງທີ່ປະທັບໃຈ ແລະ ແປກໃຈ ຄື: ຕ້ອງແຍກຂີ້ເຫຍື້ອຖິ້ມໃສ່ຖົງ ແລະ ຕາມວັນທີ່ກຳນົດ, ນ້ຳປະປາສາມາດກິນໄດ້, ຄົນຍີ່ປຸ່ນມັກຈະຂໍໂທດຕະຫຼອດ, ຄະລະໂອະເກະ ຫຼື ໂຮງແຮມ ຈ່າຍເປັນຫົວຄົນ ບໍ່ແມ່ນຈ່າຍເປັນຕໍ່ຫ້ອງ.
ງານລ້ຽງຕ້ອນຮັບຄະນະຜູ້ແທນມາຈາກປະເທດລາວ ラオス代表団の歓迎食事会
ຮັບໃບປະກາດປະລິນຍາໂທ ກັບພໍ່ແມ່ ແລະ ອ້າຍ 修士課程修了式で両親・兄と一緒に 
私が日本のことを知り、興味を持つようになったのは、見習僧としてルアンパバーン市内の寺院に住み込み、僧院学校に通っていた時、高野山に起居するスイス人僧侶に出会ったのがきっかけです。その僧侶から大学生活に必要な学費や生活費の支援を受け、日本語を勉強し始めました。そして、私はThe Lao-American Collegeとラオス国立大学文学部日本語学科で二つの学士を取得しました。また、大学在学中に日本政府国費留学生として二度の留学機会を頂戴しました(2011年から2012年に熊本大学、2013年から2014年に京都外国語大学)。
 
そして私にとって3度目の留学となる修士・博士課程では、文部科学省と野村財団から奨学金をいただき、京都大学に留学しています。2019年には京都府国際課より京都府名誉友好大使に任命していただきました。その目的は日本人、特に京都府民にラオスを広めると共に両地域のより親密な関係の構築に寄与することです。また、私はラオスの役員団体が京都を訪れる際、通訳者として同行します。日本人と交流する機会がたくさんあり、「将来、ラオスがどのようになって欲しいか」とよく聞かれます。私の答えは「日本のように発展して欲しい」ですが、かなりの時間を要すると考えます。そして、ラオスの発展には皆様からのご協力やご支援が必要です。日本は多くのラオス人にとって、訪れてみたい憧れの国であると考えます。また観光だけでなく、学位取得やビジネスを目的とした訪日ラオス人も多いのではないでしょうか。
 
日本を簡潔に説明するのに、以下の6つの言葉を挙げたいと思います。(1)便利(交通や物流や買い物等が便利)、(2)清潔(街等が清潔)、(3)美(桜、紅葉、雪、海など、四季ごとに美しい自然や植物が見られること)、(4)静か(音楽、鶏やその他動物の鳴き声等、騒音がないこと。よくラオスでは、鶏の鳴き声が聞こえないのは幽霊の世界だと年配の方から教わりましたが、先進国では鶏の鳴き声がなかなか聞こえないと分かってきました)、(5)礼儀(常に感謝の意を示すことや、ぶつかった時に両方が謝ること等)、(6)安全(事件や強盗や喧嘩等が少ないこと。落とし物がおおよそ手元に戻ってくること)。
 
6年間にわたる日本での滞在を経て、日本はまるで私にとっての第二の故郷のように感じています。私は将来、日本をはじめとした海外諸国と、ラオスの架け橋になりたいと考えています。
 

ペッサダー・アミット
京都大学博士課程、京都府名誉友好大使。
日本に来て驚いたこと:ゴミの分別が必要。水道水が飲める。いろいろな場面で感謝の意を述べる。ホテル・カラオケ等、部屋単位ではなく人数単位での支払い。