ລາວ ແລະ ຂ້ອຍ「ラオスと私」 ອາກິໂມໂຕະ ໂຕຊິຢູກິ 秋元 利幸

2021/1/13
ຮອຍຍິ້ມຂອງເດັກນ້ອຍໃນຂະນະຮຽນເຕະບານ (ແຫຼ່ງພາບ: OMIYA ARDIJA) サッカー教室での「笑顔」(写真提供:大宮アルディージャ)
ເດັກນ້ອຍກໍາລັງກິນເຂົ້າໜົມສາຍໄໝທີ່ມອບໂດຍສະມາຄົມຄົນຍີ່ປຸ່ນຢູ່ລາວ (ແຫຼ່ງພາບ: OMIYA ARDIJA) ラオス日本人会が振る舞ってくれた「わた菓子」を食べている子どもたち(写真提供:大宮アルディージャ)
 “ລະມາອີກເດີ້!”
ທັນວາ 2014 ແມ່ນປີທີ່ສະໂມສອນເຕະບານ OMIYA ARDIJA ຂອງພວກເຮົາໄດ້ລິເລີ່ມການສອນເຕະບານຢູ່ປະເທດລາວເຊິ່ງແມ່ນການສອນເຕະບານຢູ່ຕ່າງປະເທດເປັນຄັ້ງທໍາອິດຂອງສະໂມສອນທີ່ຢູ່ພາຍໃຕ້ຄອນເຊັບທີ່ວ່າ “ພວກເຮົາມາສ້າງຮອຍຍິ້ມໃຫ້ເດັກນ້ອຍອາຊີກັນເທາະ!”
 
ໃນຕອນນັ້ນ, ທັງສະໂມສອນ ແລະ ໂຕຂ້ອຍເອງຕ່າງກໍ່ບໍ່ເຄີຍມີປະສົບການເລີຍເຮັດໃຫ້ພວກຂ້ອຍເປັນຫ່ວງຫຼາຍວ່າຈະເລີ່ມຈາກໃສດີນໍ້, ພວກເດັກນ້ອຍຊິເຂົ້າມາຮຽນການເຕະບານນໍາພວກເຮົາບໍ່ເດ້? ພວກເດັກນ້ອຍກາຊິເຕະບານໄດ້ບໍ່ເດ້? ເລີ່ມແລກເລີຍກາຊິລົມກັນຈັ່ງໃດເດ້?. ແຕ່ສະໂມສອນພວກເຮົາຍັງໂຊກດີທີ່ສະມາຄົມມິດຕະພາບໄຊຕະມະ-ລາວ, ບັນດາຜູ້ສະໜັບສະໜຸນ, ສະມາຄົມບານເຕະແຫ່ງປະເທດລາວ ແລະ ອີກຫຼາຍໆທ່ານໄດ້ໃຫ້ການສະໜັບສະໜຸນພວກເຮົາຕະຫຼອດມາ ເລີຍເຮັດໃຫ້ພວກຂ້ອຍສາມາດສ້າງຮອຍຍິ້ມໃຫ້ເດັກນ້ອຍໄດ້ເປັນຈໍານວນຫຼວງຫຼາຍ (ດັ່ງຮູບທີ 1) ແລະ ສາມາດຈົບຫຼັກສູດໄດ້ຢ່າງມີຄວາມສຸກ.
 
ເຫດຜົນໜຶ່ງທີ່ເຮັດໃຫ້ຂ້ອຍມັກປະເທດລາວທີ່ສຸດແມ່ນ “ຄົນລາວທຸກຄົນໃຈດີ ແລະ ອ່ອນໂຍນ”. ເຖິງວ່າຂ້ອຍຈະເຮັດຫຍັງຜິດ ຫຼື ເຮັດຫຍັງບໍ່ສໍາເລັດກໍ່ຕາມເຂົາເຈົ້າກໍ່ຈະບອກຂ້ອຍພ້ອມຮອຍຍິ້ມວ່າ “ບໍ່ເປັນຫຍັງ!” ມາຕະຫຼອດ. ຂ້ອຍຄິດວ່າຄົນຍີ່ປຸ່ນທີ່ເຄີຍມາປະເທດລາວເກືອບທຸກຄົນແມ່ນຄົງຮູ້ສຶກແບບດຽວກັນກັບຂ້ອຍຄືກັນ.
 
ນອກຈາກນີ້, ຂ້ອຍຍັງຮູ້ສຶກອີກວ່າ “ດວງຕາເດັກນ້ອຍຈັ່ງແມ່ນເປັ່ງປະກາຍງາມແທ້”. ປີກາຍນີ້, ຫຼັງຈາກສອນເຕະບານແລ້ວກໍ່ໄດ້ມອບຂະໜົມສາຍໄໝໃຫ້ເດັກນ້ອຍໂດຍຮ່ວມມືສະມາຄົມຄົນຍີ່ປຸ່ນຢູ່ລາວ, ເປັນຄັ້ງທໍາອິດທີ່ພວກເຂົາກິນເຂົ້າໜົມສາຍໄໝ, ມາຮອດມື້ນີ້ຂ້ອຍກາຍັງບໍ່ລືມຮອຍຍິ້ມຂອງພວກເຂົາເຫຼົ່ານັ້ນເລີຍ!
 
ກ່ອນທີ່ຈະມາປະເທດລາວທຸກຄັ້ງຂ້ອຍຄິດວ່າຈະຕ້ອງຕັ້ງໃຈເພື່ອ “ມອບຮອຍຍິ້ມ” ໂດຍການສອນເຕະບານມາຕະຫຼອດ, ແຕ່ຫຼັງຈາກຂ້ອຍໄດ້ຍິນຄໍາເວົ້າຂອງເດັກນ້ອຍວ່າ “ລະມາອີກເດີ້!” ພ້ອມຮອຍຍິ້ມທີ່ເປັ່ງປະກາຍກໍ່ເຮັດໃຫ້ຂ້ອຍອົດຍິ້ມບໍ່ໄດ້ ແລະ ຄໍາເວົ້ານັ້ນເອງກໍ່ໄດ້ກາຍເປັນແຮງຊຸກຍູ້ໃຫ້ຂ້ອຍກັບມາປະເທດລາວອີກ.
 
ປະເທດລາວແມ່ນ “ແຫຼ່ງພະລັງ” ຂອງຂ້ອຍ!

 
ອາກິໂມະຕະ ໂຕຊິຢູກິ
ຜູ້ຈັດການຝ່າຍສົ່ງເສີມລະດັບສາກົນ ທີ່ສໍານັກງານໃຫຍ່ສະໂມສອນ OMIYA ARDIJA. ເຕີບໃຫຍ່ທີ່ເມືອງໂຄຊິຢະ, ແຂວງໄຊຕະມະ. ເຄີຍເປັນນັກເຕະບານຂອງທີມມັດທະຍົມຕອນຕົ້ນ Koshigaya Shinei, ມັດທະຍົມຕອນປາຍ Omiya Higashi, ມະຫາໄລວະເຊດະ, ສະໂມສອນ Tokushima Votris ເປັນຕົ້ນ. ປີ 2000 ເປັນຕົ້ນມາໄດ້ເຂົ້າເຮັດວຽກທີ່ສະໂມສອນ OMIYA ARDIJA, ດໍາລົງຕໍາແໜ່ງເປັນຫົວໜ້າທີມ, ພະແນກເພີ່ມສັກກະຍະພາບ, ໂຄສະນາ-ປະຊາສໍາພັນ, ຫຼັງຈາກນັ້ນຕັ້ງແຕ່ປີ 2014 ມາກໍ່ເຮັດວຽກໃນຕຳແຫນ່ງປະຈຸບັນ. ມາຮອດປະຈຸບັນຂ້ອຍໄດ້ເຮັດວຽກຢູ່ໃນ 9 ປະເທດຂອງທະວີບອາຊີ, ສ້າງຮອຍຍິ້ມໃຫ້ເດັກນ້ອຍຫຼາຍກ່ວາ 7,000 ຄົນ.
ເຂົ້າຢ້ຽມຄໍ່ານັບ ພະນະທ່ານ ທອງສິງ ທໍາມະວົງ, ອາດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ ຮ່ວມກັບສະມາຄົມມິດຕະພາບໄຊຕະມະ-ລາວ (ແຫຼ່ງພາບ: OMIYA ARDIJA) 埼玉ラオス友好協会とご一緒させていただいた、トンシン前首相への表敬訪問(写真提供:大宮アルディージャ)
“ລະມາອີກເດີ້!” (ແຫຼ່ງພາບ: OMIYA ARDIJA) 「また来てね!」(写真提供:大宮アルディージャ)
「また来てね!」
2014年12月。我々大宮アルディージャは「アジアの子どもたちに笑顔を届ける!」をコンセプトに、クラブ初となる海外でのサッカー教室をラオスで開催することができました。
 
クラブにとっても私にとっても、何もかもが初めてでしたので「サッカー教室にラオスの子どもたちが本当に来てくれるのか?」「ちゃんとサッカーができるのかな?」「そもそもコミュニケーションがとれるのかな?」などなど心配しかありませんでした。しかし、埼玉ラオス友好協会、スポンサー、現地のサッカー協会はじめ、たくさんの方々にサポートいただき、(トップの写真のように)子どもたちが笑顔いっぱいに、楽しく終えることができました。
 
私がラオスを大好きである理由の一つに、ラオスの人々が「みな親切で優しい」というものがあります。こちらが何かミスをしたり、至らないことがあっても「ボーペンニャン!」と笑顔で許してくれます。これはおそらく、ラオスに行ったことのあるほとんどの方が実感しているのではないでしょうか。
 
そして、「子どもたちの目がキラキラ輝いている」と感じます。一昨年、日本人会の協力でサッカー教室の後に子どもたちへ綿菓子をプレゼントしたのですが、初めて見る綿菓子を食べている顔が今でも忘れられません!
 
我々は毎回、サッカー教室を通じて「笑顔を届けに行く」と息巻いてラオスに乗り込むのですが、子どもたちに「また来てね!」とキラキラ輝く笑顔で言われると、自然と我々も笑顔になり、むしろパワーをもらって帰ってくることになります(笑)。
 
ラオスは、私の「パワースポット」なのです!

 
秋元 利幸
大宮アルディージャ 事業本部グローバル推進マネージャー。埼玉県越谷市出身。越谷新栄中、大宮東高校、早稲田大学、徳島ヴォルティスなどでプレー。2000年より大宮アルディージャのスタッフとして、チーム主務、強化部、チーム広報などを経て2014年から現職に。これまでアジア9か国約7000人を超える子供たちに笑顔を届けている。