ລາວ ແລະ ຂ້ອຍ「ラオスと私」 ອີໂນະອຸເເອະ ອິຄຶໂຊະ 井上育三

2021/1/28
ພິທີມອບຮັບໃບຍ້ອງຍໍໂດຍຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນວັນທີ 5 ມັງກອນ ທີ່ຜ່ານມາ. ຈາກເບື້ອງຂວາແມ່ນ ທ່ານນີຊີໂອກະ, ເຈົ້າຂອງ Laodi Bar, ທາງກາງແມ່ນຂ້າພະເຈົ້າ, ເບື້ອງຊ້າຍແມ່ນ ທ່ານ ສີຫັດຖະ ຣາຊະພົນ, ຄູ່ຮວມງານ. 今年1月5日 ラオス商工業省での表彰式。右からLaodiBarオーナーの西岡さん、真ん中が私で左手が共同経営者Mr.Sihattha RASPHONEさん
ບັນຍາກາດງານລ້ຽງສົ່ງທ້າຍປີໃໝ່ໃນວັນທີ 30 ທັນວາ ຂອງປີທີ່ຜ່ານມາ 昨年の12月30日イヤーエンドパーティの様子
ຂ້າພະເຈົ້າຍັງບໍ່ມີວັນລືມກັບທິວທັດ ແລະ ບັນຍາກາດກິ່ນຫອມ ໃນຕອນທີ່ຂ້າພະເຈົ້າເດີນທາງມາຮອດສະໜາມບິນສາກົນວັດໄຕ 17 ປີທີ່ຜ່ານ. ມີບັນຍາກາດຄ້າຍຄືກັບໃນຊຸມປີ1950 ຂອງເມືອງ Setouchi ແຂວງ Hiroshimaທີ່ຂ້າພະເຈົ້າເກີດ, ເຊິ່ງເຮັດໃຫ້ຂ້າພະເຈົ້າຄິດເຖິງ ແລະ ຄິດຮອດ. ຖ້າໄດ້ຢູ່ບ່ອນນີ້ແລ້ວຄືຊິດີ, ນັ້ນແມ່ນຄວາມຮູ້ສຶກທໍາອິດຂອງຂ້າພະເຈົ້າ. 

ຂ້າພະເຈົ້າກໍ່ໄດ້ເລີ່ມເຮັດເຫຼົ້າຣັມ (Rum) ຜະລິດຈາກນ້ຳອ້ອຍສົດ ຢູ່ລາວເຊິ່ງເປັນປີທີ16 ແລ້ວ. ຂ້າພະເຈົ້າໄດ້ຮູ້ແລ້ວວ່າການຜະລິດເຫຼົ້າຣັມນີ້ ບໍ່ແມ່ນວຽກທີ່ງ່າຍ ແລະ ມັນກໍ່ແມ່ນວຽກທີ່ຄຸ່ນຄ່າຫຼາຍດັ່ງທີ່ຂ້າພະເຈົ້າສາມາດອຸທິດຊີວິດຂອງຕົນເອງໃຫ້ໄດ້. ການປູກອ້ອຍ, ການໝັ່ກ, ການຕົ້ມ ແລະ ກັ່ນ ແລະ ການເຮັດໃຫ້ບົ່ມສຸກດີນີ້ ລ້ວນແລ້ວແຕ່ເປັນຂະບວນການທີ່ສໍາຄັນໃຫ້ແກ່ການຜະລິດເຫຼົ້າຣັມນີ້. ຍ້ອນວ່າໂຮງກັ່ນພວກເຮົາເປັນບ່ອນຜະລິດຂະໜາດນ້ອຍ ຈື່ງບໍ່ໄດ້ແບ່ງວຽກລະອຽດໃຫ້ຜູ້ຜະລິດລາຍຍ່ອຍຊ່ວຍ, ພວກເຮົາເຫັນເຖີງຄວາມສຳຄັນເພືອສ້າງຮູບແບບເອກະລັກຂອງຕົນເອງ ຈື່ງຕ້ອງໄດ້ເຮັດເອງຫມົດຂອງຕ່ອງໂສ້ການຜະລິດ.

ເປັນຫຍັງຄືແມ່ນລາວ? ຂ້າພະເຈົ້າໄດ້ຖືກຖາມແບບນີ້ຈາກແຂກທີ່ມາຢ້ຽມໂຮງງານຂອງພວກຂ້າພະເຈົ້າເລື້ອຍໆ ແຕ່ຂ້າພະເຈົ້າເອງກໍ່ຍັງຊອກຫາຄໍາຕອບ ເພື່ອໃຫ້ແຂກເຂົ້າໃຈຈົນຮອດປັດຈຸບັນນີ້. ແລ້ວ ຍ້ອນສະພາບການລະບາດຂອງພະຍາດ COVID-19 ຈຶ່ງເຮັດໃຫ້ບໍ່ສາມາດກັບປະເທດ ແລະ ບໍ່ສາມາດຂະຫຍາຍຕະຫຼາດຢູ່ຕ່າງປະເທດໄດ້, ຂ້າພະເຈົ້າຈຶ່ງໄດ້ອາໄສຢູ່ບ້ານນາຊອນຫຼັກ 47 ທີ່ມີໂຮງງານຕັ້ງຢູ່ໄດ້ຕະຫຼອດປີເຊີງເປັນຄັ້ງທໍາອິດໃນຊ່ວງໄລຍະ 16 ປີ. ດັ່ງທີ່ພວກເຮົາມັກເວົ້າວ່າ “ບ່ອນທີ່ອາໄສຢູ່ແລ້ວກາຍເປັນບ່ອນທີ່ຢູ່ສະບາຍ”, ການດໍາລົງຊີວິດຢູ່ຊົນນະບົດກໍມ່ວນດີ. ຖ້າຢູ່ຄົນດຽວ, ຍ້ອນວ່າ ຄົນລາວຄືຊິບໍ່ມັກຢູ່ກັບຄວາມໂດດດ່ຽວ, ພວກພໍ່ລຸງ ແລະ ແມ່ປ້າທີ່ຢູ່ໃນບໍລິເວນໃກ້ຄຽງກັງວົນກ່ຽວກັບສິ່ງຕ່າງໆ. ຂ້າພະເຈົ້າໄດ້ເລີ່ມເບິ່ງເຫັນຊີວິດການເປັນຢູ່, ຄວາມເຊືຶ່ອ ແລະ ມຸມມອງຂອງຄອບຄົວຂອງຄົນລາວ ເຊິ່ງສິ່ງເຫຼົ່ານັ້ນເປັນສິ່ງທີ່ຂ້າພະເຈົ້າບໍ່ໄດ້ເຫັນກ່ອນໜ້ານີ້, ພ້ອມທັງມີຄວາມເຂົ້າໃຈແດ່ ເຂົ້າໃຈຍາກແດ່ ແລ້ວຖາມຕົວເອງວ່າ ເປັນຫຍັງຈຶ່ງແມ່ນລາວ?

ນັ້ນກໍ່ແມ່ນຍ້ອນຂ້າພະເຈົ້າຄິດວ່າ ເຫຼົ້າຣັມຈາກນ້ຳອ້ອຍສົດທີ່ພວກຂ້າພະເຈົ້າຜະຫຼິດແມ່ນເຫຼົ້າທີ່ສະແດງອອກຈາກດິນຟ້າອາກາດ ຫຼື Terroir ຂອງລາວນັ້ນເອງ, ເປັນເຫຼົ້າທີ່ສາມາດຜະຫຼິດໄດ້ແຕ່ຢູ່ທີ່ນີ້ເທົ່ານັ້ນ. ຄໍາສັບ Terroir ທີ່ແທ້ຈິງນີ້ ເປັນຄໍາສັບທີ່ໃຊ້ສະເພາະກັບວາຍ, ເຖິງວ່າຈະເປັນຄໍາສັບທີ່ໝາຍເຖິງ ຈຸດພິເສດຂອງພູມສາດ, ພູມສັນຖານ ແລະ ດິນຟ້າອາກາດຂອງບ່ອນນັ້ນກໍ່ຕາມ, ຂ້າພະເຈົ້າຄິດວ່າ ລວມເອົາທັງຄົນປູກ ແລະ ບັນດາຜູ້ຜະຫຼິດເຫຼົ້າຢູ່ທີ່ນັ້ນນໍາແມ່ນເອີ້ນວ່າ Terroir. ໄດ້ມີການເລົ່າຂານກັນວ່າ ນັບຕັ້ງແຕ່ອິນເດຍຈົນເຖິງ ອາຊີຕາເວັນອອກສຽງໃຕ້ ແລະ ປາປົວນີວກິນຽຍເປັນແຫຼ່ງກຳເນີດຂອງອ້ອຍ, ຢູ່ລາວນີ້ກໍ່ມີຊະນິດພືດປ່າຫຼາຍຊະນິດທີ່ເກີດຂຶ້ນເອງ. ດິນ, ຟ້າອາກາດທີ່ເໝາະສົມທີ່ສຸດສຳລັບອ້ອຍ, ການປູກ, ເກັບກ່ຽວອ້ອຍ ແລະ ການຜະຫຼິດເຫຼົ້າຣັມ ໂດຍມີຄົນຍີ່ປຸ່ນພຽງຄົນດຽວນອກນັ້ນແມ່ນຄົນລາວທັງໝົດ, ນັ້ນກໍ່ແມ່ນ Terroir ທີ່ແມ່ນສະພາບແວດລ້ອມທີ່ເໝາະສົມຂອງພວກຂ້າພະເຈົ້າ.

ເຖິ່ງແມ່ນວ່າກິ່ນອາດຈະບໍ່ເປັນທີ່ໜ້າຫຼົງໄຫຼຊໍ່າເຫຼົ້າ French  Rhum ຂອງ ຄາຣິບບຽນ(ເຫຼົ້ານີ້ກໍ່ຄັກຄືກັນ) ກໍ່ຕາມ, ການມີກິ່ນທີ່ອ່ອນນຸ້ມຂອງອ້ອຍທີ່ໝາຍເຖິງຄວາມຮູ້ສຶກຂອງຄົນຍີ່ປຸ່ນທີ່ເປັນເອກະລັກ, ນີ້ແຫຼະ ແມ່ນເຫຼົ້າຣັມຂອງລາວດີ (LAODI). ເປັນຫຍັງຈຶ່ງແມ່ນລາວ? ຂ້າພະເຈົ້າຄິດວ່າຢູ່ນີ້ມີບາງສິ່ງບາງຢ່າງທີ່ເບິ່ງຄືວ່າຈະເປັນຄຳຕອບສຳລັບຄຳຖາມນີ້ໄດ້.
 
ຂ້າພະເຈົ້າຂໍຂອບໃຈຈາກໃຈຈິງຕໍ່ກັບບັນດາພະນັກງານຄົນລາວທີ່ມາຈາກໝູ່ບ້ານໃກ້ຄຽງທີ່ມາເຮັດວຽກນໍາຂ້າພະເຈົ້າທີ່ຕ້ອງການເຮັດຫຍັງແລ້ວຕ້ອງເຮັດໃຫ້ໄດ້ຄືຢ່າງຂ້າພະເຈົ້າ, ທ່່ານ ສີຫັດຖະ ຣາຊະພົນ ຄູ່ຮ່ວມທຸລະກິດ ທີ່ໄດ້ສະໜັບສະໜູນຂ້າພະເຈົ້າທີ່ເວົ້າພາສາລາວບໍ່ຄອດ ແລະ ທຸກສິ່ງທຸກຢ່າງ ທີ່ໄດ້ໃຫ້ຂ້າພະເຈົ້າໄດ້ຜະຫຼິດເຫຼົ້າຣັມຢູ່ລາວດັ່ງໃຈປາດຖະໜາ. 

 
ອີໂນະອຸເເອະ ອິຄຶໂຊະ
ປະທານບໍລິຫານ ແລະ ເຈົ້າຫນ້າທີ່ຜູ້ຜະລິດເຫລົ້າຈາກບໍລິສັດ ອຸດສາຫະກໍາ ກະເສດອີນຊີ ຈໍາກັດ (Lao Agro Organic Industries Limited). ການຜະຫຼິດເຫຼົ້າຣັມ ແມ່ນການແຂ່ງຂັນກັບພາລະກໍາລັງ, ບໍ່ຮູ້ວ່າຈະສາມາດພະຍາຍາມໄປຮອດມື້ໃດ? ຂ້ອຍໄດ້ ອາຍຸແກ່ລົງຈົນຂ້ອຍກັງວົນກ່ຽວກັບເລື່ອງສຸກຂະພາບ.
ດ້ານໃນສາງໝັ່ກເຫຼົ້າ 樽熟成倉庫内の写真
ເຫຼົ້າທີ່ໄດ້ຮັບໃບຍ້ອງຍໍ ແລະ ລາງວັນຄໍາຈາກອົງການ IWSC ປີຜ່ານມາ 昨年のIWSCでのGold受賞の商品と賞状です
17年前に初めてワッタイ空港に降り立った時の、風景と匂いは未だに忘れることはありません。私が育った瀬戸内の昭和30年代を髣髴とさせる、郷愁がありました。ここなら住んでもいいよな、それが私のファーストインプレッションでした。
 
早いものでラオスでラム酒を作り始めて16年目になります。まだまだ道半ば、蒸留酒づくりは思い付きでやれるほど安易な世界ではないこと、人が一生をかけるに足りる仕事であることを、身をもって体験しております。サトウキビの栽培、発酵、蒸留、熟成、すべての作業はアグリコールラムを作るための必須項目です。小さな蒸留所なので分業はせず、全て自前で自分達の納得できる形を大切にしています。
 
何故ラオスなんですか?工場を訪問されるお客様からよく質問を受けますが、納得していただける答えを私自身未だに探しております。今年はコロナ禍の状況で帰国もできず、海外への営業もできない状況で、16年間で始めて1年を通じて工場のあるKm47ナーソン村で過ごしています。住めば都とはよく言ったもので、なかなか田舎暮らしもいいものです。近所のおっちゃんたち、おばちゃんたちが60歳過ぎたおっさんが一人で暮らしていると、ラオスの人達は孤独が苦手なようで、いろいろ心配をしてくれます。今まで見えていなかったラオスの人達の生活、信条、家族観などが見えてきて、納得したり、違和感を持ったりしながら、何故ラオスなんですか?を考えています。
 
それは我々の作るラム酒はこのラオスのテロワール(Terroir)を表現している、ここでしか作れないラム酒だと考えているからです。本来テロワールとはワインなどで使用される言葉で、その生育地の地理、地勢、気候の特徴を表すための言葉ですが、私はそこで栽培する人、酒を造る人達も含めてがテロワールだと考えています。インドから東南アジア、ニューギニアにかけてがサトウキビのルーツと言われ、ラオスにもたくさんの野生種が自生しています。土地、気候はサトウキビの最適地、それを栽培して刈取り、ラム酒を作るのはひとりの日本人と後は全員ラオスの人達、これが我々のテロワールです。
 
カリブのフレンチラムのようなもったりとしたセクシーな香りではなく(これも素晴らしいのですが)、ほのかに香る、この独特の日本的感性で表現するサトウキビの香り、これがLaodiのラム酒のようです。何故ラオスなんですか?この問いの答えらしきものがここにあるように思います。
 
やりたい放題、したい放題、そんな私と一緒に働いてくれる近隣の村々からくるラオスのスタッフ、なんちゃってラオス語しか話せない私を支えてくれるCo-Partnerシハッタ氏、そしてこのラオスのこの村でラム酒を作らせていただいていること、全てに心より感謝しております。

 
井上 育三
Lao Agro Organic industries Limited
ラム酒づくりは体力勝負、さてさていつまで頑張れるか?それを心配する歳になってしまいました。