ຄຳແນະນຳໂດຍສັງເຂບຂອງລະບຽບການໃຫມ່ໃນການເຂົ້າປະເທດຍີ່ປຸ່ນ
1. ຄຳແນະນຳ
ການປັບປຸງດັດແກ້ບາງພາກສ່ວນຂອງ “ກົດຫມາຍວ່າດ້ວຍຄົນເຂົ້າເມືອງ ແລະ ຮັບຮູ້ຜູ້ອົບພະຍົບ” ເຊິ່ງໄດ້ຖືກຮັບຮອງເອົາໃນວັນທີ 24 ພຶດສະພາ 2006 ແລະ ຈະມີຜົນບັງຄັບໃຊ້ ຢ່າງຊ້າໃນວັນທີ 20 ພະຈິກ 2007.
ການປັບປຸງກົດຫມາຍດັ່ງກ່າວ ແມ່ນມີຈຸດປະສົງເພື່ອປ້ອງກັນການກໍ່ການຮ້າຍ, ຈາກສິ່ງດັ່ງກ່າວ, ພວກເຮົາຈະໄດ້ປະຕິບັດມາດຕະການປ້ອງກັນ ໂດຍອິງໃສ່ຂໍ້ມູນສ່ວນຕົວຂອງຄົນຕ່າງດ້າວ ທີ່ບ່ອນກວດກາຄົນເຂົ້າເມືອງ.
ພາຍໃຕ້ມາດຕະການໃຫມ່ ຂັ້ນທຳອິດຄົນຕ່າງດ້າວຕ້ອງໄດ້ພີມລາຍນີ້ວມື ແລະ ຖ່າຍຮູບໃບຫນ້າກ່ອນ ຕໍ່ມາເຈົ້າຫນ້າທີ່ກວດຄົນເຂົ້າເມືອງຈະທຳການກວດສອບເອກະສານການເຂົ້າປະເທດ.
ກໍລະນີຄົນຕ່າງດ້າວ, ທີ່ຖືກໃຫ້ຂໍ້ມູນສ່ວນຕົວຕາມກົດຫມາຍໃຫມ່ ທີ່ຕ້ອງພີມລາຍນີ້ວມື ແລະຖ່າຍຮູບໃບຫນ້າ, ປະຕິເສດບໍ່ໃຫ້ຄວາມຮ່ວມມື ຄົນຜູ້ນັ້ນຈະບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນດິນແດນຍີ່ປຸ່ນ ເຂົາຈະຖືກສັ່ງໃຫ້ອອກນອກປະເທດ.
2. ບຸກຄົນທີ່ກ່ຽວຂ້ອງ
ທຸກຄົນຕ່າງດ້າວ ທີ່ຕ້ອງການຢາກເຂົ້າມາຍັງປະເທດຍີ່ປຸ່ນລ້ວນແລ້ວແຕ່ກ່ຽວຂ້ອງກັບກົດຫມາຍສະບັບປັບປຸງໃຫມ່, ແຕ່ມີການຍົກເວັ້ນດັ່ງນີ້:
- ຜູ້ດຳລົງຊີວິດຢູ່ຍີ່ປຸ່ນຖາວອນໃນຖານະພິເສດ
- ຄົນທີ່ມີອາຍຸບໍ່ຮອດ 16 ປີເຕັມ
- ຜູ້ທີ່ມາປະຕິບັດຫນ້າທີ່ໃນຖານະ ການທູດ ຫລື ລັດຖະການ
- ຜູ້ທີ່ຖືກເຊີນຈາກຫົວຫນ້າອົງການຈັດຕັ້ງຂອງລັດ
- ຜູ້ທີ່ຖືກບັນຍັດໄວ້ໃນຄຳສັ່ງຂອງກະຊວງຍຸດຕິທຳ ໃນຖານະທຽບເທົ້າກັບຂໍ້ (3) ຫລື (4)
3. ລະບຽບການໃຫມ່ການກວດກາຄົນເຂົ້າເມືອງ
ຜູ້ຮ້ອງຂໍເຂົ້າເມືອງ ຈະຕ້ອງປະຕິບັດຕາມລະບຽບດັ່ງຕໍ່ໄປນີ້:
![]() |
(1) ຜູ້ຕ້ອງການຢາກເຂົ້າປະເທດຍີ່ປຸ່ນຕ້ອງຍື່ນຫນັງສືຜ່ານແດນ ຕໍ່ເຈົ້າຫນ້າທີ່ກວດຄົນເຂົ້າເມືອງ |
---|---|
![]() |
(2) ເຈົ້າຫນ້າທີ່ກວດຄົນເຂົ້າເມືອງຈະອະທິບາຍລະບຽບໃຫ້ຊາບ ເຊິ່ງເຮົາຕ້ອງໄດ້ປະຕິບັດຕາມ, ເພິ່ນຈະບອກໃຫ້ເອົານີ້ວຊີ້ທັງ ສອງເບື້ອງແປະ ໃສ່ເຄື່ອງອ່ານລາຍພີມນີ້ວມື. ຂໍ້ມູນເຄື່ອງພີມນີ້ວມື ຈະອ່ານ ແລະກັບຮັກສາໄວ້ທີ່ເຄື່ອງແມ່ເຫລັກໄຟຟ້າ. |
![]() |
(3) ຕໍ່ມາກໍຈະຖືກຖ່າຍຮູບໃບຫນ້າໄວ້ ເຊິ່ງກ້ອງຈະຕິດຢູ້ເທິງກັບ ເຄື່ອງພີມນີ້ວມື. |
(4) ຫລັງຈາກນັ້ນ ເຈົ້າຫນ້າທີ່ກວດຄົນເຂົ້າເມືອງຈະສຳພາດສັ້ນໆ. | |
(5) ໃນເມື່ອສຳເລັດລະບຽບການດັ່ງກ່າວແລ້ວ ຜູ້ທີ່ຈະເຂົ້າຍີ່ປຸ່ນ ກໍຈະໄດ້ຮັບຫນັງສືຜ່ານແດນຄືນຈາກເຈົ້າຫນ້າທີ່. |
ຄຳຖາມ ແລະ ຄຳຕອບ
ຖາມ: ເປັນຫຍັງການພີມລາຍນີ້ວມື ແລະ ຖ່າຍຮູບໃບຫນ້າຂອງຄົນຕ່າງດ້າວ ຖືວ່າເປັນສິ່ງບັງຄັບ? |
---|
ຕອບ: ລະບຽບການນີ້ ຈະເຮັດໃຫ້ຫ້ອງການກວດຄົນເຂົ້າເມືອງແຫ່ງຊາດ ຮູ້ຈັກຜູ້ຄົນທີ່ໃຊ້ຫນັງສືຜ່ານແດນປອມ ເຊັ່ນດຽວກັນກັບຜູ້ທີ່ອາດຈະເປັນໄພອັນຕະລາຍ ເຊັ່ນພວກກໍ່ການຮ້າຍ. ມາດຕະການດັ່ງກ່າວສາມາດໃຫ້ພວກເຮົາປ້ອງກັນການກໍ່ການຮ້າຍໄດ້. |
ຖາມ: ມັນມີມາດຕະການສຳລັບຄົນຜູ້ທີ່ບໍ່ສາມາດພີມລາຍນີ້ວມື ຫລື ຖ່າຍຮູບໃບຫນ້າ ຫລືບໍ່? |
ຕອບ: ຖ້າວ່າບຸກຄົນທີ່ບໍ່ຢູ່ໃນຖານະພີມລາຍນີ້ວມືໄດ້ ຍ້ອນນີ້ວດັ່ງກ່າວຂາດ ຫລື ຍ້ອນສາເຫດອື່ນ, ດຳລັດກະຊວງຍຸດຕິທຳໄດ້ກຳນົດລະດັບນີ້ວມືໄວ້ເພື່ອໃຊ້ພີມ. ຖ້າທ່ານຫາກຢູ່ໃນກໍລະນີດັ່ງກ່າວ ກະລຸນາແຈ້ງໃຫ້ທາງເຈົ້າຫນ້າທີ່ກວດຄົນເຂົ້າເມືອງຊາບ ແລະ ປະຕິບັດຕາມຄຳແນະນຳຂອງເພິ່ນ. |
ຖາມ: ມີມາດຕະການໃດແດ່ ສຳລັບຄົນທີ່ປະຕິເສດການພີມລາຍນີ້ວມື ແລະ ຫລື ຖ່າຍຮູບໃບຫນ້າ? |
ຕອບ: ເຈົ້າຫນ້າທີ່ກວດກາ ຈະພິຈາລະນາດ້ວຍຄວາມຮອບຄອບ ວ່າຄົນຕ່າງດ້າວຜູ້ນັ້ນ ແມ່ນຄົນທີ່ຖືກຍົກເວັ້ນຫລືບໍ່. ຖ້າຄົນຕ່າງດ້າວທີ່ບໍ່ຢູ່ໃນກໍລະນີຍົກເວັ້ນ ແຕ່ຜູ້ກ່ຽວປະຕິເສດຕໍ່ລະບຽບການ ຜູ້ກ່ຽວຈະບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າປະເທດຍີ່ປຸ່ນ ແລະ ຈະຖືກສັ່ງໃຫ້ອອກນອກປະເທດ. |
ຖາມ: ຂໍ້ມູນຫລັກຖານສະແດງຕົວທີ່ທຳຂຶ້ນໃນເວລາກວດກາເຂົ້າເມືອງ ຈະຖືກເກັບຮັກສາໄວ້ຄືແນວໃດ? |
ຕອບ: ພວກເຮົາຖືວ່າຂໍ້ມູນຫລັກຖານສະແດງຕົວ (ພີມລາຍນີ້ວມື ແລະ ຖ່າຍຮູບໃບຫນ້າ) ແມ່ນເປັນຂໍ້ມູນສຳຄັນທີ່ຈະເກັບຮັກສາໄວ້. ພວກເຮົາຈະປະຕິບັດຢ່າງຮອບຄອບ ໂດຍສອດຄ່ອງກັບ “ກົດຫມາຍວ່າດ້ວຍການປ້ອງກັນຮັກສາຂໍ້ມູນສ່ວນບຸກຄົນ ເຊິ່ງໄດ້ຮັບຈາກການປົກຄອງ”. ພວກເຮົາມີລະບົບຮັກສາຄວາມປອດໄພອັນຫລາກຫລາຍ ສາມາດຮັບປະກັນການປົກປັກຮັກສາຂໍ້ມູນດັ່ງກ່າວ. |
ພົວພັນ: ພະແນກສັງລວມ ຫ້ອງການຄົນເຂົ້າເມືອງ ກະຊວງຍຸດຕິທຳ
ທີ່ຢູ່: 1-1-1, ກາສຸມິງາຊາກິ, ຊີໂດຢະ-ກຶ, ໂຕກຽວ 100-8977
ໂທຣ. 03-3580-4111 ອິນເຕິເນັດ: http://www.moj.go.jp/