ຍີ່ປຸ່ນ ແລະ ຂ້ອຍ「日本と私」 ສຸດາລີ ພັນທະມີໄຊ スダリー・パンタミサイ

2021/1/20
ຊ່ວຍແມ່ຮັກໃນຫ້ອງຄົວ 台所でホストマザーを手伝う私
ອາຫານປີໃໝ່ທີ່ແມ່ຮັກເຮັດເອງ ホストマザーが作ってくれたお節料理
ເລີ່ມຕົ້ນ, ‘ຍີ່ປຸ່ນ’ ສຳລັບຂ້ອຍແມ່ນໂລກແຫ່ງອານາຄົດ, ເປັນບ້ານເກີດຂອງໂດຣາເອະມອນ, ເປັນສູນລວມຂອງເຕັກໂນໂລຊີ ຄວາມທັນສະໄໝທຸກຮູບແບບ. ພາຍຫຼັງທີ່ໄດ້ໃຊ້ຊີວິດນັກສຶກສາຢູ່ປະເທດຍີ່ປຸ່ນ ເປັນເວລາ 7 ປີ 6 ເດືອນ ຕັ້ງແຕ່ ເດືອນເມສາ ປີ 2004 - ເດືອນກັນຍາ ປີ 2011 ໂດຍໄດ້ຮັບທຶນລັດຖະບານຍີ່ປຸ່ນ ໄປຮຽນ ‘ການທ່ອງທ່ຽວ’ ໃນລະດັບຊັ້ນກາງໃນສາມປີທຳອິດ ແລະ ໄດ້ຮັບການອຸປະຖຳຈາກໂຮງຮຽນ ແລະ ອາຈານຍີ່ປຸ່ນ ເພື່ອຮຽນຕໍ່ຈົນຈົບປະລິນຍາໂທ, ຍີ່ປຸ່ນ ກໍກາຍເປັນບ່ອນທີ່ປ່ຽນຄວາມຄິດດັ່ງເດີມຂອງຂ້ອຍໄປຫຼາຍ ຢ່າງນັບບໍ່ຖ້ວນ.

ພາຍຫຼັງທີ່ຄ່ອຍປັບໂຕ ແລະ ຮຽນຮູ້ພາສາໃນລະດັບທີ່ພໍສື່ສານໄດ້ ໄປພ້ອມກັບເລີ່ມເຂົ້າໃຈວັດທະນະທຳໄດ້ລະດັບໃດໜຶ່ງ, ຕໍ່ມາ, ຍີ່ປຸ່ນກໍ່ກາຍມາເປັນບ່ອນຫຼໍ່ຫຼອມຈິດໃຈຂອງຂ້ອຍໃຫ້ກ້າແກ່ງຂື້ນ. ຂ້ອຍຮູ້ຈັກມ່ວນກັບການເດີນທາງຂອງຊີວິດ ແລະ ໃຊ້ຊີວິດຕາມລຳພັງຫຼາຍຂື້ນ. ຈັງຫວະທີ່ເຮັດໃຫ້ຂ້ອຍມີຄວາມໝັ້ນໃຈຫຼາຍຂື້ນວ່າ ໂຕເອງຈະເລືອກທາງເດີນຊີວິດໂຕເອງ ແລະ ຮັບຜິດຊອບໂຕເອງໄດ້ນັ້ນ ແມ່ນຕອນທີ່ຂ້ອຍໄດ້ຕັດສິນໃຈລອງເດີນທາງທ່ອງທ່ຽວຄົນດຽວເທື່ອທຳອິດໃນຊີວິດ ໄປຍັງສະຖານທີ່ທີ່ຢາກໄປທີ່ສຸດໃນງົບປະມານທີ່ມີຢູ່ຢ່າງຈຳກັດທີ່ສຸດໃນຕອນນັ້ນ. ຂ້ອຍເລືອກໄປ ແຫຼມຊິເຣະໂຕະໂກະ (Shiretoko) ສົ້ນຕາເວັນອອກສຸດຂອງປະເທດຍີ່ປຸ່ນ ເພື່ອລ່ອງເຮືອຊົມທິວທັດທຳມະຊາດ ຢູ່ເຂດຮ໋ອກໄກໂດ (Hokkaido) ຊຶ່ງໄກຈາກບ່ອນຢູ່ເວລານັ້ນຄື ເມືອງໂອຊະກະ (Osaka) ຫຼາຍຮ້ອຍກິໂລ. ຈາກທີ່ ເຄີຍເຫັນຍີ່ປຸ່ນ ເປັນແຕ່ເມືອງໃຫຍ່ມີເຕັກໂນໂລຊີທັນສະໄໝ, ຂ້ອຍໄດ້ພົບ ຍີ່ປຸ່ນໃນຮູບແບບໃໝ່ ຄື ທຳມະຊາດອັນຍິ່ງໃຫຍ່ມະຫຶມາ, ມີຫຼາຍຢ່າງທີ່ໜ້າປະທັບໃຈ, ທັງປະຫຼາດໃຈຈົນສຸດຄຳບັນຍາຍ. ແຕ່ເໜືອສິ່ງອື່ນໃດ, ຂ້ອຍສຳພັດໄດ້ວ່າ ສະເໜ່ຂອງປະເທດຍີ່ປຸ່ນນັ້ນ ຍັງກວ້າງໃຫຍ່ເລິກເຊິ່ງ ແລະ ມີສະເໜ່ໃຫ້ຢາກຄົ້ນຫາ ຫຼາຍກວ່າທີ່ຄວາມຄິດ ຫຼື ຈິນຕະນາການຈະໄປຮອດໄດ້.

ຕໍ່ມາອີກ, ຍີ່ປຸ່ນກໍ່ກາຍມາເປັນບ້ານເກີດແຫ່ງທີສອງຂອງຂ້ອຍ. ຄອບຄົວພໍ່ຮັກແມ່ຮັກ 5 ຄອບຄົວ, ໝູ່ເພື່ອນຄົນຍີ່ປຸ່ນ, ຄູອາຈານ ຍາມໃດກໍ່ເປັນກຳລັງໃຈໃຫ້ ໃນຍາມຍາກລຳບາກ ຕອນທີ່ຂ້ອຍເປັນນັກສຶກສາຢູ່ ມະຫາວິທະຍາໄລຢະມະງຸຈິ (Yamaguchi University) ບ່ອນທີ່ອຸດົມສົມບູນໄປດ້ວຍທຳມະຊາດ, ອາກາດສົດໃສ ບ່ອນທີ່ເຮັດໃຫ້ຂ້ອຍຮູ້ສຶກວ່າ ໂຕເອງກຳລັງຮຽນໜັງສືຢູ່ ເມືອງວັງວຽງ ຂອງລາວ, ເຮັດໃຫ້ ຂ້ອຍບໍ່ໄດ້ເຫັນວ່າສອງປະເທດແຕກຕ່າງກັນ ແຕ່ພັດເຫັນຄວາມຄືກັນຫຼາຍຂື້ນ ໂດຍສະເພາະ ພາຍໃນຈິດໃຈຂອງຄວາມເປັນມະນຸດ ແລະ ຊາວພຸດຄືກັນ ຂອງຊາວລາວ ແລະ ຊາວຍີ່ປຸ່ນ.

ປັດຈຸບັນ, ວີຖີຊີວິດແບບຍີ່ປຸ່ນໄດ້ເຊື່ອມຊຶມ ແລະ ຕິດພັນຢູ່ກັບຊີວິດປະຈຳວັນຂອງຂ້ອຍ. ໂດຍສະເພາະ ແມ່ນອາຫານ. ຂ້ອຍຕິດໃຈລົດຊາດອາຫານພື້ນບ້ານຍີ່ປຸ່ນ ທີ່ແມ່ຮັກເຄີຍເຮັດໃຫ້ກິນ. ຊາວຍີ່ປຸ່ນ ໂດຍສະເພາະ ແມ່ຮັກ ເຮັດໃຫ້ຂ້ອຍເຫັນວ່າ ການເສຍສະລະໂຕເອງມາເຮັດວຽກເຮືອນ ເພື່ອໃຫ້ທຸກຄົນໃນຄອບຄົວມີຄວາມສຸກຄວາມສະບາຍນັ້ນ ບໍ່ແມ່ນເລື່ອງເສຍປຽບໄດ້ປຽບແຕ່ຢ່າງໃດ ຊຶ່ງສະແດງອອກໄດ້ທາງສີໜ້າທີ່ມີແຕ່ຄວາມສຸກ ທີ່ສົ່ງຕໍ່ຜ່ານອາຫານຄຸນນະພາບໃຫ້ກັນ ຍາມຮ່ວມພາເຂົ້າ. ປັດຈຸບັນ, ຂ້ອຍຍັງພະຍາຍາມຮຽນເຮັດອາຫານຍີ່ປຸ່ນໃນຍາມວ່າງ ແລະ ຍັງຈື່ຄຳທີ່ແມ່ຮັກສອນໄດ້ເປັນຢ່າງດີວ່າ: “ອາຫານ ບໍ່ໄດ້ເອົາສະໝອງຈື່ ໃຫ້ເອົາລີ້ນຈື່ລົດຊາດຂອງມັນ”.

ໃນອານາຄົດເດ? ຍີ່ປຸ່ນສຳລັບຂ້ອຍຈະແມ່ນຫຍັງ? ປະສົບການທີ່ໄດ້ຮັບຈາກຍີ່ປຸ່ນ ໄດ້ເຊື່ອມຊຶມເຂົ້າມາໃນຂ້ອຍ ແລະ ຕອນນີ້ ຂ້ອຍກຳລັງຖ່າຍທອດສິ່ງເຫຼ່ົານັ້ນອອກມາໃຫ້ຜູ້ຄົນອ້ອມຂ້າງໄດ້ຮັບຮູ້ ໂດຍຜ່ານວຽກງານການແປພາສາ ແລະ ປະສານງານລະຫວ່າງລາວ ແລະ ຍີ່ປຸ່ນໃນຫຼາຍລະດັບຂອງຫຼາຍພາກສ່ວນໃນໂຄງການສົ່ງເສີມພັດທະນາ ແລະ ສ້າງຄວາມເຂັ້ມແຂງ ລັດທີ່ປົກຄອງດ້ວຍກົດໝາຍ (JROL) ຂອງອົງການຮ່ວມມືສາກົນຍີ່ປຸ່ນ (JICA). ຂໍໃຫ້ສະຖານະການພາວະວິກິດຈາກພະຍາດລະບາດສາຍພັນໃໝ່ COVID-19 ສະຫງົບລົງສູ່ສະພາວະປົກກະຕິໂດຍໄວ. ຂໍອວຍພອນໃຫ້ສາຍພົວພັນລາວ ແລະ ຍີ່ປຸ່ນ ໝັ້ນຄົງ ແລະ ຍາວນານຍິ່ງໆຂື້ນໄປ. ຂໍເປັນກຳລັງໃຈໃຫ້ໝົດທຸກທ່ານ ພວກເຮົາຈະຜ່ານວິກິດນີ້ໄປນຳກັນ!


ສຸດາລີ ພັນທະມີໄຊ
ຕຳແໜ່ງປັດຈຸບັນແມ່ນຜູ້ຊ່ວຍປະສານງານ/ແປພາສາ ໂຄງການສົ່ງເສີມພັດທະນາ ແລະ ສ້າງຄວາມເຂັ້ມແຂງ ລັດທີ່ປົກຄອງດ້ວຍກົດໝາຍ (JICA Rule of Law Project)  . ອາຫານທີ່ມັກແມ່ນ ຊະຊິມິ (ປາດິບຍີ່ປຸ່ນ), ໝາກແຕງຍີ່ປຸ່ນກິນກັບໂມະໂຣະມິມິໂຊະ, ເຂົ້າຈີ່ເຂົ້າໜົມປັງ, ພຸດດິ້ງ, ເຫຼົ້າອຸເມະ. ສະຖານທີ່ມັກທີ່ສຸດ ບໍ່ນໍ້າຮ້ອນທໍາມະຊາດຕາກອາກາດສົດ (ອອນເຊັນ).
ວັງວຽງໃນຍີ່ປຸ່ນ 日本にあるワンビエンの風景
ຫົວໜ້າ ແລະ ເພື່ອນຮ່ວມງານຢູ່ໄຈກ້າ JICA事務所で上司と同僚と一緒に
かつての私にとって「日本」はドラえもんの生まれ故郷、あらゆる最先端技術の中心地、そして未来の世界そのものでした。日本政府の奨学金を得た最初の3年間は、専門課程で「観光学」を学びました。その後、大学と先生方の支援のお陰で、修士課程まで終了することができました。2004年4月から2011年2月までの7年6カ月を日本で過ごすことになり、日本はいまや私が当初描いていたのとはだいぶ違うところになりました。

日本語を学び、徐々にコミュニケーションが取れるようになり、文化を理解するようになると、日本での生活は私を精神的に強くさせる訓練場所となりました。私は自分の望み通りに人生の道を進むのが楽しくなりました。自らの選択と責任に自信をつけた私は、初めて一人で旅行することを決意し、予算が許す範囲で最も行きたかった場所に向かいました。行先は日本の最東端にある知床で、当時住んでいた大阪から何百キロも離れた北海道の景観を楽しみました。それまで見知った日本は大都市ばかりでしたが、私はここで雄大な自然を目の当たりにして言葉にならないほど感動しました。日本の魅力は非常に多様で深みがあり、想像を超えるからこそ人を惹きつけてやまないのでしょう。

やがて日本は私にとって第二の故郷となりました。5家族ものホストファミリー、日本の友人たち、先生方が困難に陥った私を励ましてくれました。豊かな自然と気候に恵まれた山口大学で学んでいたときには、自分がラオスのワンビエンで勉強しているような心持になりました。私にとって二つの国はそう違うと思われず、むしろ人間性や仏教徒であることなど、日本とラオスはよく似ていると感じました。
 
現在、日本的な生活様式は私の日常生活に溶け込んでおり、その最たるものは食事です。私はホストマザーが作る和食の味にやみつきになりました。彼女は家族の健康と幸福のために懸命に尽くし、いつも笑顔を絶やさず、質の高い料理を食卓に並べていました。私は「料理は脳みそでなく舌で覚えるもの」というホストマザーの言葉を胸に、今もなるべく和食を作るようにしています。

そしてこの先は?私にとっての日本とは?私のなかに浸透している日本での経験を、今度は周りの人々に伝えるべく、JICAの「法の支配発展促進プロジェクト」で日本・ラオス間の通訳やコーディネート業務に励んでいます。どうかCOVID‐19の感染状況が沈静化し、日常が戻りますように。そしてどうかラオスと日本の協力関係が末永く続きますように。全ての人が力を合わせてこの危機を乗り越えられますように!

 
スダリー・パンタミサイ
JICAの「法の支配発展促進プロジェクト」調整アシスタント兼通訳。好きな食べ物はお刺身、キュウリともろみ味噌、パン、お菓子、プリン、梅酒。好きな場所は露天風呂温泉。